ເຮົາອາດຈະເຄີຍເບິ່ງໃນລະຄອນ ຫຼື ໜັງທີ່ເຫຼົ່າຕົວລະຄອນມີຄວາມສຳພັນແບບຫວານຂົມປົນເປກັນໄປ ແລ້ວກໍສະເທືອນໃຈກັບເລື່ອງລາວເຫຼົ່ານັ້ນ ເຖິງຂະໜາດວ່າລຸ້ນ ແລະ ຈິນຕະນາການໄປວ່າ ຈະດີສໍ່າໃດຖ້າຫາກປາຍທາງຂອງຄວາມສຳພັນເຫຼົ່ານັ້ນຈະຈົບລົງແບບແຮັບປີ້ເອນດິ້ງ. ແນ່ນອນວ່າ ນັ້ນເປັນເລື່ອງຂອງລະຄອນ ຫຼື ໜັງ ທີ່ຜູ້ຂຽນບົດຂຽນມາເພື່ອເອົາໃຈຜູ້ເບິ່ງ. ເສັ້ນທາງຊີວິດຂອງຕົວລະຄອນທີ່ທົນທຸກທໍລະມານໃນຄວາມສຳພັນທີ່ເຈັບປວດ ສາມາດຫັກເຫເຂົ້າສູ່ຕອນຈົບທີ່ສວຍງານໄດ້ແບບງ່າຍໆດ້ວຍປາຍປາກກາ. ແຕ່ໃນຊີວິດຈິງມັນຈະເປັນແບບນັ້ນໄດ້ຢ່າງງ່າຍດາຍຄືກັນບໍ່?
ໃນຊີວິດຈິງນັ້ນ ຄວາມສຳພັນທີ່ເປັນພິດ ຫຼື Toxic Relationship ທີ່ບັ່ນທອນທັງຄວາມຮູ້ສຶກ, ຄວາມສຸກໃນຊີວິດ ກ້າວໄປເຖິງການເຮັດໃຫ້ຄວາມນັບຖືໃນຕົວເອງຫຼຸດໜ້ອຍຖອຍລົງໃນແຕ່ລະມື້ ມັນບໍ່ແມ່ນບັນຫາທີ່ຈະຈົບລົງໄດ້ງ່າຍໆເລີຍ ແຕ່ແນວໃດກໍຕາມ ຂະໜາດສິວທີ່ຢູ່ດີໆຜຸດຂຶ້ນມາເຮົາຍັງຫາວິທີມາກຳຈັດມັນໄດ້, ຄວາມສຳພັນທີ່ເປັນພິດກໍບໍ່ຕ່າງກັນ ກໍພໍມີວິທີ move on ຈາກມັນໄດ້ຢູ່.
Toxic Relationship ແມ່ນຫຍັງ?
ຄວາມສຳພັນທີ່ເປັນພິດ ເປັນຄວາມສຳພັນທີ່ເຮັດໃຫ້ຮູ້ສຶກເມື່ອຍລ້າ ຫຼື ບໍ່ມີຄວາມສຸກຢ່າງຕໍ່ເນື່ອງເມື່ອໃຊ້ເວລາຢູ່ຮ່ວມກັບຄົນຮັກ ສາເຫດແມ່ນຍ້ອນຝ່າຍໃດຝ່າຍໜຶ່ງ ຫຼື ອາດຈະເປັນທັງສອງຝ່າຍທີ່ບໍ່ສົນໃຈຄວາມຮູ້ສຶກ, ຄວາມຄິດເຫັນ, ຂອບເຂດຂອງກັນ ແລະ ກັນ ລວມທັງຂາດການເຄົາລົບລະຫວ່າງກັນ. ເຖິງວ່າບາງຄັ້ງອາດມີການເລີກລາກັນ, ແຕ່ໃນຫຼາຍກໍລະນີ ຄູ່ຮັກກໍບໍ່ສາມາດຕັດຂາດອອກຈາກກັນໄດ້ຢ່າງຈິງຈັງ ຈົນເກີດມີພາວະ ຮັກໆ ເລີກໆ ວົນວຽນໄປມາ ໂດຍທີ່ບໍ່ມີໃຜມີຄວາມສຸກຢ່າງແທ້ຈິງ.
