ສຽງຂອງພໍ່ມັນດັງກ້ອງໃນໃຈ FCS The Viper ແຕ່ງເພງແທນຄວາມຮູ້ສຶກທີ່ຢາກເວົ້າ

ແບ່ງປັນ

ສຽງຂອງພໍ່ມັນດັງກ້ອງໃນໃຈ FCS The Viper ແຕ່ງເພງແທນຄວາມຮູ້ສຶກທີ່ຢາກເວົ້າ

31 July 2025● 273

ມື້ນີ້ ມ່ວນ ຈະພາທຸກຄົນມາຮູ້ຈັກກັບໜຸ່ມບາຣິສຕາຄົນໜຶ່ງກໍຄື Fhilippée. ນອກຈາກອາຊີບທີ່ລາວຮັກຢ່າງການຊົງກາແຟແລ້ວນັ້ນ, ລາວຍັງມີອີກບົດບາດໜຶ່ງຄືການຮ້ອງເພງ ແລະ ຕອນນີ້ລາວກໍໄດ້ມີເພງທຳອິດເປັນຂອງຕົວເອງແລ້ວເດີ.

ຈັນສະຖາພອນ ຊຸມພົນພັກດີ ຫຼື Fhilippée ພື້ນເພແມ່ນເປັນຄົນ ນະຄອນຫຼວງວຽງຈັນ, ລາວມີຊື່ໃນວົງການຄື FCS The Viper ທີ່ສື່ຄວາມໜາຍປະກອບມາຈາກຕົວຕົນຂອງລາວແທ້ໆ, ເຊິ່ງຕົວ F ແມ່ນຫຍໍ້ມາຈາກຊື່ຫຼິ້ນ “Fhilippée”, C ແມ່ນຫຍໍ້ມາຈາກຊື່ແທ້ “CHANSATHAPHONE” ແລະ S ແມ່ນຫຍໍ້ມາຈາກນາມສະກຸນ “SOUMPHOLPHAKDY”.

ຄຳວ່າ The Viper ແມ່ນເປັນໝວດປະເພດງູຊະນິດໜຶ່ງທີ່ພໍພວກເຮົາຟັງແລ້ວອາດຈະຄືເປັນໂຕຮ້າຍຕະຫຼອດ ຍ້ອນຄວາມເປັນສັດທີ່ມີພິດ ແຕ່ຫາກເບິ່ງດີໆແລ້ວມັນກໍເປັນພຽງສັດຊະນິດໜຶ່ງທີ່ທຳມະຊາດໄດ້ສ້າງມາໃຫ້ມັນມີພິດ ເພື່ອໃຊ້ໄວ້ປ້ອງກັນຕົວເອງເພື່ອຄວາມຢູ່ລອດ ແຖມຍັງສ້າງໃຫ້ມັນວ່ອງໄວ, ຄ້ອງແຄ້ວ, ດຸດັນ ມີຄວາມອັນຕະລາຍທຸກການໂຈມຕີ ແລະ ມັນກໍຮອບຄອບອີກດ້ວຍ.

ແຮງບັນດານໃຈໃນການແຕ່ງເພງ

ຈຸດເລີ່ມຕົ້ນໃນສາຍດົນຕີຂອງລາວແມ່ນໄດ້ຍິນພໍ່ຮ້ອງເພງໃຫ້ຟັງຕັ້ງແຕ່ຍັງນ້ອຍ ເຊິ່ງເປັນເພງລາວສະໄໝເກົ່າ, ພໍໃຫຍ່ຂຶ້ນມາກໍໄດ້ຟັງຫຼາກຫຼາຍແນວ ຫຼັງຈາກນັ້ນລາວກໍຮູ້ສຶກວ່າມັກຮ້ອງເພງ ແລະ ຫຼົງໄຫຼໃນເພງແຣັບ ເພາະມັນບອກເລົ່າເລື່ອງລາວໄດ້ດີເລີຍເລີ່ມທີ່ຂະຮ້ອງເພງໃນວົງສ້າງສັນກັບໝູ່ ແຕ່ຕອນັ້ນກໍຍັງບໍ່ໄດ້ຈິງຈັງຫຼາຍ.

