ໝາຍເຫດ: ບົດຄວາມນີ້ແປຈາກ https://contentshifu.com/blog/social-media-marketing-trends ໂດຍໄດ້ຮັບອະນຸຍາດຈາກອ້າຍແບ້ງ Content Shifu ໃຫ້ເຜີຍແຜ່ຜ່ານ Muan
Social Media ຢູ່ຄູ່ກັບໂລກອິນເຕີເນັດມາເກືອບໆ 30 ປີແລ້ວ ນັບຕັ້ງແຕ່ການກໍ່ຕັ້ງຂອງ SixDegrees ໃນປີ 1997 (ຂໍ້ມູນຈາກ Wikipedia).
ມີ Platform ເກີດໃໝ່ ແລະ ປິດໄປຫຼາຍໆ Platform ຕົວທີ່ຍັງຄົງຢູ່ກໍມີການປ່ຽນແປງຢູ່ເລື້ອຍໆທຸກປີ ປີລະຫຼາຍຮອບ.
ພຶດຕິກຳການໃຊ້ງານ Social Media ໃນແຕ່ລະປະເທດ ແລະ ໃນແຕ່ລະພາກພື້ນກໍມີຄວາມແຕກຕ່າງກັນຫຼາຍ (ຕົວຢ່າງທີ່ເຫັນໄດ້ຢ່າງຊັດເຈນເລີຍກໍຄື ປະເທດໄທ ລົມ Chat ກັນຜ່ານ LINE, ແຕ່ປະເທດອື່ນໆ ສ່ວນໃຫຍ່ໃນໂລກນີ້ຊໍ້າພັດເປັນ Platform ອື່ນ).
ຈາກທີ່ Social Media ນັ້ນຖືກສ້າງຂຶ້ນມາເພື່ອໃຫ້ໝູ່ເພື່ອນໄດ້ລົມກັນ ເຮັດໃຫ້ຄົນໄດ້ເຊື່ອມຕໍ່ກັນ, ປັດຈຸບັນ Social Media ກໍມຸ່ງສູ່ເລື່ອງທຸລະກິດຢ່າງເຕັມຕົວ.
ໃນປີ 2025 ນີ້, ໂລກຂອງ Social Media ມີຫຍັງປ່ຽນແປງ ມີຫຍັງທີ່ໜ້າສົນໃຈ, ມີຫຍັງທີ່ນັກການຕະຫຼາດ ແລະ ນັກທຸລະກິດຕ່າງໆ (ໃນປະເທດໄທ) ຕ້ອງຮູ້ແດ່? ເຮົາໄດ້ລວບລວມ, ຮຽບຮຽງເລື່ອງ ມາໃຫ້ອ່ານໃນບົດຄວາມນີ້ແລ້ວ. ມາອ່ານໄປນຳກັນໄດ້ເລີຍ!
ປ.ລ. ຂ້ອຍໃຊ້ເວລາໃນການຕົກຜະຫຼຶກ ແລະ ຫາຂໍ້ມູນເພີ່ມເຕີມມາຂຽນບົດຄວາມນີ້ຫຼາຍສິບຊົ່ວໂມງ ແລະ ຂ້ອຍຍິນດີ ຖ້າເຈົ້າຈະເອົາເນື້ອຫາບາງສ່ວນໄປອ້າງອິງຕໍ່ ເຊິ່ງຂ້ອຍຈະຂອບໃຈຫຼາຍໆ ຖ້າເຈົ້າຈະຊ່ວຍສົ່ງລິ້ງກັບມາຍັງ https://contentshifu.com/blog/social-media-marketing-trends ນຳແດ່ ????
ປ.ປ.ລ. ໃນບົດຄວາມນີ້ ຂ້ອຍຈະພະຍາຍາມອ້າງອີງຂໍ້ມູນຕ່າງໆ ໃຫ້ໄດ້ຫຼາຍເທົ່າທີ່ຈະເຮັດໄດ້ ແລະ ຈະພະຍາຍາມຂຽນຢ່າງເປັນຄົນກາງ ໂດຍອ້າງອີງກັບຄວາມຮູ້ ແລະ ປະສົບການທີ່ຂ້ອຍມີ. ຖ້າເນື້ອຫາສ່ວນໃດ ໄປກະທົບກັບບາງ Platform, ຂ້ອຍຂໍອະໄພລ່ວງໜ້າເດີ. ຫວັງວ່າຈະບໍ່ຄຽດກັນ. ຄວາມຈິງແລ້ວ ແບ້ງ ຮັກ ແລະ ຢາກເຮັດວຽກກັບທຸກ Platform ເດີ ????
