ເຄິ່ງປີທຳອິດຜ່ານໄປແບບງົງໆ… ມາ Reset ຮ່າງກາຍໃໝ່ເຄິ່ງປີຫຼັງ ກັບ 5 ງານ ແລ່ນ-ປັ່ນ-ເທຣລ ທົ່ວລາວ (2026)

ແບ່ງປັນ

ເຄິ່ງປີທຳອິດຜ່ານໄປແບບງົງໆ… ມາ Reset ຮ່າງກາຍໃໝ່ເຄິ່ງປີຫຼັງ ກັບ 5 ງານ ແລ່ນ-ປັ່ນ-ເທຣລ ທົ່ວລາວ (2026)

26 May 2026 10

ແປັບໆກໍຜ່ານມາເຄິ່ງປີ 2026 ແລ້ວ ຮູ້ສຶກວ່າເວລາຜ່ານໄປໄວແຮງ. ໃຜທີ່ຕັ້ງເປົ້າ New Year’s Resolution ໄວ້ຕັ້ງແຕ່ຕົ້ນປີວ່າ ຊິ Reset ຫຸ່ນ, ຊິຟິດ, ຊິເປັນຄົນໃໝ່, new year new me, ຕ່າງໆ ນາໆ ແຕ່ຕອນນີ້ສິ່ງທີ່ຟິດມີແຕ່ເຄື່ອງນຸ່ງເທົ່ານັ້ນ… ບໍ່ຕ້ອງເສຍໃຈໄປ ເພາະເຄິ່ງປີຫຼັງນີ້ເຮົາຍັງມີໂອກາດແກ້ໂຕຢູ່.

ມື້ນີ້ ມ່ວນຊວນໄປ ເລີຍແວ່ມາເຄາະປະຕູຫ້ອງ ຊວນທຸກຄົນລຸກຂຶ້ນມາ Active ອີກເທື່ອ, ເພາະທາງ Green Step ເພິ່ນໄດ້ປ່ອຍຕາຕະລາງກິດຈະກຳກີລາແບບຈັດເຕັມ 5 ງານທົ່ວລາວ ຕັ້ງແຕ່ປາກເຊ ຈົນຮອດ ຫຼວງພະບາງ. ມີຄົບທັງສາຍປັ່ນລົດຖີບ, ສາຍແລ່ນ ແລະ ສາຍລຸຍປ່າ.

ງານນີ້ບໍ່ເນັ້ນໄປແຂ່ງກັບໃຜເດີ ເພາະເຮົາຕ້ອງແຂ່ງກັບໃຈໂຕເອງໃຫ້ລຸກຈາກບ່ອນນອນໃຫ້ໄດ້ກ່ອນ ຮະໆ. ມັກ Vibe ໃດ ໄຫວ Level ໃດ… ມາເບິ່ງນຳກັນ ແລ້ວເລືອກງານທີ່ແມ່ນສຳເຮົາທີ່ສຸດກັນເລີຍ!

1. Audax Laos, ແຂວງຄຳມ່ວນ

  • 📅 ວັນທີຈັດງານ: 12 ກໍລະກົດ 2026
  • 📍 ສະຖານທີ່: ແຂວງຄຳມ່ວນ
  • 👀 Vibe ຂອງງານ: ປັ່ນທຸບສະຖິຕິໂຕເອງ, ບໍ່ເນັ້ນຄວາມໄວ ແຕ່ເນັ້ນຄວາມທົນ
ອ່ານຕື່ມ:  ລວມງານແລ່ນຕົ້ນປີ 2026 ຊວນທຸກຄົນຢຸດແລ່ນຕາມສິ່ງທີ່ເປັນໄປບໍ່ໄດ້ ແລ້ວມາແລ່ນເພື່ອໂຕເອງ

ເປີດກິດຈະກຳທຳອິດຂອງເຄິ່ງປີຫຼັງດ້ວຍ Audax Laos ກິດຈະກຳປັ່ນລົດຖີບທາງໄກສຳລັບຄົນຫົວໃຈແຂງແຮງ. ບອກກ່ອນວ່າງານນີ້ບໍ່ມີການຈັດອັນດັບ ບໍ່ຕ້ອງກົດດັນວ່າຊິໄດ້ຫຼຽນຄຳ ຫຼື ບໍ່ ແຕ່ຄວາມທ້າທາຍມັນຢູ່ທີ່ ການປັ່ນໃຫ້ໄດ້ໄລຍະທາງໄກທີ່ສຸດພາຍໃນເວລາທີ່ກຳນົດ.

