ຊວນປ່ຽນມື້ທຳມະດາທ້າຍອາທິດໃຫ້ກາຍເປັນວັນທີ່ໜ້າຈົດຈຳ ພຽງແຕ່ເຮົາລອງອອກໄປເຮັດຫຍັງໃໝ່ໆບໍ່ວ່າຈະເປັນ ການນັ່ງເບິ່ງຮູບເງົາ, ລອງສຳຜັດເທັກໂນໂລຊີ, ຮຽນຮູ້ຫັດຖະກຳ ຫຼື ປ່ອຍໃຫ້ຈິນຕະນາການໄດ້ເຮັດວຽກຜ່ານງານສິລະປະ.
ອາທິດນີ້, ມ່ວນຊວນໄປ ເລີຍລວບລວມ 6 ກິດຈະກຳ ທີ່ໜ້າສົນໃຈມາຝາກ ເຊິ່ງມີທັງງານສິລະປະ, ເຕັກໂນໂລຊີ, ຫັດຖະກຳ ແລະ Workshop ໃຫ້ໄດ້ລອງລົງມືເຮັດດ້ວຍຕົນເອງ.
ໃຜມີເວລາວ່າງ ລອງເລືອກງານທີ່ຖືກໃຈ ແລ້ວຊວນໝູ່ໄປນຳກັນເດີ. ເພາະບາງເທື່ອຄວາມຊົງຈຳດີໆ ຫຼື ມິດຕະພາບໃໝ່ໆ ກໍອາດເລີ່ມຈາກການອອກໄປມ່ວນນຳກັນໃນອາທິດນີ້ກໍໄດ້.

ເບິ່ງຮູບເງົາສັ້ນ 10 ເລື່ອງ
ເຄີຍບໍ່? ການທີ່ເຮົາໄດ້ເບິ່ງຮູບເງົາພຽງບໍ່ຈັກນາທີ ກໍສາມາດເຮັດໃຫ້ເຮົາມີຫຼາກຫຼາຍອາລົມພຽງແຕ່ເບິ່ງຈົບໜຶ່ງເລື່ອງ ບໍ່ວ່າຈະເປັນການຍິ້ມຫົວດ້ວຍຄວາມສຸກ, ຊຶ້ງໃຈ ຫຼື ມີແຮງບັນດານໃຈຄິດຫຍັງຕໍ່ໄດ້ອີກດົນ.
ມ່ວນຊວນໄປ ຈຶ່ງຢາກພາທຸກຄົນໄປເບິ່ງຮູບເງົາສັ້ນ 10 ເລື່ອງ ທີ່ກຽມມາສາຍໃນງານສະເຫຼີມສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ.
ບໍ່ວ່າເຮົາຈະມັກຮູບເງົາແນວໃດ ການທີ່ໄດ້ເປີດໃຈລອງມານັ່ງຮັບຊົມທັງ 10 ເລື່ອງນີ້ ກໍຖືເປັນອີກປະສົບການທີ່ໜ້າລອງ ເພາະບາງເທື່ອອາດມີຈັກໜຶ່ງເລື່ອງທີ່ຖືກໃຈ ຫຼື ຝາກຄວາມຄິດບາງຢ່າງໃຫ້ເຮົາໄດ້ນຳກັບໄປຄິດຕໍ່.
ລາຍລະອຽດກ່ຽວກັບງານ
- ເຂົ້າຟຣີ (ເບິ່ງຂໍ້ມູນກິດຈະກຳ: ຂ່າວສານ ມຊ NUoL News)
- ວັນງານ: 6-7 ພະຈິກ 2026, 19:00 – 21:00 ໂມງ
- ສະຖານທີ່: ມະຫາວິທະຍາໄລແຫ່ງຊາດ, ນະຄອນຫຼວງວຽງຈັນ. ລານວາງສະແດງຜົນງານ (ເດີ່ນຈອດລົດໜ້າ ຄສບ ຕຶກເກົ່າ)

FORTUNE TELLER
ຖ້າຢາກຮູ້ວ່າທຳມະຊາດມີຫຍັງຢາກສື່ສານກັບເຮົາ ມ່ວນຊວນໄປ ຢາກແນະນຳໃຫ້ລອງສຳຜັດ FORTUNE TELLER AR ຜົນງານສິລະປະໂດຍ Julie Stephen Chheng ສິລະປິນຊາວຝຣັ່ງ ທີ່ນຳເອົາເຕັກໂນໂລຊີ Augmented Reality (AR) ມາສ້າງປະສົບການໃໝ່ໃຫ້ກັບຜູ້ເຂົ້າຮ່ວມ.
