ມີງານວິໄຈກ່ຽວກັບການຕະຫຼາດພົບວ່າ ບັນຊີທີ່ມີຜູ້ຕິດຕາມຫຼາຍເກີນໄປ ມັກຈະມີອັດຕາການມີສ່ວນຮ່ວມ ຫຼື Engagement Rate ຕ່ຳລົງ.
ຖ້າໃຜເຮັດວຽກການຕະຫຼາດຢູ່ໃນລາວມາຕັ້ງແຕ່ແຖວໆ ປີ 2010-2015 ຄົງຈະຍັງຈື່ກັນໄດ້ວ່າ ຈຳນວນຜູ້ຕິດຕາມ (Followers ຫຼືວ່າຄົນມາກົດໄລຄ໌ເພຈ) ທີ່ເປັນໜຶ່ງໃນມາດວັດຜົນລັບຂອງການເຮັດການຕະຫຼາດດິຈິຕອລນັ້ນ ຄັ້ງໜຶ່ງເຄີຍເປັນໂຕເລກທີ່ສຳຄັນທີ່ສຸດ ເພື່ອຊີ້ວັດຄວາມສຳເລັດໃນການສ້າງແບຣນດ໌ ຫຼື ທຸລະກິດ, ແຕ່ຕອນນີ້ ແນວຄິດນີ້ມັນໃຊ້ບໍ່ໄດ້ແລ້ວ.
ອັດຕາການມີສ່ວນຮ່ວມທີ່ຕ່ຳລົງ ສວນທາງການໂຕເລກຜູ້ຕິດຕາມ ຫຼື ຜູ້ທີ່ພົບເຫັນ ເພາະຜູ້ຕິດຕາມບໍ່ໄດ້ຮູ້ສຶກເຊື່ອມໂຍງກັບເນື້ອຫາທີ່ປ່ອຍອອກໄປຫຼາຍພໍ, ບໍ່ມີປະເດັນ ຫຼື ເນື້ອຫາທີ່ຂ້ອງກ່ຽວກັບວິຖີຊີວິດຂອງຜູ້ທີ່ຕິດຕາມ. ປີ 2021 ເຄີຍມີບົດລາຍງານມາແລ້ວຈາກ Later.com (ແພຼັດຟອມເຈົ້າໃຫຍ່ທີ່ໃຫ້ບໍລິຫານຈັດການຄຣີເອເຕີ) ທີ່ວິເຄາະຂໍ້ມູນຈຳນວນ 3.5 ລ້ານໂພສຕ໌ໃນ Instagram ວ່າການມີສ່ວນຮ່ວມຂອງ ບັນຊີສື່ສັງຄົມອອນໄລນ໌ທີ່ມີຜູ້ຕິດຕາມລະດັບ 100,000 – 500,000 ບັນຊີ ນັ້ນມີ ER. ຢູ່ທີ່ 1.5% ສ່ວນບັນຊີທີ່ມີຜູ້ຕິດຕາມລະດັບ ຫຼັກລ້ານຂຶ້ນໄປ ມີ ER. ຫຼຸດລົງເຫຼືອພຽງ 0.5% ເທົ່ານັ້ນ. ນີ້ິ້ສະແດງໃຫ້ເຫັນວ່າ ຍິ່ງກຸ່ມຜູ້ຕິດຕາມໃຫຍ່ຂຶ້ນ ການມີສ່ວນຮ່ວມ ການມີປະຕິສຳພັນກັບຜູ້ຕິດຕາມແຮງຫຼຸດຕ່ຳລົງ.

ເຊິ່ງຖ້າເບິ່ງລົງເລິກໄປ ມັນກົງກັນຂ້າມກັບບັນຊີທີ່ມີຜູ້ຕິດຕາມຂະໜາດນ້ອຍ ເຊັ່ນ: ອິນຟລູເອັນເຊີ ຫຼື ນັກສ້າງເນື້ອຫາສະເພາະກຸ່ມ (nano-influencer ທີ່ມີຜູ້ຕິດຕາມບໍ່ເກີນ 10,000 ບັນຊີ ຈົນໄປເຖິງ micro-influencer ທີ່ມີຜູ້ຕິດຕາມບໍ່ເກີນ 100,000 ບັນຊີ) ພັດມີອັດຕາການມີສ່ວນຮ່ວມທີ່ສູງກວ່າ ເພາະສາມາດສ້າງຄວາມສຳພັນທີ່ເຂົ້າເຖິງຜູ້ຕິດຕາມໄດ້ດີກວ່າ.
