ອົດບໍ່ໄດ້ທີ່ຈະເດັ້ງເອິກຕາມ! ຖອດເບື້ອງຫຼັງຄວາມໄວຣັລ “Chest Pump” ຂອງ ຊານ ATEEZ ໃນເພງ BAD

ແບ່ງປັນ

ອົດບໍ່ໄດ້ທີ່ຈະເດັ້ງເອິກຕາມ! ຖອດເບື້ອງຫຼັງຄວາມໄວຣັລ “Chest Pump” ຂອງ ຊານ ATEEZ ໃນເພງ BAD

09 July 2026 15

ຊ່ວງນີ້ຖ້າໃຜເລື່ອນຟີດໂຊຊຽວມີເດຍ ຮັບຮອງວ່າຕ້ອງເຄີຍເຫັນວິດີໂອຂອງໄອດໍ້ໜຸ່ມໃນຊຸດເສື້ອກ້າມສີຂາວ ທີ່ອອກມາເດັ້ງເອິກຕາມຈັງຫວະເພງຢ່າງແຂງແຮງຈົນເປັນກະແສໄວຣັລໄປທົ່ວໂລກ. ແຕ່ຖ້າໃຜຍັງສົງໄສວ່າລາວແມ່ນໃຜ ແລະ ເປັນຫຍັງເພງນີ້ຈຶ່ງດັງລະເບີດໃນໂຊຊຽວ? ມື້ນີ້ເຮົາຈະພາໄປແກະເບື້ອງຫຼັງຄວາມປັງນີ້ພ້ອມກັນ.

ທີ່ໄປທີ່ມາຂອງກະແສທ່າເຕັ້ນ Chest Pump

ຕົ້ນຕໍຂອງເລື່ອງນີ້ມາຈາກການສະແດງສຸດຊົງພະລັງຂອງ ຊານ (San) ຈາກວົງ ATEEZ ໃນລາຍການ Inkigayo ເມື່ອວັນທີ 28 ມິຖຸນາ 2026 ທີ່ຜ່ານມາ. ໃນຊ່ວງ Break Dance ທ້າຍເພງ BAD, ຊານໄດ້ກ້າວອອກມາກາງເວທີແລ້ວຈັດທ່າ Chest Pop ຫຼື ການກະຕຸກໜ້າເອິກຕາມຈັງຫວະເພງຢ່າງແຫຼມຄົມ ແລະ ດຸດັນ.

ບອກເລີຍວ່າທ່າເຕັ້ນນີ້ບໍ່ທຳມະດາ ເພາະຊານຮ່ວມອອກແບບເອງກັບທີມ Bbtrippin ແລະ ນັກອອກແບບທ່າເຕັ້ນຊື່ດັງ Leejung (ຜູ້ທີ່ຢູ່ເບື້ອງຫຼັງທ່າເຕັ້ນເພງ Fancy ຂອງ Twice). ດ້ວຍສາຍຕາອັນຊົງພະລັງ ແລະ ຄວາມເຂັ້ມຂຸ້ນຂອງທ່າເຕັ້ນ ແຟນຄລັບເລີຍພາກັນຕັ້ງຊື່ໃຫ້ວ່າ “Let’s all die dance” ຫຼື ມາເຕັ້ນຈົນຕາຍໄປນຳກັນເທາະ!

San ATEEZ ເຕັ້ນກັບ Leejung ຜູ້ອອກແບບທ່າເຕັ້ນເຕັ້ນຊື່ດັງ ທີ່ມາຮ່ວມອອກແບບທ່າເຕັ້ນເພງ BAD.

ຈາກມີມ ສູ່ປາກົດການລະດັບໂລກ

ພາຍຫຼັງວິດີໂອຖືກປ່ອຍອອກມາ, ທ່າເຕັ້ນນີ້ກໍກາຍເປັນມີມ ແລະ ເທຣນໄວຣັລທັນທີ. ມີທັງການລໍ້ລຽນ (parody) ຈາກ Mini-me ເດັກນ້ອຍທີ່ແຕ່ງຕົວຄືກັບຊານແບບເປະໆ, ການຕັດຕໍ່ຈາກ @idea82people ທີ່ເອົາແຂນຊານໄປເຮັດເປັນບ່ອນວັດສ່ວນສູງໃນຄລີນິກ (ທີ່ຊານເອງກໍຍັງເຂົ້າໄປກົດ Like) ຫຼື ກະທັ້ງແບຣນດັງ KFC Thailand ຍັງໃຊ້ AI ສ້າງຮູບຜູ້ພັນແຊນເດີສ໌ມາເຕັ້ນທ່າ Chest Pump ນຳອີກ.

