“ຖ້າເຮົາຕ້ອງຈາກລາ ວັນສຸດທ້າຍເຮົາຈະຍິ້ມໃຫ້ກັນບໍ່” ກັບເອັມວີເພງ:ບົດສຸດທ້າຍຜົນງານໃໝ່ລ່າສຸດຂອງ ສິລະປິນລາວThinalamphone ທີ່ໄດ້ແຣັປເປີຮ້ອນແຮງທີ່ໃນຫຼວງພະບາງຂະໜະນີ້ຢ່າງ PHOENIX BOIIi ມາຟີດນຳ

ດ້ວຍຕົົວເພງມາໃນແນວ R&B ມູດເສົ້າພ້ອມກັບທຳນອງເພງທີ່ຊ້າ ແລະ ຄ້ອຍຕາມຂອງ Thinalamphone ປະສົມປະສານກັນຢ່າງລົງໂຕກັບການແຣັປທີ່ເປັນເອກະລັກຂອງ PHOENIX BOII ຈົນເກີດເປັນຜົນງານທີ່ເຮົາເຫັນໃນ MV ເພງ”ບົດສຸດທ້າຍ” ຊື່ເຖິງຄວາມໝາຍຂອງການຈາກລາແບບຕົງໄປຕົງມາບວກກັບດົນຕີຊ້າແບບເລິກເຊິງທີ່ສອດແຊກສຽງທີ່ອິນອ້ອຍຂອງໄວໂອວິນເຂົ້າໄປ, ໃຫ້ຜູ້ຊົມຄືເຮົາໄດ້ອິນໄປຕາມ.

ເມື່ອເວົ້າເຖິງຜູ້ຢູ່ເບື່ອງຫຼັງກຳກັບງານພາບຂອງMV ເພງບົດສຸດທ້າຍຫຼາຍຄົນອາດຈະບໍ່ເຄີຍຮູ້ວ່າ ແກ້ວໃຈ ສົງສູນທອນ ນັກສ້າງຮູບເງົາອິສະລະ ກ່ອນໜ້ານີ້ກໍ່ມີຫຼາຍຜົນງານທີ່ໄດ້ເຮັດກ່ຽວກັບ MV ເຊັ່ນເພລງ: ຜິດຜີ – Thinlamphone , ຄົນບໍ່ຖືກຮັກ – Thay Champasak , Gravity – Thinlamphone ແລະ ຫຼາຍໆຜົນງານເພລງທີ່ໄດ້ຮ່ວມງານ.

ທີ່ໄປທີ່ມາຂອງການໄດ້ມາກຳກັບເພງ: ບົດສຸດທ້າຍນີ້ ສ່ວນໂຕແມ່ນຮູ້ຈັກກັບ Amit (PHOENIX BOII) ເປັນການສ່ວນໂຕ ແລະ ນ້ອງເພີ່ນກໍ່ສົ່ງເພງນີ້ໃຫ້ຟັງ ແລະ ມັນກໍ່ເປັນຊ້ວງດຽວກັນທີ່ ໂປຣດິວເຊີຈາກຄ່າຍ Nemo Records ຕິດຕໍ່ມາຢາກໃຫ້ເຮັດ MV ເພງນີ້ໃຫ້. ສ່ວນໂຕພໍໄດ້ຟັງເພງກໍ່ສົນໃຈເລີຍ ເພາະເປັນເພງທີ່ມີຄວາມໝາຍດີເຮົາກໍ່ໄດ້ເລີ່ມຂຽນບົດ ແລະ ສະເໝີທາງ ໂປຣດິວເຊີໄປເພີ່ນກໍ່ຕອບຕົງລົງໃຫ້ເຮົາໄດ້ເຮັດ ແລະ ກຳກັບເພງນີ້.

