ຖ້າເບິ່ງ “ຄິດຮອດຫຼວງພະບາງ” ຮູບເງົາລາວແນວອົບອຸ່ນໃຈ ທີ່ຈະເຮັດໃຫ້ຫຼົງສະເໜ່ຫຼວງພະບາງອີກຄັ້ງ

ແບ່ງປັນ

ຖ້າເບິ່ງ “ຄິດຮອດຫຼວງພະບາງ” ຮູບເງົາລາວແນວອົບອຸ່ນໃຈ ທີ່ຈະເຮັດໃຫ້ຫຼົງສະເໜ່ຫຼວງພະບາງອີກຄັ້ງ

01 October 2026● 14
✦ AI Summarized

Key Takeaways:

  • ຄິດຮອດຫຼວງພະບາງ ເປັນຮູບເງົາໂຣແມນຕິກ ແລະ ວັດທະນະທຳທີ່ກຳລັງເລີ່ມຖ່າຍທຳ ເຊິ່ງສ້າງຄວາມຕື່ນເຕັ້ນໃຫ້ກັບແຟນໆຮູບເງົາລາວ.
  • ຮູບເງົາມີການຈັດພິທີເປີດກອງຖ່າຍແລ້ວ ໂດຍຈະເລີ່ມຖ່າຍທຳທີ່ຫຼວງພະບາງເປັນບ່ອນທຳອິດ ກ່ອນຈະມາຖ່າຍຕໍ່ທີ່ນະຄອນຫຼວງວຽງຈັນ.
  • ເນື້ອເລື່ອງຖືກເລົ່າຜ່ານມຸມມອງອາລົມປະສົມສາລະຄະດີ ສະແດງໃຫ້ເຫັນວິຖີຊີວິດ, ອາຫານການກິນ ແລະ ຄວາມຊົງຈຳໃນເມືອງມໍລະດົກ.
  • ນັກສະແດງນຳປະກອບດ້ວຍ PHILIP SELBE ຮັບບົດເປັນ Armand ແລະ ຄຳລີ້ ພີລາວົງ ຮັບບົດເປັນ ຫຼ້າ.
  • ຄຳລີ້ ພີລາວົງ ຮັບໜ້າທີ່ເປັນທັງຜູ້ກຳກັບ ແລະ ນັກສະແດງນຳໃນຮູບເງົາເລື່ອງນີ້.

ກຽມສຳຜັດຄວາມອົບອຸ່ນກິນໃຈກັບ ຄິດຮອດຫຼວງພະບາງ ຮູບເງົາໂຣແມນຕິກທີ່ສອດແຊກຄວາມງາມຂອງວັດທະນະທຳ ທີ່ຈະພາເຮົາໄປຕາມຫາຄວາມໝາຍຂອງຊີວິດ ແລະ ຄວາມຮັກ ຜ່ານວິຖີຊີວິດບ້ານເຮົາ.

ຮູບເງົາ ຄິດຮອດຫຼວງພະບາງ Longing For Luang Prabang ເປັນອີກໜຶ່ງໂປຣເຈັກຮູບເງົາລາວເລື່ອງໃໝ່ທີ່ກຳລັງເປີດຕົວ ແລະ ເລີ່ມຖ່າຍທຳ ເຊິ່ງມີຫຼາຍຢ່າງທີ່ໜ້າຈັບຕາເບິ່ງ ແລະ ສ້າງຄວາມຕື່ນເຕັ້ນໃຫ້ກັບແຟນໆຮູບເງົາລາວເຮົາຫຼາຍ.

ຫຼ້າສຸດ, ມ່ວນຊວນເບິ່ງ ໄດ້ຂ່າວວ່າມີພິທີເປີດກອງຖ່າຍຮູບເງົາເລື່ອງ ຄິດຮອດຫຼວງພະບາງ ແລ້ວ ແລະ ເລື່ອງນີ້ຈະເລີ່ມຖ່າຍທຳຢູ່ທີ່ ຫຼວງພະບາງ ເປັນບ່ອນທຳອິດກ່ອນ, ຕໍ່ມາກໍຈະມີການມາຖ່າຍທຳຢູ່ ນະຄອນຫຼວງວຽງຈັນ ນຳຕື່ມອີກ.

