ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips “ເຊົາລະເຊົາເດີ ເມົາແລ້ວມັກໂທຫາແຟນເກົ່າ” ວິທີຢຸດອາການເມົາແລ້ວມັກໂທຫາອະດີດຄົນຮັກເກົ່າ
Muan RelationTips

“ເຊົາລະເຊົາເດີ ເມົາແລ້ວມັກໂທຫາແຟນເກົ່າ” ວິທີຢຸດອາການເມົາແລ້ວມັກໂທຫາອະດີດຄົນຮັກເກົ່າ

ແບ່ງປັນ

ກົດເຫຼັກສຳລັບແລງມື້ນີ້ກໍຄື “ຈົ່ງເອົາມືຖືໜີໃຫ້ໄກຈາກຄົນເມົາ” ເພາະເຂົາເຈົ້າອາດກົດສົ່ງຂໍ້ຄວາມໄປຫາຄົນທີ່ບໍ່ຄວນສົ່ງຫາ ໂດຍສະເພາະຄົນໃນຄວາມສຳພັນເກົ່າໆ. ຫຼາຍຄັ້ງ ຮູ້ໂຕອີກເທື່ອກໍຕອນທີ່ສວ່າງເມົາ ແລ້ວເຈົ້າໂຕກັບໄປອ່ານແຊັດຄືນ ຈົນເຖິງຂັ້ນຕ້ອງອຸທານອອກມາວ່າ “ຈິບຫາຍ!”

ອາການເມົາແລ້ວແຊັດໄປຫາເຂົາເຈົ້າໂດຍບໍ່ຕັ້ງໃຈ ນັບເປັນໜຶ່ງພິດຕິກຳທີ່ພົບເຫັນໄດ້ທົ່ວໄປ ຈົນເຖິງຂັ້ນຕ່າງປະເທດມາເຮັດວິໄຈກັນກ່ຽວກັບອາການແຊັດຕອນເມົານີ້.

ໃນທາງພຶດຕິກຳ, ການດື່ມເຄື່ອງດື່ມມຶນເມົາມີຄວາມສຳພັນກັບຄວາມບອບບາງທາງຄວາມຮູ້ສຶກທີ່ເກີດຈາກການດື່ມ ແລະ ສຳພັນກັບການສົ່ງຂໍ້ຄວາມທາງອອນລາຍ. ເຫດຜົນກໍຍ້ອນພາວະແອວກໍຮໍໃນເລືອດສູງ ເຮັດໃຫ້ສະໝອງບາງສ່ວນເຮັດວຽກໄດ້ໜ້ອຍລົງ ໂດຍສະເພາະສ່ວນທີ່ຄວບຄຸມການຢັບຢັ້ງຊັ່ງໃຈ ສົ່ງຜົນໃຫ້ການຄິດໄຕ່ຕອງເຖິງຜົນຂອງການກະທຳເຮັດວຽກໄດ້ບໍ່ເທົ່າຕອນທີ່ບໍ່ເມົາ.

ນອກຈາກນັ້ນ ຍັງມີຜົນການວິໄຈທີ່ວ່າ ແອວກໍຮໍຊ່ວຍເພີ່ມຄວາມໝັ້ນໃຈໃນຕົວເອງ ເຮັດໃຫ້ບາງຄົນຕັດສິນໃຈເຮັດບາງຢ່າງທີ່ໝັ້ນໃຈກວ່າປົກກະຕິ ເຊັ່ນ: ການສະແດງອອກທາງຄວາມຮູ້ສຶກ, ການເວົ້າໃນສິ່ງທີ່ປົກກະຕິຈະບໍ່ເວົ້າ ຫຼື ຄິດວ່າສິ່ງນັ້ນບໍ່ດີ ເລີຍບໍ່ເວົ້າອອກມາ, ມັກເຮັດສິ່ງທີ່ສ່ຽງ ກໍເລີຍເປັນທີ່ມາຂອງການສົ່ງຂໍ້ຄວາມຫາແຟນເກົ່າ ຫຼື ໂທໄປເຄຼຍກັບຄົນທີ່ເຄີຍຜິດໃຈກັນ ເປັນຕົ້ນ.

ນັກວິໄຈມີຄວາມເຫັນວ່າ ການສື່ສານເມື່ອມີອາການເມົາຖືວ່າບໍ່ດີ ເພາະອາດກໍ່ໃຫ້ເກີດຜົນເສຍຕາມມາໄດ້ ລວມທັງມີຜົນຕໍ່ພາບລັກ ໂດຍສະທ້ອນເຖິງການຈັດການອາລົມຂອງເຮົາ ຫຼື ເຮັດໃຫ້ຜູ້ທີ່ເຮົາສົ່ງຫານັ້ນມີບັນຫາ, ລຳບາກໃຈ ຫຼື ລຳຄານໄດ້ ເພາະສ່ວນໃຫຍ່ຕອນທີ່ເມົາກໍຈະເປັນຕອນເດິກດື່ນທ່ຽງຄືນ, ຄົງບໍ່ມີໃຜຮູ້ສຶກມ່ວນທີ່ໄດ້ຮັບຂໍ້ຄວາມຈາກຄົນເກົ່າ ສົ່ງມາເປັນສິບໆຂໍ້ຄວາມ ຫຼື ຖືກໂທຫາມາຕໍ່ວ່າ ໃນຕອນກຳລັງຈະຫຼັບຕານອນ.

ແລ້ວເຮັດແນວໃດຈະຢຸດພຶດຕິກຳເມົາແລ້ວແຊັດຫາແຟນເກົ່າໄດ້?

