Highlights
- ປ່ຽນມຸມມອງ ເພື່ອວິເຄາະອະນາຄົດແລ້ວຖາມໂຕເອງວ່າເລື່ອງນີ້ຈະຍັງສຳຄັນຢູ່ບໍ່ໃນອີກ 3 ປີຕໍ່ໜ້າ ເພື່ອຊ່ວຍໃຫ້ສະໝອງຫຼຸດການໂຟກັສຄວາມເຈັບປວດໄລຍະສັ້ນ ແລະ ປ່ອຍວາງເລື່ອງນ້ອຍໆໄດ້ໄວຂຶ້ນ.
- ຖອຍອອກມາເບິ່ງໃນຖານະຄົນນອກ ຫຼຸດການຕັດສິນດ້ວຍອາລົມໂດຍການສົມມຸດວ່າເຮົາກຳລັງແນະນຳໝູ່ສະໜິດ ເຕັກນິກນີ້ຈະຊ່ວຍໃຫ້ເຫັນຂໍ້ເທັດຈິງຫຼາຍກວ່າຄວາມຮູ້ສຶກ ແລະ ເພີ່ມຄວາມເຫັນອົກເຫັນໃຈໃຫ້ຄູ່ຮັກ.
- ປ່ຽນວິກິດໃຫ້ເປັນບົດຮຽນ ຊອກຫາສິ່ງສຳຄັຍທີ່ເຊື່ອງຢູ່ໃນຄວາມເສຍໃຈ ເພື່ອທົດສອບຄວາມພ້ອມໃນການປັບໂຕ, ຄວາມຈິງໃຈຂອງອີກຝ່າຍ ເຊິ່ງຈະຊ່ວຍໃຫ້ເຮົາເຕີບໂຕຂຶ້ນ ແລະ ບໍ່ເສຍເວລາກັບຄວາມສຳພັນທີ່ບໍ່ມີທາງໄປ.
“ເປັນຫຍັງຄືບໍ່ເຂົ້າໃຈ ສ່ຳນີ້ເຮັດໃຫ້ກັນບໍ່ໄດ້ຫວາ” ຄຳນີ້ໆຫຼາຍໆຄູ່ອາດຈະໄດ້ຍິນກັນເປັນປະຈຳ ແຕ່ມັນກໍຍັງຄົງເປັນບັນຫາທີ່ຫຼາຍໆເທື່ອກໍບໍ່ເຄີຍແກ້ໄຂມັນໄດ້ເລີຍ, ເວລາທີ່ເຮົາຜິດຖຽງກັນ ຫຼື ບໍ່ເຂົ້າໃຈກັນ, ອາລົມມັກຈະບັງຕາຈົນເຮົາເຫັນແຕ່ຄວາມຖືກຕ້ອງຂອງໂຕເອງ ຈົນບາງເທື່ອອາດເຮັດໃຫ້ຄວາມສຳພັນຂາດລົງໂດຍທີ່ບໍ່ໄດ້ຮັບການແກ້ໄຂເລີຍ.
ໃນຄວາມສຳພັນຄືຈະບໍ່ມີໃຜຢາກໃຫ້ມັນເກີດຂຶ້ນ, ເພາະເວລາທີ່ເຮົາຮູ້ສຶກດີ ຫຼື ຮັກ ເຮົາກໍຢາກເຂົ້າໃຈກັນ ແລະ ຢາກປັບຈູນຫຼາຍສິ່ງຫຼາຍຢ່າງເຂົ້າຫາກັນເພື່ອຊີວິດຄູ່ທີ່ສົດໃສ.
Muan RelationTips ເລີຍນຳ 3 ເຕັກນິກຄິດຫຼາຍມຸມ (Psychological Distancing) ມາແບ່ງປັນເພື່ອໃຫ້ເຂົ້າໃຈວິທີຄິດ ແລະ ການຫາທາງຮັບມື ເຊິ່ງເຮົາຕ້ອງມີເຄື່ອງມືແກ້ໄຂບັນຫາ (Problem-Solving Tool) ມັນຈະຊ່ວຍໃຫ້ເຫັນທາງອອກທີ່ຊັດເຈນຂຶ້ນເວລາເຮົາເກີດບັນຫາຄວາມບໍ່ເຂົ້າໃຈໃນຄວາມສຳພັນ.
