ເປັນໄດ້ທຸກຢ່າງ ຍົກເວັ້ນຄົນທີ່ເຈົ້າຮັກ ຟັງ WHAT NOW? (ຜິດທີ່ຜິດເວລາ) – PEKY DCP

Key Takeaways:
- ຄວາມຮູ້ສຶກທີ່ພະຍາຍາມແລ່ນມາໄກ ແຕ່ສຸດທ້າຍກັບພົບວ່າກຳລັງແລ່ນຢູ່ເທິງລູ່ທີ່ບໍ່ມີເສັ້ນໄຊ ເພາະປາຍທາງມີຄົນອື່ນຢືນຖ້າຢູ່ແລ້ວ.
- ເພງ WHAT NOW? (ຜິດທີ່ຜິດເວລາ) ຂອງ PEKY DCP ເວົ້າເຖິງຄວາມຮັກທີ່ເຈັບປວດ ແລະ ມາຜິດບ່ອນຜິດເວລາກັບຄວາມສຳພັນທີ່ມີຄົນທີສາມເຂົ້າມາ.”
- ຄວາມເຈັບປວດເກີດຂຶ້ນເມື່ອພະຍາຍາມເຮັດດີຫຼາຍປານໃດ ກໍບໍ່ມີຄວາມໝາຍ ເພາະເຂົາບໍ່ເຄີຍເຫັນເຮົາໃນສາຍຕາ ແລະ ຍັງຄົງຈື່ຄົນເກົ່າຕະຫຼອດເວລາ.”
- ການຍອມຮັບຄວາມຈິງວ່າເຮົາບໍ່ເຄີຍຢູ່ໃນໃຈເຂົາເລີຍຕັ້ງແຕ່ທຳອິດ ເປັນເລື່ອງທີ່ຍາກ ແລະ ທໍລະມານທີ່ສຸດ.”
- ບາງເທື່ອການຍ່າງອອກມາ ບໍ່ແມ່ນການຍອມແພ້ ແຕ່ຄືການເອົາຄວາມຮັກ ແລະ ຄວາມທຸ່ມເທຄືນມາໃຫ້ໂຕເອງ.”
ເຈັບເນາະ… ຄວາມຮູ້ສຶກແບບນີ້ ມັນຄືກັບເຮົາພະຍາຍາມແລ່ນມາໄກຫຼາຍ ແຕ່ຫາກໍຮູ້ຕົວວ່າແລ່ນຢູ່ເທິງລູ່ທີ່ບໍ່ມີເສັ້ນໄຊ ເພາະປາຍທາງຂອງເຂົາມັນມີຄົນອື່ນຢືນຖ້າຢູ່ແລ້ວ.
ມ່ວນຊວນຟັງ ຂໍເອົາເພງ WHAT NOW? (ຜິດທີ່ຜິດເວລາ) ຂອງ PEKY DCP ມາແບ່ງປັນກັບທຸກຄົນ ເພາະມາໄດ້ຖືກເວລາພໍດີກັບຄວາມສັບສົນທີ່ເກີດຂຶ້ນກັບຄວາມສຳພັນຂອງໃຜຫຼາຍຄົນ. PEKY DCP ໄດ້ສື່ສານຜ່ານເພງນີ້ທີ່ເວົ້າເຖິງຄວາມຮັກທີ່ແສນເຈັບປວດ ແລະ ມາຜິດບ່ອນຜິດເວລາກັບເລື່ອງລາວຄວາມສຳພັນທີ່ມີຄົນທີສາມເຂົ້າມາກ່ຽວຂ້ອງແບບຫຼີກລ້ຽງບໍ່ໄດ້.