10 ເທຣນ Social Media Marketing ສຳລັບນັກການຕະຫຼາດ ແລະ ນັກທຸລະກິດ
1. ຕ່າງຄົນ, ຕ່າງໃຈ ແລະ ຕ່າງຄວາມຝັນ
ຕ່າງຊ່ອງທາງ ຕ່າງແພລດຟອມ ກໍເຊັ່ນກັນ

ຂໍ້ມູນຈາກ Digital Insights Thailand Report 2024 ທີ່ຈັດທຳໂດຍ Content Shifu ແລະ YouGov ທີ່ເຮັດການ Survey ຄົນໄທທົ່ວປະເທດຫຼາຍກວ່າ 2,000 ຄົນ ໄດ້ໃຫ້ຂໍ້ມູນທີ່ໜ້າສົນໃຈມາຫຼາຍຢ່າງ.
ຄົນໄທເນັ້ນໃຊ້ TikTok ເພື່ອຄວາມບັນເທີງ, ເນັ້ນໃຊ້ YouTube ເພື່ອຫາຄວາມຮູ້ໃໝ່ໆ, ເນັ້ນໃຊ້ X (Twitter) ເພື່ອຕິດຕາມອັບເດດຂ່າວສານ, ເນັ້ນໃຊ້ Instagram ເພື່ອຕິດຕາມບຸກຄົນທີ່ມັກ, ເນັ້ນໃຊ້ Facebook ເພື່ອສົນທະນາກັບໝູ່ເພື່ອນ.
ໃນມຸມທຸລະກິດ ຖ້າເຮົາຮູ້ວ່າຄົນເຂົ້າໄປໃຊ້ງານແຕ່ລະ Platform ດ້ວຍເຫດຜົນຫຍັງ, ເຮົາຈະສາມາດເລືອກ Platform ໃຫ້ເໝາະກັບຮູບແບບທຸລະກິດຂອງເຮົາໄດ້ດີຍິ່ງຂຶ້ນ.
ເຊັ່ນວ່າ: ຖ້າທຸລະກິດຂອງເຮົາມີຄວາມກ່ຽວຂ້ອງກັບເລື່ອງທີ່ເປັນຄວາມບັນເທີງ (ຫຼື ເຮົາສາມາດເຮັດຄອນເທັນໂດຍທີ່ເນັ້ນຄວາມບັນເທີງໄດ້), TikTok ກໍເປັນ Platform ທີ່ໜ້າສົນໃຈ
ຫຼື ຖ້າທຸລະກິດຂອງເຮົາເປັນສາຍ High-involvement ທີ່ຕ້ອງມີການໃຫ້ຂໍ້ມູນ, ໃຫ້ຄວາມຮູ້ ກ່ອນທີ່ລູກຄ້າຈະຕັດສິນໃຈຊື້, YouTube ກໍເປັນ Platform ທີ່ຕອບໂຈດເລື່ອງນີ້ໄດ້ດີ.
2. ອະວະສານ Organic Reach & Engagement ສຳລັບຄອນເທັນເພື່ອການຂາຍ
ຄວາມຈິງແລ້ວ ເລື່ອງນີ້ເປັນເລື່ອງທີ່ເກິດຂື້ນມາຫຼາຍປີແລ້ວ ແຕ່ມັນຈະຍິ່ງຊັດເຈນຂຶ້ນຢ່າງຕໍ່ເນື່ອງ
ເພາະປັດຈຸບັນມີ Social Media Platform ທີ່ຫຼາກຫຼາຍຂຶ້ນ ແລະ Platform ທີ່ເປັນເຈົ້າຕະຫຼາດໃນອະດີດເຊັ່ນ: Facebook ແລະ YouTube ກໍຖືກແຊຣ໌ Eyeball ໄປ ເຊິ່ງ Platform ທີ່ມາແຮງແບບ TikTok
ຄົນໃຊ້ເວລານ້ອຍລົງ. ແຕ່ທຸລະກິດທີ່ຢາກເຂົ້າມາເຮັດການຕະຫຼາດ ແລະ ຂາຍມີຫຼາຍຂຶ້ນ.

