ໃນແຕ່ລະມື້ ແຕ່ລະ day, ເຮົາໃຊ້ເວລາສະເລ່ຍເຖິງ 6 ຊົ່ວໂມງ 36 ນາທີໃນໂລກອອນລາຍ, ອີງຕາມຂໍ້ມູນຈາກ Statista ແລະ ບາງເທື່ອເຮົາອາດຈະເປັນສ່ວນໜຶ່ງໃນການເບິ່ງວິດີໂອ Reels ໃນ Instagram ທີ່ຍອດລວມທົ່ວໂລກຢູ່ທີ່ 150,000 ລ້ານວິວຕໍ່ມື້ ແລະ ຫຼາຍຄັ້ງເຮົາກໍໄຖໜ້່າຈໍເບິ່ງວິດີໂອສັ້ນ ຫຼື ຄອນເທັນທີ່ບໍ່ມີປະໂຫຍດແບບ non-stop ບໍ່ຍອມຫຼັບຍອມນອນ ຈົນເປັນທີ່ມາຂອງຄຳວ່າ Brain Rot.
ຄຳວ່າ Brain Rot ທີ່ແປວ່າ ‘ສະໝອງເນົ່າ’ ຫຼື ‘ສະໝອງເສື່ອມ’ ຖືກປະກາດໃຫ້ເປັນຄຳສັບແຫ່ງປີ 2024 ໂດຍ ສຳນັກພິມມະຫາວິທະຍາໄລອັອກຊ໌ຟອດ ເນື່ອງຈາກໃນບໍ່ເທົ່າໃດປີທີ່ຜ່ານມາ ຄຳສັບນີ້ຖືກກ່າວເຖິງເປັນວົງກວ້າງ ຄຽງຄູ່ກັບການມາຂອງກະແສການເຮັດຄອນເທັນປະເພດວິດີໂອສັ້ນ.
ຄຳສັບນີ້ເປັນຄຳທີ່ໃຊ້ເພື່ອອະທິບາຍຜົນກະທົບທີ່ເກີດຈາກການທີ່ຄົນເຮົາໃຊ້ເວລາເສບຄອນເທັນໃນໂລກອອນລາຍຫຼາຍເກີນໄປ ໂດຍສະເພາະຄອນເທັນທີ່ບໍ່ທ້າທາຍຄວາມຄິດ, ຄອນເທັນທີ່ບໍ່ມີຄຸນນະພາບ ເຊັ່ນ: ຄອນເທັນວິດີໂອສັ້ນ–ມີມ ຕ່າງໆທີ່ບໍ່ມີປະໂຫຍດ ເຊິ່ງບໍ່ໄດ້ນຳໄປສູ່ການສ້າງຄວາມຮູ້ ຫຼື ຄວາມຄິດສ້າງສັນ.
ເມື່ອເຮົາເສບຄອນເທັນເຫຼົ່ານີ້ເລື້ອຍໆ ແລະ ເປັນເວລາດົນນານ ຈຶ່ງເຮັດໃຫ້ເກີດການເສື່ອມຖອຍຂອງສະພາບຈິດໃຈ ຫຼື ສະຕິປັນຍາ ຈົນເປັນທີ່ມາຂອງຄຳວ່າ Brain Rot.
ໃນປີ 2023–2024 ຄຳວ່າ Brain Rot ມີການນຳໃຊ້ຫຼາຍຂຶ້ນເຖິງ 230% ໂດຍກຸ່ມຄົນສ່ວນໃຫຍ່ທີ່ໃຊ້ຄຳນີ້ເລື້ອຍຈະເປັນກຸ່ມ Gen Z ແລະ Gen Alpha ເພື່ອແຊວໂຕເອງ ວ່າໂຕເອງຫຼິ້ນໂຊຊຽວດົນເກີນໄປຈົນ Brain Rot ໝົດແລ້ວ.
ໃນແງ່ຂອງການເຮັດວຽກ ໂດຍສະເພາະການຕະຫຼາດ ຄຳນີ້ສະທ້ອນເຖິງທ່າອ່ຽງ, ທິດທາງ ຫຼື ຄວາມກັງວົນຂອງສັງຄົມກ່ຽວກັບເລື່ອງຕ່າງໆນຳ. ຕົວຢ່າງໃນປີ 2017 ຄຳສັບແຫ່ງປີໂດຍ American Dialect Society ແມ່ນ Fake News ທີ່ສະທ້ອນເຖິງຄວາມກັງວົນກ່ຽວກັບການສົ່ງຕໍ່ຂ່າວປອມໃນໂລກອອນລາຍ ຫຼື ໃນປີ 2019 ຄຳສັບແຫ່ງປີໂດຍ Oxford University Press ແມ່ນ Climate Emergency ທີ່ສະທ້ອນເຖິງຄວາມກັງວົນດ້ານສະພາບອາກາດຂອງໂລກ.