ມີຫຍັງແດ່ທີ່ເຂົ້າຂ່າຍຂອງຄວາມສຳພັນທີ່ເປັນພິດ?
ສອງຕົວຢ່າງທີ່ເຮົາຈະຍົກມາໃຫ້ຮູ້ຈັກກັນແມ່ນ ການຄວບຄຸມສອງມາດຕະຖານ ຫຼື double standard.
ໃນຄວາມສຳພັນນັ້ນ ການຄວບຄຸມສອງມາດຕະຖານ ເກີດຂຶ້ນເມື່ອຝ່າຍໜຶ່ງຍອມໃຫ້ຕົວເອງເຮັດສິ່ງໜຶ່ງໄດ້ ແຕ່ບໍ່ຍອມໃຫ້ອີກຝ່າຍເຮັດໃນສິ່ງດຽວກັນ ຍົກຕົວຢ່າງເຊັ່ນ:
ການນອກໃຈ:
ຝ່າຍໜຶ່ງບອກວ່າຄວາມສຳພັນຈືດຊືດ ແລະ ຂໍໄປມີຄວາມສຳພັນກັບຄົນອື່ນ ແຕ່ເມື່ອອີກຝ່າຍເຮັດແບບດຽວກັນ ຊໍ້າພັດຮັບບໍ່ໄດ້ ແລະ ດ່າທໍ.
ການເບິ່ງແຍງຄອບຄົວ:
ຝ່າຍໜຶ່ງບໍ່ສົນໃຈຄອບຄົວ ແລະ ປ່ອຍໃຫ້ອີກຝ່າຍເບິ່ງແຍງທັງໝົດ ແຕ່ຖ້າອີກຝ່າຍບໍ່ສາມາດເຮັດໄດ້ ກໍຈະວິຈານ ແລະ ຕຳໜິ.
ການສະແດງຄວາມຮູ້ສຶກ:
ຝ່າຍໜຶ່ງສະແດງຄວາມຮູ້ສຶກໃຈຮ້າຍ ຫຼື ບໍ່ພໍໃຈໄດ້ໂດຍບໍ່ຕ້ອງຮັບຜົນທີ່ຕາມມາ, ແຕ່ເມື່ອອີກຝ່າຍສະແດງຄວາມຮູ້ສຶກແບບດຽວກັນ ຊໍ້າພັດຖືກເບິ່ງວ່າເປັນບັນຫາ.
ການຄວບຄຸມສອງມາດຕະຖານນີ້ ສ້າງຄວາມບໍ່ເທົ່າທຽມ ແລະ ຄວາມບໍ່ຍຸຕິທຳໃນຄວາມສຳພັນ ໂດຍເຮັດໃຫ້ອີກຝ່າຍໜຶ່ງຮູ້ສຶກກົດດັນ ແລະ ບໍ່ມີຄ່າ ສົ່ງຜົນໃຫ້ເກີດຄວາມບໍ່ພໍໃຈ ແລະ ຄວາມເຄັ່ງຄຽດທີ່ສະສົມຢູ່ໃນຄວາມສຳພັນ. ໃນກໍລະນີຮຸນແຮງ, ການຄວບຄຸມສອງມາດຕະຖານ ອາດນຳໄປສູ່ການລ່ວງລະເມີດທາງອາລົມ ແລະ ການທຳຮ້າຍຈິດໃຈ.
