ໜ້າຫຼັກ Muan Specialty Working Tips ເປັນຫຍັງການສະເຫຼີມສະຫຼອງ ແລະ ດົນຕີ ຈຶ່ງສົ່ງຜົນດີຕໍ່ການເຮັດວຽກ?
Working Tips

ເປັນຫຍັງການສະເຫຼີມສະຫຼອງ ແລະ ດົນຕີ ຈຶ່ງສົ່ງຜົນດີຕໍ່ການເຮັດວຽກ?

ແບ່ງປັນ

ເປັນຫຍັງການສະເຫຼີມສະຫຼອງ ແລະ ດົນຕີ ຈຶ່ງສົ່ງຜົນດີຕໍ່ການເຮັດວຽກ? ແຊຣ໌ຂໍ້ຄິດດີໆທີ່ໄດ້ຈາກການຮ່ວມງານ Christmas Get Together and Winter Sonata ທີ່ Crowne Plaza ແລະ Holiday Inn & Suites Vientiane

ແອັດມິນຢາກມາເລົ່າເລື່ອງລາວຫຼັງຈາກທີ່ໄປຮ່ວມງານຂອງ ຄຣາວພລາຊ່າ ແລະ ຮໍລິເດ ອິນ ແອນ ສຫວີທສ໌ ວຽງຈັນ (Crowne Plaza Vientiane ແລະ Holiday Inn & Suites Vientiane) ເມື່ອວັນພະຫັດທີ 12 ທັນວາ 2024 ທີ່ຜ່ານ ເຊິ່ງພວກເຂົາໄດ້ສ້າງສັນຄໍ່າຄືນແຫ່ງເທດສະການທ້າຍປີຜ່ານງານ Christmas Get Together and Winter Sonata Concert ທີ່ເຕັມປ່ຽມໄປດ້ວຍບັນຍາກາດແຫ່ງຄວາມສຸກ ແລະ ຄວາມສ້າງສັນ.

ໃນຄໍ່າຄືນທີ່ພິເສດນີ້ ທີມງານ Muan Specialty ແລະ ແຂກທຸກຄົນໄດ້ສຳຜັດກັບຊ່ວງເວລາແຫ່ງການພັກຜ່ອນທີ່ອົບອຸ່ນ ບໍ່ວ່າຈະເປັນອາຫານ ແລະ ເຄື່ອງດື່ມທີ່ຄັດສັນມາຢ່າງພິຖີພິຖັນ ຊ່ວຍເສີມບັນຍາກາດໃຫ້ໜ້າຈົດຈຳ. ການສົນທະນາກັນໃນລະຫວ່າງທີ່ມີການບັນເລງບົດເພງທີ່ແສນພິເສດຈາກ Christmas Choir ເຮັດໃຫ້ທຸກຄົນສຳຜັດໄດ້ເຖິງບັນຍາກາດຂອງຄຣິສມາດ ແລະ ປີໃໝ່ທີ່ກຳລັງຈະມາຮອດ.

ນອກຈາກນັ້ນ ໃນງານຍັງມີການສະແດງຄອນເສີດອໍເຄສຕຣາ Winter Sonata Concert ຈາກ The Pianist Vientiane Orchestra ທີ່ສ້າງສັນດົນດີທີ່ເຊື່ອມໂຍງຄວາມຄລາດສິກ, ຮ່ວມສະໄໝ ແລະ ວັດທະນະທຳລາວເຂົ້າກັນຢ່າງລົງຕົວ. ສຽງດົນຕີທີ່ມ່ວນໆບໍ່ພຽງແຕ່ສ້າງຄວາມເພີດເພີນ ແຕ່ຍັງເປັນແຮງບັນດານໃຈທີ່ກະຕຸ້ນໃຫ້ເຮົາຮັບຮູ້ເຖິງຄວາມງົດງາມຂອງສິລະປະ, ຊີວິດ, ການເຕີມແຮງບັນດານໃຈ ແລະ ການພັກຜ່ອນຫຼັງຈາກທີ່ເຮັດວຽກມາຢ່າງຍາວນານຕະຫຼອດປີ.