ຄວາມໄວຣັລນີ້ບໍ່ພຽງແຕ່ສ້າງສີສັນໃນອອນລາຍ, ແຕ່ຍັງສົ່ງຜົນໃຫ້ເພງ BAD ພຸ່ງທະລຸເຂົ້າຊາດ Melon Top 100 ແລະ ຊ່ວຍດັນໃຫ້ອາລະບຳ GOLDEN HOUR: Part.5 ຄວ້າອັນດັບ 1 ໃນຊາດ Billboard 200 ທີ່ສະຫະລັດອາເມລິກາໄດ້ສຳເລັດ (ເຊິ່ງຖືເປັນອາລະບຳທີ 3 ຂອງ ATEEZ ທີ່ໄດ້ອັນດັບ 1 ໃນ Billboard 200).

ອ່ານຕື່ມ:  ຢູ່ໃນຄອນເສີດນີ້ໃຫ້ວາງມືຖືລົງ! ເປີດເຫດຜົນທີ່ Cortis ຢາກໃຫ້ແຟນເພງລະສາຍຕາຈາກໜ້າຈໍ

ເຈາະເລິກຄວາມ “BAD” ທີ່ບໍ່ມີໃຜຕ້ານໄຫວ

ເພງ BAD ມາໃນແນວດົນຕີ Brazilian Funk ທີ່ມີຈັງຫວະມ່ວນຊື່ນ ແລະ ເນື້ອຮ້ອງທີ່ຕິດຫູສຸດໆ ໂດຍມີ Hongjoong ແລະ Mingi ສະມາຊິກອີກ 2 ຄົນຂອງ ATEEZ ເຂົ້າມາມີສ່ວນຮ່ວມໃນການແຕ່ງເນື້ອເພງໝົດອາລະບຳ.

ສ່ວນມິວສິກວິດີໂອກໍພິເສດສຸດ ໄດ້ Chase Infiniti ມາຮັບບົດນາງເອກ (ເຊິ່ງຕົວຈິງລາວກໍເປັນແຟນຄລັບ ATEEZ ຢູ່ແລ້ວ).

ຖ້າຖາມວ່າເພງນີ້ສື່ເຖິງຫຍັງ? ຄຳວ່າ “BAD” ໃນເພງນີ້ບໍ່ໄດ້ໝາຍຄວາມວ່າບໍ່ດີ ແຕ່ສື່ເຖິງສະເໜ່ທີ່ດຶງດູດຢ່າງຮຸນແຮງ ຈົນຮູ້ສຶກຄືກັບຖືກມົນສະກົດ ຫຼື ຕົກເປັນຊະເລີຍຂອງຄວາມຫຼົງໃຫຼ ເພາະໃນເນື້ອເພງມີການໃຊ້ຄຳທີ່ສື່ເຖິງຄວາມຫຼົງໃຫຼຢ່າງໜັກເຊັ່ນ: “Captive” ທີ່ແປວ່າ ຈຳເລີຍ, “Bewitched” ທີ່ແປວ່າ ຖືກມົນສະກົດ ແລະ “Loco” ທີ່ເປັນພາສາລາຕິນ ທີ່ແປວ່າ ຫຼົງໄຫຼຈົນຈິດໃຈບໍ່ຢູ່ກັບເນື້ອກັບຕົວ.

ເນື້ອເພງປຽບທຽບຄວາມຮູ້ສຶກນີ້ວ່າເປັນດັ່ງ Euphoria (ຄວາມສຸກທີ່ປ່ຽມລົ້ນ) ແລະ ປຽບຝ່າຍຍິງເປັນດັ່ງ ໂມນາ ລິຊາ ທີ່ສວຍງາມ ແລະ ເຕັມໄປດ້ວຍສະເໜ່ທີ່ໃຜເຫັນກໍຕ້ອງຫົວໝຸນ.

ນອກຈາກເພງ BAD ແລ້ວ, ໃນອາລະບຳຍັງມີເພງອື່ນໆຢ່າງ MAMACITA (Latin Trap), TOXIN (R&B) ແລະ Fallin’ (EDM) ທີ່ມາເຕີມເຕັມຊ່ວງເວລາທີ່ເປັ່ງປະກາຍຂອງ ATEEZ ໃຫ້ສົມບູນແບບ. ໃຜທີ່ຍັງບໍ່ທັນໄດ້ຟັງ ຫຼື ຍັງບໍ່ທັນໄດ້ລອງຊ້ອມເຕັ້ນ Chest Pump, ຟ້າວໄປຈັດດ່ວນເລີຍ!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.