ໜ້າຫຼັກ Muan Specialty Working Tips ສູດລັບປັ້ນຄອນເທັນສະໄຕລ໌ Go Went Go ເປີດມຸມໃໝ່ໃນບ່ອນເກົ່າ ເພີ່ມຄວາມສົດໃໝ່ໃຫ້ທຸກການເດີນທາງ
Working Tips

ສູດລັບປັ້ນຄອນເທັນສະໄຕລ໌ Go Went Go ເປີດມຸມໃໝ່ໃນບ່ອນເກົ່າ ເພີ່ມຄວາມສົດໃໝ່ໃຫ້ທຸກການເດີນທາງ

ແບ່ງປັນ

Go Went Go ເປັນຄອນເທັນຄຣີເອເຕີໄທທີ່ໂດດເດັ່ນດ້ານການນຳສະເໜີການເດີນທາງໃນສະໄຕລ໌ທີ່ບໍ່ຄືໃຜ ເຊິ່ງເຖິງວ່າໃນຫຼາຍໆສະຖານທີ່ທີ່ລາວໄປອາດມີຄົນໄປມາກ່ອນແລ້ວ ແຕ່ລາວກໍຍັງສາມາດສ້າງມຸມມອງໃໝ່ໆ ທີ່ໜ້າສົນໃນໃຫ້ຜູ້ເບິ່ງໄດ້ສະເໝີ ໂດຍການພາຜູ້ຊົມສຳຫຼວດແຕ່ລະຈຸດຜ່ານການເລົ່າເລື່ອງທີ່ເຂົ້າເຖິງໄດ້ງ່າຍ ຄືກັບພາຜູ້ເບິ່ງອອກເດີນທາງໄປນຳກັນ.

ຕໍ່ໄປນີ້ແມ່ນສູດລັບສຳຄັນທີ່ເຮັດໃຫ້ຄອນເທັນຂອງ Go Went Go ເປັນທີ່ຈົດຈຳ.

1. Main Idea: ໜຶ່ງສະຖານທີ່ ຫຼາຍມຸມມອງ

Go Went Go ມີຄວາມສາມາດມາດພິເສດໃນການຖ່າຍທອດສະຖານທີ່ເກົ່າໃນມຸມມອງໃໝ່ໆ ເຊິ່ງລາວມັກຈະແນມຫາ “ມຸມມອງທີ່ຍັງບໍ່ມີໃຜເຫັນ” ຫຼື ມຸມມອງທີ່ແຕກຕ່າງຈາກທີ່ຄົນສ່ວນໃຫນ່ມັກຈະຈຳສະເໜີ. ການສ້າງສັນມຸມມອງທີ່ສົດໃໝ່ນີ້ ເຮັດໃຫ້ຜູ້ເບິ່ງຮູ້ສຶກວ່າສາມາດເບິ່ງເຫັນສິ່ງທີ່ພາດໄປ ແລະ ຊ່ວຍໃຫ້ປະສົບການເດີນທາງໃນແຕ່ລະສະຖານທີ່ມີຄວາມແປກໃໝ່ສະເໝີ.

2. Vlog ທີ່ຈິງໃຈ ແລະ ສົດໃໝ່

ການນຳສະເໜີແບບ Vlog ຂອງ Go Went Go ເນັ້ນຄວາມເປັນທຳມະຊາດ. ລາວເລືອກທີ່ຈະບໍ່ປຸງແຕ່ງຫຼາຍ ແລະ ພະຍາຍາມຖ່າຍທອດບັນຍາກາດ ແລະ ຄວາມຮູ້ສຶກຂອງລາວຕາມຄວາມເປັນຈິງ ສົ່ງຜົນໃຫ້ຄອນເທັນເບິ່ງສົດໃໝ່ ຄືກັບຜູ້ເບິ່ງເດີນທາງໄປພ້ອມກັນກັບລາວແທ້ໆ ສ້າງຄວາມຮູ້ສຶກເປັນສ່ວນໜຶ່ງໃນປະສົບການນັ້ນໆ.

3. Storytelling ເລົ່າປະຫວັດສາດທີ່ມ່ວນ

ອີກໜຶ່ງຈຸດເດັ່ນຂອງ Go Went Go ແມ່ນການເລົ່າເລື່ອງທີ່ມີສະເໜ່. ລາວມັກຈະເລົ່າປະຫວັດສາດ ຫຼື ເລື່ອງລາວເບື້ອງຫຼັງຂອງສະຖານທີ່ນັ້ນໆ ໃນແບບທີ່ເຂົ້າໃຈງ່າຍ ແລະ ມ່ວນ. ເຮັດໃຫ້ຄົນເບິ່ງມີຄວາມຮູ້ກ່ຽວກັບບ່ອນນັ້ນເພີ່ມຂຶ້ນ ແລະ ເມື່ອເດີນທາງໄປກໍຈະຮູ້ສຶກອິນກັບສະຖານທີ່ນັ້ນຫຼາຍຂຶ້ນ.

