ບາງເທື່ອການຫາກິດຈະກຳເລັກໆນ້ອຍໆເຮັດ ຫຼື ຢາກອອກໄປປ່ຽນບັນຍາກາດ ກໍບໍ່ຈຳເປັນຕ້ອງໄປໃສໄກ ພຽງແຕ່ລອງເປີດໃຈໃຫ້ກັບປະສົບການໃໝ່ໆທີ່ຢູ່ອ້ອມຕົວເຮົາ.
ອາທິດນີ້, ມ່ວນຊວນໄປ ມີກິດຈະກຳຫຼາຍຮູບແບບມາຊວນທຸກຄົນອອກໄປໃຊ້ເວລາກັບສິ່ງທີ່ມັກ ຕັ້ງແຕ່ການສຳຜັດໂລກຈິນຕະນາການຜ່ານສິລະປະ AR, ຍ່າງເລືອກຊື້ເຄື່ອງວິນເທຈໃນຕະຫຼາດນັດ, ການລອງແຕ້ມຮູບດອກໄມ້ ຫຼື ສ້າງບັດປະຈຳຕົວສະບັບກາຕູນ ລວມເຖິງການຮຽນຮູ້ສິລະປະພິມລາຍໄມ້ຈາກລວດລາຍລາວ ກໍສາມາດໄປລອງໄດ້ເລີຍ.
ບໍ່ວ່າເຈົ້າຈະມັກສິລະປະ, ຮັກການຊັອບປິ້ງເຄື່ອງໃໝ່ ຫຼື ພຽງຢາກຫາກິດຈະກຳດີໆເຮັດໃນມື້ວ່າງ ລອງເລືອກຈັກໜຶ່ງກິດຈະກຳ ທີ່ເຮົານຳມາແຊຣ໌ ສົ່ງຊວນໝູ່ແລ້ວອອກໄປເກັບປະສົບການໃໝ່ນຳກັນເດີ.

FORTUNE TELLER
ຖ້າສິ່ງຂອງອ້ອມຕົວເຮົາມີວິນຍານເຊື່ອງຢູ່ ຈະເປັນແນວໃດ? ມ່ວນຊວນໄປ ຈະພາທຸກຄົນໄປສຳຜັດກັບງານວາງສະແດງ FORTUNE TELLER ຜົນງານສິລະປະຮູບແບບ AR ທີ່ປ່ຽນສິ່ງຂອງ ແລະ ພື້ນທີ່ອ້ອມຕົວໃຫ້ກາຍເປັນໂລກແຫ່ງຈິນຕະນາການ ບ່ອນທີ່ເຫຼົ່າວິນຍານແຫ່ງທຳມະຊາດທີ່ຖ້າໃຫ້ເຮົາຄົ້ນຫາ.
ຜົນງານນີ້ໄດ້ແຮງບັນດານໃຈຈາກເກມໃນໄວເດັກ ແລະ ສາດການທຳນາຍໂຊກຊະຕາແບບບູຮານ ໂດຍອີງໃສ່ຄຳພີ Yijing ຫຼື Book of Changes ເພື່ອສ້າງເປັນເລື່ອງລາວທີ່ປ່ຽນແປງໄປຕາມການພົບເຈິ ແລະ ການຕີຄວາມໝາຍຂອງແຕ່ລະຄົນ.
ພຽງໃຊ້ມືຖືສ່ອງຜົນງານສິລະປະ (ຕ້ອງດາວໂຫຼດແອັບ Fortune Teller) ທຸກຄົນກໍສາມາດປຸກເຫຼົ່າວິນຍານທີ່ເຊື່ອງຢູ່ໃຫ້ປາກົດຕົວຂຶ້ນມາ ພ້ອມອອກຕາມຫາວິນຍານຮ່ວມທາງຂອງຕົນເອງ ເຊິ່ງຜົນງານນີ້ໄດ້ສ້າງສັນ ແລະ ກຳກັບໂດຍ Julie Stephen Chheng ສິລະປິນຊາວຝຣັ່ງ.
ລາຍລະອຽດກ່ຽວກັບງານ
- ເຂົ້າຟຣີ
- ເບິ່ງຂໍ້ມູນກິດຈະກຳ: festivalfrancelaos.com
- ວັນງານ: 10-14 ພະຈິກ 2026, 9:00 – 20:00 ໂມງ
- ສະຖານທີ່: Institut français du Laos (ສະຖາບັນຝຣັ່ງ), ນະຄອນຫຼວງວຽງຈັນ.