ຮູບທາງດ້ານເທິງຈາກ Digital Thailand 2024 ຂອງ DataReportal ທີ່ບອກຄ່າສະເລ່ຍຂອງ Engagement Rate ເທິງ Facebook ເປັນຕົວຢ່າງທີ່ເຫັນໄດ້ຢ່າງຊັດເຈນເລີຍ.
ເຊິ່ງເອົາແທ້ໆ ຂ້ອຍຄິດວ່າເປັນຫຼັກປົກກະຕິຂອງ Demand ແລະ Supply ທີ່ຈະເຮັດໃຫ້ຄອນເທັນທີ່ທຸລະກິດຢາກເວົ້າ ແຕ່ຄົນບໍ່ຢາກຟັງ ມີ Reach ແລະ Engagement ນ້ອຍລົງ.
ເພາະສະນັ້ນ ຖ້າຢາກໃຫ້ຄົນເຫັນຫຼາຍຂຶ້ນ ກໍຕ້ອງຈ່າຍເງິນຊື້ໂຄສະນາເພື່ອເພີ່ມການເບິ່ງເຫັນ.

ນອກຈາກ Facebook ແລ້ວ ຂ້ອຍຄິດວ່າຍອດ Organic Reach & Engagement ເທິງ TikTok ສຳລັບຄອນເທັນເພື່ອການຂາຍເອງກໍຈະຕົກລົງຢ່າງມີຄວາມສຳຄັນເຊັ່ນດຽວກັນ. ສາເຫດເປັນເພາະວ່າ ພະລັງອຳນາດຂອງ TikTok ນັ້ນມີຫຼາຍຂຶ້ນຢ່າງຕໍ່ເນື່ອງ (ຕອນນີ້ເປັນທີ 2 ແລ້ວ)
ເມື່ອມີພະລັງຫຼາຍຂຶ້ນ, ກໍຈະສາມາດເລືອກເຮັດສິ່ງຕ່າງໆ ໄດ້ຫຼາຍຂຶ້ນ. ຂ້ອຍຄິດວ່າ ຕາມຫຼັກຂອງໂລກທຸລະກິດແລ້ວ ເຂົາຈະເຮັດວຽກຫາລາຍໄດ້ຫຼາຍຂຶ້ນ.
ແນ່ນອນວ່າ ມັນຫຼີກບໍ່ໄດ້ຢູ່ແລ້ວ ທຸລະກິດຕ່າງໆ ກໍຕ້ອງເຮັດງານຂາຍຜ່ານ Social Media ຢູ່ດີ ພຽງແຕ່ວ່າໃນອະນາຄົດ ການຂາຍຈະຕ້ອງນຽນຂຶ້ນ (ອາດຈະ Blend ໄປກັບຄອນເທັນທີ່ຄົນສົນໃຈ) ຫຼື ຕ້ອງວາງ Funnel ຂອງການຂາຍ ໃຫ້ດີໆ.
3. ວິດີໂອສັ້ນຍັງໄປຕໍ່ອີກຍາວໆ
ຫຼັງຈາກທີ່ TikTok ເປັນຜູ້ລິເລີ່ມກະແສວິດີໂອສັ້ນ, Platform ອື່ນໆ ກໍຕາມກະແສນີ້ມາ ແລະ ເທຣນຄລິບສັ້ນນີ້ຍັງໄປຕໍ່ໄດ້ອີກຍາວໆ.
ພໍເວົ້າເຖິງວິດີໂອສັ້ນໃນປັດຈຸບັນນີ້ແລ້ວ, ມັນອາດຈະບໍ່ໄດ້ໝາຍເຖິງພຽງແຕ່ວິດີໂອທີ່ມີຄວາມຍາວຕ່ຳກວ່າ 1 ນາທີ.
ທາງ TikTok ທີ່ເປັນ Platform ທີ່ລິເລີ່ມກະແສວິດີໂອສັ້ນ ກໍອະນຸຍາດໃຫ້ຜູ້ໃຊ້ງານໂພສຄລິບທີ່ຍາວກວ່າ 1 ນາທີໄດ້ມາ 1-2 ປີແລ້ວ. ສ່ວນຂອງ Meta (Facebook & Instagram) ເອງ ຖ້າຄລິບສັ້ນກວ່າ 1.30 ນາທີ ກໍຈະຖືກຈັດວ່າເປັນຄລິບສັ້ນ (Reels) ແລະ ໃນໄລຍະ Q4/2024 ທີ່ຜ່ານມາ YouTube ເອງກໍຂະຫຍາຍຄວາມຍາວ YouTube Shorts ຈາກ 1 ນາທີເປັນ 3 ນາທີ ຮຽບຮ້ອຍແລ້ວ.