4. Visual ເຕັກນິກການຖ່າຍພາບ ແລະ ວິດີໂອທີ່ກວ້າງ ແລະ ດຶງດູດສາຍຕາ

Go Went Go ເລືອກໃຊ້ມຸມການຖ່າຍພາບທີ່ເນັ້ນຄວາມກວ້າງ ບໍ່ເນັ້ນທີ່ຄົນ ເພື່ອເຮັດໃຫ້ຜູ້ເບິ່ງຮູ້ສຶກວ່າໄດ້ເຂົ້າໄປຢູ່ໃນສະຖານທີ່ນັ້ນໆດ້ວຍຕົວເອງ. ລາວເສີມອີກວ່າ ການຖ່າຍພາບບຸກຄົນ ອາດເຮັດໃຫ້ຮູບພາບຖືກໂຟກັສຢູ່ທີ່ໂຕບຸກຄົນຫຼາຍກວ່າສະຖານທີ່ ແລະ ຜູ້ເບິ່ງອາດຮູ້ສຶກວ່າບໍ່ກ່ຽວຂ້ອງກັບໂຕເອງ.

See also  ສະຫຼຸບ ເຕັກນິກສຳລັບຄຣີເອເຕີ ສ້າງຕົວຕົນແນວໃດໃຫ້ໂດດເດັ່ນ ເປັນ ICONIC

ສະຫຼຸບຈາກຫົວຂໍ້ Content Creation Mastery ສູດລັບປັ້ນຄອນເທັນສະໄຕລ໌ Go Went Go ໃນງານ iCreator Conference 2024

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ໃກ້ຄຽງ
Working Tips

ບັນຫາບໍ່ແມ່ນ “ຄົນເກັ່ງບໍພໍ” ແຕ່ບໍ່ຮູ້ວ່າ “ຈະເກັ່ງໄປເພື່ອຫຍັງ” ຖອດບົດຮຽນຈາກ ນິ້ວກົມ ໃນ PPC2025

ໄດ້ມາຟັງຫົວຂໍ້ “ຈະພັດທະນາຄົນແນວໃດໃນມື້ທີ່ໂລກໄຮ້ທິດທາງ” ໂດຍ ສະຣາວຸດ ເຮ້ງສະຫວັດ ຫຼື ທີ່ຫຼາຍໆຄົນຮູ້ຈັກໃນນາມ “ນິ້ວກົມ” ຈາກງານ People Performance Conference...

Working Tips

ເປັນຫຍັງການສະເຫຼີມສະຫຼອງ ແລະ ດົນຕີ ຈຶ່ງສົ່ງຜົນດີຕໍ່ການເຮັດວຽກ?

ເປັນຫຍັງການສະເຫຼີມສະຫຼອງ ແລະ ດົນຕີ ຈຶ່ງສົ່ງຜົນດີຕໍ່ການເຮັດວຽກ? ແຊຣ໌ຂໍ້ຄິດດີໆທີ່ໄດ້ຈາກການຮ່ວມງານ Christmas Get Together and Winter Sonata ທີ່...

Working Tips

“ກ້າເປັນຄົນເກັ່ງ ແລະ ບໍ່ຢ້ານທີ່ຈະຖືກຊັງ” ຖອດບົດຮຽນຈາກສິລະປິນສາວ Taylor Swift

Taylor Swift ຖ້າເວົ້າຊື່ນີ້ຂຶ້ນມາ ເຊື່ອວ່າຫຼາຍຄົນຮູ້ຈັກລາວ ບໍ່ວ່າຈະເປັນຈາກຜົນງານເພງທີ່ເປັນກະແສໃນແຕ່ລະອາລະບຳທີ່ປ່ອຍອອກມາ ແລະ ຫຼ້າສຸດກໍຈາກການທົວຄອນເສີດຄັ້ງໃຫຍ່ໃນຊີວິດຂອງລາວ ນັ້ນກໍຄື The Eras Tour ທີ່ຫາກໍຈົບລົງເມື່ອບໍ່ດົນມານີ້....

Working Tips

ສະຫຼຸບ ເຕັກນິກສຳລັບຄຣີເອເຕີ ສ້າງຕົວຕົນແນວໃດໃຫ້ໂດດເດັ່ນ ເປັນ ICONIC

ເຮັດແນວໃດຈຶ່ງຈະກາຍເປັນຄອນເທັນຄຣີເອເຕີທີ່ເປັນທີ່ໂດດເດັ່ນ-ເປັນ ICONIC? ສະຫຼຸບເຕັກນິກຈາກ session ທຳອິດ ຂອງ iCreator 2024 ໃນເຊດຊັນທຳອິດເປີດງານ iCreator 2024 ໂດຍ...