ກຽມໜັງສືເດີນທາງໃຫ້ພ້ອມ ຊວນບິນກົງ ວຽງຈັນ-ດານັງ ສູ່ສະເໜ່ທີ່ລົງຕົວ

ແບ່ງປັນ

ກຽມໜັງສືເດີນທາງໃຫ້ພ້ອມ ຊວນບິນກົງ ວຽງຈັນ-ດານັງ ສູ່ສະເໜ່ທີ່ລົງຕົວ

10 March 2026● 131

Highlights

  • ພາທ່ຽວ “ດານັງ-ຮອຍອັນ” ປະເທດຫວຽດນາມ ສໍາຜັດສະເໜ່ຄວາມລົງຕົວລະຫວ່າງຕຶກເກົ່າແບບຝຣັ່ງ ແລະ ຕຶກສູງທັນສະໄໝ ພ້ອມວິຖີຊີວິດ Slow Life.
  • ບໍ່ຄວນພາດການຊີມອາຫານລະດັບ Michelin, ນັ່ງຄາເຟ່ Vintage, ຖ່າຍຮູບທີ່ໂບດ Da Nang Cathedral, ຍ່າງເລາະຫາດຊາຍ My Khe ແລະ ລ່ອງເຮືອກະດົ້ງຊົມປ່າໝາກພ້າວນ້ຳທີ່ຮອຍອັນ.
  • ຕ້ອນຮັບລະດູຮ້ອນດ້ວຍການບິນກົງກັບ ການບິນລາວ ວຽງຈັນ-ດານັງ ໂດຍໃຊ້ເວລາເດີນທາງພຽງ 1 ຊົ່ວໂມງ 30 ນາທີ ເທົ່ານັ້ນ.


ປະເທດລາວ ກໍກ້າວສູ່ລະດູຮ້ອນແບບເຕັມຮູບແບບກັນແລ້ວທຸກຄົນ, ຢູ່ໆພາບໃນຫົວກໍຂຶ້ນວິວງາມໆຂອງທະເລ ທີ່ມີລົມເຢັນໆຈາກທະເລພັດເຂົ້າໜ້າ ແລະ ຄວາມຮູ້ສຶກຢາກກິນອາຫານທະເລສົດໆແຊບໆເດ້ ອືມ… ພໍເວົ້າແລ້ວກໍຕ້ອງຮີບກັບໄປກວດເບິ່ງອຸປະກອນທີ່ສຳຄັນ ແລະ ສິ່ງຈຳເປັນຄືນກັນທັນທີແບບດ່ວນໆ.​

ໜັງສືເດີນທາງ ພ້ອມ! ຊຸດທ່ຽວ ພ້ອມ! ກ້ອງຖ່າຍຮູບ ພ້ອມ! ແລະ ກະເປົາເດີນທາງ ພ້ອມ! ເອີ… ວ່າແຕ່ຈະໄປໃສ ແລະ ເດີນທາງແນວໃດລະ? ຖ້າທຸກຄົນຄິດບໍ່ອອກ ມ່ວນຊວນໄປ ຈະນຳອີກໜຶ່ງສະຖານທີ່ທີ່ໜ້າສົນໃຈມາເລົ່າໃຫ້ທຸກຄົນຟັງ ເພື່ອເຮັດໃຫ້ສາມາດຕັດສິນໃຈວາງແຜນທ່ຽວໄດ້ງ່າຍຂຶ້ນ.​

ປາຍທາງທີ່ ມ່ວນຊວນໄປ ຈະນຳມາເລົ່າໃນມື້ນີ້ກໍຄື “ດານັງ ແລະ ຮອຍອັນ” ຢູ່ທີ່ ປະເທດຫວຽດນາມ ເຊິ່ງປະເທດນີ້ກໍມີວັດທະນາທຳ-ອາຫານການກິນ ທີ່ຕ້ອງບອກວ່າມີສະເໜ່ສຸດໆ.​

ຄວາມກົງກັນຂ້າມທີ່ລົງໂຕລະຫວ່າງ “ຄວາມເກົ່າ ແລະ ຄວາມໃໝ່” ​

ປະເທດຫວຽດນາມ ຂຶ້ນຊື່ເລື່ອງຄວາມກົງກັນຂ້າມທີ່ລົງໂຕຂອງການຢູ່ຮ່ວມກັນລະຫວ່າງ “ຄວາມເກົ່າ ແລະ ຄວາມໃໝ່” ໂດຍທີ່ທຸກຄົນຈະເຫັນຕຶກຊົງເກົ່າແບບຝຣັ່ງ ແລະ ຕຶກສູງງາມແບບສະໄໝໃໝ່. ​