ຮູບທາງດ້ານເທິງເປັນຮູບ Research ຈາກທາງ Wisesight ທີ່ບອກວ່າຄລິບສັ້ນທີ່ໄປໄດ້ດີກວ່າ 34% ນັ້ນມີຄວາມຍາວຫຼາຍກວ່າ 1 ນາທີ.
ສະຫຼຸບໃນຫົວຂໍ້ນີ້ຄື ເຮົາບໍ່ຈຳເປັນຕ້ອງເຮັດຄລິບໃຫ້ມັນສັ້ນກວ່າ 1 ນາທີກໍໄດ້. ຖ້າເລື່ອງໃດທີ່ຕ້ອງອະທິບາຍເນື້ອຫາຫຼາຍກວ່າ 1 ນາທີ ການໂພສຄອນເທັນຍາວກວ່ານັ້ນກໍບໍ່ແມ່ນເລື່ອງເສຍຫາຍຫຍັງ.
4. ການເຕີບໂຕຂຶ້ນຂອງ Alternative Platforms
4-5 ປີກ່ອນ ເວລາເວົ້າເຖິງ Social Media Platforms ເຮົາອາດຈະນຶກເຖິງ Platform ຍັກໃຫຍ່ກັນຢູ່ບໍ່ເທົ່າໃດເຈົ້າ.
ແຕ່ໃນໄລຍະບໍ່ເທົ່າໃດປີທີ່ຜ່ານມາ, Platform ທາງເລືອກເອງກໍໄດ້ມີການເຕີບໂຕຂຶ້ນຢ່າງສູງ.

ໜຶ່ງໃນສາເຫດສຳຄັນເປັນຍ້ອນການເຕີບໂຕຂຶ້ນມາຂອງ Gen Z. ຂໍ້ມູນຈາກ Digital Insights Thailand Report 2024 ຈະເຫັນໄດ້ວ່າ Platform ທີ່ Gen Z ແລະ Gen ອື່ນໆ ນິຍົມໃຊ້ນັ້ນມີຄວາມແຕກຕ່າງກັນ ແລະ Gen Z ມີການໃຊ້ Platform ທີ່ຫຼາຍໆກວ່າ ບໍ່ວ່າຈະເປັນ Lemon8, Twitch, Discord ຫຼື Pinterest.

ພ້ອມນັ້ນ, ຂໍ້ມູນໃນ Digital Advertising Spending Report 2024 ກໍບອກມາເຊັ່ນກັນວ່າ ນັກການຕະຫຼາດນັ້ນກະຈາຍງົບການຕະຫຼາດໄປໃນຫຼາຍໆ Platform ຫຼາຍຂຶ້ນ ບໍ່ໄດ້ກະຈຸກຢູ່ພຽງແຕ່ໃນ Facebook ແລະ YouTube.
5. Social Media Platforms ມຸ່ງໜ້າສູ່ Commerce
ໃນໄລຍະ 2-3 ປີທີ່ຜ່ານມາ TikTok (TikTok Shop) ແລະ LINE (LINE SHOPPING) ຄື Social Media Platforms ທີ່ມຸ່ງເປົ້າສູ່ Commerce.
ໂດຍສະເພາະ TikTok ທີ່ເປັນຜູ້ນຳເທຣນ “ການປັກກະຕ່າ” (ຢູ່ລາວຍັງບໍ່ສາມາດໃຊ້ໄດ້ເທື່ອ) ເຮັດໃຫ້ຄົນທີ່ເບິ່ງຄອນເທັນສາມາດໄປຊື້ເຄື່ອງຕໍ່ໄດ້ຢ່າງງ່າຍດາຍ.
