ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ທຳລາຍກຳແພງຫົວໃຈ ດ້ວຍຄວາມເຂົ້າໃຈ Deep Talk ວັນລະໜ້ອຍ ຮັກສາຄວາມສຳພັນ
Muan RelationTips

ທຳລາຍກຳແພງຫົວໃຈ ດ້ວຍຄວາມເຂົ້າໃຈ Deep Talk ວັນລະໜ້ອຍ ຮັກສາຄວາມສຳພັນ

ທຳລາຍກຳແພງຫົວໃຈຮັກສາຄວາມສຳພັນໄວ້ດ້ວຍຄວາມເຂົ້າໃຈ Deep Talk ວັນລະໜ້ອຍໃຫ້ຈິດໃຈແຈ່ມໃສ

ແບ່ງປັນ

Deep Talk ແມ່ນເປັນການສົນທະນາຢ່າງເລິກເຊິ່ງ ແລະ ຖືວ່າເປັນສິ່ງສຳຄັນຫຼາຍສຳລັບຄວາມສຳພັນຕ່າງໆບໍ່ວ່າຈະເປັນຄອບຄົວ, ໝູ່ເພື່ອນ ຫຼື ຄົນຮັກ, ເພາະມັນຈະຊ່ວຍໃຫ້ທຸກຄວາມສຳພັນເຂົ້າໃຈກັນໄດ້ຫຼາຍກວ່າແຕ່ພຽງພື້ນຜິວ. ບໍ່ວ່າຈະເປັນເລື່ອງຄວາມຝັນ, ຄວາມຢ້ານ, ສິ່ງທີ່ບໍ່ກ້າບອກ, ອຸປະສັກ ຫຼື ເລື່ອງໃນອະດີດທີ່ທຳຮ້າຍໃຈ.

ການບໍ່ເຂົ້າໃຈ ຫຼື ຜິດໃຈກັນເປັນເລື່ອງປັກກະຕິຂອງມະນຸດເຮົາຢູ່ແລ້ວ,  ແຕ່ມັນຈະດີກວ່າຖ້າຄວາມສຳພັນຢູ່ໃນພື້ນຖານຄວາມເຂົ້າໃຈ ແລະ ຮັບຮູ້ວ່າທຸກຝ່າຍຕ້ອງການ, ມັກ ຫຼື ບໍ່ມັກຫຍັງ, ແບບນີ້ຮັບໄດ້ບໍ ການເລືອກລົມເປີດໃຈກັນກໍເພື່ອຫຼີກລ້ຽງບັນຫາຄວາມສຳພັນທີ່ເປັນພິດ.

ການ Deep Talk ບໍ່ພຽງແຕ່ເປັນການເປີດໃຈລົມກັນແບບບໍ່ມີກຳແພງກັ້ນ ແຕ່ມັນຍັງເພີ່ມຄວາມເຂົ້າໃຈເຮັດໃຫ້ເຫັນມຸມມອງຂອງກັນ ແລະ ກັນຊັດເຈນຂຶ້ນ, ຊ່ວຍຫຼຸດຄວາມເຂົ້າໃຈຜິດສິ່ງທີ່ຄ້າງຄາໃນໃຈ, ສ້າງຄວາມຜູກພັນທີ່ເຮັດໃຫ້ຮູ້ສຶກວ່າ

ພວກເຮົາມີໃຜຈັກຄົນທີ່ເບິ່ງແຍງຄວາມຮູ້ສຶກຂອງພວກເຮົາຢ່າງຈິງໃຈ”  ແລະ ມັນຍັງຊ່ວຍຈັດການຄວາມຮູ້ສຶກ ໄດ້ແບ່ງເບົາຄວາມຄຽດ, ຄວາມຢ້ານ, ຫຼື ຄວາມບໍ່ໝັ້ນໃຈໃນຄວາມສຳພັນໄດ້.

ແຕ່ການເລີ່ມຕົ້ນ Deep Talk ເບິ່ງຄືຈະເປັນເລື່ອງງ່າຍແຕ່ກໍເປັນສິ່ງທີ່ໃນບາງຄັ້ງເຮັດໃຫ້ຮູ້ສຶກອຶດອັດ, ກ່ອນຈະເວົ້າສິ່ງໃດອອກມາກໍຕ້ອງລະມັດລະວັງ ແລະ ຄວາມເຂົ້າໃຈຄົນນັ້ນແທ້ໆ, ເພື່ອບໍ່ໃຫ້ເກີດຄວາມຜິດໃຈ ຫຼື ຄວາມບໍ່ສະບາຍໃຈລະຫວ່າງທັງສອງຝ່າຍກ່ອນຈະ Deep Talk ນັ້ນເຈົ້າສາມາດສ້າງບັນຍາກາດທີ່ປອດໄພໄດ້.