ຂໍ້ມູນຈາກ Upfluence.com ຍັງບອກອີກວ່າ micro-influencer ມີ ER. ສູງເຖິງ 5% ເພາະຜູ້ຕິດຕາມເຊື່ອໝັ້ນ ແລະ ຮູ້ສຶກໃກ້ຊິດເປັນກັນເອງ ກັບນັກສ້າງເນື້ອຫາ ຫຼາຍກວ່າ. ເຫຼົ່ານີ້ເປັນເຫັນຜົນວ່າ ເປັນຫຍັງ ການມີຜູ້ຕິດຕາມຫຼາຍຊື່ໆ ບໍ່ໄດ້ແປວ່າການເຮັດການຕະຫຼາດຈະໄດ້ຮັບຜົນສຳເລັດດ້ວຍມາດວັດສະໄໝໃໝ່ ທີ່ໃຫ້ຄວາມສຳຄັນກັບການມີສ່ວນຮ່ວມຂອງຜູ້ຄົນ ທີ່ອາດເປັນກຸ່ມລູກຄ້າໂຕຈິງ.
Engagement Rate ມາດວັດໂຕຈິງ ທີ່ຈະເຊື່ອມໂຍງໄປສູ່ຍອດຂາຍ.
Engagement Rate ຫຼືເອີ້ນເປັນໂຕຫຍໍ້ໃນວົງການດິຈິຕອລມາເກັດຕິງວ່າ ER. ແມ່ນ ອັດຕາການມີສ່ວນຮ່ວມ, ສຳລັບໃຜທີ່ຍັງບໍ່ເຄີຍໄລ່ມາກ່ອນ ມັນແມ່ນອັດຕາສ່ວນຈຳນວນຄົນທີ່ເຂົ້າມາກົດມັກ, ກົດຫົວໃຈ, ກົດຄວາມຮູ້ສຶກຕ່າງໆ ລວມໄປເຖິງການຄອມເມັນ ແລະ ການແຊຣ໌ ຫານໃຫ້ຈຳນວນຄົນທີ່ພົບເຫັນ ເຊັ່ນ: ມີຄົນເຫັນໂພສຕ໌ 100,000 ຄົນ ແຕ່ມີຄົນກົດໄລຄ໌-ຄອມເມັນ 5 ຄົນ ໝາຍຄວາມວ່າ ER = 0.00005%.
ທີ່ຈິງຢາກເພີ່ມເລື່ອງ "Reach Rate - ອັດຕາການເຫັນຕໍ່ກັບຈຳນວນຜູ້ຕິດຕາມ" ແຕ່ມັນຈະຍາວເກີນໄປ ເອົາໄວ້ໂອກາດໜ້າ ຖ້າຄົນສົນໃຈລອງຄອມເມັນມາເດີ.
ກ່າວຄືແທນທີ່ຈະສົນໃຈພຽງແຕ່ໂຕເລກຂອງຜູ້ຕິດຕາມ ລອງປັບກົນລະຍຸດຂອງທຸລະກິດ ຫຼື ແບຣນດ໌ຂອງເຈົ້າໄປທີ່ ການມີສ່ວນຮ່ວມກັບສັງຄົມ ໂດຍສະເພາະແມ່ນການສົນທະນາແລກປ່ຽນ ສອບຖາມຂໍ້ມູນ ເພາະມັນສະທ້ອນເຖິງຄວາມສົນໃຈທີ່ແທ້ຈິງ ແລະ ມີໂອກາດສູງທີ່ປ່ຽນຄົນເຫຼົ່ານັ້ນເປັນລູກຄ້າແທ້ໆ ໄດ້ (ຖ້າບໍ່ນັບພວກບັອດບັນຊີປອມ 😅).
