Muan Explore – ມ່ວນຊວນໄປ

Curated Urban Experiences for Curious People – ຄັດສັນປະສົບການ ສຳລັບຄົນທີ່ຢາກຫາຄວາມແປກໃໝ່ໃຫ້ຊີວິດ

22 ບົດຄວາມ
Lao Airlines' first COMAC C909

ລອງສຳຜັດປະສົບການໃໝ່ ກັບ COMAC C909 ເຮືອບິນລຳໃໝ່ຫຼ້າສຸດຂອງການບິນລາວ

ສຳຜັດປະສົບການການບິນໃໝ່ກັບ COMAC C909 ເຮືອບິນສັນຊາດຈີນລຳໃໝ່ທີ່ສາຍການບິນລາວຫາກໍໄດ້ນຳເຂົ້າມາໃຫ້ບໍລິການ ສຳລັບການເດີນທາງທີ່ສະດວກສະບາຍຫຼາຍຂຶ້ນ.

ຊວນໄປ Encyclopedia ງານວາງສະແດງດ່ຽວ ຄັ້ງທີ 2 ຂອງ @nnene.iie ທີ່ບາງກອກ ປະເທດໄທ

ສຳລັບຜູ້ທີ່ຫຼົງໄຫຼໃນສິລະປະທີ່ເຕັມໄປດ້ວຍລາຍເສັ້ນ ແລະ ເລື່ອງລາວ, ງານວາງສະແດງ Encyclopedia ຂອງ @nnene.iie ທີ່ GalieOasis ນະຄອນບາງກອກ ປະເທດໄທ ເປັນສິ່ງທີ່ບໍ່ຄວນພາດ. ງານນີ້ເປັນ Solo Exhibition ຄັ້ງທີ 2 ຂອງສິລະປິນສາວຜູ້ນີ້, ເຊິ່ງຈະພາທຸກຄົນເຂົ້າສູ່ໂລກແຫ່ງລາຍເສັ້ນທີ່ແຕ້ມດ້ວຍມື ປະສົມປະສານກັບແຮງບັນດານໃຈຈາກສິ່ງທີ່ພົບອ້ອມໂຕ ທີ່ສະທ້ອນຕົວຕົນຂອງລາວ. ເນເນ່: ສິລະປິນສາຍ...

ຖ້ຽວບິນວຽງຈັນ-ຫຼວງນໍ້າທາ ເປີດບິນຄືນແລ້ວ ພ້ອມໂປຣໂມຊັນປີ້ຍົນລາຄາພິເສດ

ເມື່ອປີກ່ອນ ຖ້ຽວບິນວຽງຈັນ–ຫຼວງນໍ້າທາໄດ້ມີການຍົກເລີກ ເຮັດໃຫ້ຫຼາຍຄົນຕ້ອງໄດ້ປັບແຜນການເດີນທາງໃໝ່ເມື່ອຕ້ອງເດີນທາງໃນເສັ້ນທາງນີ້. ແນວໃດກໍຕາມ ຕອນນີ້ມີຂ່າວດີຈາກທາງການບິນລາວ ເຊິ່ງພວກເຂົາໄດ້ປະກາດເປີດຄືນຖ້ຽວບິນນີ້ອີກຄັ້ງ. ນີ້ບໍ່ແມ່ນພຽງແຕ່ ການນຳເອົາຕົວເລືອກການເດີນທາງທີ່ດີກັບຄືນມາ ແຕ່ຍັງມາພ້ອມກັບຂໍ້ສະເໜີສຸດພິເສດທີ່ຖືກໃຈນັກເດີນທາງທຸກຄົນ ລວມທັງມ່ວນຊວນໄປເອງ.​ ​ມ່ວນຊວນໄປ ໃນຖານະທີ່ເປັນຜູ້ໜຶ່ງທີ່ມັກການເດີນທາງ ທັງໄປທ່ຽວ ແລະ ໄປວຽກ ຫຼັງຈາກທີ່ໄດ້ຮັບຂ່າວດີນີ້ກໍຮູ້ສຶກດີໃຈຫຼາຍທີ່ຈະສາມາດໃຊ້ບໍລິການທີ່ຕອບໂຈດທັງໃນແງ່ຂອງຄຸນນະພາບບໍລິການ ແລະ ໄລຍະເວລາໃນການເດີນທາງທີ່ສັ້ນ.​ ​ສຳລັບເສັ້ນທາງ ນະຄອນຫຼວງວຽງຈັນ – ຫຼວງນໍ້າທາ ຈະມີບິນທຸກວັນ...