1. ເລືອກເວລາ ແລະ ສະຖານທີ່ທີ່ເໝາະສົມ

ເລືອກຊ່ວງເວລາທີ່ທັງສອງຝ່າຍຮູ້ສຶກຜ່ອນຄາຍ ແລະ ບໍ່ມີຄວາມກົດດັນເຊັ່ນ: ຕອນແລງທີ່ສະຫງົບ ຫຼື ມື້ທີ່ບໍ່ຕ້ອງຮີບຮ້ອນ ຫຼື ເລືອກສະຖານທີ່ສ່ວນຕົວສະບາຍໆເຊັ່ນ: ການນັ່ງຫຼິ້ນຢູ່ບ້ານ, ຮ້ານກາເຟທີ່ສະຫງົບ ຫຼື ການຍ່າງຢູ່ສວນສາທາລະນະ ໃຫ້ຫຼີກລ້ຽງສະຖານທີ່ທີ່ມີສຽງດັງ ຫຼື ມີຄົນແອອັດ, ເພາະອາດເຮັດໃຫ້ບໍ່ເປັນສ່ວນຕົວ ຫຼື ບໍ່ສາມາດໂຟກັສການສົນທະນາໄດ້.

2. ເລີ່ມດ້ວຍຄວາມຈິງໃຈ ແລະ ສະແດງຄວາມຫວັງດີ

ບອກຈຸດປະສົງຂອງເຈົ້າຢ່າງຈະແຈ້ງຊັດເຈນວ່າຢາກສົນທະນາເພື່ອເຂົ້າໃຈກັນຫຼາຍຂຶ້ນ, ຢາກສ້າງຄວາມສຳພັນທີ່ເລິກເຊິ່ງກວ່າເກົ່າ. ຄວນໃຊ້ຄຳຖາມທີ່ເປີດກວ້າງ, ບໍ່ຕ້ອງກົດດັນ, ຄຳຖາມຕ້ອງບໍ່ຄຸກຄາມ ເປີດໂອກາດ ແລະ ເປີດໃຈເລີ່ມຕົ້ນດ້ວຍການຕັ້ງຄຳຖາມງ່າຍໆທີ່ສາມາດຖາມສາລະສຸກດິບໃນຊີວິດປະຈຳວັນ ຫຼື ການສະແດງຄວາມເປັນຫວ່ງຖາມຄວາມຮູ້ສຶກຂອງອີກຝ່າຍເຊັ່ນ:

ອ່ານຕື່ມ:  ຜິດກັນຍາມໃດລະບອກເລີກ ຖ້າບໍ່ຢາກໃຫ້ຄວາມສຳພັນຂາດສະບັ້ນຈະຢຽວຢາຫົວໃຈກັນແນວໃດ?

– ຊ່ວງນີ້ມີຫຍັງທີ່ກັງວົນ ຫຼື ມີບັນຫາຫຍັງທີ່ຄາໃຈບໍ່? ຂ້ອຍຮູ້ສຶກວ່າພວກເຮົາສະໜິດກັນຫຼາຍ, ແຕ່ຂ້ອຍຢາກຮູ້ຈັກເຈົ້າຫຼາຍກວ່ານີ້ ເຈົ້າຄິດແນວໃດຖ້າພວກເຮົາຈະລົມກັນແບບເລິກໆກ່ຽວກັບຄວາມຮູ້ສຶກ?”

– ເຄີຍຮູ້ສຶກຢ້ານການສູນເສຍຫຍັງທີ່ສຸດບໍ່? ຮູ້ສຶກວ່າພວກເຮົາຕ່າງກັນບ່ອນໃດ ແລະ ຄິດວ່າພວກເຮົາຄວນຈັດການແນວໃດດີ?

– ມີສິ່ງໃດໃນຊີວິດທີ່ເຈົ້າຮູ້ສຶກພູມໃຈທີ່ສຸດບໍ? ຖ້າເຈົ້າສາມາດຝັນໄດ້ໂດຍບໍ່ມີຂໍ້ຈຳກັດເຈົ້າຢາກມີຊີວິດແບບໃດໃນອະນາຄົດ?

