ແຮງໃຈດີກໍແຮງຖືກເອົາປຽບແມ່ນແທ້ບໍ?! ທຸກຄົນຄິດວ່າແນວໃດກັບເລື່ອງນີ້?… ເມື່ອຄວາມໃຈດີຫຼາຍເກີນໄປອາດຍ້ອນກັບມາທຳຮ້າຍໂຕເຮົາເອງ ແລ້ວເຮົາຍັງຈະຕ້ອງໃຈດີຢູ່ແບບນີ້ຕໍ່ອີກບໍ? ຕັ້ງແຕ່ນ້ອຍຈົນໃຫຍ່ມາເຮົາຖືກສອນຢູ່ສະເໝີວ່າ ໃຫ້ເຮັດດີນໍາຜູ້ອື່ນ, ຕ້ອງຮູ້ຈັກແບ່ງປັນ, ເຫັນອົກເຫັນໃຈຜູ້ອື່ນ ແລະ ຊ່ວຍເຫຼືອຜູ້ອື່ນເທົ່າຄວາມສາມາດທີ່ເຮົາຈະຊ່ວຍໄດ້.
ແນ່ນອນວ່າການເປັນຄົນຈິງໃຈ ແລະ ຈິດໃຈດີ ເປັນສິ່ງທີ່ເຮັດໃຫ້ຄົນຮັກຄົນແພງ ແລະ ໜ້ານັບຖືໃນສັງຄົມ ແຕ່ຄົງຈະເປັນຕາຢູ່ຂຶ້ນຖ້າມີຄົນແບບນີ້ຫຼາຍໆ ເພາະຫາກເບິ່ງໃນແງ່ຂອງໂລກແຫ່ງຄວາມເປັນຈິງແລ້ວ ການທີ່ເປັນຄົນໃຈດີອາດຈະເປັນເລື່ອງທີ່ບໍ່ດີພໍປານໃດ ໃນບາງເທື່ອອາດຖືກທຳຮ້າຍຈິດໃຈເອົາງ່າຍໆ ແລະ ສຸດທ້າຍກໍເຮັດໃຫ້ເຮົາເກີດຄວາມລຳບາກໃຈ ພ້ອມທັງກາຍເປັນການສ້າງຄວາມທຸກໃຫ້ຕົນເອງແບບບໍ່ຕັ້ງໃຈເອົາຊື່ໆ. ແລ້ວລິມິດສຳໃດທີ່ເຮົາຄວນຮູ້ວ່າຄວນພໍ ບໍ່ຕ້ອງໃຫ້ຄວາມຊ່ວຍເຫຼືອ ແລະ ເມດຕາກັບບຸກຄົນແບບນີ້ແລ້ວ, ມື້ນີ້ມ່ວນຈະພາທຸກຄົນມາສັງເກດພຶດຕິກຳຂອງໂຕເອງທີ່ບອກໄດ້ວ່າເຮົາຕ້ອງໃຈແຂງເຫັນແກ່ໂຕແນ່, ພໍໄດ້ແລ້ວກັບຄວາມໃຈດີກັບ 4 ຂໍ້ຕໍ່ໄປນີ້ເຮົາໄປເບິ່ງນຳກັນເລີຍ.
1. ມັກຖືກເອົາປຽບ
ຄົນໃຈດີສ່ວນຫຼາຍມັກຈະເປັນຄົນທີ່ອິດູຕົນ, ໃຈອ່ອນ ແລະ ມັກຊ່ວຍເຫຼືອຜູ້ອື່ນຢູ່ຕະຫຼອດໆເປັນພະລັງບວກທີ່ເຮັດໃຫ້ຄົນອ້ອມຂ້າງມີຄວາມສຸກ ແຕ່ໃນຄະນະດຽວກັນນິໄສແບບນີ້ກໍກາຍເປັນຈຸດອ່ອນທີ່ເຮັດໃຫ້ຄົນນິໄສບໍ່ດີມັກມາເອົາປຽບ ແລະ ຫາຜົນປະໂຫຍດຈາກຄວາມໃຈດີຂອງເຮົາ. ຫຼາຍເທື່ອທີ່ຄວາມໃຈດີຂອງເຮົາມັກຖືກເບິ່ງຂ້າມຢູ່ຕະຫຼອດໆ, ຄົນກໍບໍ່ຄ່ອຍໃຫ້ຄວາມເກງໃຈ ແລະ ພໍຈະຫັນໄປຂໍຄວາມຊ່ວຍເຫຼືອຄືນເບິ່ງແດ່ກໍບໍ່ມີໃຜໃຫ້ຄວາມສົນໃຈ ແລະ ບໍ່ໃຫ້ຄວາມສຳຄັນເລີຍ.