ຄິດຮອດຫຼວງພະບາງ ເປັນຮູບເງົາແນວຄວາມຮັກໂຣແມນຕິກ ແລະ ວັດທະນະທຳ. ແຕ່ຄວາມໜ້າສົນໃຈຂອງເລື່ອງນີ້ຄື ຈະຖືກເລົ່າຜ່ານມຸມມອງອາລົມຄວາມຮູ້ສຶກທີ່ປະສົມສາລະຄະດີ ທີ່ຈະພາເຮົາໄປເບິ່ງທັງວິຖີຊີວິດ, ອາຫານການກິນ, ຄວາມຊົງຈຳ ແລະ ຄວາມຮັກຂອງຄົນ ຜ່ານບັນຍາກາດງາມໆຂອງເມືອງມໍລະດົກ ແລະ ເມືອງຫຼວງ.

ອ່ານຕື່ມ:  ເຄີຍຕິດລົບບໍ່ມີຫຍັງ ຈົນຖືກດູຖູກບໍ່? Dee Roc ຊວນມາປຸກໄຟໃນໃຈຜ່ານເພງ Pock£t

ສຳລັບນັກສະແດງຫຼັກກໍໄດ້ພະເອກຄື PHILIP SELBE ມາຮັບບົດເປັນ Armand ນັກທຸລະກິດຕ່າງຊາດຜູ້ປະສົບຜົນສຳເລັດ ແຕ່ເລິກໆແລ້ວລາວເປັນຄົນເກັບຄວາມຮູ້ສຶກ ແລະ ກຳລັງເດີນທາງຕາມຫາບາງຢ່າງໃນໃຈ.

ສ່ວນນາງເອກແມ່ນ ຄຳລີ້ ພີລາວົງ ມາຮັບບົດເປັນ ຫຼ້າ ສາວລາວຜູ້ອົບອຸ່ນທີ່ຮັກໃນຮີດຄອງປະເພນີ ແລະ ອາຫານລາວ ທີ່ມີຄວາມຝັນຢາກນຳເອົາອາຫານລົດຊາດບ້ານເຮົາອອກສູ່ສາຍຕາຊາວໂລກ ພ້ອມທັງເປີດໂອກາດໃຫ້ແມ່ຍິງໃນຊຸມຊົນທຸກຄົນ.

ນອກຈາກນີ້, ຄຳລີ້ ພິລາວົງ ກໍຮັບໜ້າທີ່ແບບຈັດເຕັມ ເປັນທັງ ຜູ້ກຳກັບ ແລະ ນັກສະແດງ ເອງເລີຍ. ການທີ່ຄົນສ້າງມາຫຼິ້ນເອງແບບນີ້, ມ່ວນຊວນເບິ່ງ ກໍແອບຕື່ນເຕັ້ນໄວ້ແລ້ວວ່າເລື່ອງລາວ ແລະ ອາລົມຂອງພາບຈະຖືກຖ່າຍທອດອອກມາໄດ້ແບບເລິກເຊິ່ງ ແລະ ເຂົ້າເຖິງຈິດວິນຍານຂອງ ເມືອງຫຼວງພະບາງ ຂະໜາດໃດ.

ໃຜທີ່ມັກຮູບເງົາແນວອົບອຸ່ນກິນໃຈ ແລະ ເຮັດໃຫ້ຄິດຮອດພາບບັນຍາກາດຄວາມຊົງຈຳທີ່ສວຍງາມແບບບໍ່ສາມາດລືມລົງໄດ້ ພວກເຮົາມາຖ້າຕິດຕາມເລື່ອງນີ້ນຳກັນໄວ້ເລີຍທຸກຄົນ ເປັນແນວໃດດຽວ ມ່ວນຊວນເບິ່ງ ມາອັບເດດເດີ ຖ້າເຂົ້າໂຮງມື້ໃດເຈິກັນແທ້.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.