ອາລົມຂອງຄົນເປັນສິ່ງທີ່ບໍ່ແນ່ນອນ, ມັນສາມາດຂຶ້ນ ຫຼື ລົງໄດ້ກະທັນຫັນໃນຊ່ວງເວລາໃດໜຶ່ງເຊັ່ນ: ໃຈຮ້າຍໃຫ້ໝູ່/ຄົນໃກ້ໂຕ ຫຼື ຄວາມຮູ້ສຶກໂສກເສົ້າ ໃນການສູນເສຍບາງຢ່າງ ອາດຈະເປັນຄວາມສຳພັນ ຫຼື ສິ່ງທີ່ມີຄຸນຄ່າຕໍ່ຈິດໃຈ. ແຕ່ເປັນຫຍັງເວລາເກີດຫຍັງຂຶ້ນ ສິ່ງທໍາອິດທີ່ມີປະຕິກິລິຍາຈະແມ່ນອາລົມ? ມັນມີບົດບາດຫຍັງກັບເຮົາ?
ມື້ນີ້ມ່ວນຈະພາທຸກຄົນຮູ້ເຫດຜົນວ່າ ເປັນຫຍັງເຮົາຕ້ອງທຳຄວາມເຂົ້າໃຈກັບອາລົມຂອງຕົນເອງ? ແລະ ນີ້ແມ່ນບົດບາດຂອງອາລົມທີ່ສາມາດຊ່ວຍໃຫ້ຊີວິດເຮົາດີຂຶ້ນໄດ້.
1. ອາລົມເປັນໂຕຊ່ວຍໃນການຕັດສິນໃຈ
ບໍ່ວ່າຈະເປັນເລື່ອງນ້ອຍໆຢ່າງເຊັ່ນ ມື້ແລງຊິກິນຫຍັງດີ? ຈົນໄປເຖິງການຕັດສິນໃຈໃຫຍ່ໆໃນໜ້າທີ່ວຽກງານ, ອາລົມຂອງເຮົາ ຈະຮັບບົດບາດທີ່ສຳຄັນສຸດໆເລີຍໃນການຕັດສິນໃຈຄັ້ງນີ້. ເຖິງແມ້ເຮົາອາດຈະຄິດວ່າ ສິ່ງທີ່ເຮົາຕັດສິນໃຈທັງໝົດມັນມາຈາກເຫດຜົນລ້ວນໆເລີຍ ແຕ່ຮູ້ບໍ່ວ່າ? ອາລົມນັ້ນກໍເປັນສ່ວນໜຶ່ງທີ່ກ່ຽວຂ້ອງໃນການຕັດສິນໃຈເຊັ່ນດຽວກັນ. ຖ້າເຮົາມີຄວາມສາມາດໃນການຈັດການອາລົມຂອງໂຕເອງໄດ້ດີເທົ່າໃດ ກໍຍິ່ງຈະເຮັດໃຫ້ການຕັດສິນໃຈຂອງເຮົາມີປະສິດທິພາບດີເທົ່ານັ້ນ.
2. ຊ່ວຍໃຫ້ຄົນອື່ນເຂົ້າໃຈເຮົາຫຼາຍຂຶ້ນ
ການທີ່ເຮົາຈະມີສ່ວນຮ່ວມກັບຄົນອື່ນ ການທີ່ສະແດງສັນຍານບາງຢ່າງເພື່ອໃຫ້ເຂົາເຂົ້າໃຈຄວາມຮູ້ສຶກເຮົາກໍເປັນສິ່ງສຳຄັນ, ສັນຍານທີ່ວ່ານີ້ແມ່ນໝາຍເຖິງ ການສະແດງອອກທາງອາລົມ ບໍ່ວ່າຈະເປັນການສະແດງອອກທາງພາສາກາຍ ແລະ ການສະແດງອອກທາງສີໜ້າ ໃນສິ່ງທີ່ເຮົາກຳລັງຮູ້ສຶກຢູ່. ຢ່າງເຊັ່ນ ການທີ່ເຮົາສະແດງອອກມາຊັດເຈນເພື່ອບອກ ໝູ່/ຄົນໃນຄອບຄົວ ວ່າເຮົາກຳລັງຮູ້ສຶກ ໂສກເສົ້າ, ດີໃຈ ຫຼື ຢ້ານ ມັນຈະເປັນການສົ່ງສັນຍານໃຫ້ພວກເຂົາຣູ້ວ່າ ເຮົາກຳລັງຮູ້ສຶກແນວໃດ ເພື່ອໃຫ້ພວກເຂົາຣູ້ວ່າຕ້ອງເຣັດຫຍັງຕໍ່.
