ສຳຜັດສິລະປະ “ການປ່ຽນຜ່ານ” ຈາກສິລະປິນທັງ 7 ປະເທດ ທີ່ງານ Sounds and Gestures 4

ມ່ວນຊວນໄປ ຢາກຈະຊວນທຸກຄົນໄປເບິ່ງການສະແດງສິລະປະລະດັບນານາຊາດ Sounds and Gestures 4, ເຊິ່ງງານນີ້ໄດ້ນຳການຮ່ວມມືຂອງສິລະປິນຈາກ 7 ປະເທດ ມາເຮັດການສະແດງທີ່ປະສົມປະສານລະຫວ່າງການເຕັ້ນຮ່ວມສະໄໝ, ການຟ້ອນລາວ ແລະ ດົນຕີພື້ນເມືອງລາວ – ຍີ່ປຸ່ນ ມາໄວ້ໃນເວທີດຽວ.

ການກັບມາຂອງງານ Sounds and Gestures 4 ນີ້ ກໍເພື່ອຖ່າຍທອດແນວຄິດເລື່ອງລາວທີ່ມີຄວາມໝາຍຄື “ການປ່ຽນຜ່ານ” ທັງຂອງມະນຸດ ແລະ ສັງຄົມ ເຊິ່ງການປ່ຽນແປງທີ່ຖືກຫຼໍ່ຫຼອມໂດຍສະພາບແວດລ້ອມຮອບຕົວ.

ນອກຈາກນີ້, ພວກເຮົາຍັງຈະໄດ້ພົບກັບປະສົບການໃໝ່ໆ ແລະ ໄດ້ເຫັນການແລກປ່ຽນວັດທະນະທຳອັນມີຄ່າຈາກການເຮັດວຽກຮ່ວມກັນຂອງສິລະປິນຫຼາກຫຼາຍສັນຊາດ.

ງານນີ້ເໝາະສຳລັບຜູ້ທີ່ສົນໃຈໃນຄວາມຫຼາກຫຼາຍຂອງວັດທະນະທຳ ແລະ ການສະແດງຮູບແບບໃໝ່ໆ ທີ່ເນັ້ນການສື່ສານດ້ວຍສຽງ ແລະ ທ່າທາງ.
ທຸກຄົນສາມາດມາຮວມຄົ້ນຫາຄວາມໝາຍຂອງການປ່ຽນແປງ ແລະ ການເດີນທາງໄປກັບສິລະປະໄປນຳກັນເດີ.

🎟️ ເຂົ້າຊົມຟຣີ!
📅 ວັນທີ 27 ມີນາ 2026
📍 ທີ່ ຫໍວັດທະນະທຳແຫ່ງຊາດລາວ, ນະຄອນຫຼວງວຽງຈັນ
⏰ ເປີດປະຕູ 18:30 ໂມງ | ເລີ່ມການສະແດງ 19:00 ໂມງ.