ໃນປີທີ່ຜ່ານມາ Meta ແລະ YouTube ເອງກໍຕາມມາຕິດໆ ເຊິ່ງທັງ 2 ລາຍໄດ້ຈັບມືຮ່ວມກັບ Shopee ທີ່ເຮັດໃຫ້ເຈົ້າຂອງເພຈ/ຊ່ອງສາມາດປັກກະຕ່ານຳເອົາສິນຄ້າທີ່ຂາຍເທິງ Shopee ມາຂາຍລະຫວ່າງການ Live ໄດ້ ເຮັດໃຫ້ເຈົ້າຂອງເພຈ/ຊ່ອງ ສາມາດສ້າງລາຍໄດ້ຈາກການເຮັດ Affiliate Marketing ອີກດ້ວຍ.
6. ແບຣນຍັງຕ້ອງໃຊ້ Influencer ໃນການ Influence
ແຕ່ແບຣນເອງກໍຕ້ອງຮູ້ຈັກໃຊ້ Influencer ໃຫ້ເໝາະສົມກັບ Objective ຂອງຕົວເອງນຳ.
ມີສະຖິຕິທີ່ໜ້າສົນໃຈຈາກງານ Thailand Influencer Awards 2024 ບໍ່ວ່າຈະເປັນ
- 80% ຂອງຜູ້ບໍລິໂພກໃນອາຊີມີທ່າອ່ຽງຊື້ສິນຄ້າທີ່ໄດ້ຮັບການແນະນຳຈາກອິນຟລູເອນເຊີ.
- ແບຣນເພີ່ມງົບປະມານ: 69% ຂອງແບຣນເພີ່ມງົບປະມານໃນສ່ວນຂອງ Influencer Marketing ເມື່ອທຽບກັບປີ 2023
Influencer Marketing ເປັນເທຣນທີ່ມີມາດົນນານແລ້ວ ແລະ ຈະຍັງຄົງຢູ່ກັບໂລກ Social Media Marketing ຕໍ່ໄປ.
ສິ່ງທີ່ຈະເປັນເທຣນຫຼາຍຂຶ້ນ ແຕ່ໃນໂລກຂອງ Influencer Marketing ແມ່ນ “ຄົນໂຕນ້ອຍ” ຈະມີພະລັງຫຼາຍຂຶ້ນ.



ຂໍ້ມູນຈາກ Influencer Benchmark Report ຂອງ Later ໄດ້ໃຫ້ຂໍ້ມູນໄວ້ຢ່າງທີ່ໜ້າສົນໃຈວ່າ Nano Influencer (ຄົນຕິດຕາມບໍ່ເກີນ 10,000 ຄົນ) ຈະເປັນ Influencer ປະເພດທີ່ສ້າງ Engagement Rate (Engagement/Impression) ໄດ້ສູງທີ່ສຸດ ຕາມມາດ້ວຍ Micro Influencer (ຕາມ 10,000-100,000 ຄົນ).
ແຕ່ແນ່ນອນວ່າ Mid ແລະ Macro Influencer ນັ້ນຈະເປັນ Influencer ປະເພດທີ່ເຮັດໃຫ້ເກີດ Impression ໄດ້ຫຼາຍກວ່າຢ່າງສຳຄັນ (ລວມທັງ Engagement ໃນພາບລວມກໍສູງກວ່າອີກດ້ວຍ).
ໃນມຸມແບຣນເອງ, ຄົງຕ້ອງພະຍາຍາມປະສານການໃຊ້ງານ Influencer ຫຼາຍໆ Tier ເຂົ້ານຳກັນ.
ຖ້າ Objective ຄືການສ້າງ Awareness, Mid & Macro Influencer ມັກຈະຕອບໂຈດກວ່າ. ແຕ່ຖ້າ Objective ຄື ການສ້າງ Engagement ແລະ Conversion, ການໃຊ້ງານ Micro & Nano Influencer ຮ່ວມນຳ ມັກຈະເຮັດໃຫ້ Performance ຂອງ Campaign ໃນພາບລວມດີຂຶ້ນ.
7. Social Search ຂະຫຍາຍຕົວ

ຈາກ Digital Insights Thailand Report 2024 ພົບວ່າສຳລັບ Baby Boomer & Gen X ຊ່ອງທາງຫຼັກທີ່ພວກເຂົາໃຊ້ຄົ້ນຫາຂໍ້ມູນຍັງຄົງເປັນ Search Engine.