ໃນມຸມມອງຜູ້ກຳກັບເອງເພງນິ້ບໍ່ໄດ້ຊັບຊ້ອນຫຍັງຫຼາຍເລີຍ ຍ້ອນເຮົາວາງໂຄງສ້າງ ແລະ ເນື້ອເລື່ອງມາແບບລຽບງ່າຍ ທີ່ໄປທີ່ມາມັນກໍ່ມາຈາກຊື່ ກໍ່ເລີຍມາຕີຄວາມໝາຍກັບທີມຂຽນບົດວ່າບົດສຸດທ້າຍໃນຮູບແບບເຮົາຢາກໃຫ້ມັນບົດສຸດທ້າຍຂອງຊີວິດສະຫຼາຍກວ່າກໍ່ຄື ການຈາກລາບໍ່ວ່າຈະຢູ່ໃນສະຖານະການໃດກໍ່ຄືບົດສະສະຫຼຸບສຸດທ້າຍຂອງຄວາມສຳພັນ ແມ່ນກະທັງຄວາມເປັນຈິງບາງເທື່ອເຮົາໂຊກດີທີ່ໄດ້ກ່າວຄຳລ້ຳລາຕອນທີ່ເຮົາຈາກລາກັນໄປ ແຕ່ບາງເທື່ອເຮົາຊ້ຳພັດບໍ່ໄດ້ໂຊກດີດ້ວຍຊ້ຳ ບໍ່ໄດ້ມີໂອກາດໄດ້ເຫັນຫນ້າ,ບໍ່ໄດ້ມີໂອກາດໄດ້ຕັ້ງໂຕ ແມະກະທັງກ່າວຄຳບອກລາ ນັ້ນກະເປັນສ່ວນກໍ່ຄວາມໝາຍທີ່ເຮົາຢາກຊື່

ຜູ້ກຳກັບແກ້ວຍັງຍົກໃຫ້ຜົນງານນີ້ມີຄວາມຍາກພິເສດກວ່າຜົນງານອັນອື່ນຄື: ເຮົາຈະເຮັດແນວໃດໃຫ້ຄົນເບິ່ງຮູ້ສຶກອິນກັບເລື່ອງໃນ MV ແລະເພງໃນເວລາດຽວກັນ ເພາະການທີ່ເປັນເພງແຣັປຖ້າເອົາມາເລົ່າມາໃນມຸມຊ້າໆຄົນຈະອິນກັບເພງ ແລະ ເລື່ອງຂອງເຮົາບໍ ອັນນັ້ນກໍ່ເປັນສິ່ງທິ່ທ້າທາຍຫຼາຍສຳລັບພວກເຮົາ. ອານາຄົດກໍ່ຈະມີຜົນງານ MV ທີ່ຈະກຳລັງຈະເຮັດ ແລະ ເຮັດໄປແລ້ວທີ່ຍັງບໍ່ໄດ້ປ່ອຍ ມີຫຼາກຫຼາຍລົດຊາດກັນແນ່ນອນ ແລະ ສິ່ງທີ່ຢາກບອກໃຫ້ກັບຄົນທີ່ມາເບິ່ງ MV ເພງ:ບົດສຸດທ້າຍ “ຈົ່ງຮັກ ແລະ ເບິ່ງແຍງຄົນທີ່ເຮົາຮັກໃຫ້ດີທີ່ສຸດໃນຕອນທີ່ຮັກກັນ ຫຼືວ່າຕອນຍັງມີຊີວິດຢູ່” ທ້າຍທີ່ສຸດກໍ່ຢາກຝາກຜົນງານ MV ເພງນີ້ ແລະ ກໍ່ຫຼາຍໆເພລງທີ່ກຳລັງຈະປ່ອຍ ທິມເບື້ອງຫຼັງພວກເຮົາເຮັດວຽກກັນໜັກຫຼາຍ ກໍ່ຢາກໃຫ້ທຸກຄົນເຂົ້າໄປເບິ່ງ MV ເພງນີ້ ເບິ່ງແລ້ວກໍ່ຄອມເມັ້ນກັນມາແນ່ ພວກເຮົາຢາກອ່ານຫຼາຍ