ນີ້ແມ່ນສ່ວນໜຶ່ງຂອງເຄື່ອງມືທີ່ນັກຈິດຕະວິທະຍາມັກນຳມາໃຊ້ບຳບັດຄວາມຄິດ (Cognitive Behavioral Therapy – CBT) ເພື່ອຊ່ວຍໃຫ້ຫຼຸດພົ້ນຈາກຄວາມຄິດທີ່ຕິດລົບ ແລະ ດຶງໂຕເຮົາອອກມາຈາກພາຍຸອາລົມທີ່ກໍ່ເກີດໃນຕອນທີ່ເຮົາຜິດຖຽງກັນ ທຸກຄົນສາມາດລອງໃຊ້ “3 ເຕັກນິກຄິດຫຼາຍມຸມ” ເພື່ອນຳມາດຶງສະຕິ ແລະ Protect your peace (ການປົກປ້ອງຄວາມສະຫງົບສຸກ) ໃນໃຈຂອງເຮົາ.
ຮູ້ຈັກ 3 ເຕັກນິກການຄິດຫຼາຍມຸມໃນວັນທີ່ຄວາມສຳພັນມີບັນຫາ
1. ມຸມຂອງໂຕເຮົາໃນອະນາຄົດ (The Future Self)
ສິ່ງທຳອິດເລີຍຄືໃຫ້ລອງຖາມໂຕເອງວ່າ “ໃນອະນາຄົດອີກ 3 ປີ, ຖ້າເຮົາໄດ້ຢ້ອນກັບມາເບິ່ງເລື່ອງທີ່ເກີດຂຶ້ນນີ້ ເຮົາຈະຍັງຮູ້ສຶກວ່າມັນເປັນເລື່ອງໃຫຍ່ຢູ່ບໍ່” ເພາະຫຼາຍເລື່ອງທີ່ເຮົາຜິດກັນໃນມື້ນີ້, ມັກຈະເປັນເລື່ອງເລັກນ້ອຍຫຼາຍເມື່ອທຽບກັບເວລາທັງຊີວິດ ເຊິ່ງມຸມມອງນີ້ຈະຊ່ວຍໃຫ້ເຮົາໄດ້ປ່ອຍວາງໄດ້ໄວຂຶ້ນ ແລະ ບໍ່ເສຍເວລາກັບຄວາມຄຽດທີ່ບໍ່ຈຳເປັນ.
2. ມຸມມອງຂອງຄົນນອກ (The Outsider Perspective)
ລອງຄິດໃນມຸມມອງຂອງຄົນນອກ “ຖ້າຫາກເລື່ອງນີ້ໄດ້ເກີດຂຶ້ນກັບໝູ່ສະໜິດຂອງເຮົາ, ໂຕເຮົາເອງຈະແນະນຳລາວແນວໃດ” ເພາະຖ້າເຮົາເປັນຄົນນອກ, ເຮົາຈະເຫັນຄວາມຈິງຫຼາຍກວ່າອາລົມ ເຊິ່ງຈະເຫັນວ່າ “ເອີ… ເຮົາກໍມີສ່ວນຜິດເນາະ ຫຼື ລາວອາດຈະພົບບັນຫາມາ ແລ້ວເມື່ອຍກັບມັນແທ້ໆ” ການຄິດແບບນີ້ມັນຊ່ວຍໃຫ້ເຮົາຫຼຸດການຕັດສິນ ແລະ ເພີ່ມຄວາມເຂົ້າໃຈໃຫ້ກັນຫຼາຍຂຶ້ນ.
3. ມຸມຂອງໂອກາດໃນວິກິດ (The Opportunity Angle)
ໃນທຸກໆຄວາມເສຍໃຈມັກມີຂອງຂວັນເຊື່ອງໄວ້ສະເໝີ ໃຫ້ເຮົາລອງຊອກໃຫ້ເຈິວ່າເລື່ອງນີ້ສອນຫຍັງເຮົາແດ່. ບາງເທື່ອຄວາມບໍ່ເຂົ້າໃຈກັນຄັ້ງນີ້ ມັນອາດຈະກຳລັງສອນໃຫ້ເຮົາ “ກ້າເວົ້າຄວາມຮູ້ສຶກແທ້ໆອອກມາ ຫຼື ເຮັດໃຫ້ເຮົາເຫັນວ່າ ຄົນນີ້ພ້ອມຈະປັບໂຕໄປນຳເຮົາແທ້ບໍ່” ຖ້າເຮົາໄດ້ເຫັນບົດຮຽນ ຫຼື ຄວາມເຈັບປວດນັ້ນ ມັນກໍຈະເຮັດໃຫ້ຕັດສິນໃຈໄດ້ ແລະ ບໍ່ເສຍເວລາອີກຕໍ່ໄປ.
ຄວາມສຳພັນທີ່ດີ ບໍ່ແມ່ນຄວາມສຳພັນທີ່ບໍ່ມີບັນຫາ, ແຕ່ແມ່ນຄວາມສຳພັນທີ່ທັງສອງຝ່າຍກ້າທີ່ຈະຖອຍອອກມາເບິ່ງ ເພື່ອຫາທາງອອກຮ່ວມກັນ.