ສ່ອງເທຣນ”ແຕ່ງໜ້າປຸງຈືດ” ງາມລະມຸນເປັນທຳມະຊາດສະໄຕລ໌ Gen Z

Key Takeaways:
- The trending makeup style is called "ແຕ່ງໜ້າປຸງຈືດ" (neutral makeup) by Gen Z, originating from the Chinese term "淡颜妆" (Dànyán zhuāng) and internationally known as Natural Clean Look or Soft Makeup.
- This trend emphasizes a "less is more" approach, focusing on enhancing natural features with minimal makeup, creating a soft and subtle look rather than heavy or dramatic styles.
- It emerged from content analyzing facial structures on Chinese platforms, as users grew tired of heavy Western makeup styles that didn't suit Asian features, seeking a more natural and effortless aesthetic.
- Key elements of the "ແຕ່ງໜ້າປຸງຈືດ" look include a healthy skin base (Soft Base), subtle highlighting and contouring, muted or low-saturation eyeshadow and blush colors, and lip colors close to the natural lip shade.
- The "neutral makeup" trend appeals to the desire for natural beauty and an effortless appearance, offering a simple, time-saving, and versatile look suitable for daily activities like studying or working.
ຊ່ວງນີ້ຖ້າໃຜເລື່ອນຟີດ Tiktok ກໍມັກຈະໄດ້ຍິນຄຳສັບໃໝ່ ສຳຫຼັບ Gen Z ທີ່ມັກເອີ້ນກັນກໍຄືເທຣນ “ແຕ່ງໜ້າປຸງຈືດ” ທີ່ເວົ້າເຖິງເທຣນໃໝ່ເລື່ອງການແຕ່ງໜ້າ ແລະ ກຳລັງເປັນກະແສສຳຫຼັບສາຍບິວຕີ້, ມື້ນີ້ມ່ວນຈະພາທຸກຄົນມາຮູ້ຈັກເທຣນນີ້ມັນແມ່ນຫຍັງ ແລ້ວຕ້ອງແຕ່ງແນວໃດໃຫ້ໄດ້ໃຫ້ໄດ້ເອີ້ນວ່າປຸງຈືດ.
ຄຳວ່າ “ແຕ່ງໜ້າປຸງຈືດ” ບໍ່ແມ່ນວ່າໃຫ້ເຊົາແຕ່ງໜ້າ ຫຼື ແບບບໍ່ແຕ່ງແລ້ວສວຍເລີຍ ແຕ່ມັນເປັນຄຳທີ່ຄຣີເອເຕີແປແບບສັບມາຈາກພາສາຈີນຄຳວ່າ “淡颜妆” (Dànyán zhuāng – ຕັ້ນເຫຍື່ນ) ແຕ່ຖ້າເປັນຝັ່ງອິນເຕີເພິ່ນກໍພາກັນເອີ້ນກັນວ່າ Natural Clean Look ຫຼື Soft Makeup.
ຄົນຈີນເພິ່ນຈະໃຊ້ຄຳນີ້ແບ່ງປະເພດໂຄງໜ້າຄົນຄື: ແບ່ງເປັນ 淡颜 (ໜ້າສາຍຈືດ/ໜ້າລະມຸນ) ກັບ 浓颜 (ໜ້າສາຍເຂັ້ມ/ເຄື່ອງໜ້າແຈ້ງ). ພໍຄຣີເອເຕີເອົາມາເຮັດຄອນເທນ ຖ້າຈະໃຊ້ຄຳວ່າແຕ່ງໜ້າຄົນໜ້າຈືດມັນກໍເບິ່ງຄືຈະທຳຮ້າຍຈິດໃຈກັນເກີນໄປ ເພິ່ນເລີຍໃຊ້ຄຳປຽບທຽບເກ๋ໆ ວ່າແຕ່ງໜ້າປຸງຈືດຄືການແຕ່ງໜ້າແບບເບົາໆ, ແຕ່ງໜ້ອຍໆ, ເນັ້ນຄວາມລະມຸນ, ຟີລນ້ຳຊຸບກົມກ່ອມທີ່ກິນໄດ້ເລື້ອຍໆນັ້ນເອງ.