ພົບກັບຈິດວິນຍານແຫ່ງທຳມະຊາດ 8 ຕົນ ທີ່ເປັນຕົວແທນໃຫ້ກັບ ນ້ຳ, ໄຟ, ທ້ອງຟ້າ, ດິນ, ຟ້າຮ້ອງ, ເງົາ, ແສງສະຫວ່າງ ແລະ ໃບໄມ້. ພຽງດາວໂຫຼດແອັບ FORTUNE TELLER AR ຟຣີ ແລ້ວໃຊ້ກ້ອງໂທລະສັບສ່ອງຮູບພາບຝາຜະໜັງ ກໍຈະໄດ້ເຫັນຕົວລະຄອນເຄື່ອນໄຫວ ພ້ອມຄົ້ນພົບຂໍ້ຄວາມຈາກພວກເຂົາ.
ປະສົບການນີ້ຈັດຂຶ້ນໃນງານ ບຸນຝຣັ່ງ-ລາວ 2026 ລະຫວ່າງວັນທີ 6–28 ພະຈິກ ທີ່ສະຖາບັນຝຣັ່ງປະຈຳລາວ ເມືອງຫຼວງພະບາງ ອີກໜຶ່ງກິດຈະກຳທີ່ຊວນໃຫ້ເຮົາໄດ້ລອງເບິ່ງທຳມະຊາດຜ່ານສິລະປະ ແລະ ເທັກໂນໂລຊີໃນມຸມທີ່ຕ່າງອອກໄປ.
ລາຍລະອຽດກ່ຽວກັບງານ
- ເຂົ້າຟຣີ (ເບິ່ງຂໍ້ມູນກິດຈະກຳ: Institut français du Laos à Luang Prabang)
- ວັນງານ: 6-28 ພະຈິກ 2026, 14:00 – 17:00 ໂມງ
- ສະຖານທີ່: Institut français du Laos à Luang Prabang, ນະຄອນຫຼວງພະບາງ.

Tech Fair 2026
Tech & AI for Every Use ມາຮຽນຮູ້ເລື່ອງ Tech & AI ພ້ອມກິດຈະກຳມ່ວນໆ ໃນງານດຽວ.
ໃຜທີ່ສົນໃຈເລື່ອງເຕັກໂນໂລຊີ ແລະ AI ລອງແວ່ມາງານ Tech & AI for Every Use ໂດຍ Youth Confidence (YC) ພາຍໃຕ້ແຄມເປນ LEARN, CONNECT, LEAD ທີ່ຊວນໃຫ້ໄວໜຸ່ມ ແລະ ຜູ້ສົນໃຈໄດ້ມາຮຽນຮູ້, ພົບປະຄົນໃໝ່ ແລະ ລອງສຳຜັດກັບເທັກໂນໂລຊີແບບໃກ້ຊິດ.
ພາຍໃນງານມີທັງການແຂ່ງຂັນ Digital Hackathon Competition (Final Round) ທີ່ຈະໄດ້ເບິ່ງ 5 ທີມສຸດທ້າຍຂຶ້ນມາ Pitching ໄອເດຍຂອງຕົນ, ພ້ອມກັບບູດຈາກບໍລິສັດດ້ານ Tech & AI ໃຫ້ໄດ້ແວ່ຊົມ ແລະ ສອບຖາມຂໍ້ມູນເລື່ອງການຮຽນ ຫຼື ເສັ້ນທາງອາຊີບ.
ນອກຈາກນີ້, ຍັງມີ Panel Discussion ໃຫ້ຟັງມຸມມອງຈາກຜູ້ຊ່ຽວຊານດ້ານ Tech & AI ອີກດ້ວຍ. ສ່ວນບັນຍາກາດພາຍໃນງານກໍບໍ່ໄດ້ມີແຕ່ສາລະ ເພາະຍັງມີເກມໃຫ້ຮ່ວມຫຼິ້ນ ເກັບແຕ້ມ ເພື່ອແລກຂອງລາງວັນ ແລະ ຂອງແຈກຕ່າງໆ.
