ສ່ອງ 5 ລາຍລະອຽດໜ້າສົນໃຈ ໃນງານແຕ່ງງານລະດັບໂລກຂອງ Taylor Swift ແລະ Travis Kelce

Key Takeaways:
- ການເລືອກ Adam Sandler ມາເປັນຜູ້ປະກອບພິທີ
- ການບໍລິຈາກເງິນເພື່ອການກຸສົນ
- ການເລືອກ Madison Square Garden ເປັນສະຖານທີ່ຈັດງານ
- ພິທີການທີ່ເນັ້ນຄວາມສຳພັນໃນຄອບຄົວ
- ຊຸດແຕ່ງງານຈາກ Christian Dior
ເມື່ອວັນທີ 4 ກໍລະກົດ 2026 ທີ່ຜ່ານມາ, ງານແຕ່ງດອງຂອງ Taylor Swift ແລະ Travis Kelce ໄດ້ຈັດຂຶ້ນຢ່າງເປັນທາງການ. ການແຕ່ງງານຂອງຄູ່ນີ້ໄດ້ຮັບຄວາມສົນໃຈຫຼາຍຈາກທົ່ວໂລກ ເນື່ອງຈາກເປັນການພົບກັນຂອງສອງວົງການໃຫຍ່ຄື ດົນຕີ ແລະ ກີລາ. ງານນີ້ບໍ່ພຽງແຕ່ເປັນພິທີສ່ວນຕົວ, ແຕ່ຍັງສະທ້ອນໃຫ້ເຫັນເຖິງການວາງແຜນທີ່ລະອຽດໃນທຸກຂັ້ນຕອນ.
ມື້ນີ້ Muan Update ຈະພາໄປເບິ່ງ 5 ລາຍລະອຽດທີ່ໜ້າສົນໃຈຈາກງານແຕ່ງງານຄັ້ງນີ້:
- ການເລືອກ Adam Sandler ມາເປັນຜູ້ປະກອບພິທີ
ງານນີ້ໄດ້ເລືອກເອົາດາລາຕະຫຼົກຊື່ດັງ Adam Sandler ມາເປັນຜູ້ປະກອບພິທີ (Officiant). ເຖິງຈະເບິ່ງແຕກຕ່າງຈາກງານແຕ່ງງານທົ່ວໄປ, ແຕ່ການມີ Adam Sandler ມາຮ່ວມງານຊ່ວຍໃຫ້ບັນຍາກາດມີຄວາມເປັນກັນເອງ ແລະ ຜ່ອນຄາຍຫຼາຍຂຶ້ນ, ເຊິ່ງເຂົ້າກັບບຸກຄະລິກຂອງທັງຄູ່ທີ່ມີຄວາມຮັກໃນສຽງຫົວ.
Taylor ເຄີຍແຊວໄວ້ວ່າ “ຄູສອນພາສາອັງກິດ ກັບ ຄູພະລະ ກຳລັງຈະແຕ່ງງານກັນ” ເຊິ່ງ Adam Sandler ນີ້ແຫຼະ ທີ່ມາຕື່ມເຕັມ “Gym Teacher Energy” ຂອງ Travis ໃຫ້ເບິ່ງເຂົ້າເຖິງງ່າຍ ແລະ ເຮັດໃຫ້ງານທີ່ເຕັມໄປດ້ວຍດາລາ ເບິ່ງມີຊີວິດຊີວາຂຶ້ນມາທັນທີ.
- ການບໍລິຈາກເງິນເພື່ອການກຸສົນ
ກ່ອນງານຈະເລີ່ມ, ຄູ່ນີ້ໄດ້ບໍລິຈາກເງິນມູນຄ່າ 26 ລ້ານໂດລາ ໃຫ້ກັບອົງການການກຸສົນກວ່າ 20 ແຫ່ງ. ການກະທຳດັ່ງກ່າວສະແດງໃຫ້ເຫັນເຖິງຄວາມຕັ້ງໃຈໃນການສ້າງຜົນກະທົບທາງບວກໃຫ້ກັບສັງຄົມ ກ່ອນທີ່ຈະຈັດງານທີ່ອາດສົ່ງຜົນກະທົບຕໍ່ການສັນຈອນໃນເມືອງ.
- ການເລືອກ Madison Square Garden ເປັນສະຖານທີ່ຈັດງານ
ຄູ່ນີ້ເລືອກຈັດງານທີ່ Madison Square Garden ເຊິ່ງມີຄວາມເປັນສ່ວນຕົວສູງ. ສະຖານທີ່ນີ້ມີຄວາມພ້ອມດ້ານການຮັກສາຄວາມປອດໄພ ແລະ ມີທາງເຂົ້າ-ອອກຫຼາຍທາງ, ເຮັດໃຫ້ສາມາດປ້ອງກັນການລົບກວນຈາກພາຍນອກໄດ້ດີ, ເຊິ່ງເປັນສິ່ງຈຳເປັນສຳລັບງານທີ່ມີແຂກລະດັບສຳຄັນມາຮ່ວມງານ.
- ພິທີການທີ່ເນັ້ນຄວາມສຳພັນໃນຄອບຄົວ
ໃນງານນີ້ ບໍ່ມີການຈັດແຖວເພື່ອນເຈົ້າສາວ-ເຈົ້າບ່າວຕາມຮູບແບບດັ່ງເດີມ, ແຕ່ເນັ້ນໃຫ້ສະມາຊິກໃນຄອບຄົວມີບົດບາດສຳຄັນ. ໂດຍ Austin Swift (ນ້ອງຊາຍຂອງ Taylor) ຮັບໜ້າທີ່ເປັນ “Man of Honor” ແລະ Jason Kelce (ອ້າຍຂອງ Travis) ຮັບໜ້າທີ່ເປັນ “Best Man” ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມຜູກພັນທີ່ສະໜິດແໜ້ນພາຍໃນຄອບຄົວ.
- ຊຸດແຕ່ງງານຈາກ Christian Dior
ຊຸດແຕ່ງງານຂອງທັງສອງຄົນເປັນຜົນງານຈາກ Christian Dior Haute Couture ທີ່ອອກແບບໂດຍ Jonathan Anderson. ເປັນການຮ່ວມມືທີ່ໜ້າສົນໃຈ ເນື່ອງຈາກເປັນການອອກແບບຊຸດແຕ່ງງານແບບ Couture ຄັ້ງທຳອິດຂອງ Jonathan Anderson ໃຫ້ກັບຄົນດັງລະດັບໂລກ, ໂດຍເນັ້ນຄວາມລຽບຫຼູ ແລະ ສະຫງ່າງາມ.
ສະຫຼຸບແລ້ວ… ງານແຕ່ງງານຂອງ Taylor Swift ແລະ Travis Kelce ເປັນງານທີ່ວາງແຜນມາຢ່າງຮອບຄອບ ໃນທຸກມິຕິບໍ່ວ່າຈະເປັນການເລືອກສະຖານທີ່, ການຈັດການດ້ານພາບລັກ, ແລະ ການໃຫ້ຄວາມສຳຄັນກັບຄົນໃກ້ຊິດ. ເປັນອີກໜຶ່ງງານແຕ່ງງານທີ່ໄດ້ຮັບຄວາມສົນໃຈໃນຖານະງານຂອງຄົນດັງທີ່ມີອິດທິພົນໃນຍຸກປັດຈຸບັນ.