ແລ້ວເປັນຫຍັງພວກເຮົາຈຶ່ງເອົາເລື່ອງນີ້ມາເລົ່າສູ່ທຸກຄົນຟັງ? ຈາກການໄປຮ່ວມງານນີ້ ພວກເຮົາຄິດວ່າ ນີ້ບໍ່ແມ່ນພຽງແຕ່ການໄດ້ໄປພັກຜ່ອນ ແລະ ພົບປະກັບຜູ້ຄົນເທົ່ານັ້ນ ແຕ່ຍັງໄດ້ຂໍຄິດດີໆກ່ຽວກັບຄວາມສຳຄັນຂອງການພັກຜ່ອນ ທີ່ມີຜົນຕໍ່ກັບການເຮັດວຽກເຊັ່ນ:

  1. ສຳລັບຜູ້ທີ່ເຮັດວຽກໃນສາຍຄຣີເອທີບ ແລະ ການຕະຫຼາດ, ການໄດ້ສຳຜັດກັບງານທີ່ສ້າງບັນຍາກາດແບບນີ້ ສາມາດເປັນແຫຼ່ງສ້າງແຮງບັນດານໃຈທີ່ດີເລີຍ ບໍ່ວ່າຈະເປັນການອອກແບບປະສົບການໃຫ້ກັບລູກຄ້າ ຫຼື ການຄິດແຄມເປນທີ່ເນັ້ນຄວາມຮູ້ສຶກເຊື່ອມໂຍງກັບຜູ້ຄົນ; ການປະສົມປະສານວັດທະນະທຳ ແລະ ສິລະປະເຂົ້າກັບການເລົ່າເລື່ອງໃນງານສະແດງດົນຕີຄັ້ງນີ້ ສະແດງໃຫ້ເຫັນວ່າ ຄວາມຄິດສ້າງສັນສາມາດເຂົ້າເຖິງຈິດໃຈຂອງຄົນໄດ້ຢ່າງເລິກເຊິ່ງ.
  2. ການພັກຜ່ອນ ແລະ ດື່ມດໍ່າກັບສຽງເພງ ມີປະໂຫຍດຢ່າງສູງຕໍ່ກັບຊີວິດຂອງໄວເຮັດວຽກ. ຈາກການວິໄຈພົບວ່າ ການຟັງດົນຕີຊ່ວຍຫຼຸດລະດັບຄວາມເຄັ່ງຕຶງ ແລະ ກະຕຸ້ນການຜະລິດຮໍໂມນແຫ່ງຄວາມສຸກ ເຊັ່ນ: ໂດປາມີນ ເຊິ່ງສົ່ງຜົນດີຕໍ່ສຸຂະພາບຈິດ ແລະ ຮ່າງກາຍ. ນອກຈາກນີ້ ການຢຸດພັກເພື່ອສຳຜັດປະສົບການທາງດົນຕີ ຊ່ວຍເພີ່ມຄວາມຄິດສ້າງສັນ ແລະ ການຈົດຈໍ່ໃນການເຮັດວຽກໃນໄລຍະຍາວ,
  3. ການລວມຕົວກັນໃນກິດຈະກຳແບບນີ້ ຍັງສົ່ງເສີມຄວາມສຳພັນທີ່ດີໃນທີມ ແລະ ການສື່ສານທີ່ມີປະສິດທິພາບໃນບ່ອນເຮັດວຽກອີກດ້ວຍ.

ສະຫຼຸບກໍຄື ໃນມຸມຂອງພວກເຮົາ, ງານນີ້ບໍ່ພຽງແຕ່ເປັນການສະເຫຼີມສະຫຼອງ ແຕ່ຍັງເປັນໂອກາດທີ່ເປີດພື້ນທີ່ໃຫ້ກັບການຢຸດພັກຜ່ອນ ແລະ ເຊື່ອມໂຍງຄວາມສຳພັນລະຫວ່າງກັນ ລວມທັງກະຕຸ້ນໃຫ້ເຮົາເລີ່ມຕົ້ນປີໃໝ່ທີ່ກຳລັງຈະມາຮອດນີ້ດ້ວຍຄວາມຮູ້ສຶກສົດຊື່ນ ແລະ ມີພະລັງສ້າງສັນຢ່າງເຕັມທີ່. ຖ້າຫາກໃຜກໍຕາມທີ່ກຳລັງຊອກຫາແຮງບັນດານໃຈສຳລັບການພັກຜ່ອນໃນຊ່ວງທ້າຍປີ, Crowne Plaza ແລະ Holiday Inn & Suites Vientiane ອາດຈະເປັນຄຳຕອບທີ່ຊ່ວຍເຕີມເຕັມທັງຈິດໃຈ ແລະ ພະລັງງານຂອງເຮົາກໍໄດ້.