Folks Market
ໃຜມັກເຄື່ອງວິນເທຈ, ເຄື່ອງມືສອງຍີ່ປຸ່ນ ແລະ ຄົນຮັກຂອງມີສະໄຕລ໌ ຕ້ອງບໍ່ພາດ ກັບຕະຫຼາດນັດຂອງຄົນມີສະໄຕລ໌.
ມ່ວນຊວນໄປ ຈະພາທຸກຄົນຍ່າງຫຼິ້ນໃນຕະຫຼາດ ມືໜຶ່ງ-ມືສອງ ທີ່ເຕັມໄປດ້ວຍເຄື່ອງທີ່ມີເອກະລັກ ແລະ ເລື່ອງເລົ່າຈາກຫຼາຍຍຸກສະໄໝ. ພາຍໃນງານຈະມີເສື້ອຜ້າວິນເທຈຫຼາຍສະໄຕລ໌ ຕັ້ງແຕ່ຍຸກ 70s, 80s, 90s ໄປຈົນເຖິງແຟຊັນຈາກຍຸກຕ່າງໆທີ່ຍັງມີສະເໜ່ຈົນເຖິງມື້ນີ້.
ນອກຈາກເສື້ອຜ້າແລ້ວ ຍັງມີເຄື່ອງ Handmade, ໄອເທັມເດັດຕົກແຕ່ງເຮືອນ ແລະ ຮ້ານຄ້າທີ່ມີເສື້ອຜ້າດີໄຊນ໌ແປກຕາ ພ້ອມມຸມຖ່າຍຮູບແນວ Folk Market ທີ່ສາຍຖ່າຍຮູບບໍ່ຄວນພາດ.
ປິດທ້າຍດ້ວຍບັນຍາກາດສະບາຍໆຈາກດົນຕີສົດ ໂດຍສິລະປິນແນວອິນດີ້ໃຫ້ໄດ້ຟັງ ພ້ອມທັງຍ່າງເລືອກຊື້ເຄື່ອງ ແລະ ຊຶມຊັບບັນຍາກາດ.
ລາຍລະອຽດກ່ຽວກັບງານ
- ເຂົ້າຟຣີ
- ເບິ່ງຂໍ້ມູນກິດຈະກຳ: Folks market
- ວັນງານ: 11-15 ພະຈິກ 2026, 10:00 – 20:00 ໂມງ
- ສະຖານທີ່: ສູນການຄ້າລາວໄອເຕັກ, ນະຄອນຫຼວງວຽງຈັນ.

Drawing booth ບັດປະຈຳຕົວກາຕູນ
ຖ້າຢາກມີບັດປະຈຳໂຕເປັນຂອງຕົນເອງໃນສະບັບກາຕູນຕ້ອງໄປລອງ. ຢາກຊວນທຸກຄົນໄປສ້າງຄວາມຊົງຈຳກັບ Drawing Booth ກິດຈະກຳແຕ້ມຮູບບັດປະຈຳໂຕໃນສະບັບກາຕູນສຸດໜ້າຮັກ ໂດຍນັກແຕ້ມຮູບຈາກທີມ Smile at me 🙂
ຢາກໄດ້ຮູບກໍເຮັດຕາມຂັ້ນຕອນງ່າຍໆເລີຍ ພຽງຖ່າຍຮູບ ແລ້ວລໍຖ້າພຽງ 3 ນາທີ ກໍຈະໄດ້ຮັບບັດປະຈຳໂຕສະບັບກາຕູນທີ່ຖືກແຕ້ມຂຶ້ນສະເພາະເຮົາ. ຢາກຈະໂພສທ່າໜ້າຮັກ ຫຼື ຍິ້ມຫວານໆ ສິລະປິນກໍສາມາດປ່ຽນເຮົາໃຫ້ກາຍເປັນຕົວກາຕູນທີ່ມີເອກະລັກໄດ້ແລ້ວ.
ລາຍລະອຽດກ່ຽວກັບງານ
- ເຂົ້າຟຣີ
- ເບິ່ງຂໍ້ມູນກິດຈະກຳ: festivalfrancelaos.com
- ວັນງານ: 10-14 ພະຈິກ 2026, 13:00 – 17:30 ໂມງ
- ສະຖານທີ່: Institut français du Laos (ສະຖາບັນຝຣັ່ງ), ນະຄອນຫຼວງວຽງຈັນ.

