ໜ້າຫຼັກ Muan Specialty ຍ້ອນຫຍັງ ຮໍລິເດ ອິນ ແອນ ສະຫວີທສ໌ ວຽງຈັນ ຈຶ່ງໄດ້ຮັບເຄື່ອງໝາຍໂຮງແຮມລະດັບ 5 ດາວ?
Muan Specialty

ຍ້ອນຫຍັງ ຮໍລິເດ ອິນ ແອນ ສະຫວີທສ໌ ວຽງຈັນ ຈຶ່ງໄດ້ຮັບເຄື່ອງໝາຍໂຮງແຮມລະດັບ 5 ດາວ?

ແບ່ງປັນ

ຖ້າເວົ້າເຖິງບ່ອນພັກທີ່ມີທັງຄວາມສະດວກສະບາຍ, ທັນສະໄໝ ແລະ ການບໍລິການລະດັບໂລກຢູ່ໃຈກາງນະຄອນຫຼວງວຽງຈັນ, ເຮົາຄິດວ່າ ຮໍລິເດ ອິນ ແອນ ສະຫວີທສ໌ ວຽງຈັນ ເປັນທາງເລືອກອັນດັບຕົ້ນໆ. ໂຮງແຮມນີ້ໄດ້ຮັບເຄື່ອງໝາຍ 5 ດາວ ເມື່ອບໍ່ດົນມານີ້, ຍ້ອນຄວາມດີເລີດດ້ານການບໍລິການ ແລະ ຄຸນນະພາບມາດຕະຖານສາກົນ.

ແລ້ວຍ້ອນຫຍັງພວກເຂົາຈຶ່ງໄດ້ຮັບເຄື່ອງໝາຍໂຮງແຮມລະດັບ 5 ດາວ? ເຮົາຈະພາໄປຮູ້ພ້ອມກັນ

🎯 ການເລີ່ມຕົ້ນທີ່ແຂງແຮງ ແລະ ວ່ອງໄວ

ພຽງ 3-4 ເດືອນຫຼັງເປີດໃຫ້ບໍລິການ, ໂຮງແຮມນີ້ກໍໄດ້ຮັບເຄື່ອງໝາຍ 5 ດາວ ເຊິ່ງຖືວ່າໄວຫຼາຍສຳລັບໂຮງແຮມທີ່ຫາກໍເປີດໃໝ່ ໂດຍຜ່ານການປະເມີນມາດຕະຖານສາກົນທີ່ເຂັ້ມງວດ.

🎯 ການບໍລິການທີ່ເໜືອລະດັບ ເຊິ່ງເປັນຫົວໃຈຂອງຄວາມເປັນ 5 ດາວ

ທີມງານບໍ່ພຽງແຕ່ບໍລິການຕາມມາດຕະຖານທົ່ວໄປ, ແຕ່ຍັງເອົາໃຈໃສ່ລາຍລະອຽດ ແລະ ຕັ້ງໃຈສ້າງປະສົບການທີ່ປະທັບໃຈໃຫ້ແຂກທຸກຄົນ ຕັ້ງແຕ່ການຕ້ອນຮັບອັນອົບອຸ່ນ, ການຕອບສະໜອງໄວ, ຈົນເຖິງການດູແລທີ່ເຮັດໃຫ້ຮູ້ສຶກຄືຢູ່ເຮືອນ ຕາມມາດຕະຖານລະດັບໂລກຂອງ IHG Hotels and Resorts.

🎯 ທັນສະໄໝ ພ້ອມຄວາມສະດວກສະບາຍ

ໂຮງແຮມມີສິ່ງອຳນວຍຄວາມສະດວກທີ່ທັນສະໄໝ ແລະ ຄົບວົງຈອນ. ຕັ້ງແຕ່ຫ້ອງພັກທີ່ອອກແບບຢ່າງມີສະໄຕລ໌, ຈົນເຖິງພື້ນທີ່ສ່ວນກາງເຊັ່ນ: ຫ້ອງຈັດງານລ້ຽງ ຕອບໂຈດທັງນັກທ່ອງທ່ຽວ ແລະ ນັກທຸລະກິດ, ບໍ່ວ່າຈະມາພັກຜ່ອນ ຫຼື ຈັດງານສຳຄັນ, ທຸກຢ່າງພ້ອມໃຫ້ບໍລິການ.