– ມີປະສົບການຫຍັງໃນຊີວິດທີ່ເຮັດໃຫ້ເຈົ້າປ່ຽນແປງທາງຄວາມຄິດບໍ?

3. ສະແດງຄວາມເຫັນອົກເຫັນໃຈ ແລະ ບໍ່ຕັດສິນ

ໃຊ້ທັກສະການຟັງຢ່າງຕັ້ງໃຈ Active Listening ທີ່ກ່າວໃນ ທິດສະດີແຫ່ງການຟັງ. ໂດຍໃຫ້ສະແດງຄວາມເຂົ້າໃຈຜ່ານທ່າທາງເຊັ່ນ: ງຶກຫົວ, ສົບຕາ ຫຼື ຄຳເວົ້າທີ່ສະແດງຄວາມເຫັນອົກເຫັນໃຈເຊັ່ນ: “ຂ້ອຍເຂົ້າໃຈວ່າມັນຍາກສຳລັບເຈົ້າ, ເຈົ້າຜ່ານມັນມາໄດ້ແນວໃດ?” ຫຼື “ຂອບໃຈທີ່ແບ່ງປັນ, ຂ້ອຍຮູ້ສຶກວ່າໄດ້ເຂົ້າໃຈເຈົ້າຫຼາຍຂຶ້ນແລ້ວ” ໃຫ້ຫຼີກລ້ຽງການຕັດສິນ ຫຼື ໃຫ້ຄຳແນະນຳທັນທີ ເພາະອາດເຮັດໃຫ້ອີກຝ່າຍຮູ້ສຶກບໍ່ປອດໄພທີ່ຈະແບ່ງປັນຄວາມໃນໃຈຕໍ່.

4. ແບ່ງປັນຄວາມຮູ້ສຶກຂອງຕົນເອງດ້ວຍຄວາມຈິງໃຈ

ເພື່ອສ້າງຄວາມ Balance ໃນການສົນທະນາໃນການແບ່ງປັນຄວາມຮູ້ສຶກ ຫຼື ປະສົບການຂອງເຈົ້າໃນບາງສ່ວນ ເພື່ອສະແດງວ່າເຈົ້າກໍເປີດໃຈ, ການແບ່ງປັນຂອງເຈົ້າຈະເຮັດໃຫ້ຝ່າຍອື່ນຮູ້ສຶກວ່າການສົນທະນາເປັນການແລກປ່ຽນ ແລະ ບໍ່ແມ່ນການສອບຖາມພຽງຝ່າຍດຽວ.

5. ເຄົາລົບຂອບເຂດຂອງກັນ ແລະ ກັນ

ຖ້າອີກຝ່າຍເບິ່ງບໍ່ສະບາຍໃຈ ຫຼື ບໍ່ຕ້ອງການແບ່ງປັນໃນບາງເລື່ອງ ຢ່າບັງຄັບ ຫຼື ຖາມຕື່ມ. ການເຄົາລົບຂອບເຂດກັນ ແລະ ກັນ ຈະເຮັດໃຫ້ຮູ້ສຶກປອດໄພ ແລະ ມີໂອກາດທີ່ຈະເປີດໃຈຫຼາຍຂຶ້ນໃນອະນາຄົດ ໂດຍໃຫ້ສະແດງຄວາມເຂົ້າໃຈດ້ວຍຄຳເວົ້າທີ່ອ່ອນໂຍນເຊັ່ນ:  “ບໍ່ເປັນຫຍັງ, ຖ້າເຈົ້າບໍ່ຢາກເວົ້າກ່ຽວກັບເລື່ອງນີ້ ພວກເຮົາສາມາດລົມເລື່ອງອື່ນໄດ້ ຫຼື ບໍ່ເປັນຫຍັງ, ພວກເຮົາລົມເລື່ອງທີ່ເຈົ້າສະບາຍໃຈດີກວ່າເນາະ”.

6. ສິ້ນສຸດການສົນທະນາດ້ວຍຄວາມຮູ້ສຶກໃນທາງບວກ

ຫຼັງຈາກ Deep Talk ແລ້ວ ກໍສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍການແບ່ງປັນຂອງອີກຝ່າຍ ເພື່ອປິດການສົນທະນາດ້ວຍຄວາມຮູ້ສຶກດີ “ຂອບໃຈຫຼາຍທີ່ເປີດໃຈລົມກັບຂ້ອຍ, ຂ້ອຍຮູ້ສຶກວ່າໄດ້ຮູ້ຈັກເຈົ້າຫຼາຍຂຶ້ນ ແລະ ມັນມີຄວາມໝາຍກັບຂ້ອຍຫຼາຍ”  ການສິ້ນສຸດດ້ວຍຄວາມຮູ້ສຶກໃນທາງບວກຈະເຮັດໃຫ້ທັງສອງຝ່າຍຮູ້ສຶກດີ ແລະ ຢາກມີ Deep Talk ກັນອີກໃນອະນາຄົດ.