ອ່ານຕື່ມ:  ຊວນໄປຍ່າງຫຼິ້ນ-ຊັອບປິ້ງ ທີ່ງານຕະຫຼາດນັດ Laos-Korea Agro Fair 2025

​ນອກຈາກນີ້, ຍັງຈະພົບເຫັນວິຖີຊີວິດຄວາມວຸ່ນວາຍຂອງລົດຈັກຢູ່ເທິງຖະໜົນທີ່ເປັນເອກະລັກ ແຕ່ໃນເວລາດຽວກັນກໍມີການໃຊ້ຊີວິດດ້ວຍຈັງຫວະຊ້າໆ (Slow Life) ຂອງຄົນພື້ນທີ່ນັ່ງກິນກາແຟແຄມທາງ ທີ່ເປັນພາບຈຳທີ່ບໍ່ຄືປະເທດໃດເລີຍ ແລະ ຕ້ອງໄປສຳຜັດຢູ່ທີ່ຫວຽດນາມ ເທົ່ານັ້ນ.

Landing in Da Nang – ສຳຜັດວິຖີຊີວິດແບບສະບາຍໆ​

ບິນຈາກກົງຈາກວຽງຈັນປະມານຊົ່ວໂມງເຄິ່ງ (1:30 ນາທີ) ກໍຮອດດານັງ ແວ່ເຂົ້າເຊັກອິນທີ່ພັກແຖວແຄມທະເລ ພັກຜ່ອນໜ່ອຍໜຶ່ງກໍອອກໄປເລາະກິນ ຈັດເຕັມອາຫານຫວຽດ ທີ່ສາມາດກາລັນຕີຄວາມແຊບດ້ວຍ Michelin Bib Gourmand 2025 ກັບຮ້ານ Ăn Thôi.​

ໄປຖ່າຍຮູບເລີດໆຢູ່ Cafe Hopping ສຸດປັອບ!​

ຢູ່ໃກ້ໆກັນກໍມີຄາເຟ່ Hopping ສຸດປັອບ ຢູ່ນຳເດີ! ຕ້ອງບໍ່ພາດໄປເຊັກອິນຕໍ່ທີ່ຮ້ານ Cộng Cà Phê ສາຂາແຄມນ້ຳຮ່ານ (Han River) ເລີຍ. ຮັບຮອງວ່າຮ້ານນີ້ມີເອກະລັກບໍ່ຊ້ຳໃຜ ເພາະການຕົກແຕ່ງຮ້ານມີໂທນສີຂຽວຂີ້ມ້າໃຫ້ອາລົມແບບ Vintage  ແລະ ເຟີນີເຈີໄມ້ເກົ່າໆ ຄືໄດ້ຍ້ອນກັບໄປໃນສະໄໝຫວຽດນາມຍຸກເກົ່າ ແລະ ບັນຍາກາດກໍດີສຸດໆ.​

​Tips ເພີ່ມເຕີມ: ເນື່ອງຈາກເປັນສາຂາທີ່ມີຊື່ສຽງຄົນອາດຈະຫຼາຍໜ້ອຍໜຶ່ງ. ຖ້າຢາກໄດ້ຮູບແບບບໍ່ຕິດຄົນອື່ນ ແລະ ໄດ້ບ່ອນນັ່ງດີໆໃຫ້ໄປຊ່ວງເຊົ້າຈະດີທີ່ສຸດ.

ສະຖາປັດຕະຍະກຳທີ່ໂດດເດັ່ນແບບ Gothic ທີ່ໂບດ Da Nang Cathedral​

ຫ່າງອອກມາຈາກຮ້ານຄາເຟ່ປະມານ 600 ແມັດ ກໍມີສະຖາປັດຕະຍະກຳທີ່ສວຍງາມຢ່າງໂບດ Da Nang Cathedral ຫຼື ທີ່ຄົນທ້ອງຖິ່ນເອີ້ນວ່າ ໂບດກາວດ່າຍ (Con Ga Church) ເປັນໜຶ່ງໃນສັນຍາລັກທາງປະຫວັດສາດ ແລະ ສະຖາປັດຕະຍະກຳທີ່ໂດດເດັ່ນທີ່ສຸດໃນເມືອງດານັງ.

ໂບດນີ້ມີຮູບຊົງສະຖາປັດຕະຍະກຳແບບ Gothic ທີ່ທາດ້ວຍສີບົວອ່ອນສວຍງາມແປກຕາ ແລະ ປະດັບດ້ວຍແກ້ວສີ (Stained Glass) ຕາມແບບສະບັບໂບດໃນຢູໂຣບ ເຮັດໃຫ້ເປັນຈຸດດຶງດູດນັກທ່ຽວໃຫ້ມາຖ່າຍຮູບຫຼາຍທີ່ສຸດ.