🎯 ຄວາມມຸ່ງໝັ້ນຫຼາຍກວ່າການເປັນໂຮງແຮມ

ໂຮງແຮມນີ້ບໍ່ພຽງແຕ່ເປັນທີ່ພັກ, ແຕ່ຍັງຊ່ວຍສົ່ງເສີມການທ່ອງທ່ຽວຂອງລາວໃຫ້ກ້າວໄກໃນລະດັບສາກົນ ໂດຍສາມາດຊ່ວຍດຶງດູດນັກທ່ອງທ່ຽວຈາກທົ່ວໂລກມາຢ້ຽມຢາມລາວ ແລະ ມີສ່ວນຮ່ວມໃນການສ້າງພາບພົດທີ່ດີໃຫ້ວຽງຈັນເປັນຈຸດໝາຍປາຍທາງທີ່ໜ້າສົນໃຈ.

🎯 ທີມງານ: ຫົວໃຈຂອງຄວາມສຳເລັດ

ເບື້ອງຫຼັງຄວາມສຳເລັດນີ້ແມ່ນທີມງານທີ່ເຕັມໄປດ້ວຍຄວາມຕັ້ງໃຈ. ທ່ານ ມູຣາລີ້ ວິດສ໌ວານາທານ, ຜູ້ຈັດການທົ່ວໄປ, ກ່າວວ່າ “ລາງວັນນີ້ເປັນເຄື່ອງພິສູດໃຫ້ເຫັນເຖິງຄວາມເອົາໃຈໃສ່, ຄວາມທຸ້ມເທໃນການເຮັດວຽກ ແລະ ຄວາມມຸ່ງໝັ້ນທີ່ບໍ່ຢຸດຢັ້ງເພື່ອສົ່ງມອບປະສົບການການເຂົ້າພັກທີ່ດີເລີດ ຕາມມາດຕະຖານລະດັບໂລກ ໃຫ້ກັບແຂກທີ່ມາຢ້ຽມຢາມນະຄອນຫຼວງວຽງຈັນ.”

See also  ເປັນຫຍັງການສະເຫຼີມສະຫຼອງ ແລະ ດົນຕີ ຈຶ່ງສົ່ງຜົນດີຕໍ່ການເຮັດວຽກ?

ສະຫຼຸບ:

ຫຼາຍກວ່າໂຮງແຮມ, ແຕ່ເປັນປະສົບການ. ການທີ່ ຮໍລິເດ ອິນ ແອນ ສະຫວີທສ໌ ວຽງຈັນ ໄດ້ຮັບເຄື່ອງໝາຍ 5 ດາວ ບໍ່ພຽງແຕ່ການຮັບປະກັນຄຸນນະພາບຂອງສະຖານທີ່ ຫຼື ສິ່ງອຳນວຍຄວາມສະດວກ, ແຕ່ຍັງເປັນການຢືນຢັນຄວາມມຸ່ງໝັ້ນທີ່ຈະໃຫ້ປະສົບການທີ່ເກີນຄວາມຄາດໝາຍໃຫເແກ່ແຂກ. ເຮົາຄິດວ່າ ບໍ່ວ່າ ຈະມາທ່ຽວ ຫຼື ມາເຮັດວຽກ, ໂຮງແຮມນີ້ກໍພ້ອມທີ່ຈະຕ້ອນຮັບດ້ວຍມາດຕະຖານລະດັບໂລກທີ່ປະສົມກັບຄວາມອົບອຸ່ນຢ່າງລົງຕົວ.