ຕອນນີ້ເພິ່ນຍັງບໍ່ທັນປະກາດເສັ້ນທາງ ແລະ ວັນເປີດຮັບສະໝັກ, ແຕ່ປັກໝຸດວັນທີໄວ້ໃນປະຕິທິນເລີຍ. ໄປປັ່ນຮັບລົມເຢັນໆ ແລະ ສຳຜັດທຳມະຊາດງາມໆ ຢູ່ຄຳມ່ວນນຳກັນ.

2. Bike to the Rock Season 4, ນະຄອນຫຼວງວຽງຈັນ ແລະ ຄຳມ່ວນ

  • 📅 ວັນທີຈັດງານ: 19-20 ກັນຍາ 2026
  • 🛣️ ໄລຍະທາງ: 268 km (ວຽງຈັນ – The Rock ພູຜາມ່ານ) ແລະ 135 km (ທ່າແຂກ – The Rock ພູຜາມ່ານ)
  • 👀 Vibe ຂອງງານ: ສາຍ Challenge ທາງໄກ + ສາຍຮັກໂລກ

ກັບມາເປັນປີທີ 4 ແລ້ວ ກັບງານປັ່ນລົດຖີບທີ່ໂຄດຈະເລີດ ແລະ ໄດ້ມິດຕະພາບແບບຈັດເຕັມ. ງານນີ້ ເຮົາຈະໄດ້ປັ່ນລົດຖີບໄລຍະທາງຍາວຮ່ວມກັບຊຸມຊົນນັກປັ່ນລາວ ໂດຍມີຈຸດໝາຍປາຍທາງສຸດຟິນຢູ່ທີ່ The Rock ພູຜາມ່ານ, ເມືອງຫີນບູນ, ແຂວງຄຳມ່ວນ. ທີ່ສຳຄັນຄື ນີ້ກຄືການປັ່ນຊ່ວຍໂລກຂອງແທ້ ເພາະເງິນບໍລິຈາກໃນກິດຈະກຳນີ້ຈະຖືກມອບເຂົ້າວຽກງານອະນຸລັກສັດປ່າໃນລາວ. ໄດ້ທັງກົ້ນທັງຂາທີ່ກະຊັບ ທັງໄດ້ຊ່ວຍນ້ອງໆສັດປ່າ ດີຕໍ່ໃຈແຮງ.

3. Mekong Half Marathon, ນະຄອນຫຼວງວຽງຈັນ

  • 📅 ວັນທີຈັດງານ: 27 ກັນຍາ 2026
  • 🏃‍♂️ ໄລຍະທາງ: 5 km, 10 km ແລະ 21 km
  • 👀 Vibe ຂອງງານ: City Run ໝູ່ຊວນເລາະ, ຕື່ນເຊົ້າມາຮັບພະລັງບວກ
ອ່ານຕື່ມ:  ລວມງານແລ່ນຕົ້ນປີ 2026 ຊວນທຸກຄົນຢຸດແລ່ນຕາມສິ່ງທີ່ເປັນໄປບໍ່ໄດ້ ແລ້ວມາແລ່ນເພື່ອໂຕເອງ

ໃຜເປັນສາຍແລ່ນທີ່ມັກແລ່ນຕອນເຊົ້າ ຕ້ອງງານນີ້ເລີຍ, Mekong Half Marathon ຈະພາເຈົ້າໄປແລ່ນຮັບລົມເຢັນໆ ຕັດກັບແສງແດດອ່ອນໆ ຕາມແຄມແມ່ນ້ຳຂອງຂອງນະຄອນຫຼວງວຽງຈັນ ຮ່ວມກັບນັກແລ່ນຈາກທົ່ວພາກພື້ນ.

ເພິ່ນມີໄລຍະໃຫ້ເລືອກຕາມຄວາມຟິດໃຜລາວ, ໃຜສາຍ Content ຢາກມາແລ່ນເອົາມ່ວນຖ່າຍຮູບຈອຍໆ ກໍຈັດ 5 km, ໃຜຢາກ Challenge ຂຶ້ນມາແດ່ກໍ 10 km ຫຼື 21 km. ແລ່ນແລ້ວແວ່ກິນເຂົ້າປຽກຕໍ່ ອຸບສ໌… ບອກເລີຍວ່າເປັນວັນອາທິດທີ່ສົມບູນແບບ!