ນອກຈາກນີ້ແລ້ວ ກໍມີອີກຫຼາຍໆສະຖານະການທີ່ເຂົ້າຂ່າຍຄວາມສຳພັນທີ່ເປັນພິດ ເຊັ່ນ: ການລ່ວງລະເມີດທາງອາລົມ (emotional abuse) ເຊິ່ງເປັນການທີ່ຝ່າຍໜຶ່ງເຮັດໃຫ້ອີກຝ່າຍຮູ້ສຶກຜິດ, ຮູ້ສຶກດີບໍ່ພໍ ແລະ ບໍ່ມີຄຸນຄ່າໃນຄວາມສຳພັນ ໂດຍທີ່ຝ່າຍໜຶ່ງນັ້ນ ກໍຍັງຄົງທຳຮ້າຍຄວາມຮູ້ສຶກຂອງອີກຝ່າຍ ເຖິງວ່າຈະມີການແຍກທາງກັນແລ້ວກໍຕາມ. ອີກກໍລະນີກໍຄື ການຈັດການອາລົມທີ່ບໍ່ເໝາະສົມ (emotional manipulation) ເຊິ່ງຝ່າຍໜຶ່ງພະຍາຍາມທີ່ຈະຄວບຄຸມ ແລະ ກຳນົດຄວາມຮູ້ສຶກຂອງອີກຝ່າຍ ເຊິ່ງເຮັດໃຫ້ອີກຝ່າຍນັ້ນຮູ້ສຶກຜິດຫວັງ ແລະ ອ່ອນແອໃນຄວາມສຳພັນ.
ສະຫຼຸບກໍຄື ສິ່ງຕ່າງໆທີ່ວ່າມານັ້ນ ລ້ວນແລ້ວແຕ່ເປັນຄວາມສຳພັນທີ່ເປັນພິດ ເຊິ່ງນຳໄປສູ່ການແຍກທາງ ແລະ ທຳຮ້າຍຄວາມຮູ້ສຶກຂອງອີກຝ່າຍຢ່າງຕໍ່ເນື່ອງ.
“ຢູ່ແບບນີ້ໄປເລື້ອຍໆ ມັນເມື່ອຍໃດ”
ເຮົາອາດຈະຄິດວ່າ ເຮົາສອງຄົນຈະສາມາດຍ່າງໄປເລື້ອຍໆ ໃນມະຫາສະໝຸດແຫ່ງຄວາມທຸກໃຈ ໃນພາຍຸທີ່ໂຫມພັດເຂົ້າມາແບບບໍ່ມີມື້ຢຸດ ແລະ ຫວັງວ່າ ພຽງແຕ່ປະຄອງໃຫ້ເຮືອແຫ່ງຄວາມສຳພັນລອດພົ້ນຈາກພາຍຸຮ້າຍໃນແຕ່ລະມື້ໄປໄດ້. ແຕ່ໃນມະຫາສະໝຸດທີ່ກວ້າງໃຫຍ່ ແລະ ຄາດເດົາບໍ່ໄດ້ນີ້ ເຮົາແນມບໍ່ເຫັນຈຸດໝາຍປາຍທາງເລີຍ. ເຖິງວ່າໃນເລິກໆແລ້ວ ເຮົາຈະບອກກັບຕົວເອງວ່າ “ຕອນນີ້ມັນກໍດີແລ້ວ” ຫຼື “ເປັນແບບນີ້ກໍບໍ່ໄດ້ເປັນຫຍັງ” ແຕ່ເຊື່ອເທາະວ່າ ສ່ວນເລິກພາຍໃນໃຈຂອງເຮົາກໍຍ່ອມຢາກໄດ້ຄຳຕອບໃນຮູບແບບຄວາມສຳພັນທີ່ມັນສະບາຍໃຈ ແລະ ແນມເຫັນອະນາຄົດ ຫຼື ປາຍທາງທີ່ດີ ຈັບຕ້ອງໄດ້ເປັນຮູບປະທຳ.
