ໂລກການເຮັດວຽກມື້ນີ້ ‘ຄວາມເກັ່ງ’ ຢ່າງດຽວບໍ່ພໍອີກຕໍ່ໄປ ເຜີຍ 15 Insights ສຳຄັນຈາກ 16 Sessions ທີ່ຄົນເຮັດວຽກຕ້ອງຮູ້ໃນປີ 2026 ຈາກງານ PPC2026

ແບ່ງປັນ

ໂລກການເຮັດວຽກມື້ນີ້ ‘ຄວາມເກັ່ງ’ ຢ່າງດຽວບໍ່ພໍອີກຕໍ່ໄປ ເຜີຍ 15 Insights ສຳຄັນຈາກ 16 Sessions ທີ່ຄົນເຮັດວຽກຕ້ອງຮູ້ໃນປີ 2026 ຈາກງານ PPC2026

20 April 2026 3

ງານ PEOPLE PERFORMANCE CONFERENCE 2026 (PPC2026) ຈັດໂດຍ CREATIVE TALK ຮ່ວມກັບ AME IMAGINATIVE ແລະ QGEN Consultant ງານຂອງຄົນເຮັດວຽກແຫ່ງປີ ຢູ່ປະເທດໄທ ໄດ້ຈົບລົງເປັນທີ່ຮຽບຮ້ອຍ ພ້ອມບັນຍາກາດສຸດຟົດຟື້ນທ່າມກາງຄົນເຮັດວຽກຫຼາຍພັນຄົນ ພ້ອມ Speakers ຈາກຫຼາກຫຼາຍວົງການຫຼາຍກວ່າ 20 ຊີວິດ ທັງຜູ້ບໍລິຫານລະດັບແນວໜ້າ, HR, ນັກຈິດຕະວິທະຍາ ແລະ ນັກສະແດງຊັ້ນນຳ.

ຫົວໃຈສຳຄັນຂອງງານປີນີ້ບໍ່ແມ່ນແຕ່ເລື່ອງຂອງ ‘ເຕັກໂນໂລຊີ’ ທີ່ເຂົ້າມາຢ່າງດຽວ ແຕ່ຄືການເຂົ້າໃຈ ‘People Performance’ ຄວບຄູ່ໄປກັບການຍົກລະດັບ ‘Human Intelligence’ ຫຼື ຄວາມສະຫຼາດຂອງມະນຸດ ທັງໃນແງ່ຂອງການບໍລິຫານຈັດການເວລາ, ພະລັງງານ, ຄວາມຄິດ ແລະ ການພັດທະນາຕົນເອງໃຫ້ດີຂຶ້ນ ເພື່ອປ່ຽນ ‘ຄົນເຮັດວຽກ’ ທົ່ວໄປ ໃຫ້ກາຍເປັນ ‘ຄົນທີ່ສ້າງຜົນລັບໄດ້ຈິງ’ ຈາກຫຼາຍ Sessions ສຸດເຂັ້ມຂຸ້ນເທິງເວທີທີ່ກວມເອົາທັງເລື່ອງ ‘Life’ ແລະ ‘Work’ ລວມເຖິງ Workshops ທີ່ເນັ້ນການລົງມືເຮັດຕົວຈິງ.

“ຄົນທີ່ໄປຕໍ່ໄດ້ໃນມື້ນີ້ ບໍ່ແມ່ນແຕ່ເຮັດວຽກເປັນ ແຕ່ຕ້ອງບໍລິຫານຕົນເອງເປັນນຳ

ເພາະສຸດທ້າຍການເຮັດວຽກຍຸກນີ້ ບໍ່ໄດ້ແຂ່ງກັນທີ່ວ່າໃຜຮູ້ຫຼາຍກວ່າ

ແຕ່ແຂ່ງກັນທີ່ວ່າໃຜພັດທະນາຕົນເອງ ແລະ ສ້າງຜົນລັບໄດ້ດີກວ່າ ”

ເມື່ອໂລກບໍ່ໄດ້ໃຫ້ລາງວັນຄົນເກັ່ງສະເໝີໄປ ແຕ່ໃຫ້ລາງວັນກັບຄົນທີ່ສ້າງຜົນລັບທີ່ຈັບຕ້ອງໄດ້ແທ້ຫຼາຍກວ່າ ລວມ 15 Insights ສຳຄັນທີ່ຄົນເຮັດວຽກຕ້ອງຮູ້ໃນປີ 2026 ຈາກງານ PEOPLE PERFORMANCE CONFERENCE 2026

