ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips Black Cat vs Golden Retriever ຄູ່ຂອງເຈົ້າເປັນແນວໃດ? ລອງ Check Energy?
Muan RelationTips

Black Cat vs Golden Retriever ຄູ່ຂອງເຈົ້າເປັນແນວໃດ? ລອງ Check Energy?

ແບ່ງປັນ

ໃຜເຄີຍໄດ້ຍິນຄວາມສຳພັນລະຫວ່າງ Black Cat energy ແລະ Golden Retriever energy ກັນແດ່? ເພາະຊ່ວງນີ້ຖືວ່າເປັນໄວຣັສກັນຢູ່ທີ່ຕິກຕ໋ອກ, ບັນດາ Creator ຈາກຕ່າງປະເທດ ເລີຍໄດ້ນຳທິດສະດີນີ້ມາເລົ່າໃຫ້ຟັງທີ່ໄດ້ຍິນເທື່ອໃດກໍມັກຈະມີຊື່ຄູ່ນີ້ມາພ້ອມກັນຕະຫຼອດເລີຍ. ເຊິ່ງມັນໄດ້ອີງຈາກທິດສະດີຈິດຕະວິທະຍາທີ່ກ່ຽວກັບຄວາມຮັກຂອງຄົນສອງປະເພດທີ່ກົງກັນຂ້າມກັນຂອງຄູ່ຮັກທີ່ມີພະລັງງານຂອງແມວດຳ ແລະ ນ້ອງໂກຣເດີລທີ່ເປັນເຄມີລົງຕົວສຸດໆ.

ແລ້ວລະຫວ່າງ Black Cat vs Golden Retriever ມັນຄືຫຍັງ ແລະ ແຕກຕ່າງກັນແນວໃດ? ໃຜທີ່ຢາກຮູ້ວ່າຕົວເອງແມ່ນກົງກັບ energy ໃດ? ລອງມາ Check ກັນເລີຍດີກວ່າເນາະ.

1. Black Cat energy

ແມ່ນຄົນປະເພດທີ່ເປັນຄົນບໍ່ແລ່ນນຳໃຜ ແລະ ຈະບໍ່ປ່ຽນແປງຫຍັງເພື່ອໃຜ. ແຕ່ຈະປ່ຽນແປງໃຫ້ດີຂຶ້ນຕາມເປົ້າໝາຍຕົວເອງເທົ່ານັ້ນ. ສຳລັບຄົນທີ່ມີຄວາມເປັນ Black Cat ແມ່ນເລືອກທີ່ຈະຮັກ ແລະ ເຮັດເພື່ອຕົວເອງເປັນຫຼັກ, ເພາະເຈົ້າເປັນຄົນທີ່ເຫັນຄຸນຄ່າໃນຕົວເອງ ແລະ ເຊື່ອວ່າຈະເຈິກັບໃຜຈັກຄົນທີ່ເຫັນຄຸນຄ່າໃນຕົວຂອງລາວເຊັ່ນກັນ.

ຖ້າອີງຕາມນິໄສຂອງແມວດຳນັ້ນ, ຫຼາຍໆຄົນຄົງຈະສັງເກດເຫັນວ່າແມວດຳນັ້ນສະຫຼາດ ແລະ ໝັ້ນໃຈໃນຕົວເອງສູງ. ຈະມີຄວາມເລີດໆເຊີດໆແຕ່ກໍເຂົ້າເຖິງງ່າຍ, ຮັກຄວາມເປັນສ່ວນຕົວ, ຊັດເຈນ ແລະ ມັກອ້ອນໃນບາງເທື່ອ. ໃນມຸມມອງທີ່ເຈົ້າເປັນຄົນທີ່ກົງກັບປະເພດແມວດຳແມ່ນເປັນຄົນທີ່ຮັກໃຜກໍຮັກແທ້ ແຕ່ກໍບໍ່ໄດ້ທຸ້ມເທຈົນລືມຮັກຕົວເອງ.

ຖ້າເຖິງເວລາໃດກໍຕາມທີ່ເຈົ້າເຫັນວ່າເຂົາບໍ່ເຫັນຄ່າແລ້ວນັ້ນ, ເຈົ້າກໍພ້ອມຍົກມືຂຶ້ນເພື່ອບອກລາທັນທີ ຈະບໍ່ມີການມາຮ້ອງໄຫ້ເສຍໃຈໃຫ້ເສຍແຮງເພາະເຈົ້າມີຄວາມເຂັ້ມແຂງໃນຕົວສູງ ບໍ່ແປກໃຈເລີຍທີ່ເຈົ້າຈະເປັນຄົນທີ່ສະເໜ່ແຮງຈົນໃຜໆກໍສົນໃຈ.