ເຮົາອາດຈະມີຄວາມສຸກທີ່ມີເຂົາເຈົ້າຢູ່ໃນຕອນນີ້, ຈົນກະທັ້ງຮອດມື້ທີ່ເຮົາບັນລຸວ່າ ແບບນີ້ມັນບໍ່ແມ່ນລະ ເຮົາຄືມາທຸກທໍລະມານແທ້ ຫຼື ອາດພົບໃຜບາງຄົນທີ່ຂຶ້ນຊື່ວ່າ ມີຄວາມເຫັນອົກເຫັນໃຈ, ມີຄວາມເຄົາລົບໃນກັນ ແລະ ກັນ ແລະ ເຂົ້າໃຈກັນຢ່າງແທ້ຈິງ, ໃນຕອນນັ້ນແຫຼະ ເຮົາຈະແນມຍ້ອນກັບມາເບິ່ງຄວາມສຳພັນໃນປັດຈຸບັນ ຈຶ່ງຮູ້ວ່າມັນເພພັງຫຼາຍສໍ່າໃດ ແລະ ເຖິງເວລາແລ້ວທີ່ມັນຕ້ອງຈົບລົງ ກ່ອນທີ່ພິດຂອງມັນຈະເຮັດໃຫ້ເຮົາເຈັບປວດແສນສາຫັດ ຈົນເຮັດໃຫ້ເຮືອແຫ່ງຊີວິດຂອງເຮົາອັບປາງລົງກົ້ນມະຫາສະໝຸດແບບບໍ່ມີມື້ຫວນຄືນມາໄດ້.
ການ Move On ຈາກຄວາມສຳພັນທີ່ເປັນພິດ ຕາມເຕັກນິກທາງຈິດຕະວິທະຍາ Reality Therapy
ຄວາມຮັກທີ່ບໍ່ດີ ກໍຄືກັບສິວທີ່ຢູ່ເທິງໜ້າ ເກີດໄດ້ ກໍເອົາອອກໄດ້. ເຮົາຮູ້ດີວ່າມັນບໍ່ງ່າຍເລີຍທີ່ຈະຈົບຄວາມສຳພັນທີ່ເຄີຍມີມາ ແຕ່ແນວໃດກໍຕາມ ຖ້າເຮົາກັ້ນໃຈທີ່ຈະຈົບມັນລົງໃນຕອນນີ້ ກໍໜ້າຈະງ່າຍກວ່າປ່ອຍໃຫ້ມັນລຸກລາມໄປໃນອະນາຄົດ.
Reality Therapy ເປັນແນວທາງການບຳບັດທາງຈິດຕະວິທະຍາຕາມແນວຄິດຂອງ William Glasser ໂດຍມີຫຼັກຄິດສຳຄັນວ່າ “ຈົ່ງຮັບຜິດຊອບ ແລະ ຄວບຄຸມວິຖີຊີວິດຂອງເຮົາເອງ ແລະ ປະເຊີນໜ້າກັບສິ່ງທີ່ເກີດຂຶ້ນຈາກການກະທຳຂອງເຮົາ. ນັ້ນກໍຄື ການເນັ້ນໃຜ້ຜູ້ຮັບການບຳບັດມີຄວາມຮັບຜິດຊອບໃນຊີວິດຫຼາຍຂຶ້ນ, ກ້າທີ່ຈະຍອມຮັບ ແລະ ປະເຊີນໜ້າກັບຜົນການກະທຳຂອງຕົນເອງ ເຊິ່ງຈະເຮັດໃຫ້ເຮົາມີຄວາມກ້າທີ່ຈະອົກຫັກ ແລະ ກ້າວຜ່ານຄວາມສຳພັນທີ່ເປັນພິດໄດ້ຢ່າງກ້າຫານ ໂດຍມີເຕັກນິກ 8 ຂໍ້ ຄື:
1. ຕັ້ງເປົ້າໝາຍໃນຊີວິດ: ກ່ອນທີ່ຈະກ້າອົກຫັກ ຕ້ອງກ້າທີ່ຈະຮັກຕົວເອງກ່ອນ ໂດຍເລີ່ມຈາກການຕັ້ງເປົ້າໝາຍໃນຊີວິດວ່າ ຄວາມຈິງແລ້ວເຮົາຕ້ອງການຫຍັງ, ຢາກເຮັດຫຍັງ ແລະ ມີຄວາມຝັນຫຍັງ ແລ້ວມາວາງແຜນຊີວິດເທື່ອລະຂັ້ນວ່າຕ້ອງເຮັດແນວໃດຈຶ່ງຈະໄປໃຫ້ເຖິງເປົ້າໝາຍຊີວິດຂອງເຮົາ ແລະ ຄ່ອຍໆເຮັດຕາມແຜນການນັ້ນ ເພື່ອໃຫ້ມັນສຳເລັດ.