3. ຊ່ວຍໃຫ້ເຮົາເຂົ້າໃຈຄົນອື່ນຫຼາຍຂຶ້ນ
ເຊັ່ນດຽວກັນກັບຂໍ້ກ່ອນໜ້າ ເມື່ອເຮົາຮູ້ທີ່ຈະສະແດງຄວາມຣູ້ສຶກຕົນເອງຕໍ່ຄົນອື່ນແລ້ວ ການທີ່ຈະຕ້ອງເຂົ້າໃຈກັບຄວາມຮູ້ສຶກຂອງຄົນອື່ນ ກໍເປັນເລື່ອງສຳຄັນເຊັ່ນດຽວກັນ ເພາະການໃຊ້ຊີວິດໃນສັງຄົມ ການສື່ສານເປັນສິ່ງສຳຄັນ ແລະ ການທີ່ຮູ້ຈັກຕອບສະໜອງອາລົມຄົນອື່ນກໍເປັນສິ່ງທີ່ສຳຄັນເຊັ່ນດຽວກັນ. ສິ່ງນີ້ຈະເຮັກໃຫ້ເຮົາສາມາດຕອບສະໜອງສິ່ງຕ່າງໆໄດ້ຢ່າງເໝາະສົມ ແລະ ສ້າງຄວາມສຳພັນທີ່ດີຂຶ້ນກັບໝູ່, ຄົນໃນຄອບຄົວ ຫຼື ຄົນຮັກໄດ້. ນອກຈາກນັ້ນຍັງຊ່ວຍໃຫ້ເຮົາສາມາດສື່ສານຢ່າງມີປະສິດທິພາບກັບສະຖານະການຕ່າໆທາງສັງຄົມເຊັ່ນ: ການຮັບມືກັບລູກຄ້າທີ່ບໍ່ພໍໃຈ ເປັນຕົ້ນ.
4. ອາລົມຊ່ວຍໃຫ້ເຮົາເລີ່ມລົງມືເຮັດສິ່ງໃດໜຶ່ງ
ເມື່ອຕ້ອງພົບກັບວຽກບາງຢ່າງທີ່ທ້າທາຍ ເຮົາອາດຈະກັງວົນວ່າຈະເຮັດສິ່ງນັ້ນບໍ່ໄດ້ ຫຼື ເຮັດອອກມາບໍ່ໄດ້ດີເທົ່າທີ່ຄວນ, ຄວາມຄິດເຫຼົ່ານີ້ເກີດຈາກຄວາມວິຕົກກັງວົນຂອງເຮົາເອງ ເຊິ່ງມາຈາກອາລົມທີ່ບໍ່ດີຂອງເຮົາ ແລະ ການທີ່ຈະແກ້ໄຂມັນ ແມ່ນມາຈາກການພົບບາງສິ່ງທີ່ເຮັດໃຫ້ອາລົມດີ ຫຼຸດຜ່ອນອາລົມທີ່ບໍ່ພຶງປະສົງອອກ ຕົວຢ່າງເຊັ່ນ: ການເຮັດກິດຈະກຳທີ່ເຮັດໃຫ້ເຮົາມີຄວາມສຸກ ແລະ ມ່ວນໄປກັບມັນ, ສິ່ງເຫຼົ່ານີ້ຈະເຮັດໃຫ້ອາລົມເຮົາດີຂຶ້ນ ແລະ ເຮັດໃຫ້ໄດ້ຮັບແຮງບັນດານໃຈບາງຢ່າງທີ່ຈະເປັນ passion ເພື່ອລົງມືເຮັດມັນ ແລະ ສ້າງສັນສິ່ງຕ່າງໆ ເພື່ອເພີ່ມໂອກາດໃຫ້ຜົນງານອອກມາໄດ້ດີ.
ສຸດທ້າຍນີ້ ຕາມທີ່ໄດ້ອ່ານທັງໝົດແລ້ວກໍເຮັດໃຫ້ເຫັນວ່າ ອາລົມຂອງເຮົາມີບົດບາດຫຼາຍຢ່າງ, ອາລົມອາດຈະສັ້ນ, ຍາວ, ຮຸນແຮງ ຫຼື ຊັບຊ້ອນ ແຕ່ມັນກໍສາມາດສ້າງແຮງບັນດານໃຈ ພ້ອມກັບການຕັດສິນໃຈບາງຢ່າງ ທີ່ມີຄວາມໝາຍຕໍ່ການໃຊ້ຊີວິດໃນສັງຄົມຂອງເຮົາໄດ້.
ໂດຍ: ທີມບັນນາທິການ Muan