“Let’s go to YUAK!” ມ່ວນຟັງເພີນຈົນເກືອບລືມໂພສ ມື້ນີ້ເຮົາຈະພາໝູ່ເພື່ອນໄປຟັງເພງ ‘ຍວກ ຍວກ YUAK YUAK’ ເຊິ່ງເປັນຜົນງານເພງຂອງສິລະປິນໜຸ່ມທັງ 5 ຄົນຄື Horlock x Senjx x Tongflow11 x LILFISHYYY x Swagwazz ຫຼືວ່າ ສິລະປິນແກ້ງ HUEN CREW ນັ້ນເອງ!
ເພງນີ້ມີຄວາມແປກໃໝ່ຄື ເປັນການປະສົມປະສານລະຫວ່າງເພງໝໍລໍາ ແລະ ຮິບຮັອບ! ເຊິ່ງຮິບຮັອບກໍເປັນສະໄຕລ໌ທີ່ພວກເຂົາເຮັດມາດົນຢູ່ແລ້ວ, ພໍເອົາມາປະກອບກັບແນວເພງແບບໝໍລໍາຈັງຫວະຊວນໃຫ້ຟ້ອນແລ້ວມັນເຂົ້າກັນ ແລະ ດີແຮງຈົນຢາກເປີດໃນງານບຸນໝົດມື້ໝົດຄືນ.
ຮູ້ບໍວ່າເອັມວີເພງນີ້ກວ່າຈະຖ່າຍແລ້ວພວກເຂົາໃຊ້ເວລາເຖິງ 4 ມື້ ຍ້ອນການຖ່າຍທໍາເກີດຂຶ້ນໃນຊ່ວງລະດູຝົນ ກໍເລີຍລໍາບາກບໍ່ໜ້ອຍກວ່າຈະຖ່າຍແລ້ວ, ແຕ່ມ່ວນຂໍບອກເລີຍວ່າມັນຄຸ້ມສຸດໆເພາະມັນອອກມາຄຸນນະພາບດີໄຮ້ທີ່ຕິ ແລະ ອາລົມຂອງສິລະປິນກໍສຸດກັນທຸກຄົນເລີຍ!
ໂດຍ: ທີມບັນນາທິການ Muan