ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips 5 ເຄັດລັບທີ່ເຮັດໃຫ້ຄົນລົມຮີບມາຕອບແຊັດ
Muan RelationTips

5 ເຄັດລັບທີ່ເຮັດໃຫ້ຄົນລົມຮີບມາຕອບແຊັດ

ແບ່ງປັນ
Getting your Trinity Audio player ready...

ຄູ່ຮັກໃນທຸກມື້ນີ້ສ່ວນໃຫຍ່ແມ່ນນິຍົມລົມກັນ, ຈີບກັນຜ່ານທາງແຊັດ ແລະ ບັນຫາທີ່ຕາມມາກໍຄື ຄູ່ສົນທະນາ ມັກຈະຕອບແຊັດຊ້າ ຫຼື ບາງເທື່ອກໍເມີນຂໍ້ຄວາມຂອງເຮົາກໍມີ, ສະນັ້ນມື້ນີ້ມ່ວນຈະມາເຜີຍແຜ່ 5 ເຄັດເກືອບລັບທີ່ເຮັດໃຫ້ຄູ່ສົນທະນາຂອງເຮົາບິນມາຕອບແຊັດ ໃຜທີ່ກຳລັງເຈິບັນຫານີ້ຕ້ອງອ່ານແລ້ວເອົາໄປລອງ!

1. ເມີນໃສ່ຄືນເຮັດບໍ່ສົນໃຈ.

ເປັນປົກກະຕິຂອງຄົນເຮົາທີ່ຈະບໍ່ມັກໃຫ້ຄົນອື່ນມາໄລ່ມາຕາມ ແຕ່ວ່າ ມັກເປັນຝ່າຍທີ່ຈະໄລ່ຄົນອື່ນຫຼາຍກວ່າ, ສະນັ້ນວິທີນີ້ເປັນວິທີທີ່ໜ້າສົນໃຈ ແຕ່ກໍຢາກໃຫ້ເຂົ້າໃຈວ່າວິທີນີ້ບໍ່ໄດ້ເໝາະສຳລັບທຸກຄົນ.

2. ລອງສົ່ງຮູບ ຫຼື Meme.

ການທີ່ເຮົາສົ່ງຮູບໜ້າຮັກໆໄປ ຫຼື ສົ່ງ Meme ຕະລົກໆ ເພື່ອທີ່ຈະເຮັດໃຫ້ຄູ່ສົນທະນາສົນໃຈເປັນວິທີທີ່ດີກວ່າການທີ່ຈະທັກໄປດ້ວຍຂໍ້ຄວາມທຳມະດາ “ ມື້ນີ້ເປັນແນວໃດ, ເຮັດຫຍັງຢູ່ ” ເອົາໄປລອງໃຊ້ເບິ່ງເດີ້ ຮັບປະກັນເລີຍວ່າຊິບໍ່ເສຍໃຈ.

3. ຊວນຫຼິ້ນເກມ.

ການຫຼິ້ນເກມເພື່ອເຮັດຄວານຮູ້ຈັກຜ່ານທາງຂໍ້ຄວາມເປັນສິ່ງທີ່ດີເລີຍທີ່ຈະເຮັດໃຫ້ຄູ່ສົນທະນາຂອງເຮົາຕອບຂໍ້ຄວາມແລ້ວຍັງຊ່ວຍເຮັດໃຫ້ຮູ້ຈັກອີກຝ່າຍຫຼາຍຂຶ້ນ. ອາດຈະເປັນເກມແນວ Q&A ທີ່ຕ່າງຝ່າຍຕ່າງປ່ຽນກັນຖາມຕອບ ຫຼື ເປັນເກມມືຖືທີ່ອີກຝ່າຍມັກ.

4. ເອິ້ນຊື່ຂອງອີກຝ່າຍ.

ຕາມຫົວຂໍ້ເລີຍ ເອີ້ນຊື່ຂອງອີກຝ່າຍ ແຕ່ບໍ່ຈຳເປັນຕ້ອງເອີ້ນຕະຫຼອດ ເອົາໄວ້ເອີ້ນຕອນທີ່ຄູ່ສົນທະນາເຮົາບໍ່ຕອບຂໍ້ຄວາມ ແນະນຳໃຫ້ເອີ້ນຊື່ແລ້ວລອງຖາມຄຳຖາມຫຍັງບາງຢ່າງ ມັນຈະເຮັດໃຫ້ບົດສົນທະນາໜ້າຫຼົງໄຫຼ ແລະ ຍັງເຮັດໃຫ້ອີກຝ່າຍຮູ້ສຶກດີ, ຮູ້ສຶກພິເສດ.

5. ຢ່າຊັດເຈນຫຼາຍເກິນໄປ.

ຮູ້ກັນວ່າຄວາມຊັດເຈນນັ້ນເປັນສິ່ງທີ່ສຳຄັນສຳລັບຄວາມຮັກ ແຕ່ບາງຄັ້ງກໍບໍ່ຄວນສະແດງອອກຫຼາຍຈົນເກີນໄປ ເພາະມັນຈະເບິ່ງຄືເຮົາກຳລັງຮຽກຮ້ອງຄວາມສົນໃຈຂອງອີກຝ່າຍຢູ່.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ໂສດ 100% ເພາະມີ Self-Partnered ການສ້າງຄວາມສຳພັນທີ່ໝັ້ນຄົງຕ້ອງເລີ່ມຈາກໂຕເອງ

Self-Partnered ການມີຄວາມສຸກຢູ່ກັບໂຕເອງດ້ວຍຄວາມເຕັມໃຈ ບໍ່ແມ່ນວ່າຈະ "ປະຕິເສດທີ່ຈະຮັກ" ແຕ່ພວກເຂົາຮຽນຮູ້ວ່າ "ຄວາມສຳພັນທີ່ໝັ້ນຄົງທີ່ສຸດແມ່ນເລີ່ມຈາກໂຕເອງ".

ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ?

ໂສດຈົນເມື່ອຍລະເດີ! ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ? ນີ້ເປັນບັນຫາລະດັບຊາດສຳລັບຊາວເຮົາ ແລ່ວຈະເຮັດແນວໃດຈຶ່ງຈະມີແຟນຈັກເທື່ອ? ນີ້ແມ່ນວິທີແກ້ໄຂສຳລັບຄົນທີ່ມັກຢູ່ຕິດຢ້າວຕິດເຮືຶອນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.