  1. ໝົດຍຸກຂອງ ‘Work-Life Balance’ ແຕ່ຕ້ອງເລີ່ມ ‘Work-Life Intelligence’
    ໂລກບໍ່ໄດ້ຢຸດນິ້ງພໍໃຫ້ເຮົາສາມາດສ້າງຄວາມສົມດຸນເລື່ອງ ‘ວຽກ’ ແລະ ‘ຊີວິດ’ ໄດ້ ຄົນເຮັດວຽກຕ້ອງເຊົາຊອກຫາວິທີການບາລານຊ໌ໃຫ້ມັນລົງຕົວ ແຕ່ຕ້ອງຫັນມາປັບຕົວໃຫ້ທັນໃນໂລກປັດຈຸບັນ ລວມເຖິງຕ້ອງບໍລິຫານຈັດການ ແລະ ຕັດສິນໃຈໃຫ້ ‘ສະຫຼາດ’ ຫຼາຍຍິ່ງຂຶ້ນ.
  2. ‘ພະລັງງານ’ ຈະກາຍເປັນສິ່ງທີ່ຂັບເຄື່ອນ ‘ຄວາມສຳເລັດ’
    ຍຸກນີ້ຄົນເຮັດວຽກບໍລິຫານຈັດການ ‘ເວລາ’ ດີຢ່າງດຽວບໍ່ພໍ ແຕ່ຕ້ອງບໍລິຫານຈັດການ ‘ພະລັງງານ’ ຄຽງຄູ່ໄປນຳ ເພາະເມື່ອຄົນເຮັດວຽກບໍລິຫານທັງເວລາ ແລະ ພະລັງງານໄດ້ດີ ສິ່ງນີ້ຈະກາຍເປັນສິ່ງທີ່ຂັບເຄື່ອນຄວາມສຳເລັດໄດ້ຈິງ.
  3. ເຊົາເປັນແຕ່ຄົນທີ່ ‘ໃຊ້ AI ເຮັດວຽກ’ ແຕ່ຕ້ອງເປັນຄົນທີ່ ‘ໃຊ້ AI ເພີ່ມຄວາມສາມາດ’ ໃຫ້ຕົນເອງ
    ການເຂົ້າມາຂອງ AI ໃນມື້ນີ້ພິສູດວ່າ ‘ໂຕຈິງ’ ເທົ່ານັ້ນທີ່ຈະຢູ່ລອດ ຢ່າປ່ອຍໃຫ້ເຮົາເປັນແຕ່ຄົນເຮັດຕາມສິ່ງທີ່ AI ບອກ ແຕ່ຕ້ອງຍົກລະດັບດ້ວຍການເລີ່ມຄິດ ແລະ ເຮັດສິ່ງໃໝ່ໆ. ດັ່ງນັ້ນ ຄຳຖາມສຳຄັນໃນມື້ນີ້ບໍ່ແມ່ນວ່າ AI ຈະມາແທນເຮົາຫຼືບໍ່ ແຕ່ຄື “AI ຈະເພີ່ມຄວາມສາມາດເຮົາໃນການເຮັດວຽກ ແລະ ໃຊ້ຊີວິດໄດ້ແນວໃດ” ຫຼາຍກວ່າ.
  4. ຢ່າເປັນແຕ່ ‘ຄົນທີ່ເຮັດວຽກຕາມສັ່ງ’ ແຕ່ຕ້ອງເປັນ ‘ເຈົ້າຂອງຜົນລັບ’ ທີ່ສົ່ງມອບຄວາມສຳເລັດ
    ເຊົາຢຶດຕິດການເຮັດວຽກບົດບາດເດີມໆ ທີ່ຢູ່ໃນ JD (Job Description) ເພາະໜ້າທີ່ຂອງເຮົາບໍ່ແມ່ນແຕ່ການເຮັດຕາມສັ່ງໃຫ້ ‘ແລ້ວ’ ແຕ່ຄືການເປັນເຈົ້າຂອງວຽກທີ່ຕ້ອງແກ້ໃຫ້ສຳເລັດ ຍິ່ງເຮົາຮູ້ສຶກເປັນເຈົ້າຂອງຂອງມັນຫຼາຍເທົ່າໃດ ກໍຈະຍິ່ງໃສ່ໃຈໃນຜົນລັບ ຈົນປ່ຽນຈາກວຽກທີ່ແຕ່ແລ້ວ ໃຫ້ກາຍເປັນວຽກທີ່ສຳເລັດ.
  5. ຢ່າຢືດຕິດ ‘ຂະບວນການເດີມ’ ຫຼາຍເກີນໄປ ຈົນບໍ່ເຫຼືອບ່ອນໃຫ້ ‘ຄວາມຄ່ອງຕົວ’
    ອົງກອນ ຫຼື ຜູ້ນຳຍຸກໃໝ່ ຕ້ອງຢ່າຢືດໝັ້ນໃນຂະບວນການເດີມຈົນຕີງໂຕບໍ່ໄດ້ ໃນມື້ທີ່ວຽກ, ຄົນ ແລະ ເຕັກໂນໂລຊີປ່ຽນໄປ. ອົງກອນ ແລະ ຜູ້ນຳຄືໂຕຊ່ວຍສຳຄັນທີ່ຈະເຮັດໃຫ້ຄົນເຮັດວຽກປັບຕົວຕາມທັນ. ດັ່ງນັ້ນຢ່າຢຶດຕິດຫຼາຍຈົນເກີນໄປ ເພາະການເຮັດເລື່ອງເດີມແຕ່ຫວັງຜົນລັບທີ່ຕ່າງອອກໄປ ມັນເປັນໄປບໍ່ໄດ້.