ຈາກຂໍ້ມູນຂອງ Socialpilot.co ພົບວ່າ 54% ຂອງຜູ້ໃຊ້ອິນເຕີເນັດອາຍຸ 16-64 ປີ ໃຊ້ສື່ສັງຄົມອອນໄລນ໌ເພື່ອຄົ້ນຫາຂໍ້ມູນສິນຄ້າ ແລະ ການມີສ່ວນຮ່ວມໃນເນື້ອຫາທີ່ສູງ ມີຜົນຕໍ່ກັບການຕັດສິນໃຈຊື້ເຄື່ອງເຖິງ 71% ແປວ່າ ຖ້າແບຣນດ໌ ຫຼື ທຸລະກິດຂອງເຈົ້າ ມີອັດຕາການມີສ່ວນຮ່ວມທີ່ສູງ (ສູງກວ່າ 5%) ເຈົ້າກໍມີໂອກາດທີ່ດີທີ່ຈະໄດ້ລູກຄ້າ ຫຼາຍກວ່າຄູ່ແຂ່ງທີ່ມີພຽງໂຕເລກຜູ້ຕິດຕາມສູງແຕ່ຂາດການໂຕ້ຕອບໃດໆ ຈາກຜູ້ຕິດຕາມຊົມໃຊ້.
Hootsuite ຍັງລະບຸອີກວ່າ ອັດຕາການມີສ່ວນຮ່ວມສະເລ່ຍຢູ່ທີ່ 1-3% ຖືວ່າປົກກະຕິ ແຕ່ຖ້າຫຼາຍກວ່າ 5% ຖືວ່າເກັ່ງຫຼາຍໃນພາບລວມຂອງວົງການການຕະຫຼາດໂລກ ແຮງຍຸກນີ້ທີ່ເປັນຍຸກທີ່ ຄວາມຄິດສ້າງສັນທີ່ດີ ຕ້ອງມາແຂ່ງກັບ ອັລກໍຣິທຶມຂອງເຈົ້າຂອງແພຼັດຟອມ ທີ່ຖ້າເຈົ້າບໍ່ສ້າງສັນ ຫຼື ໃຫ້ຄຸນຄ່າກັບຜູ້ຊົມໃຊ້ແທ້ໆ ກໍຈຳເປັນຕ້ອງໄປເນັ້ນຈ່າຍເງິນເພື່ອໃຫ້ຄົນເຂົ້າເຖິງເນື້ອຫາ.
ບົດຄວາມໜ້າເຮົາຈະມາເວົ້າເລື່ອງ ພະລັງຂອງຄວາມຈິງໃຈ (the Power of Authenticity) ທີ່ເຂົ້າມາເປັນປັດໄຈສຳຄັນໃນຍຸກຫຼັງໆ (ສ່ວນຕົວມັກປະເດັນນີ້ເປັນພິເສດເລີຍ) ໂດຍສະເພາະຫຼັງຍຸກໂຄວິດຜ່ານມາ ບວກກັບ ພຶດຕິກຳຜູ້ບໍລິໂພກທີ່ປ່ຽນໄປ ເລີ່ມບໍ່ເຊື່ອໃນການໂຄສະນາແບບເກົ່າ ແລະ ໃຫ້ຄວາມສຳຄັນກັບແບຣນດ໌/ທຸລະກິດ ທີ່ມີຄຸນຄ່າທາງໃຈຫຼາຍຂຶ້ນ ແບຣນດ໌ທີ່ເບິ່ງອອກວ່າບໍ່ຈິງໃຈ ຄົນກໍມັກເລືອກທີ່ຈະບໍ່ສະໜັບສະໜູນໃນໄລຍະຍາວ.
ໃຜທີ່ມັກບົດຄວາມແບບນີ້ ຫຼື ມີຄຳຕິຊົມ ເຂົ້າໃຈບໍ່ເຂົ້າໃຈ ຍາກໂພດ ທຳມະດາໂພດ ສາມາດຄອມເມັນແລກປ່ຽນນຳກັນໄດ້ ເພື່ອທີມງານພວກເຮົາເກັບໄປປັບປຸງພັດທະນາໃນອະນາຄົດ. ພວກເຮົາຫວັງຢ່າງຍິ່ງທີ່ຢາກເຫັນ ທຸລະກິດລາວ ແບຣນດ໌ລາວ ມີຄວາມເຂົ້າໃຈໃນໂລກການຕະຫຼາດສະໄໝໃໝ່ໃນປະເທດລາວ ເພື່ອແຂ່ງຂັນໃນຕະຫຼາດທີ່ທ້າທາຍຂຶ້ນໄປໜ້າໃນອະນາຄົດ.
ໂດຍ: Johnny Sayasane – Creator/Writer of Muan Specialty