FCS The Viper ຕາມເດີມແລ້ວລາວເປັນຄົນມັກຂຽນເພງ ແຕ່ທີ່ຜ່ານມາຍັງບໍ່ໄດ້ມີໂອກາດໄດ້ເຮັດ, ລາວມັກເບິ່ງລາຍການແຣັບ ເພາະຮູ້ສຶກວ່າພວກເຂົາສາມາດເລົ່າເລື່ອງລາວຊີວິດຜ່ານເພງແຣັບໄດ້ກິນໃຈ.

ມີເຫດການໜຶ່ງທີ່ເກີດຂຶ້ນ ແລະ ເຮັດໃຫ້ລາວເສຍໃຈຫຼາຍ ເພາະຖືກຊ່ວງເວລາທີ່ໄດ້ເສຍ ພໍ່ ໄປແບບກະທັນຫັນ ບໍ່ທັນໄດ້ຕັ້ງໂຕ, ນີ້ກໍເລີຍເປັນຈຸດເລີ່ມຕົ້ນເພງທີ່ມີຊື່ວ່າ “ພໍ່” ທີ່ລາວໄດ້ສ້າງມາເພື່ອມອບໃຫ້ພໍ່.

ອ່ານຕື່ມ:  Tanu Vannasin ບໍ່ເຄີຍຄິດວ່າຕົນເອງເປັນສິລະປິນ ແຕ່ເປັນນັກຮ້ອງ-ນັກດົນຕີ

ເພາະຍັງຮູ້ສຶກເສຍດາຍທີ່ບໍ່ໄດ້ຕອບແທນບຸນຄຸນເທົ່າທີ່ຄວນ, ຍັງມີຫຼາຍເລື່ອງລາວທີ່ຢາກຈະເຮັດທີ່ຢາກຈະເວົ້າກັບ ພໍ່ ແຕ່ມັນສາຍເກີນໄປ ເລີຍໄດ້ແຕ່ບອກເລົ່າເລື່ອງລາວຄວາມຮູ້ສຶກທີ່ຢາກເວົ້າກັບພໍ່ຜ່ານເວລາໃນເພງທີ່ມີ 4:32 ນາທີ ທີ່ລວມທຸກສິ່ງທຸກຢ່າງອັນແສນເຈັບປວດ ແລະ ຫວັງວ່າພໍ່ຈະໄດ້ຟັງມັນ.

FCS The Viper ຢາກຝາກບອກທຸກຄົນວ່າ:

ຖ້າທຸກຄົນທີ່ຍັງມີໂອກາດໄດ້ດູແລ ພໍ່ ໃຫ້ພວກເຈົ້າຫັນໜ້າກັບໄປເບິ່ງຜູ້ທີ່ໃຫ້ກຳເນີດເຮົາມາ ກ່ອນທີ່ຈະບໍ່ມີໂອກາດເຮັດມັນຄືກັບຂ້ອຍ.

ເນື້ອຫາຂອງເພງແມ່ນມາຈາກ ພໍ່ ແລະ ໄດ້ເຮັດເພງເພາະການສູນເສຍ ຈາກລູກຊາຍທີ່ບໍ່ຄ່ອຍກ້າສະແດງຄວາມຮັກຕໍ່ພໍ່ ທັງໆທີ່ມີຮ້ອຍລ້ານຄວາມໃນໃຈທີ່ຢາກບອກ ແຕ່ບໍ່ກ້າສະແດງອອກ.

ເພງ “ພໍ່” ແມ່ນ FCS The Viper ແລະ ນ້ອງຊາຍຂອງລາວທີ່ມີຊື່ໃນວົງການວ່າ TTZOLO ຊ່ວຍກັນຂຽນມັນຂຶ້ນມາ ເພາະໃນຊ່ວງວິນາທີລົມຫາຍໃຈສຸດທ້າຍໃນຊີວິດຂອງພໍ່ ແມ່ນລາວ ແລະ ນ້ອງຊາຍທີ່ຢູ່ກັບພໍ່ ເຊິ່ງທັງສອງນັ້ນໄດ້ເຂົ້າໃຈອາລົມຄວາມຮູ້ສຶກໃນເວລານັ້ນໄດ້ດີກວ່າໃຜ.

