ໜ້າຫຼັກ Muan Specialty 5 ວີທີຮູ້ສຶກມີຄຸນຄ່າ ໂດຍບໍ່ຕ້ອງໃຫ້ໃຜມາບອກ
Muan SpecialtyWorking Tips

5 ວີທີຮູ້ສຶກມີຄຸນຄ່າ ໂດຍບໍ່ຕ້ອງໃຫ້ໃຜມາບອກ

ຄວາມຮູ້ສຶກວ່າມີຄ່າບໍ່ຄວນຂຶ້ນຢູ່ກັບການຮັບຮອງຈາກຜູ້ອື່ນ. ຄົ້ນພົບ 5 ວິທີທີ່ຊ່ວຍເສີມສ້າງຄວາມເຊື່ອໃນຕົນເອງ ແລະ ຄວາມຮູ້ສຶກວ່າມີຄ່າໃນແບບຂອງຕົນເອງ. ເຂົ້າໃຈຈຸດແຂງຂອງໂຕເອງ, ຊື່ນຊົມຄວາມສຳເລັດນ້ອຍໆ, ແລະ ເອົາຕົວເອງອອກຈາກການປຽບທຽບ. Feeling valued shouldn't depend on others' approval. Discover five powerful ways to cultivate self-worth and confidence on your own terms. Learn how to embrace your strengths, celebrate small victories, and break free from comparison. Start living with authenticity and purpose today!

ແບ່ງປັນ

ທຸກມື້ນີ້ຫຼາຍຄົນອາດກຳລັງຮູ້ສຶກວ່າ ຕົນເອງ “ຈະມີຄຸນຄ່າ” ກໍຕໍ່ເມື່ອໄດ້ຮັບການຍອມຮັບຈາກຫົວໜ້າ, ຄົນອ້ອມຂ້າງ ຫຼື ສັງຄົມອອນໄລນ໌ ບໍ່ວ່າຈະເຮັດວຽກຢູ່ໃສ ຄົນເຮົາຍ່ອມຕ້ອງການ ການຖືກຍອມຮັບໃນສັງຄົມບ່ອນເຮັດວຽກນັ້ນໆ ມັນໄດ້ກາຍເປັນມາດວັດສຳຄັນ ທີ່ຫຼາຍຄັ້ງເຮັດໃຫ້ເຮົາສັບສົນ ບາງຄົນພະຍາຍາມເປັນເໝືອນຄົນອື່ນ ທັງທີ່ຕົນເອງເກັ່ງໃນທາງຂອງຕົນເອງຢູ່ແລ້ວແຕ່ບໍ່ຮູ້ໂຕ.

ໃນຄວາມເປັນຈິງແລ້ວຄື “ຄຸນຄ່າ” ບໍ່ແມ່ນສິ່ງທີ່ຜູ້ໃດຈະມາມອບໃຫ້ໄດ້, ມັນຄືສິ່ງທີ່ໂຕເຮົາເອງຕ້ອງ ໃຊ້ຊີວິດໃຫ້ກົງກັບຄຸນຄ່າພາຍໃນຂອງໂຕເຮົາ ແລ້ວຄວາມຮູ້ສຶກມີຄຸນຄ່າຈະຄ່ອຍໆ ກັບມາໂດຍບໍ່ຕ້ອງຖ້າໃຜມາຕັດຣິບບິນ.

ມ່ວນສະເປຊຽວຕີ້ ຂໍຊວນມາຮູ້ຈັກກັບ 5 ວິທີເພື່ອໃຫ້ເຮົາ ຮູ້ຈັກກັບຄຸນຄ່າຂອງຕົນເອງໃນແວດລ້ອມຂອງການເຮັດວຽກຫຼາຍຂຶ້ນໄປນຳກັນ:

1. ກັບມາຮູ້ຈັກກັບໂຕເອງໃຫ້ເລິກຂຶ້ນ ຮູ້ວ່າໂຕເອງເປັນແນວໃດ ກ່ອນທີ່ຈະປ່ອຍໃຫ້ຄົນອື່ນມາກຳນົດ

