ຊ່ວງອາທິດທີ່ຜ່ານມາ ຫຼາຍຄົນໆກໍໜ້າຈະເຫັນຜ່ານທາງໂຊຊຽວແລ້ວວ່າທາງ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງລາຊະອານາຈັກໄທ ເດີນທາງມາຢ້ຽມຢາມ ສປປ ລາວ ວັນທີ 16-18 ມີນາ 2026 ເພື່ອສະເຫຼີມສະຫຼອງສາຍພົວພັນການທູດລະຫວ່າງ ລາວ-ໄທ ຄົບຮອບ 75 ປີ, ເຊິ່ງທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ກໍໄດ້ຕຽມຂອງຂວັນທີ່ລະນຶກສຸດພິເສດໄວ້ເພື່ອຕ້ອນຮັບການມາຢ້ຽມຢາມໃນຄັ້ງນີ້.
ແລະຂອງຂວັນນັ້ນກໍຄື “ກະເປົາຜ້າໄໝມ້ອນ ນາຣີ ລາຍກະສວຍ ສີຂາວທຳມະຊາດ” ຈາກແບຣນ NAREE Fashion and Handicraft, ເຊິ່ງຫຼາຍໆຄົນກໍອາດຈະບໍ່ຮູ້ຈັກວ່າ NAREE ແມ່ນແບຣນຫຍັງ? ເປັນຫຍັງຈຶ່ງໄດ້ຮັບໂອກາດໃນການເຮັດຂອງຂວັນເພື່ອວາລະທີ່ພິເສດແບບນີ້?
ມື້ນີ້ ມ່ວນຈະພາທຸກຄົນໄປຮູ້ຈັກກັບແບຣນນີ້ກັນ.
NAREE Fashion and Handicraft
ແບຣນທີ່ກໍ່ຕັ້ງຂຶ້ນໃນປີ 2013 ໂດຍກະຕ່າຍ – ມະໂນທິບ ສິຣິປະພັນ ເພື່ອເຊີດຊູຄວາມງົດງາມຂອງຜ້າໄໝລາວ ແລະ ງານຫັດຖະກຳອັນປານີດ.
ນາຣີ ຜະລິດສິນຄ້າຫຼາກຫຼາຍປະເພດ ແຕ່ທີ່ໂດດເດັ່ນ ແລະ ເປັນຈຸດກຳເນີດຂອງແບຣນແມ່ນ “ກະເປົາຜ້າໄໝມ້ອນ” ທີ່ບໍ່ແມ່ນພຽງ ກະເປົາແຕ່ ເປັນສັນຍາລັກ ຂອງ ແມ່ຍິງຍຸກໃໝ່ທີ່ ມີຄວາມເຂັ້ມແຂງ ເກັ່ງກ້າສາມາດ ແຕ່ຍັງມີຄວາມອ່ອນໂຍນ ນອບນ້ອມຖ່ອມຕົນ. ກະເປົາ ນາຣີ ຈຶ່ງເປັນຕົວແທນຂອງຄວາມງາມທີ່ເນັ້ນຄຸນຄ່າ ແລະ ຄຸນນະພາບ.
ເອກະລັກຂອງ NAREE ແມ່ນການປະສົມປະສານ ວັດທະນະທຳ ແລະ ຄວາມທັນສະໄໝທີ່ເຂົ້າກັນຢ່າງລົງໂຕ, ໃຫ້ຄວາມສຳຄັນ ກັບການຄັດສັນ ວັດຖຸດິບ ແລະ ການຕັດຫຍິບອັນປານີດ ເພື່ອສ້າງສັນສິນຄ້າທີ່ມີຄຸນະພາບສູງ ເພື່ອໃຫ້ກຽດແກ່ມໍລະດົກທາງວັດທະນະທຳ ຄຽງຄູ່ກັບນະວັດຕະກຳທີ່ຮ່ວມສະໄໝ.

“ທິດາ” (THIDA) ກະເປົາຜ້າໄໝມ້ອນ ນາຣີ ລາຍກະສວຍ ສີຂາວທຳມະຊາດ
ກະເປົາໜ່ວຍນີ້ບໍ່ໄດ້ຖືກອອກແບບມາເພື່ອວາງຂາຍໃນຕູ້ໂຊທົ່ວໄປ, ແຕ່ຖືກສ້າງຂຶ້ນຕາມໂຈດພິເສດ ຈາກສຳນັກງານປະທານປະເທດ ໂດຍທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ຄັດເລືອກເອົາ “ກະເປົາຜ້າໄໝມ້ອນ ນາຣີ ລາຍກະສວຍ” ໜ່ວຍນີ້ ເພື່ອມອບເປັນຂອງຂວັນອັນຊົງຄຸນຄ່າແກ່ ພຣະມະຫາກະສັດ ແລະ ພຣະຣາຊິນີ ແຫ່ງ ຣາຊ໌ອະນາຈັກໄທ.