ແຕ່ຄວາມປ່ຽນແປງເລີ່ມມີໃຫ້ເຫັນຕັ້ງແຕ່ Millennials (Gen Y) ລົງມາ ໂດຍທີ່ Millennials ນັ້ນໃຊ້ Social Media ໃນການຄົ້ນຄວ້າຫາຂໍ້ມູນ ພໍປານກັບ Search Engine.
ສຳລັບ Gen Z ນັ້ນ ພວກເຂົາໃຊ້ Social Media ໃນການຄົ້ນຫາຂໍ້ມູນຫຼາຍກວ່າການໃຊ້ Search Engine ແລ້ວ ເຊິ່ງກໍຖືເປັນເທຣນທີ່ໜ້າສົນໃຈຫຼາຍໆ ສຳລັບແບຣນ ແລະ ນັກການຕະຫຼາດ.
ຫຼັງຈາກນີ້ ນອກຈາກການເຮັດ SEO ທີ່ເປັນ Search Engine Optimization ແລ້ວ, ແບຣນແລະນັກການຕະຫຼາດອາດຈະຄິດເຖິງ SEO ທີ່ເປັນ Social Engine Optimization ນຳ.
ນອກຈາກ Search Engine & Social Engine ແລ້ວ GenAI ກໍເປັນອີກໜຶ່ງຊ່ອງທາງທີ່ຄົນນິຍົມໃຊ້ຄົ້ນຫາຂໍ້ມູນ ເພາະສະນັ້ນການເຮັດ GEO ຫຼື Generative Engine Optimization ກໍເປັນອີກສິ່ງທີ່ຄວນພິຈາລະນາ.
8. ຄວາມບໍ່ແນ່ນອນຂອງ X
ນັບຕັ້ງແຕ່ອ້າຍ Elon ເຂົ້າມາ Take Over Twitter ແລະປ່ຽນຊື່ເປັນ X, ຕົວ Platform ເອງມີຄວາມປ່ຽນແປງຫຼາຍຢ່າງ ເຊັ່ນ:
- ການເຊື່ອມຕໍ່ API ກັບ X ຈະຕ້ອງມີຄ່າໃຊ້ຈ່າຍ (ຈາກເມື່ອກ່ອນບໍ່ມີລາຄາ) ຄືພວກ Social Listening Platform ຕ້ອງຈ່າຍເງິນປີລະເປັນສິບລ້ານເພື່ອດຶງຂໍ້ມູນຈາກ X
- ຜູ້ໃຊ້ງານສາມາດເຮັດ Audio & Video Call ຜ່ານຊ່ອງທາງ DM ໄດ້
- ຜູ້ໃຊ້ງານສາມາດສ້າງຄອນເທັນທີ່ຍາວຂຶ້ນ ບໍ່ວ່າຈະເປັນຄອນເທັນປະເພດ Text ທີ່ໄດ້ເຖິງ 25,000 ຕົວອັກສອນ ແລະ ວິດີໂອເຖິງ 3 ຊົ່ວໂມງ
- ຄົນທີ່ເຮົາ Block ຈະບໍ່ສາມາດປະຕິສຳພັນກັບເຮົາໄດ້ ແຕ່ສາມາດເຫັນຄອນເທັນຂອງເຮົາໄດ້

ຖ້າຢາກຕິດຕາມຂ່າວສານການອັປເດຕກ່ຽວກັບ X ຂ້ອຍຄິດວ່າຊ່ອງທາງທີ່ມັກຈະ Real Time ທີ່ສຸດກໍຄື X ຂອງ Elon Musk ນີ້ແຫຼະ.
ສະຫຼຸບກໍຄື ຂ້ອຍຄິດວ່າ X ເປັນ Platform ທີ່ຄວນຕື່ນເຕັ້ນ ແລະ ສຸ່ມສ່ຽງໃນເວລາດຽວກັນ.
ເອົາເປັນວ່າ ລໍຖ້າຈັບຕາມອົງຄວາມປ່ຽນແປງຂອງ X ໄວ້ຢ່າງຕໍ່ເນື່ອງ ແດ່ ໃນປະເທດໄທເອງ ຄົນໃຊ້ງານ X ຍັງເປັນກຸ່ມຄົນສະເພາະທາງ ແຕ່ບໍ່ແນ່ວ່າອ້າຍ Elon ອາດຈະເສກໃຫ້ X ບູມຂຶ້ນມາໃນໄທກໍໄດ້ (ສ່ວນລາວເຮົາແມ່ນນິຍົມໃຊ້ໜ້ອຍຫຼາຍ).
