ເປີດທີເຊີ “ກ່ອງກ່ອຍ” ໜັງຜີສອງຝັ່ງຂອງທີ່ກຽມມອບຄວາມສະຫຍອງທົ່ວໂຮງຮູບເງົາລາວ-ໄທ

ແບ່ງປັນ

ເປີດທີເຊີ “ກ່ອງກ່ອຍ” ໜັງຜີສອງຝັ່ງຂອງທີ່ກຽມມອບຄວາມສະຫຍອງທົ່ວໂຮງຮູບເງົາລາວ-ໄທ

15 June 2026 10
AI Summarized

Key Takeaways:

  • ໄດ້ມີການປ່ອຍທີເຊີຢ່າງເປັນທາງການຂອງຮູບເງົາເລື່ອງ "ກ່ອງກ່ອຍ" (Wrecked) ອອກມາ ພ້ອມຂໍ້ຄວາມ "ໄດ້ຍິນສຽງ… ຢ່າຂານຕອບ, ເມື່ອຄອນເທັນລ່າຜີປ່ຽນເປັນກັບດັກລ້າງແຄ້ນ!".
  • ຮູບເງົາເລື່ອງ "ກ່ອງກ່ອຍ" ເປັນການກັບມາຂອງຜີໃນຕຳນານລາວ-ໄທ ໂດຍຈະເຂົ້າສາຍໃນວັນທີ 16 ກໍລະກົດ 2026.
  • ຮູບເງົາເລື່ອງນີ້ແມ່ນການກຳກັບຂອງ "ອານີໄຊ ແກ້ວລາ" ຜູ້ມີຜົນງານການກຳກັບທີ່ຜ່ານມາຫຼາຍເລື່ອງທັງໃນລາວ ແລະ ລະດັບສາກົນ.
  • "ກ່ອງກ່ອຍ" ໄດ້ສອງນັກສະແດງນຳສາວລາວຄື ອານິຕ້າ ຢາການາກິ ແລະ ອາລິຍາ ສຸທຳມະວົງ ມາສ້າງສັນ, ໂດຍເປັນການຮ່ວມມືລະຫວ່າງ Lao New Wave Cinema, Napha Media ແລະ Hollywood Thailand.
  • ຖືເປັນບາດກ້າວສຳຄັນຂອງໜັງລາວ ເພາະ "ກ່ອງກ່ອຍ" ຈະເຂົ້າສາຍທັງໃນລາວ ແລະ ໄທ (ໂຮງ Major ແລະ SF) ເຊິ່ງຈະເປັນໂອກາດໃຫ້ໜັງລາວເປີດຕະຫຼາດກວ້າງຂຶ້ນ.

ຫຼັງຈາກທີ່ປ່ອຍໃຫ້ແຟນໜັງລຸ້ນກັນມາໄດ້ໄລຍະໜຶ່ງ, ໃນທີ່ສຸດກໍໄດ້ມີການປ່ອຍທີເຊີຢ່າງເປັນທາງການຂອງຮູບເງົາເລື່ອງ “ກ່ອງກ່ອຍ” (Wrecked) ອອກມາໃຫ້ເຫັນໂສມໜ້າກັນແລ້ວ ພ້ອມກັບຂໍ້ຄວາມອັນຊວນຂົນລຸກທີ່ວ່າ “ໄດ້ຍິນສຽງ… ຢ່າຂານຕອບ, ເມື່ອຄອນເທັນລ່າຜີປ່ຽນເປັນກັບດັກລ້າງແຄ້ນ!”.

ນີ້ບໍ່ແມ່ນແຕ່ໜັງຜີທຳມະດາ ແຕ່ມັນຄືການນຳສະເໜີເລື່ອງຂອງ “ກ່ອງກ່ອຍ” ຜີໃນຕຳນານຂອງລາວ-ໄທ ໂດຍກຽມຈະເຂົ້າສາຍໃຫ້ພິສູດຄວາມສະຫຍອງພ້ອມກັນໃນວັນທີ 16 ກໍລະກົດ 2026 ນີ້.