ສິ່ງທີ່ໜ້າອັດສະຈັນໄປກວ່ານັ້ນຄືການຕັ້ງຊື່ ຄຳວ່າ “ທິດາ” ບໍ່ໄດ້ຖືກຕັ້ງຂຶ້ນມາລອຍໆ ແຕ່ມີຄວາມໝາຍອັນເລິກເຊິ່ງ ເພື່ອໃຫ້ຄ້ອງຈອງກັບພຣະນາມຂອງຜູ້ຮັບ (ພຣະຣາຊິນີໄທ) ເຊິ່ງຖືເປັນການໃຫ້ກຽດຢ່າງສູງສຸດທີ່ຫາໃດປຽບບໍ່ໄດ້.
ຜ້າ ແລະ ໂທນສີ (The Textile & Tone): ຜະລິດຈາກ ຜ້າໄໝມ້ອນ ທີ່ມີໂທນສີຂາວມຸກທຳມະຊາດ (Natural White) ເຊິ່ງເປັນສີດັ້ງເດີມຂອງເສັ້ນໄໝໂດຍບໍ່ຜ່ານການຍ້ອມສີໃດໆ ເພື່ອສະແດງໃຫ້ເຫັນເຖິງຄວາມບໍລິສຸດ ແລະ ຄວາມງົດງາມທີ່ແທ້ຈິງຂອງວັດຖຸດິບທຳມະຊາດ.
ແຮງບັນດານໃຈຈາກ “ກະສວຍ” (The Kasouay Motif): ລວດລາຍເທິງຜືນແພໄດ້ຮັບແຮງບັນດານໃຈຈາກ “ກະສວຍ” (Shuttle) ເຊິ່ງເປັນອຸປະກອນຫຼັກໃນການຕ່ຳແຜ່ນດ້ວຍມື. ຮູບຮ່າງທີ່ຄ້າຍຄືເຮືອໄມ້ລຳນ້ອຍ ທີ່ພາເສັ້ນໄໝເຄື່ອນທີ່ໄປມາໃນກີ່ຕ່ຳແຜ່ນ ໄດ້ຖືກຕີຄວາມໝາຍໃໝ່ໃຫ້ກາຍເປັນລວດລາຍເລຂາຄະນິດທີ່ທັນສະໄໝ, ສະທ້ອນເຖິງການເຊື່ອມໂຍງລະຫວ່າງຮາກເຫງົ້າທາງວັດທະນະທຳ ແລະ ການອອກແບບທີ່ຮ່ວມສະໄໝ.
ແນວຄວາມຄິດການອອກແບບ (Design Concept): ນອກຈາກລາຍກະສວຍແລ້ວ, ຍັງມີການປະສົມປະສານ ເສັ້ນສາຍຂອງກຽວຄື້ນ (Line Wave Inspiration) ທີ່ສື່ເຖິງ: ຈັງຫວະອັນອ່ອນຊ້ອຍຂອງຄື້ນໃນມະຫາສະໝຸດ, ການເຄື່ອນໄຫວທີ່ແຜ່ວເບົາຂອງສາຍລົມທີ່ພັດຜ່ານ, ຜິວນ້ຳທີ່ສະຫງົບນິ່ງ ແຕ່ເຕັມໄປດ້ວຍຊີວິດຊີວາ, ເສັ້ນໂຄ້ງທີ່ຕໍ່ເນື່ອງ ແລະ ນຸ່ມນວນຂອງລາຍ ເຊິ່ງສື່ເຖິງຄວາມສະຫງ່າງາມ ແລະ ການເຄື່ອນໄຫວທີ່ບໍ່ຢຸດຢັ້ງ.

ນອກຈາກກະເປົາ ”ທິດາ” ແລ້ວ ທາງແບຣນຍັງໄດ້ອອກແບບ ແລະ ຕັດຫຍິບເຊັດຄູ່ “ຜ້າບ່ຽງ ແລະ ກະເປົາຜ້າໄໝລາຍດອກງອຍ” ທີ່ທາງ ໂຮງແຮມ Crowne Plaza Vientiane ໄດ້ວາງໃຈໃຫ້ທາງ Naree ຜະລິດເພື່ອເປັນຂອງຂວັນໃຫ້ກັບ ພຣະມະຫາກະສັດ ແລະ ພຣະຣາຊິນີ ແຫ່ງຣາຊ໌ອະນາຈັກໄທ ເພື່ອເປັນການຕ້ອນຮັບການເຂົ້າພັກໂຮງແຮມຢ່າງເປັນທາງການອີກດ້ວຍ.