9. ໃຊ້ AI ເຮັດ Content Creation

ຈາກ Survey ຂອງ Hootsuite Social Trends 2024 ພົບວ່າ ແບຣນ ແລະ ນັກການຕະຫຼາດມີທ່ອ່ຽງທີ່ຈະໃຊ້ AI ໃນການຊ່ວຍເຮັດ Social Media Marketing ຫຼາຍຂຶ້ນ.
ວິທີການໃຊ້ AI ທີ່ນັກການຕະຫຼາດນິຍົມໃຊ້ທີ່ສຸດຄືການ 1. ແກ້ໄຂ Text, 2. ການສ້າງ Copy ຂອງໂຄສະນາຈາກສູນ ແລະ 3. ຫາໄອເດຍໃໝ່ໆ.
ສ່ວນວິທີການໃຊ້ AI ທີ່ເຕີບໂຕຫຼາຍທີ່ສຸດຄື 1. ໃຊ້ Chatbot ຕອບຂໍ້ຄວາມ, 2. ແກ້ໄຂຮູບພາບ ແລະ 3. ສ້າງເນື້ອຫາ Text ທີ່ໃຊ້ເຮັດ Customer Support.
ນອກເໜືອຈາກການໃຊ້ AI ກັບຄອນເທັນປະເພດ Text ແລະ Image ແລ້ວ ຂ້ອຍຄິດວ່າສິ່ງທີ່ຄວນຈັບຕາກໍຄື ການໃຊ້ AI ໃນການສ້າງຄອນເທັນໃນຮູບແບບ Video.
ຕົວຢ່າງຄລິບທາງດ້ານເທິງເປັນຕົວຢ່າງວິດີໂອຂອງຂ້ອຍທີ່ໃຊ້ GenAI ສ້າງຂຶ້ນມາ ໂດຍທີ່ມັນຮຽນຮູ້ວິທີການເຄື່ອນເໜັງທ່າທາງ, ນ້ຳສຽງ ແລະຈັງຫວະຈະໂຄນຂອງຂ້ອຍ ແລະເວົ້າຕາມ Script (ພາສາອັງກິດ) ທີ່ຂ້ອຍຂຽນໄປໃຫ້.
ຂໍ້ຈຳກັດຂອງ AI Video Content Creation ນະ ຕອນນີ້ຄືມັນໃຊ້ໄດ້ດີກັບພາສາອັງກິດ ແຕ່ກັບພາສາໄທ (ຫຼື ລາວ) ຍັງບໍ່ຄ່ອຍມີ Use Case ທີ່ເປັນທຳມະຊາດເທົ່າໃດ. ແຕ່ຂ້ອຍຄິດວ່າອີກບໍ່ດົນເກີນລໍ ການໃຫ້ AI ເວົ້າພາສາໄທ ມັນຈະເປັນທຳມະຊາດຂຶ້ນຢ່າງແນ່ນອນ.
ຂ້ອຍຄິດວ່າ AI ມັກຈະເປັນຜູ້ຊ່ວຍຊັ້ນດີໃນການເຮັດ Social Ads ຫຼື ການຫາໄອເດຍໃໝ່ໆ. ແຕ່ສຳລັບການເຮັດ Storytelling, ຂ້ອຍຄິດວ່າ ບໍ່ວ່າ AI ຈະຊ່ຽວຊານຂຶ້ນພຽງໃດ. “Social Media’ ຄືພື້ນທີ່ທີ່ຄົນມາ Connect ກັນແນວໃດ, AI ກໍ Connect ກັບຄົນບໍ່ດີເທົ່າຄົນຢ່າງແນ່ນອນ ແລະມັນອາດຈະຂາດການຮຽບຮຽງເລື່ອງດ້ວຍຄາລົມທີ່ແສນຄົມຄາຍ (ຄືກັບປະໂຫຍກນີ້ ????)
10. ຍຸກສະໄໝແຫ່ງ Martech-powered Social Media Marketing
ຍຸກສະໄໝແຫ່ງການເດົາສຸ່ມ, ຄິດຫຍັງອອກກໍເຮັດ ຫຼື ເຮັດທຸກຢ່າງແບບ Manual ເທິງ Social Media ໄດ້ຜ່ານພົ້ນໄປແລ້ວ.