ເມື່ອໃດກໍຕາມທີ່ເຮົາປ່ອຍໃຫ້ຄົນອື່ນກຳນົດຄວາມສຳເລັດຂອງເຮົາ, ເຮົາກໍມັກຈະຕາມຫາສິ່ງນັ້ນຢ່າງເມື່ອລ້າ ແລະ ຮູ້ສຶກຢູ່ຕະຫຼອດວ່າມັນບໍ່ເຂົ້າກັບຕົນເອງ. ລອງຢຸດພັກຄວາມຄິດພາຍນອກທັງປວງ ແລ້ວກັບມາຖາມໂຕເອງຄັກໆ ວ່າ “ໂຕເຮົານັ້ນຢາກເຕີບໃຫຍ່ໄປເປັນຄົນແບບໃດ?” ບໍ່ແມ່ນເພື່ອການປຽບທຽບ ແຕ່ເພື່ອເຮັດໃຫ້ແນ່ໃຈ.

ລອງຂຽນ ຄຸນຄ່າ ທີ່ເຮັດໃຫ້ເຮົາຮູ້ສຶກພູມໃຈໃນໂຕເອງອອກມາ ເຊັ່ນ: ຄວາມຊື່ສັດ, ຄວາມກ້າຫານ, ຄວາມເມດຕາກະຣຸນາ, ຄວາມຊ່າງສົງໄສ… ແລະໃຊ້ຄຸນຄ່າເຫຼົ່ານັ້ນເພື່່ອສະທ້ອນໃນການຕັດສິນໃຈ. (ໃຜທີ່ບໍ່ແນ່ໃຈວ່າ ຄຸນຄ່າໃນໂລກນີ້ມີຫຍັງແດ່ ລອງຊອກຄຳວ່າ list of values and beliefs ຫຼື ຖາມ A.I ຊ່ວຍກໍໄດ້)

ບາງຄັ້ງ ການເປັນຄົນທີ່ໃຈດີ, ສະໝ່ຳສະເໝີ ແລະ ຊື່ສັດກັບໂຕເອງ ແລະໂຕເຮົາພູມໃຈໃນສິ່ງນັ້ນ ເທົ່ານີ້ກໍມີຄ່າຕໍ່ໃຈຫຼາຍກວ່າຄຳຊົມຈາກຫົວໜ້າ ຫຼື ໃຜທັງປວງ.

2. ສະສົມໄຊຊະນະນ້ອຍໆ ໃນແຕ່ລະວັນ

ບໍ່ຈຳເປັນຕ້ອງຖ້າລາງວັນໃຫຍ່ ຫຼື ຄຳຊົມອະລັງການຈາກໃຜ ລອງເຮັດສິ່ງດີໆ ໃຫ້ກັບຕົນເອງ ແລະ ຄົນໃກ້ໆ ເຊັ່ນ: ຕື່ນມາຢຽດເສັ້ນຢຽດເອັນ ຮັບແສງແດດ, ຊ່ວຍວຽກບ້ານການເຮືອນໂດຍບໍ່ຕ້ອງມີໃຜບອກ ແລະ ບໍ່ໄດ້ຄາດຫວັງວ່າໃຜຈະມາເຫັນ, ຫຼື ໃຫ້ລາງວັນຕົນເອງເປັນຄວາມຮູ້ໃໝ່ໆ ຢ່າງຄ່ອຍເປັນຄ່ອຍໄປ ແບບງຽບໆ.

ຄວາມພູມໃຈຈາກຂ້າງໃນ ຈະຢູ່ກັບເຮົາດົນນານກວ່າຄຳຊົມທີ່ດັງພຽງຊົ່ວພິບຕາ.