  1. ເຮັດໃຫ້ການສົ່ງຂໍ້ຄວາມ ຫຼື ການເຂົ້າເຖິງລາຍຊື່ທີ່ບໍ່ຄວນສົ່ງຫາ (ແຟນເກົ່າ) ເຂົ້າເຖິງໄດ້ຍາກເຊັ່ນ:

ໃຫ້ໝູ່ຊ່ວຍເບິ່ງຕອນທີ່ເລີ່ມເມົາ ແລະ ເລີ່ມເວົ້າເຖິງຄວາມສຳພັນເກົ່າໆ ໃຫ້ຊ່ວຍເຕືອນສະຕິ ຫຼື ອາດເປີດໂໝດເຮືອບິນຕອນເລີ່ມເມົາກໍໄດ້ (ເຊິ່ງກໍອາດຈະບໍ່ຄ່ອຍດີ ເພາະຖ້າຫາກເກີດເຫດສຸກເສີນມາ ອາດໃຊ້ມືຖືໄດ້ລຳບາກ).

2. ວິທີທີ່ຍາກຂຶ້ນ ແຕ່ອາດຮູ້ສຶກເຈັບປວດແດ່, ແຕ່ຊ່ວຍໄດ້ຫຼາຍແມ່ນຕັດການເຊື່ອມຕໍ່ກັບຄົນໆນັ້ນໄປ ເຊັ່ນ:

ການບຼັອກ ຫຼື ເຊົາຕິດຕາມຄົນທີ່ເຮົາອາດສົ່ງຂໍ້ຄວາມໄປຫາ ແລະ ສ້າງບັນຫາໃຫ້.

ໝູ່ແຕ່ລະຄົນເຄີຍມີປະສົບການເມົາແລ້ວແຊັດຫາຄົນທີ່ບໍ່ຄວນແຊັດຫາບໍ່? ລອງເລົ່າສູ່ເຮົາຟັງໄດ້ເດີ.

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  ເພີ່ມສະເໜ່ໃຫ້ເຈົ້າເພື່ອເອົາຊະນະໃຈຄົນອ້ອມຂ້າງ ກັບ 6 ຄຸນສົມບັດເດັດ

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ເປັນຫຍັງຕ້ອງກອດກັນ? ເພາະຊ່ວຍເຮັດໃຫ້ຄວາມສຳພັນດີຂຶ້ນ ຊວນສ້າງພະລັງໃຈຈາກການກອດ

ວັນກອດແຫ່ງຊາດ ທີ 21 ມັງກອນ, ຢ່າລືມໃຊ້ການກອດຊ່ວຍຟື້ນຟູຈິດໃຈ ແລະ ເສີມສ້າງຄວາມສຳພັນ. ກອດເພື່ອບອກຮັກ, ສ້າງພື້ນທີ່ປອດໄພ ແລະ ສົ່ງຕໍ່ຄວາມອົບອຸ່ນພຽງກອດກັນ ນີ້ແມ່ນກຸນແຈສຳຄັນທີ່ເຮັດໃຫ້ຄວາມສຳພັນໝັ້ນຄົງ...

New Year, New Me? ຊວນປັບເປົ້າໝາຍແບບເພີ້ຝັນ ເຮັດໄດ້ຍາກ ໃຫ້ກາຍເປັນ ‘Micro Goal’ ເຮັດງ່າຍ ບໍ່ແກງໂຕເອງ

ຜ່ານມາເກືອບເດືອນ ເປົ້າໝາຍປີໃໝ່ຍັງຢູ່ດີບໍ່? ມາປັບ Goal ໃຫ້ເປັນ Micro ທີ່ເຮັດໄດ້ແທ້ ບໍ່ເພີ້ຝັນ ພ້ອມ Tips ງ່າຍໆ ໃຫ້ກັບມາລຸຍຕໍ່ໄດ້ແບບບໍ່ກົດດັນ

ຮັກກັນຢ່າມີແຕ່ຮ້າຍ ໃຊ້ Critical Reflection ແບບມີສະຕິໃນການຮັກສາຄວາມສຳພັນ

Critical Reflection ບໍ່ໄດ້ໝາຍຄວາມວ່າເຮົາຕ້ອງທົນ ຫຼື ການຕ້ອງຍ່າງອອກມາຈາກຄວາມສຳພັນທັນທີ ແຕ່ມັນແມ່ນການຂີດ "ຄວາມຊັດເຈນ" ບໍ່ແມ່ນການຕັດສິນໃຈເລືອກທາງອອກຈາກຄວາມຢ້ານ ຫຼື ບາດແຜເກົ່າທີ່ເກີດຂຶ້ນ.

ເປັນຫຍັງຄົນທີ່ບໍ່ຢູ່ຊື່ໆຈຶ່ງໂຊກດີກວ່າຄົນອື່ນ? ຮູ້ຈັກຄຳວ່າ 走运 ໂຊກດີ ໃນພາສາຈີນ  ພ້ອມວິທີເປີດດວງໃຫ້ໂອກາດດີໆແລ່ນມາຫາ

ເຄີຍສົງໄສບໍ່ວ່າເປັນຫຍັງບາງຄົນຄືໂຊກດີຕະຫຼອດ? ມາຮູ້ຈັກຄຳວ່າ “走运” (Zou Yun) ຄຳໃນພາສາຈີນທີ່ບອກວ່າ: ຢາກເຮັງຕ້ອງບໍ່ຢູ່ຊື່ໆ! ໄປຖອດລະຫັດຮາກຄຳທີ່ຊ່ວຍປ່ຽນດວງໃຫ້ເປັນຂາຂຶ້ນຕະຫຼອດປີ ພ້ອມເຄັດລັບດຶງດູດໂອກາດດີໆໃຫ້ແລ່ນເຂົ້າຫາ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.