ຊ່ວງນີ້ໃຜເລາະໃນນະຄອນຫຼວງວຽງຈັນ ຄືຊິເຫັນແລ້ວວ່າເມືອງເຮົາກຳລັງເບັ່ງບານແຮງ! ເຖິງອາກາດຈະຮ້ອນສ່ຳໃດ ແຕ່ກໍຍັງມີຄວາມສວຍງາມຂອງດອກໄມ້ລະດູຮ້ອນມາຮີລໃຈ.
ຕອນນີ້ກຳລັງເກີດກະແສ Flower Fever ທີ່ໄວໜຸ່ມ Gen Z ພາກັນຈອດລົດແວ່ຖ່າຍຮູບກັບດອກໄມ້ແຄມທາງ ປ່ຽນຟຸດບາດທຳມະດາໃຫ້ກາຍເປັນ Studio ສຸດ Aesthetic ໃຫ້ Vibe ຄືກັບຫຼຸດອອກມາຈາກກ້ອງຟິມ.
ຕັ້ງແຕ່ເດືອນມີນາ ຫາ ພຶດສະພາ ວຽງຈັນຈະປ່ຽນສີໄປຕາມຊະນິດຂອງດອກໄມ້ ມື້ນີ້ເຮົາເລີຍຈະພາໄປຮູ້ຈັກພວກເຂົາໃຫ້ຫຼາຍຂຶ້ນ ພ້ອມບອກພິກັດທີ່ເຈົ້າຄວນຖືຊຸດໄປປ່ຽນຖ່າຍຮູບດ່ວນ!
ເລີ່ມຕົ້ນດ້ວຍສີເຫຼືອງທອງທີ່ໂດດເດັ່ນທີ່ສຸດໃນຍາມຮ້ອນ ກໍຄື ດອກຄູນ ຫຼື ທີ່ມີຊື່ພາສາອັງກິດວ່າ Golden Shower Tree (ຊື່ວິທະຍາສາດ: Cassia fistula).
ດອກຄູນຄືສັນຍາລັກຂອງຄວາມສົດໃສ ແລະ ການເລີ່ມຕົ້ນໃໝ່. ຈຸດທີ່ Gen Z ພາກັນໄປແຫ່ຖ່າຍຮູບຫຼາຍທີ່ສຸດກໍຄືບໍລິເວນ ອ້ອມຮອບປະຕູໄຊ ທີ່ດອກຄູນຈະບານຍ້ອຍລົງມາເປັນຊໍ່ໆ ຕັດກັບທ້ອງຟ້າສີຟ້າເຂັ້ມ ບອກເລີຍວ່າຖ່າຍມຸມໃດກໍລອດ ໃຫ້ Vibe ຄວາມເປັນລະດູຮ້ອນແບບຕະໂກນ.
ຕໍ່ມາແມ່ນສີມ່ວງ-ບົວ ອ່ອນຫວານທີ່ເຮັດໃຫ້ຖະໜົນໃນວຽງຈັນເບິ່ງ Soft ງາມຂຶ້ນເທົ່າຕົວ ນັ້ນກໍຄື ດອກກາກະເລົາ ຫຼື ອີກຊື່ໜຶ່ງແມ່ນ ອິນທະນິນ ຫຼື Queen’s Flower (ຊື່ວິທະຍາສາດ: Lagerstroemia speciosa).
ດອກໄມ້ຊະນິດນີ້ສາມາດພົບໄດ້ທົ່ວໄປຕາມແຄມທາງ ແລະ ສວນສາທາລະນະທົ່ວນະຄອນຫຼວງ. ດ້ວຍພຸ່ມດອກທີ່ໜາ ແລະ ສີທີ່ລະມຸນ ມັນເລີຍໃຫ້ຄວາມຮູ້ສຶກຄືກັບເຮົາກຳລັງຍ່າງຢູ່ໃນປະເທດຍີ່ປຸ່ນ ຫຼື ເກົາຫຼີ ໃຜມັກແນວ Dreamy ເລັກນ້ອຍ ຕ້ອງມາຫາສີມ່ວງຂອງອິນທະນິນເລີຍ.
ປິດທ້າຍດ້ວຍສີຂາວແບບ Classic ທີ່ຢູ່ຄູ່ບ້ານຄູ່ເມືອງເຮົາມາຕະຫຼອດ ນັ້ນກໍຄື ດອກຈຳປາ ຫຼື Frangipani (ຊື່ວິທະຍາສາດ: Plumeria).
ດອກຈຳປາບໍ່ໄດ້ມີດີແຕ່ຄວາມຫອມ ແຕ່ຮູບຊົງຂອງມັນຍັງມີຄວາມ Minimalist ສູງແຮງ. ເຮົາສາມາດພົບດອກຈຳປາໄດ້ທົ່ວໄປຕາມແຄມທາງ, ວັດວາອາຮາມ ແລະ ສວນສາທາລະນະເຈົ້າອະນຸວົງ. ບໍ່ວ່າຈະເປັນການຖ່າຍຮູບຄູ່ກັບຕົ້ນຈຳປາ ຫຼື ການຈັບດອກທີ່ຫຼົ່ນລົງມາເໜັບຫູ ກໍໃຫ້ Vibe ທີ່ເບິ່ງເທ້ ແລະ ມີເອກະລັກສະເພາະໂຕ. ມັນຄືຄວາມງາມແບບລຽບງ່າຍ ທີ່ບໍ່ວ່າເວລາຈະຜ່ານໄປດົນສ່ຳໃດ ກໍຍັງຄົງເປັນ Flower ທີ່ Gen Z ຈັບມາຖ່າຍຮູບໄດ້ຕະຫຼອດ.
ການອອກໄປຖ່າຍຮູບດອກໄມ້ໃນຊ່ວງນີ້ ບໍ່ແມ່ນພຽງແຕ່ການໄດ້ຮູບງາມໆລົງໂຊຊຽວເທົ່ານັ້ນ ແຕ່ມັນຄືການໄດ້ໃຊ້ເວລາອອກໄປສຳຜັດກັບສີສັນຂອງທຳມະຊາດໃນເມືອງຫຼວງ.
ໃຜທີ່ກຳລັງຊອກຫາ “ແຮງບັນດານໃຈ” ໃໝ່ໆ ລອງລຸກຂຶ້ນມາແຕ່ງໂຕໃຫ້ເຂົ້າກັບສີດອກໄມ້ທີ່ມັກ ແລ້ວອອກໄປເລາະວຽງຈັນເບິ່ງ ບາງທີຄວາມຮ້ອນຂອງເດືອນມີນາ-ພຶດສະພາ ອາດຈະກາຍເປັນຄວາມມ່ວນທີ່ເຈົ້າບໍ່ເຄີຍຄິດມາກ່ອນກໍໄດ້.