Printmaking ການພິມລາຍໄມ້ລາຍລາວ
ໄປສ້າງລາຍລາວທີ່ມີເອກະລັກໃຫ້ກາຍເປັນງານສິລະປະດ້ວຍມືຂອງເຮົາເອງ. ມື້ນີ້ ມ່ວນຊວນໄປ ຈະພາທຸກຄົນໄປຮຽນຮູ້ສິລະປະການພິມລາຍໄມ້ແບບດັ້ງເດີມ ທີ່ໄດ້ແຮງບັນດານໃຈຈາກລາຍລາວ ຜ່ານກິດຈະກຳ Workshop ທີ່ເປີດໂອກາດໃຫ້ທຸກຄົນໄດ້ລອງແກະສະຫຼັກໄມ້ ແລະ ພິມລວດລາຍລົງເທິງຜືນຜ້າດ້ວຍຕົນເອງ.
ນອກຈາກຈະໄດ້ຮຽນຮູ້ເຕັກນິກງານສີມືແບບແລ້ວ ເຮົາຍັງຈະໄດ້ວິທີນຳເອົາມໍລະດົກລວດລາຍລາວມາຕໍ່ຍອດຜ່ານຄວາມຄິດສ້າງສັນ ແລະ ສິລະປະຮ່ວມສະໄໝອີກດ້ວຍ. ໄປລອງສ້າງລວດລາຍໃນແບບຂອງເຮົາ ແລະ ຮ່ວມສືບສານຄວາມງາມຂອງສິລະປະລາວໄປນຳກັນເດີ.
ລາຍລະອຽດກ່ຽວກັບງານ
- ເຂົ້າຟຣີ (ມີອຸປະກອນໃຫ້ ແລະ ຜູ້ເລີ່ມຕົ້ນກໍສາມາດຮ່ວມໄດ້)
- ເບິ່ງຂໍ້ມູນກິດຈະກຳ: festivalfrancelaos.com
- ວັນງານ: 10-14 ພະຈິກ 2026, 13:00 – 17:30 ໂມງ
- ສະຖານທີ່: Institut français du Laos (ສະຖາບັນຝຣັ່ງ), ນະຄອນຫຼວງວຽງຈັນ.

ຮຽນແຕ້ມຮູບດອກໄມ້
ປ່ຽນມື້ທຳມະດາໃຫ້ມີສີສັນ ດ້ວຍການແຕ້ມຮູບດອກໄມ້, ມ່ວນຊວນໄປ ຢາກພາທຸກຄົນມາປ່ອຍຈິນຕະນາການ ແລະ ຮຽນຮູ້ສິລະປະຜ່ານການແຕ້ມດອກໄມ້ໃນຫົວຂໍ້ Bloom ເຊິ່ງກິດຈະກຳນີ້ຈະພາທຸກຄົນໄປຮຽນຮູ້ເຕັກນິກການແຕ້ມເສັ້ນ, ການສ້າງໂຄງຮ່າງດອກໄມ້, ການລົງສີ ແລະ ຈັດອົງປະກອບພາບໃຫ້ມີມິຕິ ແລະ ສວຍງາມ.
ພິເສດ, ທຸກຄົນທີ່ມາຮຽນຈະໄດ້ດອກໄມ້ກັບບ້ານຄົນລະດອກ ໂດຍມີ aek OwO ນັກແຕ້ມກາຕູນມືອາຊີບ ຜູ້ມີປະສົບການທັງການອອກແບບຕົວລະຄອນ, ພາບປະກອບນິທານ, Comic ແລະ Animation ມາເປັນຜູ້ພາແຕ້ມ.
ບໍ່ວ່າຈະມີພື້ນຖານການແຕ້ມມາກ່ອນ ຫຼື ບໍ່ເຄີຍມີປະສົບການ ກໍສາມາດຮຽນໄດ້ ເພາະເປັນຫຼັກສູດເລີ່ມຕົ້ນ ພຽງກຽມເຈ້ຍ, ສໍ ແລະ ສີ (ສີໄມ້ ຫຼື ສີນ້ຳ) ມາໃຫ້ພ້ອມ. ແລ້ວໄປໃຊ້ເວລາສະບາຍໆກັບສີສັນ ແລະ ດອກໄມ້ນຳກັນເດີທຸກຄົນ.
ລາຍລະອຽດກ່ຽວກັບງານ
- ມີຄ່າໃຊ້ຈ່າຍ: 200,00 ກີບ
- ເບິ່ງຂໍ້ມູນກິດຈະກຳ: Lab de Lines – Coworking Space
- ວັນງານ: 14 ພະຈິກ 2026, 14:00 – 17:00 ໂມງ
- ສະຖານທີ່: Lab de Lines, ນະຄອນຫຼວງວຽງຈັນ.