ທຸກຄົນຮູ້ບໍ່ວ່າຄວາມເຈັບມັນຢູ່ໃສ? ມັນເຈັບຢູ່ທີ່ເຂົາບໍ່ເຄີຍເຫັນເຮົາໃນສາຍຕາ ຕໍ່ໃຫ້ເຮົາຈະພະຍາຍາມເຮັດດີ ຫຼາຍປານໃດ ແຕ່ໃນໃຈຂອງເຂົາພັດຍັງມີພາບຄວາມຊົງຈຳຂອງຄົນເກົ່າແບບຊັດເຈນຢູ່ຕະຫຼອດເວລາ. ມັນທັງເຈັບໃນໃຈ ແລະ ທັງເມື່ອຍ ທີ່ຕ້ອງມາຮັບຮູ້ວ່າຄວາມພະຍາຍາມທັງໝົດທີ່ເຮົາເຮັດເພື່ອສ້າງອະນາຄົດຮ່ວມກັນ ມັນບໍ່ມີນ້ຳໜັກພໍທີ່ຈະໄປລົບພາບຄົນເກົ່າໃນໃຈຂອງເຂົາໄດ້ເລີຍ.
ທີ່ເຮົາທຸ່ມເທ, ວາງແຜນຊີວິດທຸກຢ່າງໄວ້ດິບດີ ແຕ່ສຳລັບເຂົາແລ້ວ ເຮົາອາດຈະເປັນໄດ້ແຕ່ ຄົນຂ້າເວລາ ຫຼື ເປັນພຽງ ບ່ອນພັກເຊົາ ຍາມທີ່ເຂົາເຫງົາເທົ່ານັ້ນ ເຊິ່ງການຍອມຮັບຄວາມຈິງວ່າເຮົາບໍ່ເຄີຍຢູ່ໃນໃຈເຂົາເລີຍຕັ້ງແຕ່ທຳອິດ ມັນອາດຈະເປັນເລື່ອງທີ່ຍາກ ແລະ ທໍລະມານທີ່ສຸດໃນຕອນນີ້.
ມັນກໍເລີຍເກີດເປັນຄວາມຮູ້ສຶກທີ່ຕີກັນໃນຫົວ ລະຫວ່າງໃຈໜຶ່ງກໍຢາກຢູ່ໃກ້ຊິດເຂົາ ແຕ່ມັນເປັນສິ່ງທີ່ຍາກຈະຍອມຮັບຄວາມຈິງ. ແຕ່ ມ່ວນຊວນຟັງ ຄິດວ່າ ບາງເທື່ອການຍ່າງອອກມາ ມັນກໍບໍ່ແມ່ນການຍອມແພ້ໃດ ແຕ່ມັນຄືການເອົາຄວາມຮັກ ແລະ ຄວາມທຸ່ມເທທັງໝົດ ຍ້າຍກັບຄືນມາໃຫ້ໂຕເຮົາເອງ.
ເພງ WHAT NOW? (ຜິດທີ່ຜິດເວລາ) ໄດ້ຕອກຢ້ຳໃຫ້ເຫັນເຖິງຄວາມເສົ້າຂອງຄົນທີ່ເປັນໄດ້ພຽງແຕ່ເງົາໃນໃຈຂອງເຂົາ ເປັນໄດ້ພຽງຄົນຂ້າເວລາທີ່ບໍ່ມີວັນທີ່ຈະໄດ້ຄອບຄອງຄວາມຮັກທີ່ແທ້ຈິງຈາກເຂົາເລີຍ. ສະນັ້ນ, ເຮົາຕ້ອງຍອມຮັບຄວາມຈິງທີ່ມັນເຈັບປວດນີ້ ວ່າມັນຮອດເວລາແລ້ວທີ່ຄວນຈະຈົບຄວາມສຳພັນນີ້ລົງ ເພາະຄົນທີ່ເຫັນຄ່າຄວາມຮັກຂອງເຮົາແທ້ໆ ຈະບໍ່ປ່ອຍໃຫ້ເຮົາພະຍາຍາມຢູ່ຝ່າຍດຽວແບບນີ້ແນ່ນອນ.
ສຸດທ້າຍແລ້ວ, ມັນກໍຄືການຍອມຈຳນົນຕໍ່ໂຊກຊະຕາ ແລະ ຕ້ອງເລືອກທີ່ຈະຍ່າງອອກມາເອງ ເມື່ອຮູ້ໂຕວ່າ ເຮົາບໍ່ແມ່ນຄົນໃນຝັນຂອງເຂົາ ທຸກຄົນເຊື່ອເຖາະ ເຖິງມັນຈະເຈັບ… ແຕ່ເຮົາຈະຜ່ານມັນໄປໄດ້.