3. ເຊົາພະຍາຍາມຮຽນແບບຄົນອື່ນທີ່ບໍ່ເຊື່ອມໂຍງຫຍັງກັບເຮົາ

ບາງຄັ້ງເຮົາເຜີຊື່ນຊົມຄົນບາງຄົນ ເຫັນວ່າເປັນ ຄົນກ້າລຸຍ, ຫຼື ລົມເກັ່ງ, ຊ່າງປາກຊ່າງວ່າ ກໍອອນຊອນຢາກຈະເປັນແບບນັ້ນແດ່ ບໍ່ແມ່ນຍ້ອນວ່າຄົນນັ້ນສະທ້ອນເຖິງຄຸນຄ່າທີ່ເຮົາຍຶດຖື ແຕ່ເພາະຄົນນັ້ນອາດຈະເປັນຄົນໂດດເດັ່ນ ເວົ້າເກັ່ງ ຫຼື ປະສົບຜົນສຳເລັດໃນແບບທີ່ສັງຄົມມັກ. ແຕ່ຖ້າເຮົາຊື່ນຊົມເຂົາເຈົ້າ ຢາກເປັນແບບເຂົາເຈົ້າໂດຍບໍ່ຮູ້ວ່າ ບໍ່ແມ່ນໄທບ໌ດຽວກັນ ບໍ່ແມ່ນແນວດຽວກັນ, ມັນຈະເປັນເຮັດໃຫ້ເຮົາເມື່ອຍກັບການພະຍາຍາມເປັນຄົນອື່ນ…ຈົນສຸດທ້າຍກໍກາຍເປັນຄວາມຮູ້ສຶກວ່າ ກຳລັງຫຼອກໂຕເອງ.

ອ່ານຕື່ມ:  "ໂດຍໄດ້" ຕອບຮັບວຽກ ແຕ່ບໍ່ເຂົ້າໃຈທີ່ຫົວໜ້າສັ່ງ ຄວນເຮັດແນວໃດດີ?

ລອງຖາມກັບໂຕເອງວ່າ: “ເຮົາມັກໄລຟ໌ສະໄຕລ໌ຂອງລາວແທ້ໆ ຫຼື ພຽງແຕ່ຢາກເປັນຄົນໝັ້ນໃຈແບບລາວຊື່ໆ”

ຈາກນັ້ນລອງກັບມາທົບທວນຄືນ ຄົ້ນຫາວ່າ ຄວາມໝັ້ນໃຈໃນແບບຂອງເຮົານັ້ນ ມັນໜ້າຕາເປັນແນວໃດ ແບບທີ່ບໍ່ຕ້ອງຄືໃຜນັ້ນເອງ.

ຢາກຈະເປັນຄົນເວົ້າຫຼາຍ, ກ້າລຸຍ, ຫຼື ເຫັນຄົນລົມເກັ່ງ, ຊ່າງປາກຊ່າງວ່າ ກໍອອນຊອນຢາກຈະເປັນແບບນັ້ນແດ່ ແຕ່ຄວາມເປັນຈິງຄົນເຮົາມີຈຸດແຂງກັນຄົນລະແບບ ເຊັ່ນ: ເຮົາອາດຈະເປັນຄົນລະອຽດ ຮອບຄອບ ໃນເລື່ອງໂຕເລກຂໍ້ມູນ ຫຼື ເຮົາອາດຈະເປັນຄົນທີ່ມີຄວາມເຂົ້າໃຈຄົນອື່ນໄດ້ເລິກເຊິ່ງ, ມີຄວາມເຫັນໃຈ, ບາງຄົນອາດຈະເປັນຄົນມັກຮຽນຮູ້ໄວ ແຕ່ບາງຄົນອາດຈະບໍ່ໄດ້ຫົວໄວ ແຕ່ພັດເປັນຄົນມີຄວາມຮັບຜິດຊອບສູງ. ບາງຄົນເກັ່ງເລື່ອງການປັບໂຕ ສ້າງຄອນເນັກຊັນງ່າຍ, ບາງຄົນໄກ່ເກ່ຍບັນຫາໄດ້ດີ…

ຄົນເຮົາບໍ່ສາມາດມີຈຸດແຂງໄປໝົດທຸກຢ່າງ ສະນັ້ນແຕ່ລະຄົນມີລັກສະນະທີ່ແຕກຕ່າງກັນ.

