ໜ້າຫຼັກ Muan Specialty ການແຕ່ງດອງສຳຄັນແນວໃດ? ກ່ອນຈັດງານ ກະກຽມແນວໃດດີ ຈຶ່ງບໍ່ປວດຫົວ
Muan Specialty

ການແຕ່ງດອງສຳຄັນແນວໃດ? ກ່ອນຈັດງານ ກະກຽມແນວໃດດີ ຈຶ່ງບໍ່ປວດຫົວ

ສະໜັບສະໜຸນໂດຍ
ແບ່ງປັນ

ການແຕ່ງດອງ ເປັນເລື່ອງໃຫຍ່ສຳລັບຫຼາຍໆຄົນ ໂດຍສະເພາະໄວເຮັດວຽກຄືເຮົາທີ່ກຳລັງຈະພາໂຕເອງກ້າວໄປສູ່ອີກບົດໜຶ່ງຂອງຊີວິດ, ເພາະງານແຕ່ງດອງບໍ່ແມ່ນພຽງແຕ່ພິທີທີ່ເຮົາຈັດຂຶ້ນມາເພື່ອໃຫ້ຄົນມາຮ່ວມຍິນດີແລ້ວກິນເຂົ້າກັນເສີຍໆ ແຕ່ມັນເປັນໂມເມັ້ນທີ່ບອກວ່າ ເຮົາ ແລະ ອີກຄົນໜຶ່ງຈະເລືອກຍ່າງໄປນຳກັນແລ້ວເດີ.

ສຳລັບຄົນຮຸ່ນໃໝ່, ງານແຕ່ງດອງອາດຈະບໍ່ຕ້ອງຍິ່ງໃຫຍ່ຄືກັບສະໄໝກ່ອນ ແຕ່ມັນຄືການສະເຫຼີມສະຫຼອງຄວາມຮັກໃນແບບຂອງເຮົາເອງ ບໍ່ວ່າຈະຮຽບງ່າຍ ຫຼື ຈັດເຕັມ ມັນເປັນມື້ທີ່ເຮົາບອກກັບໂຕເອງ ກັບຄູ່ຊີວິດ ແລະ ກັບຄົນອ້ອມຂ້າງວ່າ ຄວາມສຳພັນນີ້ມັນພິເສດອີ່ຫຼີ.

ນອກຈາກນີ້ ງານແຕ່ງດອງຍັງເປັນຄືກັບຈຸດເລີ່ມຕົ້ນຂອງການສ້າງຄອບຄົວ (ຫຼື ຢ່າງໜ້ອຍກໍຄືການໃຊ້ຊີວິດຄູ່ຢ່າງຈິງຈັງ) ມັນຄືກັບການເຊັນສັນຍາດ້ວຍໃຈວ່າ ເຮົາຈະ support ກັນ ແລະ ກັນ ບໍ່ວ່າຈະເຈິຫຍັງກໍຕາມໃນຕໍ່ໜ້າ ພ້ອມທັງເປັນໂອກາດທີ່ໄດ້ເຈິຄອບຄົວ, ໝູ່ເພື່ອນ ມາລວມຕົວກັນ ສ້າງຄວາມຊົງຈຳດີໆ ທີ່ເລົ່າໄປກໍຍິ້ມໄປໄດ້ອີກດົນ.

ແລ້ວຈະກຽມງານແຕ່ງແນວໃດໃຫ້ບໍ່ປວດຫົວ?

ຄວາມຈິງແລ້ວ ການກຽມງານແຕ່ງມັນຄືກັບການເຮັດໂປຣເຈັກໃຫຍ່ອັນໜຶ່ງເລີຍ ແຕ່ເວົ້າແບບນັ້ນກໍບໍ່ຕ້ອງຟ້າວຢ້ານເດີ ເພາະຄວາມຈິງແລ້ວມັນກໍມີວິທີຈັດການທີ່ຊ່ວຍໃຫ້ເຮົາບໍ່ຕ້ອງມາວຸ່ນວາຍ ຫຼື ປວດຫົວຫຼາຍຂະໜາດນັ້ນ ຖ້າຫາກກຽມຕົວມາດີ.