ພ້ອມປິດທ້າຍດ້ວຍ Mini Concert ຈາກ Mina Phounsee ຫຼື Mina The Voice ໃຫ້ທຸກຄົນໄດ້ຟັງສຽງຮ້ອງຫວານໃສ ແລະ ມ່ວນນຳກັນ. ຖືວ່າເປັນງານທີ່ໄດ້ທັງຄວາມຮູ້, ໄດ້ຮູ້ຈັກຄົນໃໝ່ ແລະ ມີກິດຈະກຳໃຫ້ມ່ວນຕະຫຼອດງານເລີຍກໍວ່າໄດ້.
ລາຍລະອຽດກ່ຽວກັບງານ
- ເຂົ້າຟຣີ (ຂໍ້ມູນກິດຈະກຳ: Youth Confidence ພັດທະນາຄວາມໝັ້ນໃຈໃນໄວໜຸ່ມ)
- ວັນງານ: 6 ພະຈິກ 2026, 15:00 – 18:00 ໂມງ ແລະ 7 ພະຈິກ 2026, 8:30 – 16:30 ໂມງ
- ສະຖານທີ່: ສູນອາເມຣິກາ (ທາດດຳ), ນະຄອນຫຼວງວຽງຈັນ.

Workshop ໝາກເບັງ, ພວງມາໄລ ແລະ ຕົ້ນເຜິ້ງ
ກ່ອນຮອດບຸນທາດຫຼວງໃນເດືອນພະຈິກນີ້, ຢາກຊວນທຸກຄົນມາລອງປ່ຽນເວລາວ່າງໃຫ້ເປັນປະສົບການໃໝ່ ດ້ວຍການຮຽນຮູ້ວິທີເຮັດໝາກເບັງ, ພວງມາໄລ ແລະ ຕົ້ນເຜິ້ງ ເຊິ່ງງານສີມືນີ້ຖືວ່າທີ່ມີຄວາມຜູກພັນກັບປະເພນີລາວມາດົນ.
ຜູ້ເຂົ້າຮ່ວມຈະໄດ້ລົງມືຮຽນຮູ້ເຕັກນິກການປະດິດຫັດຖະກຳແບບດັ້ງເດີມ ພ້ອມປ່ອຍໃຫ້ຄວາມຄິດສ້າງສັນ ແລະ ຍັງສາມາດນຳຜົນງານທີ່ຕົນເອງປະດິດກັບບ້ານ. ນອກຈາກຈະໄດ້ປະສົບການຈາກການລົງມືເຮັດແລ້ວ ຍັງເປັນການຮູ້ຈັກຄຸນຄ່າຂອງງານຫັດຖະກຳ ແລະ ມີສ່ວນຮ່ວມສືບຕໍ່ມໍລະດົກພູມປັນຍາລາວໃຫ້ຢູ່ຄູ່ກັບປະເພນີຕໍ່ໄປ.
ລາຍລະອຽດກ່ຽວກັບງານ
- ມີຄ່າໃຊ້ຈ່າຍ (ເບິ່ງຂໍ້ມູນກິດຈະກຳ: NAPHA Space & Atelier)
- ວັນງານ: 7, 14 ແລະ 21 ພະຈິກ 2026, 10:00 – 12:00 ໂມງ
- ສະຖານທີ່: NAPHA Space & Atelier, ນະຄອນຫຼວງວຽງຈັນ.

Canvas After Hours
ຊວນໝູ່ໄປປ່ອຍຈິນຕະນາການໃນບ່າຍວັນເສົາໃຫ້ມີສີສັນກັນດີກວ່າທຸກຄົນ ລອງຫາກິດຈະກຳໃໝ່ໆເຮັດແລະ ປ່ຽນຈາກການນັ່ງຄາເຟ່ແບບເດີມໆ ມາໃຊ້ເວລາກັບສິລະປະທີ່ທຸກຄົນສາມາດສ້າງ Artwork ເທິງ Canvas Cake ໃນແບບຂອງຕົນເອງ.