ການຈະເຮັດ Social Media Marketing ໃນຍຸກນີ້ໃຫ້ດີ ຕ້ອງເອົາ Martech ຫຼື Marketing Technology ເຂົ້າມາຊ່ວຍ ເຊິ່ງ Martech ນັ້ນມີຫຼວງຫຼາຍ. ສຳລັບໝວດໝູ່ຍ່ອຍທີ່ຂ້ອຍຢາກຈະ Pinpoint ເປັນພິເສດສຳລັບການເຮັດ Social Media Marketing ມີຢູ່ 3 ໝວດຍ່ອຍນຳກັນ:
Social Listening
ຊ່ວຍຟັງສຽງລູກຄ້າເທິງ Social Media ເບິ່ງວ່າໃຜເວົ້າເຖິງເຮົາ, ໃຜດ່າ, ໃຜຍ້ອງ ເຊິ່ງ Social Listening Tool ທີ່ໜ້າສົນໃຈມີຫຼາຍຕົວເຊັ່ນ: Wisesight (Zocial Eye), InsightERA (DOM) ແລະ Mandala ເປັນຕົ້ນ
Chat Commerce
ຊ່ວຍໂຕ້ຕອບ ແລະ ຂາຍເຄື່ອງໃຫ້ລູກຄ້າທີ່ທັກ Social Chats ເຂົ້າມາ ເຊິ່ງ Chat Commerce Tools ທີ່ໜ້າສົນໃຈມີຫຼາຍຕົວເຊັ່ນ: AIYA, Kaojao ແລະ ZWIZ
Social Media Management

ເຄື່ອງມືຊ່ວຍ Publish & Analyze Social Media ຕ່າງໆ ທີ່ເຮົາມີ ທັງໝົດ Social Media Platform ທີ່ເຮົາມີມາຈັດການໃນບ່ອນດຽວ. Social Media Management Tool ທີ່ໜ້າສົນໃຈມີຫຼາຍຕົວເຊັ່ນ Publer, Buffer ຫຼື Hootsuite ເປັນຕົ້ນ.
ຂ້ອຍຂີດອ້ອມໝວດໝູ່ຂອງເຄື່ອງມືໄວ້ໃນຮູບທາງດ້ານເທິງແລ້ວ. ຖ້າຢາກຮູ້ຈັກ Martech Tools ຕົວໃດເພີ່ມເຕີມ ກໍເຂົ້າໄປອ່ານບົດຄວາມນີ້ໄດ້ເດີ.
ສະຫຼຸບ
ແລະນີ້ກໍຄື Social Media Marketing Trends 2025 ທີ່ຂ້ອຍສະຫຼຸບມາຝາກ.
ມີຕັ້ງ 10 ຂໍ້ ອາດຈະເບິ່ງຫຼາຍ ແຕ່ຂ້ອຍພຽງແຕ່ຢາກຈະບອກວ່າ ເຮົາບໍ່ຈຳເປັນຕ້ອງເອົາສິ່ງທີ່ມັນເບິ່ງເປັນເທຣນໄປເຮັດຕາມທັງໝົດເດີ.
ຢາກໂດດເດັ່ນ, ຢາກສຳເລັດ ຕ້ອງຮູ້ຈັກເລືອກ. ເລືອກຢູ່ບາງບ່ອນ ເລືອກຖິ້ມບາງຊ່ອງທາງ.
ເບິ່ງວ່າລູກຄ້າເຮົາຢູ່ບ່ອນໃດ, ເບິ່ງວ່າເຮົາມີຊັບພະຍາກອນສໍ່າໃດ ແລ້ວທຸ່ມເທແຮງກາຍແຮງໃຈໃນທາງທີ່ເລືອກແລ້ວ ແລະ ລຸຍໃຫ້ສຸດເລີຍ.
ສຸດທ້າຍ ຂໍຝາກຄາຖາຄາໃຈ ເອົາໄວ້ໃຊ້ໃນການເຮັດ Social Media Marketing ໃຫ້ປະສົບຄວາມສຳເລັດ
ລົງ
ມື
ເຮັດ
ຂໍໃຫ້ປະສົບຄວາມສຳເລັດໃນການເຮັດ Social Media Marketing ຢ່າງທີ່ເຈົ້າຕັ້ງໃຈເດີ ????