ຜີກ່ອງກົ່ງ ກ່ອງກ່ອຍ ອີ່ຫຍັງ? ຟ້າວຣີວິວຫຼັງເບິ່ງ “ກ່ອງກ່ອຍ” ຮອບພຣີເມຍຈົບ ອາທິດໜ້າເຂົ້າໂຮງ ຄວນໄປເບິ່ງບໍ່?

ແບ່ງປັນ

ຜີກ່ອງກົ່ງ ກ່ອງກ່ອຍ ອີ່ຫຍັງ? ຟ້າວຣີວິວຫຼັງເບິ່ງ “ກ່ອງກ່ອຍ” ຮອບພຣີເມຍຈົບ ອາທິດໜ້າເຂົ້າໂຮງ ຄວນໄປເບິ່ງບໍ່?

11 July 2026● 231

ຫຼັງຈາກໄດ້ໄປເບິ່ງຮອບ Gala Premier ຂອງຮູບເງົາເລື່ອງ “ກ່ອງກ່ອຍ” (Wrecked) ໃນວັນທີ 11 ກໍລະກົດ 2026, ຄວາມຮູ້ສຶກທຳອິດທີ່ເກີດຂຶ້ນຫຼັງຈາກໄຟໃນໂຮງເປີດ ຄືການຢາກນັ່ງລົມກັບໝູ່ທີ່ໄປນຳກັນຍາວໆ ເພາະມັນມີຫຼາຍສິ່ງຫຼາຍຢ່າງທີ່ຄາໃຈ ແລະ ຢາກແລກປ່ຽນວ່າແຕ່ລະຄົນຄິດແນວໃດ.

“ກ່ອງກ່ອຍ” ເລົ່າເລື່ອງລາວຂອງກຸ່ມໝູ່ທີ່ຫວັງຈະສ້າງຄອນເທັນລ່າຜີ ເພື່ອດຶງດູດຄວາມສົນໃຈໃນໂລກອອນລາຍ ແຕ່ເມື່ອພວກເຂົາໄດ້ຂຸດຄຸ້ຍຕຳນານ “ກ່ອງກ່ອຍ” ຂຶ້ນມາ ມັນຊໍ້າພັດກາຍເປັນກັບດັກທີ່ນຳໄປສູ່ການລ້າງແຄ້ນທີ່ສາສົມ.

ເນື້ອເລື່ອງມີການຕັດສະຫຼັບລະຫວ່າງປັດຈຸບັນ ແລະ ອະດີດ ເພື່ອຄ່ອຍໆເປີດເຜີຍປົມຂອງຕົວລະຄອນ, ໂດຍມີການວາງ Foreshadow (ການປູທາງເລື່ອງ) ໃຫ້ເຮົາຄາດເດົາໄດ້ແນບນຽນຕະຫຼອດເລື່ອງ.

ຢາກບອກເລີຍວ່າ “ກ່ອງກ່ອຍ” ບໍ່ແມ່ນໜັງຜີທີ່ພະຍາຍາມແຕ່ຈະເຮັດໃຫ້ເຮົາຕົກໃຈຊື່ໆ (ເຖິງວ່າຈະມີ jump-scare ຫຼາຍອີ່ຫຼີ 555), ແຕ່ມັນມີ “ຊັ້ນເຊີງ” ທີ່ຫຼາຍກວ່າໜັງຜີທຳມະດາ.

ເລື່ອງລາວສ່ວນໃຫຍ່ຂອງ “ກ່ອງກ່ອຍ” ເກີດຂຶ້ນໃນໂຮງງານຮ້າງ ທີ່ມີລົດເກົ່າ ປະກອບກັບການເລົ່າເລື່ອງຕັດສະຫຼັບໄປເຫດການໃນອະດີດ

ຜູ້ກຳກັບເລືອກທີ່ຈະໃຊ້ “ຕຳນານຜີ” ເປັນພຽງເປືອກນອກ ເພື່ອຫໍ່ຫຸ້ມເລື່ອງລາວຂອງບາດແຜໃນອະດີດ ແລະ ຄວາມບິດເບືອນຂອງຈິດໃຈຄົນ.

ໜັງເລື່ອງນີ້ມີການວາງປົມທີ່ສະທ້ອນໃຫ້ເຫັນວ່າ ຜີທີ່ເປັນຕາຢ້ານທີ່ສຸດບໍ່ໄດ້ມາຈາກວິນຍານ ຫຼື ຜີຮ້າຍມາແຕ່ໃສ, ແຕ່ມັນມາຈາກການກະທຳຂອງຄົນເຮົາທີ່ມີຕໍ່ຄົນນຳກັນ ຜ່ານການເລົ່າເລື່ອງທີ່ຄ່ອຍໆເປີດເຜີຍທາດແທ້ຂອງຕົວລະຄອນເທື່ອລະໜ້ອຍ ຈາກຄວາມຮູ້ສຶກຢ້ານ, ຕົກໃຈໃນຕອນຕົ້ນ ກາຍເປັນຄວາມຮູ້ສຶກສະເທືອນໃຈ ແລະ ສະອິດສະອຽນກັບສິ່ງທີ່ເກີດຂຶ້ນ ເມື່ອຄວາມຈິງຖືກເປີດເຜີຍອອກມາ.