4. ປ່ຽນຈາກປຽບທຽບກັບເຂົາ ເປັນຮຽນຮູ້ຈາກເຂົາ

ທຸກຄັ້ງທີ່ຮູ້ສຶກວ່າ: “ເປັນຫຍັງໜໍ ເຮົາຄືບໍ່ເກັ່ງຄືຜູ້ນັ້ນ” ໃຫ້ຕັ້ງສະຕິໃຫ້ທັນ ແລະ ປ່ຽນຄວາມຄິດເປັນ “ແລ້ວເຮົາຈະເກັ່ງເລື່ອງໃດໄດ້ແດ່ ທີ່ຄົນອື່ນອາດຈະບໍ່ມີແບບເຮົາ?” ຄົນເຮົາມີຄວາມຖະໜັດ ຄວາມເກັ່ງ ທັກສະ ທີ່ສະສົມມາຈາກປະສົບການຊີວິດແຕກຕ່າງກັນ ທັງມາຈາກການລ້ຽງດູ ສະພາບແວດລ້ອມ ການສຶກສາອົບຮົມທີ່ໄດ້ຮັບແຕກຕ່າງກັນ. ເຊັ່ນ: ເຮົາອາດຈະເປັນຄົນລະອຽດ ຮອບຄອບ ໃນເລື່ອງໂຕເລກຂໍ້ມູນ ຫຼື ເຮົາອາດຈະເປັນຄົນທີ່ມີຄວາມເຂົ້າໃຈຄົນອື່ນໄດ້ເລິກເຊິ່ງ, ມີຄວາມເຫັນໃຈ, ບາງຄົນອາດຈະເປັນຄົນມັກຮຽນຮູ້ໄວ ແຕ່ບາງຄົນອາດຈະບໍ່ໄດ້ຫົວໄວ ແຕ່ພັດເປັນຄົນມີຄວາມຮັບຜິດຊອບສູງ. ບາງຄົນເກັ່ງເລື່ອງການປັບໂຕ ສ້າງຄອນເນັກຊັນງ່າຍ, ບາງຄົນໄກ່ເກ່ຍບັນຫາໄດ້ດີ…ຄົນເຮົາບໍ່ສາມາດມີຈຸດແຂງໄປໝົດທຸກຢ່າງ ສະນັ້ນແຕ່ລະຄົນມີລັກສະນະທີ່ແຕກຕ່າງກັນ.

ລອງຢຸດປຽບທຽບ ແລ້ວປ່ຽນມາຮຽນຮູ້ ແລະ ພັດທະນາຈາກສິ່ງທີ່ເຮົາມີຂອງຢູ່ແລ້ວລອງເບິ່ງ.

5. ໃຫ້ລາງວັນໂຕເອງດ້ວຍຄວາມຮູ້ສຶກດີຈາກຂ້າງໃນ

ລອງຕັ້ງເປົ້າໝາຍຕາມຄຸນຄ່າຂອງໂຕເອງ ເຊັ່ນ: ຖ້າເຮົາໃຫ້ຄວາມສຳຄັນກັບການພັດທະນາ ກໍໃຫ້ລາງວັນໂຕເອງເມື່ອເຫັນວ່າ ມື້ນີ້ເຮົາສາມາດຮຽນຮູ້ຈາກຄວາມຜິດພາດເລື່ອງໃດເລື່ອງໜຶ່ງໄດ້ ຫຼື ຖ້າເຮົາໃຫ້ຄວາມສຳຄັນກັບເລື່ອງຂອງຄອບຄົວ ກໍຈົ່ງຮູ້ສຶກດີກັບໂຕເອງໃນມື້ທີ່ໄດ້ໃຊ້ເວລາດີໆ ໄດ້ກິນເຂົ້າ ນັ່ງລົມກັນກັບຄົນທີ່ເຮົາຮັກ. ຖ້າເຮົາໃຫ້ຄຸນຄ່າກັບ ຄວາມອ່ອນໂຍນ ກໍຈົ່ງດີໃຈ ເມື່ອເຈົ້າສາມາດ ຄວບຄຸມອາລົມໄດ້ດີ ໃນຕອນທີ່ຕ້ອງໄກ່ເກ່ຍການວິວາທະ ຜິດຖຽງກັນ ແລະ ເຫັນເປັນໄຊຊະນະນ້ອຍໆ ອັນໜຶ່ງເມື່ອສຳເລັດ.