2. ມັກຖືກຄາດຫວັງ
ພໍເຮົາເປັນຄົນໃຈດີເຮົາມັກຈະຖືກຄົນອ້ອມຂ້າງ ແລະ ສັງຄົມຄາດຫວັງວ່າເຮົາຈະຕ້ອງໃຈດີແບບນີ້ຕະຫຼອດໄປ ຖ້າຍາມໃດກໍຕາມທີ່ເຮົາເລີ່ມປະຕິເສດຄວາມຊ່ວຍເຫຼືອ ຫຼື ເຮັດຕາມຄວາມຕ້ອງການຂອງຄົນອື່ນ ຕອນນັ້ນເຮົາຈະກາຍເປັນຄົນນິໄສບໍ່ດີ ແລະ ຖືກເບິ່ງເປັນຄົນໃຈດຳ, ຂີ້ຖີ່ ພ້ອມທັງເຫັນແກ່ໂຕທັນທີ່. ບອກເລີຍໃຜທີ່ພົບເຫດການເຫຼົ່ານີ້ຈະເຂົ້າໃຈດີທີ່ສຸດ ແລະ ຮູ້ເລີຍວ່າມັນເປັນອີ່ຫຍັງທີ່ໂຄດເສຍໃຈ ແບບເຈັບໃຈພ້ອມ ເຊິ່ງເຮົາເອງກໍບໍ່ສາມາດຫ້າມຄວາມຄິດໃຜໄດ້ ແຕ່ມັນກໍເຮັດໃຫ້ເຮົາລຳບາກໃຈຢູ່ຝ່າຍດຽວ.
3. ມັກໂທດໂຕເອງເກັ່ງ
ຄົນໃຈດີກໍມັກຈະໃຫ້ອະໄພຄົນອື່ນຢູ່ຕະຫຼອດໆ ພໍມີຄວາມຜິດພາດຫຍັງເກີດຂຶ້ນ ຫຼາຍຄົນກໍມັກທີ່ຈະເລືອກໂທດໂຕເອງໄວ້ກ່ອນ ທັງທີ່ປັນຫານັ້ນມັນອາດຈະບໍ່ໄດ້ເກີດຍ້ອນເຮົາດ້ວຍສ້ຳ ຈົນບາງເທື່ອຕ້ອງກາຍເປັນວ່າເຮົາຕ້ອງແບກເອົາຄວາມຮູ້ສຶກທີ່ບໍ່ດີໄວ້ຝ່າຍດຽວ ແລະ ເກັບໄວ້ກັບໂຕເອງຫຼາຍເກີນໄປແບບບໍ່ຮູ້ໂຕ.
4. ລືມໃຈດີກັບໂຕເອງ
ບາງເທື່ອເຮົາອາດຈະໃຈດີກັບຄົນອື່ນຫຼາຍເກີນໄປຈົນລືມນຶກເຖິງໃຈຄົນສຳຄັນທີ່ສຸດໃນຊີວິດນັ້ນກໍຄື ໂຕເຮົາເອງ ໃນເມື່ອເຮົາຊ່ວຍເຫຼືອ ແລະ ເຮັດເພື່ອຄົນອື່ນມາຫຼາຍຢ່າງແລ້ວເຮົາກໍຄວນກັບມາເບິ່ງແຍງໂຕເອງແດ່ ໃນໂລກນີ້ຄົງຈະບໍ່ມີໃຜໃຈດີກັບເຮົາໄດ້ຫຼາຍກວ່າໂຕເຮົາເອງແລ້ວ. ສະນັ້ນ, ໃຈດີກັບໂຕເອງແດ່, ຮັກໂຕເອງໃຫ້ຫຼາຍໆ, ຕາມໃຈເອງດຸໆແດ່ ມັນບໍ່ເປັນຫຍັງເລີຍຖ້າເຮົາຈະລະເລີຍຜູ້ແດ່ຈັກເທື່ອ ເພື່ອມາໂຟກັດ ແລະ ຢູ່ກັບໂຕເອງ.
ເປັນຄົນໃຈດີກໍບໍ່ແມ່ນວ່າບໍ່ຄວນເປັນ ຫຼື ເປັນຄົນໃຈດຳໄປເຫັນແກ່ໂຕໄປເລີຍ ແຕ່ຖ້າເຮົາຈະໃຈດີກໍຕ້ອງໃຈດີໃຫ້ຖືກຄົນຖືກບ່ອນ. ເຮົາບໍ່ຮູ້ດອກວ່າໃຜຈະເປັນຄົນແນວໃດແຕ່ຖ້າຈະຊ່ວຍເຫຼືອກໍຕ້ອງຊ່ວຍເທົ່າທີ່ເຮົາຊ່ວຍໄດ້ບໍ່ເກີນໂຕ ແລະ ຖ້າຈຳເປັນຕ້ອງປະຕິເສດກໍຕ້ອງປະຕິເສດໂລດບອກຕົງໆ ບໍ່ແມ່ນຈະຍອມໄປໝົດທຸກຢ່າງ ເພາະຄວາມໃຈດີຂອງເຮົາບາງເທື່ອມັນກໍຄືມີດສອງຄົມທີ່ກັບມາປັກໃຈເຮົາຄືກັນ ແບກເອົາຄວາມທຸກ ສ້າງຄວາມໜັກໃຈໃຫ້ໂຕເອງບໍ່ຮູ້ໂຕ. ດັ່ງນັ້ນ, ຖ້າຈະໃຈດີກໍຢ່າລືມໃຈດີກັບໂຕເອງແດ່ເດີ້ທຸກຄົນ.
ໂດຍ: ທີມບັນນາທິການ Muan