ເກັ່ງມາຕະຫຼອດ ສຸດທ້າຍກໍແພ້ໃຫ້ຄົນເກົ່າ ຟັງ ມັນຄົງຈະດີ ຈາກ LIL ROXZ ft PT FLOW

ແບ່ງປັນ

ເກັ່ງມາຕະຫຼອດ ສຸດທ້າຍກໍແພ້ໃຫ້ຄົນເກົ່າ ຟັງ ມັນຄົງຈະດີ ຈາກ LIL ROXZ ft PT FLOW

13 October 2026● 15

ພໍລົມໜາວຮອບໃໝ່ເລີ່ມພັດມາທັກທາຍ, ຄວາມຮູ້ສຶກທຳອິດທີ່ເຂົ້າມາໃນຫົວເລີຍກໍຄື… ຄວາມເຫງົາ.

ເຊື່ອວ່າຫຼາຍຄົນຄົງເປັນຄືກັນ ພໍອາກາດມັນເຢັນລົງ, ຟ້າມືດໄວຂຶ້ນ ໃຈມັນກໍມັກຈະອ່ອນແອ ແລະ ມັກໄປຄິດຮອດເລື່ອງເກົ່າໆ ໂດຍສະເພາະ ຄົນບາງຄົນທີ່ເຄີຍຍ່າງຈັບມືຜ່ານຄວາມໜາວນີ້ນຳກັນ. ບັນຍາກາດແບບນີ້ແຫຼະທີ່ມັນເຮັດໃຫ້ເຂົ້າໃຈທຸກຢ່າງໄດ້ດີເລີຍ.

ພໍ ມ່ວນຊວນຟັງ ໄດ້ມາຟັງ ມັນຄົງຈະດີ ຂອງ Lil Roxz ກັບ PT FLOW ຍິ່ງເຮັດໃຫ້ອາລົມມັນດິ່ງໄປກວ່າເກົ່າ ເພາະເພງນີ້ມັນຄືເພງຂອງຄົນຂີ້ເຫງົາທີ່ກຳລັງຄິດຮອດໃຜຈັກຄົນຢູ່. ຍິ່ງໄດ້ມາເປີດເພງຟັງໃນຕອນເຢັນໆແບບນີ້, ມັນຄືການດຶງເອົາຄວາມຮູ້ສຶກທັງໝົດອອກມາ.

ປານວ່າເປັນເພງທີ່ຊ່ວຍຕອກຢ້ຳຄວາມເຈັບຊ້ຳໆທີ່ເຮົາເຄີຍເຮັດໂຕບໍ່ດີມາກ່ອນ ເພາະໃນຫົວຍັງມີແຕ່ພາບເກົ່າໆ, ຍັງຈື່ທຸກລາຍລະອຽດຂອງເຂົາໄດ້ດີເກີນໄປ.

ທ່ອນແຣັບໃນເພງໄດ້ສື່ສານການເລົ່າເລື່ອງທີ່ຈິງໃຈ ແລະ ມາເລົ່າບັນຫາໃຫ້ເຮົາຟັງວ່າ ຕອນທີ່ຄົບກັນກໍພະຍາຍາມປ່ຽນແປງຕົວເອງທຸກຢ່າງເພື່ອຮັກສາຄວາມສຳພັນໄວ້ສຸດຄວາມສາມາດ.

ແຕ່ສຸດທ້າຍ… ເມື່ອຮັກມັນໄປຕໍ່ບໍ່ໄດ້ ກໍຕ້ອງຍອມຮັບຄວາມຈິງແລ້ວປ່ອຍໃຫ້ເຂົາໄປມີຄວາມສຸກໃນເສັ້ນທາງໃໝ່ ຖ້າເຂົາສາມາດດູແລກັນໄດ້ດີກວ່າຕອນທີ່ຢູ່ໃນອ້ອມກອດເຮົາ.

ພໍຮອດມື້ທີ່ບໍ່ມີເຂົາແລ້ວ, ຄວາມເສົ້າມັນກໍສະສົມຈົນບາງເທື່ອຄິດຢ້ອນເວລາກັບໄປມື້ທີ່ຍັງບໍ່ທັນຮັກໃຜເລີຍກໍມີ ເພື່ອຈະໄດ້ບໍ່ຕ້ອງເຈັບປວດແບບນີ້ ແຕ່ຊີວິດມັນຢຸດບໍ່ໄດ້, ເວລາກໍຍັງຍ່າງຕໍ່ໄປ.

ສິ່ງດຽວທີ່ຄົນເຮົາເຮັດໄດ້ໃນມື້ທີ່ອາກາດໜາວໆແລ້ວຂາດເຂົາ ກໍຄືການກອດຕົວເອງໃຫ້ອຸ່ນ ພ້ອມກັບພາໃຈຂອງໂຕເອງກ້າວຜ່ານຄວາມເສົ້າໄປໃຫ້ໄດ້ ໂດຍທີ່ຍັງແອບຫວັງໃຫ້ເຂົາມີຄວາມສຸກໃນບ່ອນທີ່ບໍ່ມີເຮົາກໍພໍ.

ອ່ານຕື່ມ:  ຟັງ ຍັງຄິດຮອດຢູ່ເດີ້ ຈາກ vvvvanno ຂໍ້ຄວາມຈາກຮັກເກົ່າ ເຖິງເຈົ້າທີ່ເລີ່ມຕົ້ນໃໝ່ແລ້ວ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.