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ໃກ້ຄຽງ
Muan Specialty

ການແຕ່ງດອງສຳຄັນແນວໃດ? ກ່ອນຈັດງານ ກະກຽມແນວໃດດີ ຈຶ່ງບໍ່ປວດຫົວ

ການແຕ່ງດອງ ເປັນເລື່ອງໃຫຍ່ສຳລັບຫຼາຍໆຄົນ ໂດຍສະເພາະໄວເຮັດວຽກຄືເຮົາທີ່ກຳລັງຈະພາໂຕເອງກ້າວໄປສູ່ອີກບົດໜຶ່ງຂອງຊີວິດ, ເພາະງານແຕ່ງດອງບໍ່ແມ່ນພຽງແຕ່ພິທີທີ່ເຮົາຈັດຂຶ້ນມາເພື່ອໃຫ້ຄົນມາຮ່ວມຍິນດີແລ້ວກິນເຂົ້າກັນເສີຍໆ ແຕ່ມັນເປັນໂມເມັ້ນທີ່ບອກວ່າ ເຮົາ ແລະ ອີກຄົນໜຶ່ງຈະເລືອກຍ່າງໄປນຳກັນແລ້ວເດີ. ສຳລັບຄົນຮຸ່ນໃໝ່, ງານແຕ່ງດອງອາດຈະບໍ່ຕ້ອງຍິ່ງໃຫຍ່ຄືກັບສະໄໝກ່ອນ ແຕ່ມັນຄືການສະເຫຼີມສະຫຼອງຄວາມຮັກໃນແບບຂອງເຮົາເອງ ບໍ່ວ່າຈະຮຽບງ່າຍ...

Muan Specialty

ເກາະກະແສແບບບໍ່ຄິດ: ຈາກປັງປຸລິເຢ ກາຍເປັນພັງພິນາດ

ໃນແຕ່ລະມື້ແຕ່ລະ day ໃນໂຊຊຽວມີເດຍ, ເຮົາເຫັນດຣາມ່າໃໝ່ໆຜຸດຂຶ້ນມາບໍ່ຢຸດ. ສິ່ງທີ່ຕາມມາແມ່ນ ແບຣນ ແລະ ທຸລະກິດຕ່າງໆກໍພະຍາຍາມໂດດລົງໄປ “ເກາະກະແສ” ເພື່ອສ້າງການມີສ່ວນຮ່ວມ (engagement) ກັບຜູ້ຕິດຕາມຂອງໂຕເອງ....

Muan Specialty

ບໍລິສັດໄຟຟ້າ ນໍ້າເທີນ 2 ເປີດໂຕໂລໂກ້ ສະຫຼອງ 15 ປີ ແຫ່ງຄວາມສຳເລັດຂອງພະລັງງານໄຟຟ້າໃນລາວ

ບໍລິສັດໄຟຟ້າ ນໍ້າເທີນ 2 ຈຳກັດ ກ້າວເຂົ້າສູ່ປີທີ 15 ຂອງການຜະລິດໄຟຟ້າຢ່າງເປັນທາງການ ດ້ວຍການເປີດໂຕໂລໂກ້ ສະເຫຼີມສະຫຼອງຄົບຮອບ 15 ປີໃນວັນທີ 15...

Muan Specialty

ນະວັດຕະກຳ FINTECH ຈະປ່ຽນໂສມໜ້າເສດຖະກິດດິຈິຕອນຂອງລາວໄດ້ແນວໃດ? ສະຫຼຸບໃຈຄວາມສຳຄັນຈາກງານ Lao Digital Forum ຄັ້ງທີ 6

ງານ Lao Digital Forum ຄັ້ງທີ6 ​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ສຳ​ເລັດ​ຜົນ​ຢູ່​ນະຄອນຫຼວງ​ວຽງ​ຈັນ, ​ເປັນ​ຂີດ​ໝາຍ​ອັນ​ສຳຄັນ​ໃນ​ການ​ເດີນ​ທາງ​ຂອງ​ປະ​ເທດ​ກ້າວ​ໄປ​ສູ່​ພື້ນຖານ​ເສດຖະກິດ​ດີ​ຈີ​ຕອນ. ງານນີ້ຈັດຂຶ້ນໂດຍສະມາຄົມ ໄອຊີທີ ແລະ ດິຈິຕອລ ລາວ...