ເບິ່ງຮູບເງົາລາວເລື່ອງ Shadow – ເງົາ ໂດຍ ຜູ້ກຳກັບ ສຸລະຊາດ ສຸວັນນະວົງ ຖືກນຳມາສາຍຄືນໃໝ່

ແບ່ງປັນ

ເບິ່ງຮູບເງົາລາວເລື່ອງ Shadow – ເງົາ ໂດຍ ຜູ້ກຳກັບ ສຸລະຊາດ ສຸວັນນະວົງ ຖືກນຳມາສາຍຄືນໃໝ່

28 September 2026● 39

ຖ້າໃຜທີ່ເຄີຍພາດບໍ່ໄດ້ເບິ່ງຮູບເງົາລາວເລື່ອງ “Shadow ຫຼື ເງົາ” ເມື່ອປີ 2022 ບອກເລີຍວ່າເທື່ອນີ້ເປັນໂອກາດທີ່ດີຫຼາຍ ເພາະເລື່ອງນີ້ຖືກເອົາມາສາຍຄືນໃໝ່ອີກຄັ້ງ ໃນງານສັບປະດາຮູບເງົາວັດທະນະທຳ ຈີນ-ອາຊຽນ ປີ 2026 ນີ້.

ມ່ວນຊວນເບິ່ງ ຂໍອະທິບາຍຄວາມພິເສດຂອງເລື່ອງນີ້ກ່ອນໜ້ອຍໜຶ່ງເດີ ແລະ ຂໍເວົ້າເຖິງ ຜູ້ກຳກັບ ສຸລະຊາດ ສຸວັນນະວົງ ທີ່ລາວໄດ້ດຶງເອົາເລື່ອງລາວ, ປະສົບການຈິງຈາກຊີວິດຂອງລາວເອງມາເລົ່າຜ່ານຮູບເງົາເລື່ອງນີ້ ແລະ ຕອນນັ້ນຍັງລົງມາຫຼິ້ນເປັນນັກສະແດງນຳອີກດ້ວຍ.

ທີ່ຜ່ານມາ, ຮູບເງົາເລື່ອງນີ້ກໍຍັງສ້າງປາກົດການໄປໄກຮອດລະດັບສາກົນ  ແລະ ຄຳຮູ້ ພັນລືເດດ ນັກສະແດງຫຼັກອີກຄົນໜຶ່ງຂອງເລື່ອງ ກໍຍັງສາມາດຄວ້າລາງວັນນັກສະແດງດີເດັ່ນ ຫຼື Best Actor ຈາກງານເທດສະການຮູບເງົາສິລະປະເມືອງເບີລິນ ຄັ້ງທີ 8 ຢູ່ປະເທດເຢຍລະມັນ ມາຄອງ.

ເພາະຄວາມທຸ່ມເທນີ້ເອງເຮັດໃຫ້ລາງວັນນີ້ມີຄວາມໝາຍກັບວົງການຮູບເງົາລາວເຮົາຫຼາຍ ແລະ ຈຸດເດັ່ນທີ່ເຮັດໃຫ້ເລື່ອງ Shadow ໜ້າຕິດຕາມ ແມ່ນວິທີການເລົ່າເລື່ອງທີ່ຊວນໃຫ້ຄົນເບິ່ງໄດ້ຄິດ ແລະ ເດົາທາງໄປນຳຕັ້ງແຕ່ຕົ້ນຈົນຈົບ ແຖມຍັງຝາກຂໍ້ຄິດດີໆນຳອີກ.

ຮູບເງົາເລື່ອງ Shadow ຈະຖືກສາຍຢູ່ທີ່  Major Cineplex ເດີທຸກຄົນ, ຈະໄດ້ເບິ່ງພຽງຮອບດຽວເທົ່ານັ້ນ ໃນວັນທີ 29 ກັນຍາ 2026 ເວລາ 12:00 – 13:45 ໂມງ ທີ່ສໍາຄັນແມ່ນໃຜທີ່ຢາກເບິ່ງສາມາດໄປຮັບປີ້ຢູ່ໜ້າໂຮງໄດ້ເລີຍ (ເບິ່ງຟຣີ!), ຢ່າລືມຊວນໝູ່ໄປເບິ່ງນຳກັນເດີ.

ອ່ານຕື່ມ:  ເປີດທີເຊີ “ກ່ອງກ່ອຍ” ໜັງຜີສອງຝັ່ງຂອງທີ່ກຽມມອບຄວາມສະຫຍອງທົ່ວໂຮງຮູບເງົາລາວ-ໄທ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.