2. ຢູ່ກັບປັດຈຸບັນ: ຖ້າວ່າເຮົາແນມເບິ່ງຄວາມຮັກທີ່ຂົມໆຂອງເຮົາ ແລ້ວນຳມາຝັນວ່າ ເຖິງເຂົາຈະຮ້າຍແຕ່ສຸດທ້າຍຈະຮັກ ໃຫ້ຕື່ນຂຶ້ນມາກ່ອນເດີ. ຖ້າມັນບໍ່ດີ ກໍຄືບໍ່ດີ, ຄົນເຈົ້າຊູ້ ກໍຄືຄົນເຈົ້າຊູ້, ຄົນທີ່ຮ້າຍກັບເຮົາກໍຍາກທີ່ຈະປຸບປັບມາໃຈດີກັບເຮົາໄດ້. ກັບມາຢູ່ກັບປັດຈຸບັນ ເບິ່ງສະຖານະການຕົວຈິງ ແລ້ວວາງແຜນທີ່ຈະກ້າວອອກມາດີກວ່າ.
3. ເຊື່ອໃນຕົວເອງ: ມີຄົນທີ່ເຮົາຮູ້ຈັກຫຼາຍຄົນ ຄົບກັນມາເປັນ 10 ເປັນ 20 ປີ ແລ້ວມື້ໜຶ່ງຄົນຮັກປ່ຽນໄປ ແຕ່ຫຼາຍຄົນກໍເລືອກທີ່ຈະທົນຢູ່ໃນຄວາມສຳພັນແບບນັ້ນ ເພາະອາດບໍ່ເຊື່ອໝັ້ນໃນການໃຊ້ຊີວິດຂອງຕົວເອງ ເພາະເຄີຍຊິນກັບການໃຊ້ຊີວິດທີ່ມີເຂົາເຈົ້າ. ຫາກຕ້ອງຢູ່ໃນສະຖານະການແບບນີ້ ຂໍໃຫ້ຕັ້ງສະຕິ ແລ້ວຍ້າຍໄປຢູ່ກັບຄອບຄົວ, ໝູ່ເພື່ອນ ແລະ ຄົນທີ່ເຫັນຄ່າຂອງເຮົາແທ້ໆ ກ່ອນຄ່ອຍໆປັບການໃຊ້ຊີວິດໃຫ້ຢູ່ໄດ້ດ້ວຍຕົວເອງ.
4. ຄົ້ນຫາຈຸດເດັ່ນຂອງເຮົາ: ວິທີການໜຶ່ງທີ່ນັກຈິດຕະວິທະຍາແນະນຳ ເພາະຈະສາມາດຊ່ວຍເພີ່ມຄວາມເຊື່ອໝັ້ນໃນຕົວເອງ ນັ້ນກໍຄື ການຄົ້ນຫາຈຸດເດັ່ນຂອງເຮົາ. ນີ້ບໍ່ໄດ້ຈຳກັດຢູ່ແຕ່ເລື່ອງຮູບຮ່າງໜ້າຕາ ແຕ່ຍັງລວມເຖິງຄວາມສາມາດ, ຄວາມຮູ້ ແລະ ທັກສະທີ່ເຮົາຖະໜັດ ເຊັ່ນ: ເຮັດຮົ້ວເຮັດສວນເກັ່ງ ຫຼື ເປັນຍອດນັກເຕັ້ນ cover ເພງເກົາຫຼີ ເປັນຕົ້ນ.
5. ກ້າປະເຊີນໜ້າກັບບັນຫາ: ບັນຫາໃຫຍ່ທີ່ຫຼາຍຄົນບໍ່ກ້າມູບອອນຈາກຄວາມສຳພັນເປັນພິດ ບໍ່ວ່າຈະເປັນການທຳຮ້າຍຮ່າງກາຍ ຫຼື ການທຳຮ້າຍຈິດໃຈດ້ວຍການນອກໃຈ ຄຳແນະນຳແມ່ນ ການຂໍຄວາມຊ່ວຍເຫຼືອຈາກຜູ້ຊ່ຽວຊານດ້ານກົດໝາຍ ແລະ ນຳຫຼັກຖານຂໍຄວາມຄຸ້ມຄອງຈາກເຈົ້າໜ້າທີ່ຕຳຫຼວດ ແລະ ໃຊ້ວິທີການທາງກົດໝາຍໃນການຊື້ອິດສະລະພາບໃຫ້ຕົວເຮົາ ຈະປອດໄພທີ່ສຸດ.
