ງານວາງສະແດງຮູບແຕ້ມ ເປືອຍ Nudity: Feminine48 29 ຕຸລາ – 29 ພະຈິກ 2026

ແບ່ງປັນ

ງານວາງສະແດງຮູບແຕ້ມ ເປືອຍ Nudity: Feminine48 29 ຕຸລາ – 29 ພະຈິກ 2026

30 October 2026● 17

ຊວນຕີຄວາມໝາຍຈາກງານສິລະປະ ພ້ອມສຳຜັດຄວາມງາມຂອງຮ່າງກາຍຜູ້ຍິງ ຜ່ານ 48 ຜົນງານຮູບແຕ້ມ.

ທ້າຍເດືອນຕຸລາ – ທ້າຍເດືອນພະຈິກ ນີ້, ມ່ວນຊວນໄປ ມີອີກໜຶ່ງກິດຈະກຳທີ່ຈະເຮັດໃຫ້ຊີວິດເຮົາມີສີສັນຫຼາຍຂຶ້ນກັບງານສິລະປະທີ່ໜ້າໜ້າສົນໃຈມາເລົ່າສູ່ທຸກຄົນຟັງ.

ຫຼັງຈາກທີ່ເຮົາໄດ້ໄປສຳຜັດສິລະປະ ແລະ ບັນຍາກາດຂອງງານວາງສະແດງຮູບແຕ້ມ ເປືອຍ Nudity: Feminine48 ມາ. ສິ່ງທຳອິດທີ່ໄດ້ຍ່າງຊົມພາບແຕ້ມເຫຼົ່ານັ້ນ ຄືເໝືອນໄດ້ເຫັນຄວາມແຕກຕ່າງທີ່ຫຼາກຫຼາຍຂອງ 48 ຜົນງານ.

ພາບແຕ້ມໄດ້ເລົ່າເລື່ອງລາວໂດຍຕົວມັນເອງ ເຖິງທຸກຊ່ວງໄວຂອງຜູ້ຍິງ ແລະ ເຮັດໃຫ້ເຂົ້າໃຈຜ່ານມຸມມອງ, ອາລົມຄວາມຮູ້ສຶກ, ປະສົບການການເຕີບໂຕຕັ້ງແຕ່ນ້ອຍຈົນໃຫຍ່ຂອງມະນຸດທີ່ຂຶ້ນຊື່ວ່າເປັນ “ມະນຸດຜູ້ຍິງ”.

ນີ້ແມ່ນການຕີຄວາມໝາຍພຽງສັ້ນໆຂອງເຮົາທີ່ໄດ້ໄປສຳຜັດມາແລ້ວ ແລະ ຢາກໃຫ້ທຸກຄົນລອງໄປຊົມຄືກັນ ເຊິ່ງພວກເຮົາບໍ່ຈຳເປັນຕ້ອງເບິ່ງຮູບແລ້ວເຂົ້າໃຈຄືກັນກໍໄດ້. ເພາະບາງຄົນອາດເຫັນຄວາມງາມ, ບາງຄົນອາດເຫັນຄວາມເຂັ້ມແຂງ ຫຼື ບາງພາບອາດພາໃຫ້ເຮົາຄິດຮອດບາງເລື່ອງໃນຊີວິດຂອງຕົນເອງກໍໄດ້.

ໃຜທີ່ມັກງານສິລະປະ ຫຼື ກຳລັງຊອກຫາບ່ອນໄປໃນມື້ວ່າງໆ ເຮົາຢາກຊວນໃຫ້ລອງແວ່ໄປເບິ່ງເດີ ເພາະບາງເທື່ອການໄດ້ຢືນເບິ່ງຮູບແຕ້ມຈັກພາບ ກໍອາດພາໃຫ້ເຮົາໄດ້ຄົ້ນພົບມຸມມອງໃໝ່ໆ ທີ່ບໍ່ເຄີຍນຶກເຖິງມາກ່ອນ.

ລາຍລະອຽດງານ

ອ່ານຕື່ມ:  ຊວນໄປ Encyclopedia ງານວາງສະແດງດ່ຽວ ຄັ້ງທີ 2 ຂອງ @nnene.iie ທີ່ບາງກອກ ປະເທດໄທ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.