2. Golden Retriever.

ແມ່ນເປັນຄົນທີ່ສົດໃສໜ້າຮັກ, ເປັນມິດອົບອຸ່ນ, ມີທັສະນະຄະຕິດີ ແລະ ເຕັມໄປດ້ວຍພະລັງງານໃນທາງບວກ. ຄົນປະເພດນີ້ມັກຈະເຂົ້າເຖິງໄດ້ງ່າຍ ແລະ ມັກເຮັດໃຫ້ສະບາຍໃຈເວລາຢູ່ໃກ້.

ສຳລັບຄົນທີ່ມີຄວາມເປັນ Golden Retriever ມີຄວາມກະຕືລືລົ້ນສູງ. ມັກມ່ວນ ແລະ ມັກເຮັດກິດຈະກໍາຕ່າງໆບໍ່ວ່າຈະເປັນວຽກ ຫຼື ກິດຈະກໍາການອື່ນໆ.

ອ່ານຕື່ມ:  ໂສດມາຕັ້ງແຕ່ເກີດ ຂໍອະນຸຍາດເປີດໂຕແຟນ ມືໃໝ່ຮຽນມີແຟນ ເຮັດແນວໃດຈຶ່ງຈະ work?

ຖ້າອີງຕາມນິໄສຂອງນ້ອງໝາໂກຣເດີລນີ້ ໝາຍຄວາມວ່າເຈົ້າເປັນຄົນຊື່ສັດ ແລະ ມັກຊ່ວຍເຫຼືອສະໜັບສະໜຸນຄົນອື່ນພ້ອມທີ່ຈະສ້າງຄວາມສຸກໃຫ້ຄົນອ້ອມຂ້າງສະເໝີ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ໂສດ 100% ເພາະມີ Self-Partnered ການສ້າງຄວາມສຳພັນທີ່ໝັ້ນຄົງຕ້ອງເລີ່ມຈາກໂຕເອງ

Self-Partnered ການມີຄວາມສຸກຢູ່ກັບໂຕເອງດ້ວຍຄວາມເຕັມໃຈ ບໍ່ແມ່ນວ່າຈະ "ປະຕິເສດທີ່ຈະຮັກ" ແຕ່ພວກເຂົາຮຽນຮູ້ວ່າ "ຄວາມສຳພັນທີ່ໝັ້ນຄົງທີ່ສຸດແມ່ນເລີ່ມຈາກໂຕເອງ".

ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ?

ໂສດຈົນເມື່ອຍລະເດີ! ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ? ນີ້ເປັນບັນຫາລະດັບຊາດສຳລັບຊາວເຮົາ ແລ່ວຈະເຮັດແນວໃດຈຶ່ງຈະມີແຟນຈັກເທື່ອ? ນີ້ແມ່ນວິທີແກ້ໄຂສຳລັບຄົນທີ່ມັກຢູ່ຕິດຢ້າວຕິດເຮືຶອນ.

10/10 ວັນສໍາຄັນຂອງຄົນຄິດຫຼາຍ ຊວນດູແລສຸຂະພາບຈິດຕົນເອງເພື່ອພັດທະນາຄວາມສຳພັນ

ຄິດຫຼາຍ, ວິຕົກກັງວົນ ແລະ ໃສ່ໃຈຄວາມຮູ້ສຶກຄົນອື່ນຫຼາຍເກີນໄປ ທຸກຄົນເປັນແບບນັ້ນກັນບໍ່? ພ້ອມກັບມີຄວາມຮູ້ສຶກວ່າການໃຊ້ຊີວິດໃນແຕ່ລະມື້ມັນຄືເມື່ອຍແທ້? ຈົນເຮັດໃຫ້ຄວາມຮັກ, ຄວາມສຳພັນ ຫຼື ສິ່ງທີ່ຢູ່ອ້ອມຕົວເຮົາມັນສົ່ງຜົນກະທົບຕໍ່ຈິດໃຈຂອງເຮົາໂດຍບໍ່ຮູ້ຕົວ ແລະ ບໍ່ເປັນໄປຕາມໃຈຕ້ອງການ....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.