✅ ລົມກັນກ່ອນ ວ່າຢາກໄດ້ງານແບບໃດ: ຂັ້ນຕອນທຳອິດແມ່ນ ຊວນຄູ່ຂອງເຈົ້າ (ຫຼາຍຄັ້ງກໍມີຍາດຜູ້ໃຫຍ່ຮ່ວມນຳ) ມາລົມກັນວ່າຢາກໄດ້ງານແບບໃດ ຕັ້ງເປົ້າໃຫ້ຊັດເຈນ ຈະບໍ່ໄດ້ຫຼົງທາງ ຢາກໄດ້ງານແບບໃນສວນ, ຈັດຢູ່ໂຮງແຮມ, ຈັດຢູ່ເຮືອນ ກໍລອງລົມກັນເບິ່ງ.

✅ ງົບຕ້ອງມາກ່ອນ: ເພາະເງິນໃນກະເປົາຄືໂຕກຳນົດທຸກຢ່າງ ອາດຈະລອງວາງງົບຄ່າວໆວ່າຕ້ອງໃຊ້ເທົ່າໃດ ແລ້ວແບ່ງໃຫ້ດີໆ ເຊັ່ນ: ຄ່າເສື້ອຜ້າ, ສະຖານທີ່, ອາຫານ ເນັ້ນຢ່າໃຫ້ບານປາຍ ຈົນເຄັ່ງຄຽດ ເຊິ່ງດຽວນີ້ມີແພັກເກັດງານແຕ່າງແບບ all-in-one ຫຼາຍແລ້ວ ຊ່ວຍປະຢັດທັງເງິນ ທັງເວລາ.

✅ ຂຽນລາຍການສິ່ງທີ່ຕ້ອງເຮັດ ເຊັ່ນ: ຫາຊ່າງພາບ, ຈອງສະຖານທີ່, ຜະລິດບັດເຊີນ, ເລືອກເພງເປີດຕົວ ເຊິ່ງອາດຈະໃຊ້ແອັບຈົດບັນທຶກເຊັ່ນ ແອັບ notes ທີ່ມາກັບມືຖື ຫຼື ແອັບ Google Keep ກໍໄດ້.

ອ່ານຕື່ມ:  ເປັນຫຍັງການສະເຫຼີມສະຫຼອງ ແລະ ດົນຕີ ຈຶ່ງສົ່ງຜົນດີຕໍ່ການເຮັດວຽກ?

✅ ທີມງານຄືຫົວໃຈ ບໍ່ຕ້ອງເຮັດທຸກຢ່າງເອງ: ອາດຈະຊວນໝູ່ ຫຼື ຍາດພີ່ນ້ອງມາຊ່ວຍ ແບ່ງວຽກກັນໄປ ແລ້ວທຸກຢ່າງຈະລ່ຽນໄຫຼຂຶ້ນຫຼາຍ ຫຼື ຄືໃນຍຸກນີ້ທີ່ມີອໍກາໄນເຊີຈັດງານມາຊ່ວຍ ກໍຍິ່ງສະດວກຂຶ້ນ.

✅ ໃສ່ຄວາມເປັນໂຕເອງລົງໄປ: ງານແຕ່ງຍຸກນີ້ບໍ່າຕ້ອງຕາມສູດແບບເປະໆ ຢາກໃສ່ສົ້ນສູງ ຫຼື ເກີບແບບທີ່ໂຕເອງຕ້ອງການ ຫຼື ຈະຈັດບູ໊ດຖ່າຍຮູບແບບ TikTok ກໍຍັງເຮັດໄດ້ ຂໍພຽງແຕ່ລົມ ແລະ ຕົກລົງກັນໄວ້ ສະບາຍໃຈກັນທຸກຝ່າຍ.

ສຸດທ້າຍແລ້ວ ງານແຕ່ງດອງບໍ່ແມ່ນພຽງແຕ່ເລື່ອງຂອງມື້ນັ້ນມື້ດຽວ ແຕ່ມັນຄືການເລີ່ມຕົ້ນຂອງສິ່ງທີ່ໃຫຍ່ກວ່ານັ້ນ ເພາະສະນັ້ນ ບໍ່ຕ້ອງກົດດັນໃຫ້ທຸກຢ່າງເປະ ແຕ່ເຮັດໃຫ້ມັນມີຄວາມໝາຍສຳລັບເຮົາ ແລະຄົນທີ່ເຮົາຮັກກໍພໍແລ້ວ. ກຽມຕົວດີໆ ໃສ່ໃຈກັນຫຼາຍໆ ແລ້ວມື້ນັ້ນຈະເປັນມື້ທີ່ພິເສດແບບທີ່ເລົ່າຕໍ່ໄດ້ບໍ່ມີເບື່ອແນ່ນອນ.