ອ່ານຕື່ມ:  ສະຫຼຸບ 10 Social Marketing Trends ປີ 2025 ກັບການປ່ຽນແປງທີ່ນັກການຕະຫຼາດຄວນຮູ້

ການເຮັດແບບນີ້ຈະສ້າງວິທີຄິດແບບ Self-Approval System ເປັນລະບົບຄວາມຄິດທີ່ເຝິກຝົນໃຫ້ເຮົາຮັບຮູ້ດ້ວຍຕົນເອງວ່າເຮົາບໍ່ໄດ້ຕ້ອງການຄວາມຊົມ ຫຼື ການອະນຸມັດຄວາມສຳເລັດຈາກໃຜ ແຕ່ມັນມາຈາກຂ້າງໃຈຈິດໃຈເຮົາເອງ ແລ້ວເຈົ້າຈະຮູ້ “ພໍດີ” ກັບຕົນເອງຫຼາຍກວ່າທີ່ເຄີຍ.


ສຸດທ້າຍນີ້…

ຄຸນຄ່າທີ່ເຮົາຕາມຫາ ຫຼື ຢາກໃຫ້ຄົນອື່ນມາບອກ ມາຍ້ອງຍໍຊົມເຊີຍນັ້ນ ບໍ່ໄດ້ຂຶ້ນກັບ ຕຳແໜ່ງ, ຄຳຊົມ ຫຼື ຍອດຄົນກົດໄລຄ໌ກົດແຊຣ໌ແຕ່ຢ່າງໃດ ແຕ່ຂຶ້ນຢູ່ກັບວ່າ ມື້ນີ້ເຮົາໄດ້ໃຊ້ຊີວິດຕາມສິ່ງທີ່ໂຕເຮົາເອງນັ້ນເຊື່ອແລະໃຫ້ຄຸນຄ່າກັບມັນຫຼາຍຊ່ຳໃດ.

ບໍ່ຕ້ອງໃຫ້ໃຜມາຢືນຢັນ… ພຽງເປັນໂຕເອງໃນແບບທີ່ເຮົາພາກພູມໃຈທີ່ສຸດ ກໍພຽງພໍຫຼາຍແລ້ວລະ.


ໃຜທີ່ມັກບົດຄວາມແບບນີ້ ກ່ຽວກັບການເຮັດວຽກ ພັດທະນາໂຕເອງ ແຮງບັນດານໃຈສຳລັບຄົນເຮັດວຽກ ໄອເດຍຄວາມຄິດສ້າງສັນ, ຝາກຕິດຕາມ ມ່ວນ ສະເປຊຽວຕີ້ ຈາກທີມງານ ມ່ວນ ແດ່ເດີ້. ຕອນນີ້ເຮົາເລີ່ມເຮັດຊ່ອງຢູທູບແລ້ວ ໄປຊັບກັນໄດ້ ແລ້ວບາງເທື່ອເຮົາອາດຈະເອົາບົດຄວາມທີ່ເຮົາຂຽນໄວ້ ມາເຮັດເປັນວິດີໂອພັອດແຄສກໍເປັນໄດ້ ຖ້າມີຄົນສົນໃຈ ☕

ວິທີຮູ້ສຶກມີຄຸນຄ່າດ້ວຍຕົວເອງ, ເຄັດລັບໃນການສ້າງຄວາມໝັ້ນໃຈ, ການຂໍການຍອມຮັບຈາກຄົນອື່ນ, ດຳເນີນຊີວິດຕາມຄຸນຄ່າຂອງຕົວເອງ, ວິທີຮູ້ສຶກດີຕໍ່ຕົວເອງ, ສ້າງຄວາມໝັ້ນໃຈໃນຄຸນຄ່າຂອງຕົວເອງ, ເຊົາພະຍາຍາມເປັນເຫມືອນຄົນອື່ນ

#MuanSpecialty #WorkingTips

ຂຽນໂດຍ
Johnny Sayasane - CEO of Muan (Laos), Co-Founder & Chief Creative Officier of Bizgital/Muan/LOCA

[Art, Creative, Game, Tech & Science] CEO of Muan (Laos), Co-Founder of Bizgital/Muan/LOCA 宇宙人1.1 ???????????????? ????????????????