ເປົ້າໝາຍການໃຊ້ຊີວິດຫຼັງຈາກນີ້

FCS The Viper ໄດ້ເລົ່າໃຫ້ມ່ວນຟັງວ່າ ກໍຢາກເດີນໃນສາຍສິລະປິນ ແລະ ກໍຄິດວ່າໃຫ້ມັນເປັນເລື່ອງຂອງອານາຄົດໄປກ່ອນ ເຊິ່ງໃນຕອນນີ້ແມ່ນຢາກແຊຣ໌-ຢາກບອກເລົ່າເລື່ອງລາວຊີວິດຜ່ານບົດເພງໃຫ້ຫຼາຍຄົນໄດ້ຟັງ. ການຮ້ອງເພງມັນຍາກຫຼາຍ ເພາະກ່ອນຈະຖ່າຍທອດອາລົມຜ່ານສຽງເພງມັນບໍ່ງ່າຍ, ຕ້ອງໃຊ້ພະລັງຄວາມຄິດ ແລະ ຢາກໃຫ້ຜູ້ຄົນໄດ້ເຫັນໃນມຸມມອງຂອງລາວທີ່ໄດ້ສື່ສານອອກໄປຢ່າງເຕັມທີ່.

ຄວາມແຕກຕ່າງລະຫວ່າງ ບາຣິສຕາ ແລະ ການຮ້ອງເພງ

⁠ບົດບາດທີ່ລາວໄດ້ເຮັດທັງສອງຄື ບາຣິສຕາ ແລະ ການຮ້ອງເພງ, ແມ່ນມີຄວາມແຕກຕ່າງກັນຫຼາຍຢ່າງ ເພາະຢ່າງໜຶ່ງກໍເປັນວຽກບໍລິການ ແລະ ອີກຢ່າງເປັນສິລະປິນ. ແຕ່ສິ່ງທີ່ຄືກັນທັງສອງຢ່າງແມ່ນລາວມີເປົ້າໝາຍອັນດຽວກັນຄື “ການສົ່ງຕໍ່ຄວາມຮູ້ສຶກ ແລະ Passion ໃຫ້ຜູ້ຮັບໄດ້ຮັບຄວາມສຸກ, ເສົ້າ ແລະ ລົດຊາດແຊບໆຂອງກາແຟ.

FCS The Viper ມີສິລະປິນທີ່ມັກແມ່ນ Jazz JSPKK ຮູ້ສຶກວ່າມີຊີວິດຄ້າຍຄືກັນກັບລາວ ເປັນນັກສະແດງຕາຫຼົກທີ່ສູ້ຊີວິດ ແລະ ເສຍພໍ່, ເພາະສ່ວນໂຕ FCS The Viper ກໍມີອາຊີບເປັນ Barista ທີ່ຜ່ານເກມການແຂ່ງຂັນ, ໄດ້ສູ້ກັບອຸປະສັກ ແລະ ເສຍພໍ່ຄືກັນ.

ອ່ານຕື່ມ:  ຍວກ ຍວກ ເພງສຸດປັ່ນຈາກສິລະປິນທັງ 5 ຄົນຈາກແກ້ງ HUEN CREW ຟັງແລ້ວຮັບຮອງວ່າ ຍວກ ກັນແນ່ນອນ

ປັດຈຸບັນແມ່ນລາວໄດ້ປ່ອຍຜົນງານມາພຽງແຕ່ເພງດຽວ, ຖ້າມີໂອກາດ ຫຼື ເວລາທີ່ເໝາະສົມກໍຈະສ້າງສັນຜົນງານອື່ນໆໃຫ້ພວກເຮົາທຸກຄົນໄດ້ຟັງກັນອີກແນ່ນອນ. ສຸດທ້າຍ FCS The Viper ໄດ້ຝາກເຖິງທຸກຄົນໃຫ້ລົງມືເຮັດໃນສິ່ງທີ່ມັກ, ສາມາດເຮັດໄດ້ເລີຍ ບໍ່ຕ້ອງຖ້າໃຫ້ຄວາມສຳເລັດມາຫາເຮົາ, ພວກເຮົາຕ້ອງແລ່ນເຂົ້າໄປຫາມັນ ແລ້ວພວກເຮົາຈະຮູ້ວ່າເຮົາຢູ່ເໜືອທຸກຢ່າງ ຢ່າໃຫ້ໂຊກສະຕາມາກຳນົດຊີວິດເຮົາ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.