???? ຖ້າຄູ່ໃດທີ່ກຳລັງຢາກໄດ້ໄອເດຍກ່ອນກະກຽມງານແຕ່ງ, ລອງແວ່ໄປງານ Wedding Fair 2025: Your Forever Starts From Here! , ງານ Wedding Fair ຄັ້ງໃຫຍ່ແຫ່ງປີທີ່ຄົບວົງຈອນ ໄດ້ລວມເອົາຜູ້ຊ່ຽວຊານ ແລະ ອົງປະກອບທຸກຢ່າງສຳລັບການຈັດງານແຕ່ງດັ່ງຝັນໄວ້ບ່ອນດຽວ. ພາຍໃນງານມີທັງແພັກເກັດພິເສດ, ຊຸດແຕ່ງງານ, ຊ່າງພາບ ແລະ ອື່ນໆ ພ້ອມລຸ້ນຮັບລາງວັນພັກໂຮງແຮມ IHG.

????ວັນທີ 29-30 ມີນາ 2025, ທີ່ Vientiane Grand Ballroom ໂຮງແຮມ Crowne Plaza ແລະ Holiday Inn & Suites Vientiane.

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ກ່ຽວຂ້ອງ
Muan Specialty

ຍ້ອນຫຍັງ ຮໍລິເດ ອິນ ແອນ ສະຫວີທສ໌ ວຽງຈັນ ຈຶ່ງໄດ້ຮັບເຄື່ອງໝາຍໂຮງແຮມລະດັບ 5 ດາວ?

ຖ້າເວົ້າເຖິງບ່ອນພັກທີ່ມີທັງຄວາມສະດວກສະບາຍ, ທັນສະໄໝ ແລະ ການບໍລິການລະດັບໂລກຢູ່ໃຈກາງນະຄອນຫຼວງວຽງຈັນ, ເຮົາຄິດວ່າ ຮໍລິເດ ອິນ ແອນ ສະຫວີທສ໌ ວຽງຈັນ ເປັນທາງເລືອກອັນດັບຕົ້ນໆ. ໂຮງແຮມນີ້ໄດ້ຮັບເຄື່ອງໝາຍ...

Muan Suan Pai (Explore) - ມ່ວນຊວນໄປ

ຖ້ຽວບິນວຽງຈັນ-ຫຼວງນໍ້າທາ ເປີດບິນຄືນແລ້ວ ພ້ອມໂປຣໂມຊັນປີ້ຍົນລາຄາພິເສດ

ເມື່ອປີກ່ອນ ຖ້ຽວບິນວຽງຈັນ–ຫຼວງນໍ້າທາໄດ້ມີການຍົກເລີກ ເຮັດໃຫ້ຫຼາຍຄົນຕ້ອງໄດ້ປັບແຜນການເດີນທາງໃໝ່ເມື່ອຕ້ອງເດີນທາງໃນເສັ້ນທາງນີ້. ແນວໃດກໍຕາມ ຕອນນີ້ມີຂ່າວດີຈາກທາງການບິນລາວ ເຊິ່ງພວກເຂົາໄດ້ປະກາດເປີດຄືນຖ້ຽວບິນນີ້ອີກຄັ້ງ. ນີ້ບໍ່ແມ່ນພຽງແຕ່ ການນຳເອົາຕົວເລືອກການເດີນທາງທີ່ດີກັບຄືນມາ ແຕ່ຍັງມາພ້ອມກັບຂໍ້ສະເໜີສຸດພິເສດທີ່ຖືກໃຈນັກເດີນທາງທຸກຄົນ ລວມທັງມ່ວນຊວນໄປເອງ.​ ​ມ່ວນຊວນໄປ ໃນຖານະທີ່ເປັນຜູ້ໜຶ່ງທີ່ມັກການເດີນທາງ...

Working Tips

ເປັນຫຍັງການສະເຫຼີມສະຫຼອງ ແລະ ດົນຕີ ຈຶ່ງສົ່ງຜົນດີຕໍ່ການເຮັດວຽກ?

ເປັນຫຍັງການສະເຫຼີມສະຫຼອງ ແລະ ດົນຕີ ຈຶ່ງສົ່ງຜົນດີຕໍ່ການເຮັດວຽກ? ແຊຣ໌ຂໍ້ຄິດດີໆທີ່ໄດ້ຈາກການຮ່ວມງານ Christmas Get Together and Winter Sonata ທີ່...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.