ຊວນໄປ ນິທັດສະການ COEXISTENCE ໂດຍສິລະປິນກຸ່ມ Lost Jigsaw ທີ່ i:cat gallery

ອາທິດນີ້ເຖິງວ່າອາກາດຈະໜາວ ໃຜກໍບໍ່ຄ່ອຍຢາກຈະຕີງໂຕກັນປານໃດ ແຕ່ວົງການສິລະປະຂອງບ້ານເຮົາກຳລັງກັບມາເລີ່ມຟົດຟື້ນກັນອີກຄັ້ງ! ງານນີ້ຖືວ່າເປັນງານຕົ້ນປີທີ່ໜ້າສົນໃຈເລີຍ ເປັນການລວມເອົາຜົນງານຄັກໆຈາກສິລະປິນຫຼາກຫຼາຍຄົນມາລວມໄວ້ໃນບ່ອນດຽວ ກັບນິທັດສະການ COEXISTENCE ໂດຍກຸ່ມສິລະປິນ Lost Jigsaw ທີ່ຈັດຂຶ້ນໃນລະຫວ່າງວັນທີ 15 – 26 ມັງກອນ 2025 ທີ່ i:cat gallery. ເອົາລະ ໃຜທີ່ພ້ອມຈະໄປເສບງານສິນກັບເຮົາແລ້ວ ກໍກຽມໂຕຮັບປະສົບການໃໝ່ໆໄປພ້ອມໆກັນເລີຍ. COEXISTENCE...

ລວມອີເວັ້ນທ້າຍອາທິດ ທີ່ຢາກໃຫ້ທຸກຄົນໄປ 6-8 ທັນວາ 2024

ວັນສຸກແຫ່ງຊາດມາຮອດແລ້ວ ເຮັດວຽກແບບໜັກໜ່ວງມາໝົດອາທິດ ກໍຮອດເວລາແລ້ວທີ່ຈະພາຮ່າງກາຍຂອງເຮົາໄປພັກຜ່ອນກັບວັນຊິວໆທ້າຍອາທິດແບບນີ້. ໄປເບິ່ງກັນວ່າ ທ້າຍອາທິດທີ 6-8 ທັນວາ 2024 ມີງານໃດແດ່ທີ່ໜ້າສົນໃຈ ແລະ ຄວນພາກາຍ-ໃຈໄປເປີດຫູເປີດຕາ. 1. Thongtaek Fair 2024 for Restaurant ງານເທດສະການອາຫານທີ່ໃຫຍ່ທີ່ສຸດໃນລາວ ເອົາໃຈສາຍກິນ ແລະ ສົ່ງເສີມທຸລະກິດຮ້ານອາຫານ ນອກຈາກຈະເປັນງານທີ່ລວມເອົາຮ້ານອາຫານເຖິງ 100...

ພາທົວໂຊຣູມ Land Rover Laos ແລະ ທົດລອງຂັບ Range Rover Evoque PHEV ຮຸ່ນໃໝ່ 2024

ສະບາຍດີທຸກຄົນ! ມື້ນີ້ພວກເຮົາຈະພາໝູ່ເພື່ອນ ໄປຢ້ຽມຊົມໂຊຣູມ Land Rover Laos ແລະ ທົດລອງຂັບລົດ Range Rover Evoque PHEV ຮຸ່ນໃໝ່ 2024! ສຳລັບໃຜທີ່ກຳລັງຊອກຫາລົດພຣີມຽມ ແລະ ຕ້ອງການປະສົບການທີ່ທັງມ່ວນ ແລະ ຫູຫຼາ ຕ້ອງຕິດຕາມຣີວິວນີ້ເລີຍ. ມາສຳຜັດປະສົບການທົດລອງຂັບລົດໃໝ່ ທີ່ຈະເປັນປະສົບການທີ່ບໍ່ຄວນພາດ!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.