ສຳລັບໃຜທີ່ເຄີຍຕິດຕາມຜົນງານຂອງ ອານີໄຊ ແກ້ວລາ ເຊິ່ງເປັນຜູ້ກຳກັບ ໂດຍສະເພາະເລື່ອງ “ປາຍທາງ (At the Horizon) ເມື່ອປີ 2011 ທີ່ເປັນຮູບເງົາແນວ Drama Thriller ທີ່ມີຄວາມດິບ ແລະ ເລິກໃນດ້ານຈິດໃຈ, ຈະເຫັນເຖິງລາຍເຊັນດຽວກັນນັ້ນໃນ “ກ່ອງກ່ອຍ”.

ອ່ານຕື່ມ:  “ຕ້າໂຢ່ວ” ແລະ “ບ່ອງສະໂໜດບຽງ” ສອງຄຳທີ່ຕ້ອງຮູ້ ກ່ອນເບິ່ງ “ຖີ່ຫຍົດ 3”

ຖ້າ ປາຍທາງ ຄືການເດີນທາງຂອງມະນຸດທີ່ປະເຊີນກັບຄວາມຜິດພາດ, ກ່ອງກ່ອຍ ກໍຄືການຕອບສະໜອງຂອງອະດີດທີ່ກັບມາຫຼອກຫຼອນໃນຮູບແບບທີ່ຮຸນແຮງກວ່າ. ມັນມີກິ່ນອາຍຄວາມເປັນ Thriller ທີ່ຕຶງຄຽດ ແລະ ການຂຸດຄຸ້ຍປົມພາຍໃນຂອງຕົວລະຄອນທີ່ເຮັດໃຫ້ເຮົາບໍ່ພຽງແຕ່ຢ້ານຜີ ແຕ່ຢ້ານ “ສິ່ງທີ່ມະນຸດເຮັດຕໍ່ກັນ”.

ນານ່າ – ອາລິຍາ ສຸທຳມະວົງ ໃນບົດ “ຈິດ”, ອານິຕ້າ ຢາການາກິ ໃນບົດ “ແອນນາ” ແລະ แມັກກ້າ – ນັດທະພັດ ດີເລີດຕະກຸນ ໃນບົດ “ປີເຕີ້”

ດ້ານການສະແດງ, ຕ້ອງຂໍຍ້ອງນັກສະແດງນຳທັງສາມຄົນກໍຄື ນານ່າ – ອາລິຍາ ສຸທຳມະວົງ ໃນບົດ “ຈິດ”, ອານິຕ້າ ຢາການາກິ ໃນບົດ “ແອນນາ” ແລະ แມັກກ້າ – ນັດທະພັດ ດີເລີດຕະກຸນ ໃນບົດ “ປີເຕີ້” ທີ່ເຮັດໃຫ້ເຮົາເຊື່ອໄດ້ແທ້ໆວ່າພວກເຂົາເປັນໝູ່ກັນອີ່ຫຼີ.

ໂດຍສະເພາະ ອາລິຍາ ໃນບົດ “ຈິດ” ທີ່ຖືວ່າໜັກແຮງ ແຕ່ລາວກໍແບກບົດນີ້ໄດ້ຈົນສຸດທາງ ເຮັດໃຫ້ຕອນທ້າຍເລື່ອງກາຍເປັນສາກທີ່ຕິດຕາທີ່ສຸດ. ສ່ວນງານພາບ, ສີ, ມຸມກ້ອງ ແລະ Sound ປະກອບ ກໍຍ້ອງເລີຍວ່າລະດັບສາກົນ.

“ກ່ອງກ່ອຍ” ເປັນຮູບເງົາໃຫຍ່ເລື່ອງທຳອິດຂອງ ນານ່າ – ອາລິຍາ ສຸທຳມະວົງ

ສະຫຼຸບ: ຄວນໄປເບິ່ງບໍ່?

ຄຳຕອບແບບບໍ່ຕ້ອງຄິດຫຼາຍຄື ໄປເທາະ. ເພາະດົນໆເທື່ອຈະມີໜັງລາວຄຸນນະພາບດີໆແບບນີ້ອອກມາ.

ກ່ອງກ່ອຍ ເຂົ້າສາຍ ວັນທີ 16 ກໍລະກົດ 2026 ນີ້ ໃນໂຮງຮູບເງົາທົ່ວປະເທດ.

⚠️ Trigger Warning: ໜັງມີເນື້ອຫາບາງສ່ວນກ່ຽວກັບ “ຄວາມຮຸນແຮງໃນຄອບຄົວ” ທີ່ອາດຈະກະທົບຕໍ່ຈິດໃຈຜູ້ເບິ່ງໄດ້.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.