ເທຣນນີ້ບໍ່ໄດ້ເກີດຈາກອິນຟລູເອນເຊີຄົນໃດຄົນໜຶ່ງແບບດ່ຽວໆ ແຕ່ເກີດຈາກ “ກະແສຄອນເທນວິເຄາະຮູບໜ້າ” ໃນແອັບ Xiaohongshu ຂອງຈີນ ທີ່ສາວໆ ເລີ່ມເບື່ອການແຕ່ງໜ້າສະໄຕລ໌ຝຣັ່ງ (Western Makeup) ທີ່ຕ້ອງຂັດເບົ້າຕາເດັ່ນໆ ຄອນທົວໜັກໆ ເຊິ່ງມັນບໍ່ເຂົ້າກັບໂຄງໜ້າຄົນເອເຊຍທີ່ມີຄວາມລະມຸນ ກໍເລີຍມີການຫາເທຣນແຕ່ງໜ້າໃໝ່ຈົນໄດ້ມາເປັນເທຣນນີ້ນັ້ນເອງ.
ຖ້ານຶກພາບບໍ່ອອກ ໃຫ້ຄິດຮອດໂຄງໜ້າລະມຸນໆ ເຄື່ອງໜ້າຈິ້ມລິ້ມແບບ ຫລິວອີ້ເຟຍ, ໂກຢຸນຈອງ ຫຼື ນ້ອງໆ NewJeans ໂດຍທີ່ຄອນເຊັບຂອງເທຣນນີ້ກໍຄື:
“ເປັນຫຍັງຕ້ອງແຕ່ງໜ້າໃຊ້ເຄື່ອງສຳອາງໜັກໆ ໃນເມື່ອພວກເຮົາສາມາດດຶງຈຸດເດັ່ນຂອງໜ້າຕົວເອງອອກມາໃຫ້ຈຶ້ງທີ່ສຸດໄດ້”

ເຂົ້າໃຈງ່າຍໆມັນກໍຄືການແຕ່ງໜ້າໃຫ້ເບິ່ງຄືບໍ່ໄດ້ແຕ່ງ ປຸງແຕ່ງໃຫ້ໜ້ອຍທີ່ສຸດ ລະມຸນໆຄືນ້ຳຊຸບກົມກ່ອມທີ່ບໍ່ຈັດຈ້ານ ແຕ່ລຸກອອກມາຄື ງາມແບບເບົາໆ
ເພາະວ່າຍຸກນີ້ພວກເຮົາໂຫຍຫາຄວາມເປັນທຳມະຊາດ ແລະ ຄວາມງາມແບບບໍ່ຕ້ອງພະຍາຍາມ, ການແຕ່ງໜ້າປຸງຈືດຈຶ່ງຕອບໂຈດບ່ອນທີ່ວ່າມັນແຕ່ງງ່າຍ, ປະຢັດເວລາ, ແຕ່ງໄປຮຽນໄປເຮັດວຽກໄດ້ທຸກມື້ ແຖມຍັງໃຫ້ຄວາມຮູ້ສຶກເວລາເບິ່ງສະອາດ, ອ່ອນເຍົາ, ຜິວສຸຂະພາບດີ ແລະ ເບິ່ງຫຣູຫຣາໂດຍບໍ່ຕ້ອງເຕີມແຕ່ງຫຍັງຫຼາຍ. ຖ້າໃຜຢາກລອງປຸງຈືດເບິ່ງຕ້ອງຈື່ສິ່ງເຫຼົ່າໃຫ້ຂຶ້ນໃຈ
- ງານຜິວແບບສຸຂະພາບດີ ຫຼື Soft Base: ຄືຫົວໃຈຫຼັກຂອງການແຕ່ງໜ້າແນວນີ້ຄື ການໂຊຜິວແທ້ ບໍ່ເນ້ນຮອງພື້ນທີ່ໜາ ນິຍົມກັນໃຊ້ຄຸຊຊັ່ນ ເພື່ອໃຫ້ຜິວມີການປົກປິດແບບພໍດີໆ ເປັນທຳມະຊາດ ບໍ່ເຍີ້ມຈົນໜ້າຫຍາ ແລະ ບໍ່ແຫ້ງ.