ອ່ານຕື່ມ:  ລວມ 12 ສະຖານທີ່ງານວາງສະແດງສິລະປະ Lao Art Week 2025

ເບິ່ງຕາເວັນຕົກດິນທີ່ My Khe Beach​

ພໍແລງມາກໍໄປຍ່າງເລາະຫາດຊາຍແບບຊິວໆ ເພື່ອສຳຜັດວິຖີຊີວິດຂອງຄົນພື້ນທີ່ທີ່ມັກຈະໄປຫຼິ້ນນ້ຳທະເລ ຫຼື ແລ່ນ-ຍ່າງ ອອກກຳລັງກາຍແຄມຫາດຊາຍ ລອງນັ່ງປ່ອຍໃຈຟັງສຽງຄື້ນທະເລ ເບິ່ງຕາເວັນຕົກດິນທີ່ My Khe Beach.

ປ່ຽນບັນຍາກາດທີ່ພັກຢູ່ເຂດເມືອງເກົ່າ ຮອຍອັນ (Hoi An)​

ຮອຍອັນ (Hoi An) ມີສະເໜ່ທີ່ເຮັດໃຫ້ໃຜໆກໍຫຼົງຮັກ ຍ້ອນຕຶກແຖວເກົ່າສີເຫຼືອງມັດສະຕາດ ແລະ ຄວາມງາມຈາກແສງໄຟໂຄມໄຟຫຼາກຫຼາຍສີສັນທີ່ປະດັບປະດາໄວ້ເຕັມເມືອງ.​

ສະຖານທີ່ນັ້ນຍັງມີກິດຈະກຳຫຼາຍຢ່າງໃຫ້ເຮັດບໍ່ວ່າຈະເປັນ ການຍ່າງຫຼິ້ນຢູ່ຖະໜົນຄົນເດີນ Hoi An Ancient Town ຫຼື ຍ່າງຫຼິ້ນໃນເມືອງເກົ່າໄປຕາມຮ່ອມຕ່າງໆ ທຸກມຸມໃນເມືອງຄືຈຸດຖ່າຍຮູບ.​

​ຖ້າໃຜໄປຮອດເມືອງຮອຍອັນ ສິ່ງໜຶ່ງທີ່ພາດບໍ່ໄດ້ ແລະ ຕ້ອງລອງຄືກິດຈະກຳລ່ອງເຮືອກະດົ້ງຊົງກົມ (Hoi An Basket Boat) ທີ່ສານດ້ວຍໄມ້ໄຜ່, ເຮົາຈະໄດ້ເລາະຊົມຄວາມງາມຂອງປ່າໝາກພ້າວນ້ໍາ ແລະ ເບິ່ງການສະແດງການໝຸນເຮືອແບບຜາດໂຜນ ໂດຍນັກພາຍເຮືອທ້ອງຖິ່ນທີ່ມີຄວາມຊຳນານ.

ຈອງປີ້ຍົນລ່ວງໜ້າໄປທ່ຽວ ດານັງ-ຮອຍອັນ ກັບ ການບິນລາວ​

ຖ້າທຸກຄົນພ້ອມແລ້ວ ກໍກຽມຈອງປີ້ຍົນລ່ວງໜ້າ ເພື່ອໄປເປີດປະສົບການໃໝ່ທີ່ ດານັງ-ຮອຍອັນ ນຳກັນ! ຮີບຊວນແຟນ, ແທັກໝູ່ ຫຼື ພາຄອບຄົວໄປນຳກັນເລີຍ ເພາະຕອນນີ້ ການບິນລາວ ກັບມາເປີດ “ເສັ້ນທາງບິນກົງ ວຽງຈັນ-ດານັງ” ຄືນໃໝ່ແລ້ວ​

​ເລີ່ມບິນຕັ້ງແຕ່ວັນທີ 29 ມີນາ 2026 ເປັນຕົ້ນໄປ, ມີຖ້ຽວບິນທຸກວັນ ພະຫັດ ແລະ ອາທິດ ຈະບິນເວລາ 11:20–12:40 ໂມງ ຫຼື 13:50–15:10 ໂມງ ກໍໄດ້ເດີ. ຫຼັງຈາກນີ້, ຍິ່ງເຮັດໃຫ້ພວກເຮົາເດີນທາງໄດ້ສະດວກສະບາຍສຸດໆ ໂດຍທີ່ບໍ່ຕ້ອງຕໍ່ຍົນຫຼາຍເທື່ອແລ້ວ.

ອ່ານຕື່ມ:  ຖ້ຽວບິນວຽງຈັນ-ຫຼວງນໍ້າທາ ເປີດບິນຄືນແລ້ວ ພ້ອມໂປຣໂມຊັນປີ້ຍົນລາຄາພິເສດ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.