ບົດຄວາມທີ່ກ່ຽວຂ້ອງ
Muan Specialty

The Secret Sauce Summit 2025 ເທດສະການທຸລະກິດສຳລັບຜູ້ປະກອບການທີ່ໃຫຍ່ທີ່ສຸດໃນໄທ

ສະກູ໊ບພິເສດ Muan x the Standard ຖ້າເຈົ້າແມ່ນຜູ້ປະກອບການ ແລະ ນັກທຸລະກິດທີ່ຕ້ອງການເລັ່ງສະປີດການເຕີບໂຕຜູ້ບໍລິຫານທຸກລະດັບທີ່ມີບົດບາດໃນການຂັບເຄື່ອນອົງກອນຄົນເຮັດວຽກຍຸກໃໝ່ ແລະ ນັກສຶກສາທີ່ສົນໃຈທຸລະກິດ ແລະ ຄວາມເປັນຜູ້ນຳ...

Muan Specialty

ອ່ານເກມ “ທຸລະກິດທ່ອງທ່ຽວ” ເຂົ້າໃຈຕະຫຼາດ Niche ໂອກາດໃໝ່ໃນວົງການທ່ອງທ່ຽວ

ສະກູ໊ບພິເສດ Muan x the Standard ເມື່ອກ່ອນເວລາຄິດຫາການທ່ອງທ່ຽວ ຄົນບ້ານເຮົາມັກຈະຄິດວ່າ ການທ່ຽວ = ພັກຜ່ອນ ແມ່ນບໍ່? ແຕ່ພາບຈຳເຫຼົ່ານັ້ນກຳລັງປ່ຽນໄປ...

Muan Specialty

ອ່ານເກມທຸລະກິດ ຮັບມືແນວໃດກັບໂລກ ຫຼັງຍຸກໂລກາພິວັດ ໃນມື້ທີ່ໂລກເລີ່ມໂຫດຂຶ້ນກວ່າເກົ່າ

ສະກູ໊ບພິເສດ Muan x the Standard ຫຼາຍຄົນອາດຈະຄຸ້ນເຄີຍກັບຄຳເວົ້າທີ່ວ່າ: “ເຮົານິຢູ່ຍຸກໂລກາພິວັດແລ້ວ ເຮັດຫຍັງກໍງ່າຍ ສະດວກສະບາຍ ໄປມາຫາສູ່ກັນໄດ້ໝົດ ມີອິນເຕີເນັດຕິດຕໍ່ກັນໄດ້ທົ່ວໂລກ…” ແຕ່ເຈົ້າຮູ້ບໍ່ວ່າຕອນນີ້...

Muan SpecialtyWorking Tips

3 ຂັ້ນຕອນ: ກຽມໂຕແນວໃດ ກ່ອນໄປສຳພາດວຽກ

ເຈົ້າເຄີຍຮູ້ສຶກແບບນີ້ບໍ່? ຜູ້ຂຽນຍັງຈື່ໄດ້ສະໄໝຮຽນຈົບໃໝ່ໆ ບັນຍາກາດຕອນຍ່າງເຂົ້າໄປໃນຫ້ອງສຳພາດວຽກດ້ວຍຄວາມຕື່ນເຕັ້ນ ແລະ ໝັ້ນໃຈ ແຕ່ພໍເຈິຄຳຖາມທຳອິດທີ່ອາດຈະບໍ່ໄດ້ຄິດມາກ່ອນເທົ່ານັ້ນແຫຼະ, ຄວາມໝັ້ນໃຈທີ່ເຄີຍມີ ກໍກັບໄປບ້ານເກົ່າຈົນໝົດ. ຖ້າເຈົ້າຢາກກຽມພ້ອມໃຫ້ຄົບເຄື່ອງ, ລອງກຽມ 3 ຂັ້ນຕອນສຳຄັນນີ້...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.