  6. ‘Middle Managers’ ຄື ‘The Most Critical Player’ ຂອງອົງກອນ
    ຄົນກຸ່ມ ‘Middle Managers’ ຄືຄົນທີ່ອົງກອນຄວນໃຫ້ຄວາມສຳຄັນຫຼາຍທີ່ສຸດໃນປີ 2026 ໄປຈົນເຖິງປີ 2027 ເພາະຖ້າອົງກອນເບິ່ງແຍງ ແລະ ມອບທັກສະທີ່ແຂງແຮງຫຼາຍພໍ ເຂົາເຈົ້າຈະກາຍເປັນ ‘The Most Critical Player’ ໃຫ້ກັບອົງກອນໄດ້ໃນອະນາຄົດ.
  7. ບໍ່ແມ່ນຕ້ອງມີຄຳຕອບຊັດເຈນທີ່ສຸດ ແຕ່ຕ້ອງຢູ່ກັບຄຳຖາມທີ່ບໍ່ມີຄຳຕອບໃຫ້ໄດ້ດີທີ່ສຸດ
    ໃນມື້ທີ່ມໍລະສຸມຕ່າງໆ ເຂົ້າມາຫຼວງຫຼາຍ ທັງວິກິດເສດຖະກິດ, ສົງຄາມ ຫຼື ການປ່ຽນແປງຂອງເຕັກໂນໂລຊີ ເຮັດໃຫ້ຫຼາຍໆ ອົງກອນຄິດວ່າ ນີ້ອາດເປັນ ‘ທາງຕັນ’ ທີ່ແນມບໍ່ເຫັນ ‘ທາງອອກ’ ແຕ່ໃນຄວາມເປັນຈິງແລ້ວ ອົງກອນທີ່ໄປຕໍ່ໄດ້ໃນມື້ນີ້ ບໍ່ແມ່ນອົງກອນທີ່ມີຄຳຕອບຊັດເຈນທີ່ສຸດ ແຕ່ຄືອົງກອນທີ່ຢູ່ກັບຄຳຖາມທີ່ບໍ່ມີຄຳຕອບໄດ້ດີທີ່ສຸດຕ່າງຫາກ.
  8. ເກັ່ງ ‘ພາສາ’ ຢ່າງດຽວບໍ່ພໍ ແຕ່ຕ້ອງ ‘ກ້າສື່ສານ’ ເພື່ອສ້າງໂອກາດໄດ້ນຳ
    ຜົນສຳຫຼວດຊີ້ວ່າ 58% ຂອງອົງກອນໃນໄທ ປະສົບບັນຫາໃນການຫາຄົນເຮັດວຽກທີ່ມີຄວາມຊ່ຽວຊານດ້ານພາສາອັງກິດ
    ເພາະຄົນເຮັດວຽກສ່ວນໃຫຍ່ມັກຮຽນເພື່ອອ່ານ ທຳຄວາມເຂົ້າໃຈ ແຕ່ບໍ່ໄດ້ໃຊ້ໃນການສື່ສານ ດັ່ງນັ້ນມື້ນີ້ພາສາອັງກິດບໍ່ແມ່ນສິ່ງທີ່ ‘ຄວນມີ’ ໃນອົງກອນອີກຕໍ່ໄປ ແຕ່ຄືສິ່ງທີ່ ‘ຕ້ອງມີ’ ແລະ ໃຊ້ສື່ສານຢ່າງຈິງຈັງ ເພື່ອສ້າງໂອກາດໃນການເຮັດວຽກຫຼາຍຍິ່ງຂຶ້ນ.
  9. ສ້າງໂອກາດໃຫ້ຄົນເຮັດວຽກເກັ່ງພາສາ ດ້ວຍການບອກລາ ‘Language Learning’
    ອົງກອນສ່ວນໃຫຍ່ມັກປູກຝັງໃຫ້ຄົນເຮັດວຽກໃຊ້ພາສາອັງກິດແບບ ‘Language Learning’ ຄືການຈື່ ແລະ ນຳໄປໃຊ້ ແຕ່ບໍ່ເຄີຍສອນແບບ ‘Language Acquisition’ ຈຶ່ງເຮັດໃຫ້ຄົນເຮັດວຽກໃຊ້ໃນຊີວິດຈິງບໍ່ໄດ້ ເຊິ່ງສາມາດແກ້ໄດ້ດ້ວຍ 2 ວິທີ ປະກອບດ້ວຍ:
    .
  • Acquisition Learning Hypothesis ຄື ການໄດ້ຮັບພາສານັ້ນໄດ້ໂດຍບໍ່ຕ້ອງຕັ້ງໃຈເຂົ້າໃຈກົດໄວຍາກອນ ແຕ່ຕ້ອງຢູ່ກັບມັນເລື້ອຍໆ ຊຶມຊັບດົນໆ.
  • Monitor Hypothesis ຄື ບໍ່ຕ້ອງໃຫ້ຄິດ ແລະ ວິເຄາະຫຼາຍ ເມື່ອໃດທີ່ເຮົາຄິດຫຼາຍ ມັນເຮັດໃຫ້ສະໝອງຢ້ານໄປຈົນບໍ່ກ້າເລີ່ມເວົ້າ.
ອ່ານຕື່ມ:  ເປັນຫຍັງການສະເຫຼີມສະຫຼອງ ແລະ ດົນຕີ ຈຶ່ງສົ່ງຜົນດີຕໍ່ການເຮັດວຽກ?

