ກຽມໃຈກ່ອນເບິ່ງ “ກ່ອງກ່ອຍ” (Wrecked): ເບື້ອງຫຼັງໜັງຜີຮ່ວມສ້າງລາວ-ໄທ ທີ່ເຈົ້າຕ້ອງຮູ້!

ແບ່ງປັນ

ກຽມໃຈກ່ອນເບິ່ງ “ກ່ອງກ່ອຍ” (Wrecked): ເບື້ອງຫຼັງໜັງຜີຮ່ວມສ້າງລາວ-ໄທ ທີ່ເຈົ້າຕ້ອງຮູ້!

11 July 2026 5

ສຸສານລົດເກົ່າບໍ່ແມ່ນບ່ອນທີ່ເຈົ້າຢາກຈະໄປທ້າທາຍ… ແຕ່ຖ້າເຈົ້າກຽມຕົວບໍ່ພ້ອມ ຄວາມສະຫຍອງຂວັນອາດຈະຕາມເຈົ້າກັບບ້ານ!

ໃນ TheInterview EP ນີ້, ພວກເຮົາພາທຸກຄົນໄປເຈາະເລິກເບື້ອງຫຼັງໜັງຜີຮ່ວມສ້າງ ລາວ-ໄທ ແຫ່ງປີທີ່ທຸກຄົນເວົ້າເຖິງຢ່າງ “ກ່ອງກ່ອຍ” (Wrecked). ຈາກໄອເດຍການ Live ສົດທ້າທາຍວິນຍານທີ່ຜິດຄາດ ຈົນນຳໄປສູ່ຄວາມສະຫຍອງຂວັນທີ່ເກີນຕ້ານ.

ມື້ນີ້ Muan ພາຜູ້ກຳກັບ ອານີໄຊ ແກ້ວລາ ພ້ອມດ້ວຍສອງນັກສະແດງນຳ ອານິຕ້າ ຢາການາກິ ແລະ ອາລິຍາ ສຸທຳມະວົງ ມາເປີດເຜີຍເລື່ອງລາວຄວາມສະຫຍອງຂວັນໃນກອງຖ່າຍ, ທີ່ມາຂອງການເລືອກ “ກ່ອງກ່ອຍ” ມາເປັນແກນຫຼັກ ແລະ ເຫດຜົນວ່າເປັນຫຍັງໜັງເລື່ອງນີ້ ຈຶ່ງເປັນໜັງທີ່ເຈົ້າຕ້ອງເຂົ້າໂຮງໄປເບິ່ງດ້ວຍຕົວເອງ!

ກຽມສະຕິໃຫ້ພ້ອມ! ຟັງເລື່ອງເລົ່າເຫຼົ່ານີ້ໃຫ້ຈົບ… ແລ້ວເຈົ້າຈະບໍ່ກ້າເບິ່ງໜັງຜີຄືເກົ່າ.

ສິ່ງທີ່ເຈົ້າຈະໄດ້ຮູ້ໃນ EP ນີ້:

  • ເບື້ອງຫຼັງການສ້າງໜັງຜີໃນແບບຮ່ວມສ້າງ ລາວ-ໄທ ທີ່ມີຄວາມທ້າທາຍສູງ.
  • ການເຮັດວຽກໃນກອງຖ່າຍ ທີ່ມີຄວາມຫຼາກຫຼາຍ ແລະ ໃຫຍ່ກວ່າເກົ່າສຳລັບນັກສະແດງ
  • ແຮງບັນດານໃຈໃນການເລືອກ “ກ່ອງກ່ອຍ” ມາເປັນຕົວລະຄອນຫຼັກທີ່ສ້າງຄວາມຢ້ານໃຫ້ຄົນເບິ່ງ

ໃຜທີ່ກຳລັງວາງແຜນຈະໄປເບິ່ງໜັງເລື່ອງນີ້ ຫຼື ມັກເລື່ອງລາວຄວາມຫຼອນ ແນະນຳວ່າຫ້າມພາດຄລິບນີ້ເດັດຂາດ!

🎬 ກົດເບິ່ງເລື່ອງລາວທັງໝົດໄດ້ທີ່ YouTube ລຸ່ມນີ້ເລີຍ

ອ່ານຕື່ມ:  ເປີດທີເຊີ “ກ່ອງກ່ອຍ” ໜັງຜີສອງຝັ່ງຂອງທີ່ກຽມມອບຄວາມສະຫຍອງທົ່ວໂຮງຮູບເງົາລາວ-ໄທ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.