ອ່ານຕື່ມ:  ຢ່າເອົາແຕ່ໂທດຕົວເອງ ເຈົ້າກຳລັງບໍ່ຮັກຕົວເອງຢູ່ແມ່ນບໍ? ສັງເກດພຶດຕິກຳເຈົ້າເລີຍ

ຄວາມສຳພັນທີ່ດີບໍ່ພຽງແຕ່ໃຊ້ເລື່ອງຄວາມຮັກພຽງສິ່ງດຽວເທົ່ານັ້ນ ແຕ່ມັນຄືການກ້າເວົ້າ, ກ້າຟັງ, ກ້າຍອມຮັບຄວາມຈິງ ແລະ ກ້າຢູ່ຂ້າງກັນດ້ວຍຄວາມເຂົ້າໃຈ.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ
Muan RelationTips

ຢາກມີແຟນແຕ່ຄ້ານພິມ… ເປັນຄົນ “ແຊັດແຫ້ງ” ແບບນີ້ ຕ້ອງເຮັດແນວໃດຈຶ່ງຈະມີແຟນ?

ຄ້ານຕອບຂໍ້ຄວາມ ແຕ່ຢາກມີແຟນ? ນີ້ແມ່ນວິທີແກ້ dry texting ດ້ວຍຄວາມໃສ່ໃຈ ແລະການລົມທີ່ສ້າງຄວາມເຊື່ອມໂຍງ ສຳລັບຄົນທີ່ຢາກສ້າງຄວາມສຳພັນກັບຄົນອື່ນ.

Muan RelationTips

Doorway Effect: ຍ່າງຜ່ານປະຕູແລ້ວລືມເລື່ອງທີ່ຄິດ ຊວນເຂົ້າໃຈການຈັດລະບຽບຂອງສະໝອງ

ເຄີຍຍ່າງຜ່ານປະຕູແລ້ວລືມເລື່ອງທີ່ຈະເຮັດບໍ່? ທຳຄວາມເຂົ້າໃຈກັບ Doorway Effect ແລະ ວິທີທີ່ສະໝອງຈັດລະບຽບຄວາມຈຳໃນຊີວິດປະຈຳວັນ. ຊວນຮູ້ຈັກທິດສະດີ Doorway Effect ແລະ 3 ວິທີແກ້ໄຂງ່າຍໆ

Muan RelationTips

Trust Issues: ບັນຫາທີ່ເກີດຈາກຄວາມບໍ່ໄວ້ວາງໃຈເຮັດໃຫ້ຮັກເຈັບປວດ

ບັນຫາທາງຈິດໃຈທີ່ເຮັດໃຫ້ບໍ່ສາມາດໄວ້ວາງໃຈໃຜໄດ້ ມັກເກີດຈາກການຖືກທຳຮ້າຍທາງຈິດໃຈໃນອະດີດ ເຊິ່ງສົ່ງຜົນຕໍ່ຄວາມຄິດ, ອາລົມ ແລະ ພຶດຕິກຳໃນປັດຈຸບັນ.

Muan RelationTips

ຄວາມໝັ້ນໃຈສ້າງໄດ້: Self-Efficacy Theory ກຸນແຈສູ່ການສ້າງສະເໜ່ທີ່ດຶງດູດໃຈ

ຄວາມໝັ້ນໃຈບໍ່ໄດ້ເກີດຂຶ້ນທັນທີ ແຕ່ມາຈາກການຝຶກຝົນແລະການສ້າງຄວາມເຊື່ອໝັ້ນໃນໂຕເອງຢ່າງຕໍ່ເນື່ອງ. ເມື່ອເຮົາໝັ້ນໃຈໃນໂຕເອງ, ເຮົາຈະສົ່ງສະເໜ່ ແລະ ພະລັງງານບວກໃຫ້ກັບຄົນອ້ອມຂ້າງ ສະນັ້ນ, ສິ່ງນີ້ກໍຈະເຮັດໃຫ້ເຮົາເປັນທີ່ຈື່ຈຳ ແລະ ຊວນໃຫ້ປະທັບໃຈໃນສາຍຕາຂອງຄົນອື່ນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.