ສ່ວນໃນປີ 2024, ຄຳວ່າ Brain Rot ສະທ້ອນໃຫ້ເຫັນເຖິງຄວາມກັງວົນໃນການໃຊ້ເວລາໃນໂລກອອນລາຍຂອງຄົນເຮົາທີ່ຫຼາຍຈົນເກີນໄປ ເຊິ່ງໃນນັ້ນມີຄອນເທັ້ນຈຳນວນຫຼາຍກໍບໍ່ໄດ້ກໍ່ໃຫ້ເກີດປະໂຫຍດ ຫຼື ຄວາມຄິດສ້າງສັນ ເຮັດໃຫ້ເກີດການເສື່ອມຖອຍຂອງສະພາບຈິດໃຈ ແລະ ສະຕິປັນຍາ. ສິ່ງທີ່ເຮົາສາມາດເຮັດໄດ້ໃນຖານະນັກການຕະຫຼາດ ທ່າມກາງສະພາບແບບນີ້ແມ່ນ ຫຼີກເວັ້ນການເຮັດຄອນເທັ້ນທີ່ເຂົ້າຂ່າຍ Brain Rot ແລ້ວປ່ຽນໄປເຮັດຄອນເທັ້ນທີ່ໃຊ້ຄວາມຄິດສ້າງສັນ ແລະ ໃຫ້ຜູ້ຕິດຕາມໄດ້ຮັບປະໂຫຍດຫຼາຍຂຶ້ນ.
ອ່ານມາຮອດນີ້ ຫຼາຍຄົນອາດຈະຄິດວ່າ ຄົນເຮົາມາໃຊ້ໂຊຊຽວກໍເພື່ອຫຼີກໜີຈາກເລື່ອງທີ່ໜັກສະໝອງ ຫຼື ຊີຣຽສ ແລ້ວຍັງຈະມາໃຫ້ເສີບສິ່ງທີ່ເຂົາເຈົ້າບໍ່ມັກຮອດໜ້າຈໍເຂົາເຈົ້າອີກຢູ່ຫວາ?
ທາງອອກຂອງສິ່ງນີ້ແມ່ນ ຄອນເທັ້ນທີ່ຜະລິດອອກມາ ສາມາດເປັນຄອນເທັນແບບ Edutainment ເຊິ່ງເປັນຄອນເທັນທີ່ໃຫ້ທັງຄວາມບັນເທີງ ແລະ ຄວາມຮູ້ຄູ່ກັນ ເຊັ່ນ: ວິດີໂອສັ້ນສອນເຕັກນິກ ຫຼື ເຄັດລັບຕ່າງໆ, ວິດີໂອພາທ່ຽວແລ້ວສອດແຊກເລົ່າເລື່ອງລາວປະຫວັດສາດທີ່ຍ່ອຍງ່າຍ ຫຼື ຈະເປັນຄອນເທັນທີ່ໃຫ້ຄວາມຮູ້ດ້ານຕ່າງໆເຊັ່ນ ດ້ານການເງິນ ຫຼື ການພັດທະນາທັກສະ ທີ່ກຳລັງໄດ້ຮັບຄວາມສົນໃຈຫຼາຍຂຶ້ນຈາກກຸ່ມໄວໜຸ່ມຍຸກໃໝ່ທີ່ຢາກພັດທະນາໂຕເອງໃຫ້ດີຂຶ້ນ.
ການທີ່ແບຣນສາມາດຫຼີກລ່ຽງການສ້າງຄອນເທັນ Brain Rot ນອກຈາກຈະຫຼີກລ່ຽງການສ້າງຜົນກະທົບດ້ານລົບຕໍ່ກັບຜູ້ເສບຄອນເທັນແລ້ວ ຍັງສ້າງພາບລັກທີ່ດີໃຫ້ກັບແບຣນ ແລະ ເຮັດໃຫ້ລູກຄ້າຈົດຈຳແບຣນຂອງເຮົາໄດ້ດີຍິ່ງຂຶ້ນອີກດ້ວຍ.