- ໄຮໄລ້-ຄອນທົວແບບເບົາໆ: ລືມໄຮໄລ້ຊິມເມີເດັ່ນໆໄປໄດ້ເລີຍ ເພາະລຸກນີ້ຈະການເນັ້ນສ້າງມິຕິແບບເບົາໆ ບໍ່ແຂງກະດ້າງ, ເນັ້ນການສ້າງມິຕິເທິງໃບໜ້າໃຫ້ມີຄວາມໂດດເດັ່ນຕາມໂຄງໜ້າທຳມະຊາດ ແລະ ໃຫ້ມີການມີມິຕິຫຼິ້ນແສງແບບທຳມະຊາດແບບນຽນໆ ອາລົມແຕ່ງໜ້າແນວໃດໃຫ້ເບິ່ງບໍ່ຄືແຕ່ງ.
- ສີຕາ ສີແກ້ມ ເນັ້ນຄວາມຕຸ່ນໆ:ຄື Low Saturation (ສີອີ່ມຕົວຕ່ຳ) ໂທນສີທີ່ມາໃຊ້ສ່ວນໃຫຍ່ຈະເປັນພວກສີບົວຕຸ່ນໆ (Misty Rose)ຫຼື ສີໝາກພີຊອ່ອນໆ ເພື່ອໃຫ້ງານຕາ ງານແກ້ມອອກມານົວໆ, ຟຸ້ງລະມຸນຟີລຄືມີເລືອດຝາດ, ເບິ່ງອ່ອນໂຍນ ເປັນມິດ ໜ້າທະນຸຖະໜອມສຸດໆ.
- ປາກນົວໆ ບໍ່ເນັ້ນສີຈັດ ແນ່ນອນລິບສະຕິກທີ່ໃຊ້ກໍຕ້ອງເປັນໂທນສີທີ່ໃກ້ຄຽງກັບສີປາກຈິງ (My Lips But Better) ທາແລ້ວໃຫ້ໃຊ້ນິ້ວ, ແປງ ຫຼືຄັອດຕ້ອນບັດ ທາຂອບປາກໃຫ້ເບິ່ງຟຸ້ງໆ ເທົ່ານີ້ພາບລວມຂອງໜ້າກໍຈະເບິ່ງລະມຸນ ເປັນທຳມະຊາດທີ່ສຸດແລ້ວ.
ເວົ້າງ່າຍໆ ເລີຍກໍຄື ເທຣນ “ແຕ່ງໜ້າປຸງຈືດ” ຫຼື Natural Clean Look ນີ້ ມັນຄືສິລະປະຂອງຄວາມ Less is more ທີ່ແທ້ຈິງ ບໍ່ແມ່ນການຝືນໃຊ້ເຄື່ອງສຳອາງຈົນກາຍເປັນຄົນອື່ນ ແຕ່ເປັນການດຶງເອົາຄວາມງາມແບບທຳມະຊາດຂອງເຮົາເອງອອກມາໃຫ້ເບິ່ງຈຶ້ງທີ່ສຸດ.
ໃຜທີ່ມັກຄວາມ Effortless ຢາກໄດ້ລຸກທີ່ເບິ່ງສະອາດ, ສະບາຍຕາ, ສາມາດແຕ່ງເປັນ Everyday Look ໄປຮຽນ, ໄປເຮັດວຽກ ຫຼື ໄປຖ່າຍຮູບຄາເຟ່ກໍລອດ ບອກເລີຍວ່າຕ້ອງລອງ! ປ່ຽນຈາກການ “ປຸງແຊບ” ມາລອງ “ປຸງຈືດ” ເບິ່ງຈັກມື້ ຮັບຮອງວ່າຈະຫຼົງຮັກໃນຄວາມນົວລະມຸນຂອງໜ້າຕົວເອງແນ່ນອນ.