ເພາະສະນັ້ນຖ້າຢາກໃຫ້ຄົນເຮັດວຽກສ້າງໂອກາດຈາກພາສາໄດ້ຈິງ ຕ້ອງເຊົາຮຽນແບບ ‘Language Learning’ ແລ້ວປ່ຽນມາເປັນ ‘Language Acquisition’ ແທນ

  1. ຢາກເປັນຜູ້ນຳທີ່ຄົນຢາກເຮັດວຽກນຳ ຕ້ອງເຊົາອອກ ‘ຄຳສັ່ງ’ ແລ້ວຫັນມາ ‘ຮັບຟັງ’ ໃຫ້ຫຼາຍຂຶ້ນ
    ສິ່ງໜຶ່ງຕ້ອງຄຳນຶງໄວ້ສະເໝີຄື ຢ່າຢຶດຕິດກັບຄຳວ່າ ‘ຜູ້ນຳ’ ຈົນມັນ ‘ຄ້ຳຄໍ’ ບໍ່ຕ້ອງເປັນຄົນທີ່ຕ້ອງສະຫຼາດຕະຫຼອດເວລາ ຫຼື ຮູ້ທຸກເລື່ອງ ເພາະຜູ້ນຳທີ່ມີບຸກຄະລິກແບບນີ້ຈະບໍ່ມີວັນໄປຕໍ່ໄດ້ໃນຍຸກ AGI. ສິ່ງສຳຄັນຄືຢ່າເປັນຜູ້ບອກຕະຫຼອດເວລາ ຜູ້ນຳຍຸກໃໝ່ຕ້ອງກ້າຟັງ ຢ່າເປັນຜູ້ນຳໃນແບບອະດີດ ຕ້ອງໃຫ້ຄົນເຮັດວຽກກ້າເຮັດ ກ້າຄິດນຳ.
  2. ຢ່າເລືອກຜູ້ນຳແຕ່ເພາະ ‘ຖືກໃຈ’ ແຕ່ຕ້ອງເລືອກຄົນທີ່ ‘ຂັບເຄື່ອນ’ ທີມໄດ້ແທ້
    ຄົນເຮົາມັກຫາຄົນທີ່ຖືກໃຈເຂົ້າມາເຮັດວຽກຮ່ວມກັນ ເຊິ່ງເປັນວິທີຄິດທີ່ບໍ່ຄວນເຮັດໃນອົງກອນ. ກົງກັນຂ້າມແລ້ວຕ້ອງເລືອກຄົນທີ່ຈະຂັບເຄື່ອນທີມໄດ້ແທ້ ໂດຍສະເພາະຄົນທີ່ເໝາະກັບຍຸກນັ້ນໆ ເຊິ່ງໃນຍຸກນີ້ມັນຄືການຂັບເຄື່ອນເຕັກໂນໂລຊີ ແລະ ເລື່ອງຂອງຄົນໄປພ້ອມໆ ກັນ ເພາະຖ້າເຮົາເອົາເຂົາມາເປັນຜູ້ນຳ ແຕ່ເຂົາພັດຍ່າງຕາມຢ່າງດຽວ ນັ້ນຄືຄວາມສ່ຽງໃນອະນາຄົດ.
  3. ກ່ອນຈະຊື້ ‘ເຕັກໂນໂລຊີ’ ໂຕໃໝ່ ຕ້ອງຫາໃຫ້ເຫັນກ່ອນວ່າ ‘ຈະເອົາມັນມາແກ້ບັນຫາຫຍັງ’
    ໃນດ້ານຂອງການລົງທຶນກັບເລື່ອງເຕັກໂນໂລຊີ ຕ້ອງກັບມາຄິດກ່ອນວ່າ ບໍລິສັດຂອງເຮົາຈະໃຊ້ AI ເຂົ້າມາເຮັດວຽກໃນສ່ວນໃດ. ຫາ Pain Point ໃຫ້ເຫັນ ຢ່າຊື້ຕາມກະແສ ຄວາມຊັດເຈນຂອງອົງກອນສຳຄັນຫຼາຍ ລວມໄປເຖິງກັບມາເບິ່ງຄົນເຮັດວຽກນຳ. ວິເຄາະໃຫ້ໄດ້ວ່າເຂົາຈະໄປໄກໄດ້ສ່ຳໃດ ເມື່ອຮູ້ແລ້ວຈະໄດ້ກຽມຕົວຖືກ ເພື່ອໃຫ້ເຂົາມີ Capability ໃນການໄປຕໍ່ຍອດໄດ້ຈິງ ໂດຍທີ່ບໍ່ເປັນພາລະຂອງອົງກອນ.