4. Luang Prabang Trail, ນະຄອນຫຼວງພະບາງ

  • 📅 ວັນທີຈັດງານ: 10-11 ຕຸລາ 2026
  • 🌲 ໄລຍະທາງ: 10 km, 16 km, 30 km ແລະ 75 km
  • 👀 Vibe ຂອງງານ: ສາຍລຸຍ, ຄົນຮັກປ່າ, ຢາກໄປປ່ອຍຈອຍຢູ່ເມືອງມໍລະດົກໂລກ

ແລ່ນທາງລຽບມັນເລີ່ມຈຳເຈ… ລອງມາອັບເລເວລເປັນສາຍແລ່ນລຸຍປ່າ (ວິບາກ) ຫຼື Trail ນຳກັນບໍ່? ງານນີ້ Luang Prabang Trail ຈະພາເຮົາຫຼຸດພົ້ນຈາກຄວາມວຸ່ນວາຍໃນເມືອງ ໄປແລ່ນຜ່ານເສັ້ນທາງທຳມະຊາດ, ປ່າເຂົາ ແລະ ວິຖີຊີວິດຂອງເມືອງມໍລະດົກໂລກໃນມຸມມອງໃໝ່ ທີ່ບໍ່ມີໃນ Google Maps.

ໃຜເປັນສາຍ Ultra ຢາກວາງມວຍກັບຮ່າງກາຍ ເພິ່ນມີໄລຍະໂຫດ 75 km ໃຫ້ລອງນຳອີກ. ຊ້ອມຫົວເຂົ່າມາດີໆ ແລ້ວໄປເຈິກັນຢູ່ຫຼວງພະບາງເດີທຸກຄົນ.

ອ່ານຕື່ມ:  ລວມງານແລ່ນຕົ້ນປີ 2026 ຊວນທຸກຄົນຢຸດແລ່ນຕາມສິ່ງທີ່ເປັນໄປບໍ່ໄດ້ ແລ້ວມາແລ່ນເພື່ອໂຕເອງ

5. Pakse Half Marathon, ແຂວງຈຳປາສັກ

  • 📅 ວັນທີຈັດງານ: 8 ພະຈິກ 2026
  • 🏃‍♂️ ໄລຍະທາງ: 5 km, 14 km ແລະ 21 km
  • 👀 Vibe ຂອງງານ: ປ່ຽນບ່ອນແລ່ນ ໄປແຊະຮູບ ແລະ ຫາແນວກິນແຊບໆແດນໃຕ້

ປິດທ້າຍ Season ເຄິ່ງປີຫຼັງດ້ວຍການລົງໃຕ້ ໄປສຳຜັດສະເໜ່ແຫ່ງແດນຈຳປາສັກ ກັບງານ Pakse Half Marathon. ປ່ຽນບັນຍາກາດການແລ່ນມາຮັບບັນຍາກາດດີໆ ແລະ ວິຖີຊີວິດທີ່ໜ້າຮັກຂອງຊາວປາກເຊ. ງານນີ້ເໝາະສຸດໆທີ່ຈະຊວນແຟນ ຫຼື ກຸ່ມໝູ່ສະໜິດໄປແລ່ນນຳກັນ ແລ້ວຖືໂອກາດວາງແຜນທ່ຽວພາກໃຕ້ຕໍ່ແບບຍາວໆ ໄປນັ່ງຈິບກາເຟຢູ່ປາກຊ່ອງຕໍ່ໃຫ້ຟິນໄປເລີຍກໍຍັງໄດ້.

ເຫັນບໍ່? Green Step ເພິ່ນຄັດມາໃຫ້ຄົບທຸກແບບແທ້ໆ. ເຄິ່ງປີຫຼັງນີ້ຢ່າປ່ອຍໃຫ້ມັນຜ່ານໄປແບບເບື່ອໆ ຢູ່ໜ້າຈໍໂທລະສັບລ້າໆເລີຍ. ລອງເລືອກຈັກງານ ທີ່ຄິດວ່າ ເອີ! ໂຕນີ້ແຫຼະທີ່ຢາກລອງ ແລ້ວຟ້າວໄປຊອກຊື້ເກີບ, ຊອກຊ້ອມຮ່າງກາຍໄວ້ເລີຍ.

ມາເຮັດໃຫ້ເຄິ່ງປີຫຼັງ 2026 ນີ້ ຮ່າງກາຍເຮົາ ສະຕຣອງ ສະຕຣອງ ສະຕຣອງ ແລະ ໄດ້ອອກໄປເຫັນໂລກກວ້າງນຳກັນ.

ພາບປະກອບ: Green Step

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.