ອ່ານຕື່ມ:  ປາກເຊ (ຈະ) ປ່ຽນຊື່? ຢ້ອນຮອຍ "ສະບາຍດີ 2" ໜັງຮັກໃນຕຳນານທີ່ເຮັດໃຫ້ເຮົາຫຼົງຮັກເມືອງນີ້

ຄວາມໜ້າສົນໃຈຂອງຮູບເງົາເລື່ອງນີ້ ເລື່ອງໜຶ່ງແມ່ນເປັນການກຳກັບຂອງ “ອານີໄຊ ແກ້ວລາ” ຜູ້ກຳກັບສີມືດີຂອງລາວທີ່ຝາກຜົນງານຄຸນນະພາບມາແລ້ວຢ່າງຫຼວງຫຼາຍ ບໍ່ວ່າຈະເປັນ ປາຍທາງ (2011), ຮັກນີ້ທີ່ວຽງຈັນ (2015), ນ້ອຍ (2015), ໄຂ່ຂວັນ ມື້ຮັກໝົດ(ໃຈ) (2019) ລວມໄປເຖິງຜົນງານລະດັບອິນເຕີ ເຊັ່ນ: The Tuk Tuk of the Fifth Kind (2020) ແລະ Mekong 2030 (2020).

ການກັບມາຄັ້ງນີ້ພາຍໃຕ້ການກຳກັບຂອງລາວ ຮັບປະກັນໄດ້ເລີຍວ່າງານພາບ ແລະ ການເລົ່າເລື່ອງຈະຕ້ອງມີຄວາມຫຼອນໃນແບບທີ່ເປັນເອກະລັກແນ່ນອນ.

ຍິ່ງໄປກວ່ານັ້ນ “ກ່ອງກ່ອຍ” ຍັງໄດ້ສອງນັກສະແດງນຳສາວລາວ ນັ້ນກໍຄື ອານິຕ້າ ຢາການາກິ ແລະ ອາລິຍາ ສຸທຳມະວົງ ມາສ້າງສີສັນ ແລະ ສະແດງສັກກະຍະພາບໃນບົດບາດທີ່ບີບຄັ້ນ ເຊິ່ງຖືເປັນການຮ່ວມມືຄັ້ງໃຫຍ່ລະຫວ່າງ Lao New Wave Cinema, Napha Media ແລະ ຄ້າຍໜັງຈາກໄທ Hollywood Thailand.

ພ້ອມນີ້, ນີ້ຍັງຖືວ່າເປັນບາດກ້າວສຳຄັນຂອງວົງການໜັງລາວ ຍ້ອນວ່າ “ກ່ອງກ່ອຍ” ຈະເຂົ້າສາຍພ້ອມກັນທັງໃນລາວ ແລະ ໄທ ໂດຍສະເພາະໃນໄທແມ່ນໄດ້ສາຍທັງໃນໂຮງ Major ແລະ SF ເຊິ່ງເປັນໂອກາດອັນດີທີ່ຮູບເງົາສັນຊາດລາວຈະໄດ້ເປີດຕະຫຼາດໃຫ້ກວ້າງຂຶ້ນ ແລະ ໃຫ້ຜູ້ຊົມຝັ່ງເພື່ອນບ້ານໄດ້ສຳຜັດກັບຄວາມຫຼອນໃນແບບຕຳນານລາວຢ່າງເຕັມຮູບແບບ.

ສະນັ້ນ ໃຜທີ່ມັກໜັງແນວຫຼອນໆປະສົມກັບການດຳເນີນເລື່ອງທີ່ຄາດເດົາບໍ່ໄດ້ ບອກເລີຍວ່າກຽມໃຈໄວ້ໃຫ້ດີ ກຽມໄປພິສູດຄວາມຫຼອນຂອງຕຳນານ “ກ່ອງກ່ອຍ” ພ້ອມກັນ 16 ກໍລະກົດ 2026 ນີ້ໃນໂຮງຮູບເງົາທົ່ວປະເທດ.

ອ່ານຕື່ມ:  “ບໍ່ເປີດໃຈ” ຫຼື “ບໍ່ກ້າສ່ຽງ”? ພາສຳຫຼວດກຳແພງທາງໃຈທີ່ຂັ້ນກາງລະຫວ່າງຄົນລາວກັບໜັງລາວ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.