  4. ເຊົາ ‘ບັງຄັບ’ ໃຫ້ຮຽນຮູ້ຕາມ ແຕ່ຕ້ອງສ້າງ ‘ຄວາມຫິວ’ ແລະ ‘ເປົ້າໝາຍຮ່ວມກັນ’ ເພື່ອໃຫ້ຢາກຮຽນຮູ້ເອງ
    ຜູ້ນຳຍຸກໃໝ່ຕ້ອງປ່ຽນໜ້າທີ່ຈາກການ ‘ສັ່ງການ’ ເປັນ ‘ການເວົ້າເລື່ອງຍາກໃຫ້ເປັນເລື່ອງງ່າຍ’ ເພື່ອກະຕຸ້ນໃຫ້ຄົນຢາກພັດທະນາຕົນເອງ ອົງກອນຕ້ອງກ້າຄັດເລືອກ ແລະ ໂປຣໂມດຫົວໜ້າງານທີ່ ‘ເກັ່ງຄົນ’ ຫຼາຍກວ່າແຕ່ ‘ເກັ່ງວຽກ’ ເພື່ອສ້າງສະພາບແວດລ້ອມທີ່ພ້ອມຕໍ່ການເຕີບໂຕ.
  5. ການໃຊ້ຄົນຜິດບົດບາດ ແລະ ການບໍ່ຍອມປັບຕົວ ຄື ‘ສິ່ງທີ່ເປັນຕາຢ້ານກວ່າ AI’
    ໃນມື້ທີ່ໂລກເວົ້າເຖິງ AI ແລະ ກຳລັງຫຍັບເຂົ້າໃກ້ AGI, ຫຼາຍອົງກອນຍັງຄົງໃຊ້ຄົນໄປກັບວຽກເດີມໆ. ໃນຂະນະທີ່ວຽກທີ່ໃຊ້ຄວາມຄິດ, ການຕັດສິນໃຈ ແລະ ການນຳທີມ ບໍ່ຖືກຍົກລະດັບຢ່າງຈິງຈັງ. ສຸດທ້າຍແລ້ວ AI ອາດບໍ່ໄດ້ມາແທນຄົນທັງໝົດ ແຕ່ມັນຈະເຂົ້າມາແທນຄົນທີ່ຢຸດພັດທະນາ ແລະ ຖິ້ມໄວ້ແຕ່ຄົນທີ່ຮູ້ວ່າອະນາຄົດຂອງການເຮັດວຽກ. ມື້ນີ້ບໍ່ແມ່ນການທີ່ເຮົາຕ້ອງເລືອກລະຫວ່າງ ‘ຄົນ VS AI’ ອີກແລ້ວ ເພາະຄົນທີ່ໃຊ້ AI ເປັນ ຈະໄປໄດ້ໄກກວ່າຄົນທີ່ບໍ່ຍອມປ່ຽນ.
  6. ຈົ່ງໃຊ້ ‘ຈິນຕະນາການ’ ຂອງຄົນນຳທາງ ແລະ ໃຫ້ AI ເປັນ ‘ພະລັງຂັບເຄື່ອນ’
    ງານວິໄຈຊີ້ວ່າ ຫາກອົງກອນລົງທຶນໃນ AI ແລະ ກຳລັງຄົນນຳຈະເພີ່ມໂອກາດສຳເລັດສູງເຖິງ 42% ໂດຍໃຊ້ຈິນຕະນາການຂອງມະນຸດນຳທາງໃນສິ່ງທີ່ AI ແນມບໍ່ເຫັນ ແລະ ໃຊ້ AI ເປັນ ‘ແວ່ນແຍງຫຼັງ’. ສະນັ້ນອົງກອນຈຶ່ງຄວນມຸ່ງເນັ້ນການສ້າງຄົນໃຫ້ເປັນ ‘ເຊນທໍ (Centaur)’ ຫຼື ສິ່ງມີຊີວິດໃນເທບນິຍາຍເຄິ່ງຄົນເຄິ່ງມ້າ ທີ່ມີພະລັງເໜືອຄົນ (Human) ແລະ ປັນຍາເໜືອມ້າ (AI) ເພື່ອໃຫ້ຄົນເຮັດວຽກສາມາດນຳ AI ໄດ້ ຫຼາຍກວ່າຈະໃຫ້ AI ນຳ.
ອ່ານຕື່ມ:  ເສບຄອນເທັນບໍ່ມີໂຫຍດຈົນສະໝອງເນົ່າ - Brain Rot ກາຍເປັນຄຳສັບແຫ່ງປີ ແລະ ສິ່ງທີ່ນັກການຕະຫຼາດຄວນຫຼີກເວັ້ນໃນການເຮັດຄອນເທັນ