ຕະຫຼອດ 3 ຊົ່ວໂມງ, ທຸກຄົນຈະໄດ້ທັງລອງສ້າງຜົນງານ, ເລືອກສີກອບຮູບ, ຈິບ Signature Cocktail ຫຼື Mocktail 1 ຈອກ ແລະ ກິນ Mini Bites. ໃນສ່ວນບັນຍາກາດກໍຍັງມີ DJ Tama ຈາກກຸງເທບເປີດເພງເພີ່ມຄວາມມ່ວນນຳອີກ.
ທີ່ສຳຄັນ ບໍ່ຈຳເປັນຕ້ອງມີພື້ນຖານສິລະປະ ເພາະສະຖານທີ່ມີອຸປະກອນກຽມໄວ້ຄົບຊຸດແລ້ວ. ລອງຊວນໝູ່ໄປສ້າງຜົນງານຄົນລະຊິ້ນ ຫຼື ໄປລອງຫາປະສົບການໃໝ່ໆຮ່ວມກັນໄດ້ເດີທຸກຄົນ.
ລາຍລະອຽດກ່ຽວກັບງານ
- ມີຄ່າໃຊ້ຈ່າຍ: $ 55 / ຄົນ (ເບິ່ງຂໍ້ມູນກິດຈະກຳ: The Dessert Table)
- ວັນງານ: 7 ພະຈິກ 2026, 14:00 – 17:00 ໂມງ
- ສະຖານທີ່: MEL Brunch and Dining, ນະຄອນຫຼວງວຽງຈັນ.

ແກະສະລັກໝາກໄມ້
ເດືອນນີ້ເບິ່ງຄືຈະມີກິດຈະກຳໜ້າລອງຫຼາຍຢ່າງເລີຍ ລະຫວ່າງທີ່ກຳລັງຊອກຫາຫຍັງໃໝ່ໆເຮັດ ມ່ວນຊວນໄປ ກໍໄປເຫັນອີກໜຶ່ງກິດຈະກຳທີ່ສະດຸດຕານັ້ນກໍຄື ການແກະສະລັກໝາກໄມ້ ເລີຍຢາກເອົາມາຊວນທຸກຄົນລອງເຮັດນຳກັນ.
ໃຜທີ່ຄິດວ່າຕົນເອງບໍ່ມີພື້ນຖານ ຫຼື ບໍ່ເຄີຍຈັບມີດແກະສະລັກມາກ່ອນ ກໍບໍ່ຕ້ອງກັງວົນ ເພາະຈະມີຄົນຄອຍສອນຕັ້ງແຕ່ວິທີການຈັບມີດ ໄປຈົນເຖິງຂັ້ນຕອນການແກະສະລັກ. ສ່ວນຄົນທີ່ມີປະສົບການຢູ່ແລ້ວ ກໍສາມາດເຝິກຝົນ ແລະ ລອງເທັກນິກໃໝ່ໆໄດ້.
ບາງເທື່ອການໄດ້ນັ່ງຄ່ອຍໆລົງມືເຮັດຫຍັງຈັກຢ່າງ ກໍເປັນການພັກຈາກຄວາມວຸ່ນວາຍໃນແຕ່ລະມື້ໄດ້ຄືກັນ ແຖມຄອສນີ້ຍັງມີກະແລັມເຮັດເອງໃຫ້ກິນຟຣີອີກດ້ວຍ. ໄດ້ທັງລອງສິ່ງໃໝ່ ໄດ້ທັງກິນຂອງຫວານ ຟັງແລ້ວກໍໜ້າລອງຢູ່ເດທຸກຄົນ.
ລາຍລະອຽດກ່ຽວກັບງານ
- ມີຄ່າໃຊ້ຈ່າຍ: 350,000 ກີບ / ຄົນ ຮັບຈຳນວນຈຳກັດ (ເບິ່ງຂໍ້ມູນກິດຈະກຳ Salabaan · ສາລະບານ)
- ວັນງານ: 8 ພະຈິກ 2026, 14:00 – 15:30 ໂມງ
- ສະຖານທີ່: Naked Espresso Watnak, ນະຄອນຫຼວງວຽງຈັນ.