See also  ເສບຄອນເທັນບໍ່ມີໂຫຍດຈົນສະໝອງເນົ່າ - Brain Rot ກາຍເປັນຄຳສັບແຫ່ງປີ ແລະ ສິ່ງທີ່ນັກການຕະຫຼາດຄວນຫຼີກເວັ້ນໃນການເຮັດຄອນເທັນ

ແລ້ວທຸກຄົນເດ, ຄິດວ່າການພັກຜ່ອນສະເຫຼີມສະຫຼອງ ແລະ ການສຳຜັດປະສົບການທາງດົນຕີ ມີຜົນດີກັບໂຕເອງແນວໃດແດ່? ຢ່າລືມຄອມເມັ້ນລົມກັນໄດ້ເດີ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ໃກ້ຄຽງ
Working Tips

ເສບຄອນເທັນບໍ່ມີໂຫຍດຈົນສະໝອງເນົ່າ – Brain Rot ກາຍເປັນຄຳສັບແຫ່ງປີ ແລະ ສິ່ງທີ່ນັກການຕະຫຼາດຄວນຫຼີກເວັ້ນໃນການເຮັດຄອນເທັນ

ໃນແຕ່ລະມື້ ແຕ່ລະ day, ເຮົາໃຊ້ເວລາສະເລ່ຍເຖິງ 6 ຊົ່ວໂມງ 36 ນາທີໃນໂລກອອນລາຍ, ອີງຕາມຂໍ້ມູນຈາກ Statista ແລະ ບາງເທື່ອເຮົາອາດຈະເປັນສ່ວນໜຶ່ງໃນການເບິ່ງວິດີໂອ...

Muan SpecialtyWorking Tips

“ກ້າເປັນຄົນເກັ່ງ ແລະ ບໍ່ຢ້ານທີ່ຈະຖືກຊັງ” ຖອດບົດຮຽນຈາກສິລະປິນສາວ Taylor Swift

Taylor Swift ຖ້າເວົ້າຊື່ນີ້ຂຶ້ນມາ ເຊື່ອວ່າຫຼາຍຄົນຮູ້ຈັກລາວ ບໍ່ວ່າຈະເປັນຈາກຜົນງານເພງທີ່ເປັນກະແສໃນແຕ່ລະອາລະບຳທີ່ປ່ອຍອອກມາ ແລະ ຫຼ້າສຸດກໍຈາກການທົວຄອນເສີດຄັ້ງໃຫຍ່ໃນຊີວິດຂອງລາວ ນັ້ນກໍຄື The Eras Tour ທີ່ຫາກໍຈົບລົງເມື່ອບໍ່ດົນມານີ້....

Muan SpecialtyWorking Tips

ສະຫຼຸບ ເຕັກນິກສຳລັບຄຣີເອເຕີ ສ້າງຕົວຕົນແນວໃດໃຫ້ໂດດເດັ່ນ ເປັນ ICONIC

ເຮັດແນວໃດຈຶ່ງຈະກາຍເປັນຄອນເທັນຄຣີເອເຕີທີ່ເປັນທີ່ໂດດເດັ່ນ-ເປັນ ICONIC? ສະຫຼຸບເຕັກນິກຈາກ session ທຳອິດ ຂອງ iCreator 2024 ໃນເຊດຊັນທຳອິດເປີດງານ iCreator 2024 ໂດຍ...

Muan SpecialtyWorking Tips

ສູດລັບປັ້ນຄອນເທັນສະໄຕລ໌ Go Went Go ເປີດມຸມໃໝ່ໃນບ່ອນເກົ່າ ເພີ່ມຄວາມສົດໃໝ່ໃຫ້ທຸກການເດີນທາງ

Go Went Go ເປັນຄອນເທັນຄຣີເອເຕີໄທທີ່ໂດດເດັ່ນດ້ານການນຳສະເໜີການເດີນທາງໃນສະໄຕລ໌ທີ່ບໍ່ຄືໃຜ ເຊິ່ງເຖິງວ່າໃນຫຼາຍໆສະຖານທີ່ທີ່ລາວໄປອາດມີຄົນໄປມາກ່ອນແລ້ວ ແຕ່ລາວກໍຍັງສາມາດສ້າງມຸມມອງໃໝ່ໆ ທີ່ໜ້າສົນໃນໃຫ້ຜູ້ເບິ່ງໄດ້ສະເໝີ ໂດຍການພາຜູ້ຊົມສຳຫຼວດແຕ່ລະຈຸດຜ່ານການເລົ່າເລື່ອງທີ່ເຂົ້າເຖິງໄດ້ງ່າຍ ຄືກັບພາຜູ້ເບິ່ງອອກເດີນທາງໄປນຳກັນ. ຕໍ່ໄປນີ້ແມ່ນສູດລັບສຳຄັນທີ່ເຮັດໃຫ້ຄອນເທັນຂອງ Go Went...