ງານ PEOPLE PERFORMANCE CONFERENCE 2026 ບໍ່ໄດ້ເປັນແຕ່ງານ Conference ແຕ່ຄືພາບສະທ້ອນສຳຄັນຂອງການເຮັດວຽກຍຸກປັດຈຸບັນ. ງານນີ້ບໍ່ໄດ້ມີແຕ່ຄວາມຮູ້ ແຕ່ຄືຈຸດເລີ່ມຕົ້ນຂອງການກັບມາທົບທວນວ່າ ເຮົາກຳລັງໃຊ້ສັກກະຍະພາບຂອງຕົນເອງໄດ້ເຕັມທີ່ແລ້ວຫຼືຍັງ ແລະ ຖ້າຍັງ ເຮົາຈະເລີ່ມໃໝ່ແນວໃດໃຫ້ໄປໄດ້ໄກກວ່າເດີມ.

ທັງ 15 Insights ນີ້ເປັນພຽງ ‘ນ້ຳຈິ້ມ’ ຈາກເນື້ອໃນທັງໝົດຂອງງານ ແລະ ຍັງມີອີກຫຼາຍ Sessions ເຈາະເລິກທີ່ຈະມາປົດລັອກທຸກຂໍ້ສົງໄສ ແລະ ຊ່ວຍຫາຄຳຕອບທີ່ຄົນເຮັດວຽກຍຸກ 2026 ຢາກຮູ້.

ສາມາດຮັບຟັງແບບຈັດເຕັມທຸກ Sessions ຍ້ອນຫຼັງໃນຮູບແບບອອນລາຍ

ໄດ້ຕັ້ງແຕ່ວັນທີ 4 ເມສາ – 31 ຕຸລາ 2026

ທີ່ https://creativetalkonline.com/

ຖ້າໃຜຍັງບໍ່ມີບັດ ສາມາດຊື້ບັດເບິ່ງຍ້ອນຫຼັງໄດ້ທີ່

https://www.zipeventapp.com/e/PPC2026

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.