6. ໝັ່ນໃຫ້ກຳລັງໃຈຕົວເອງ: ການກ້າທີ່ຈະ “ອົກຫັກ” ເປັນເລື່ອງທີ່ຍາກ, ນັກຈິດຕະວິທະຍາ ຈຶ່ງແນະນຳວ່າ ການໃຫ້ກຳລັງໃຈຕົວເອງເປັນເລື່ອງທີ່ສຳຄັນ ເພາະຄົນດຽວທີ່ຄຽງຂ້າງເຮົາຕະຫຼອດເວລາແມ່ນ “ຕົວເຮົາເອງ”. ດັ່ງນັ້ນ, ຫາກວ່າເຮົາກ້າທີ່ຈະປ່ຽນແປງຕົວເອງ, ກ້າທີ່ຈະຢືນຢັດ ເພື່ອອອກຈາກຄວາມສຳພັນນັ້ນ ເຮົາຕ້ອງໝັ່ນໃຫ້ກຳລັງໃຈຕົວເຮົາເອງ ເຊັ່ນ: ຊົມເຊີຍໂຕເອງ ຫຼື ປ່ຽນພາບລັກ ໃຫ້ສົດໃສເປັນຕົ້ນ.
7. ໃຊ້ເຫດຜົນຫຼາຍກວ່າອາລົມ: ໃນຄວາມສຳພັນທີ່ແຕກຫັກ, ການສື່ສານລະຫວ່າງຄົນຮັກ “ທີ່ບໍ່ໄດ້ຮັກກັນແລ້ວ” ມັກຈະເຕັມໄປດ້ວຍອາລົມທາງລົບ ທີ່ຍິ່ງຈະເຮັດໃຫ້ສະຖານະການເຮັ່ງຮ້າຍລົງໄປເລື້ອຍໆ. ດັ່ງນັ້ນ, ຫາກວ່າເຮົາກຳລັງຈະ move on ຈາກຄວາມສຳພັນ, ຂໍໃຫ້ມີການສື່ສານກັບອະດີດຄົນຮັກດ້ວຍເຫດຜົນເປັນຫຼັກ ເພື່ອຫຼຸດຄວາມຮຸນແຮງຂອງອາລົມລົງ.
8. ຍອມຮັບຂໍ້ຜິດພາດຂອງຕົວເອງ: ບາງເທື່ອການເລືອກຄົນຮັກກໍຄືການຊື້ກ່ອງສຸ່ມ, ເຮົາບໍ່ຮູ້ດອກວ່າຄົນນັ້ນຈະເປັນຄົນທີ່ເຮົາຕ້ອງການແທ້ໆ ຫຼື ເປັນພຽງແຕ່ຄົນທີ່ມີດີພຽງເປືອກນອກ. ດັ່ງນັ້ນ ການເຈິກັບຄວາມຮັກທີ່ບໍ່ດີ ຈຶ່ງເປັນໜຶ່ງໃນຄວາມສ່ຽງຂອງຊີວິດທີ່ເຮົາສາມາດພົບເຈິໄດ້ ຂໍພຽງແຕ່ຢ່າໂທດໂຕເອງ. ເພາະບໍ່ມີໃຜທີ່ຕັ້ງໃຈເຮັດໃຫ້ໂຕເອງເຈັບປວດ. ຮຽນຮູ້ຈາກຄວາມຜິດພາດ ແລະ ໃຊ້ຊີວິດຕໍ່ໄປດ້ວຍຄວາມບໍ່ປະໝາດກໍພໍແລ້ວ.
ໂດຍ: ທີມບັນນາທິການ Muan