VIEN KP ສິລະປິນພາກໃຕ້ຈາກເຊກອງ ສ້າງເພງຮັກຈາກຈິນຕະນາການໃນ “ແມ່ດອກຈຳປາ”

ແບ່ງປັນ

VIEN KP ສິລະປິນພາກໃຕ້ຈາກເຊກອງ ສ້າງເພງຮັກຈາກຈິນຕະນາການໃນ “ແມ່ດອກຈຳປາ”

26 November 2026● 5
✦ AI Summarized

Key Takeaways:

  • ສິລະປິນ VIEN KP ຫຼື ວຽນ ລາວ ໄດ້ສ້າງສັນຜົນງານເພງທີ່ມີຊື່ວ່າ ແມ່ດອກຈຳປາ ເຊິ່ງໄດ້ແຮງບັນດານໃຈມາຈາກຄວາມຝັນເຖິງຍິງສາວຄົນໜຶ່ງທີ່ງາມປານນາງຟ້າ.
  • ເນື້ອຫາຂອງເພງເລົ່າເຖິງຊາຍຄົນໜຶ່ງທີ່ເດີນທາງໄປທ່ຽວສະຖານທີ່ມໍລະດົກໂລກ ແລະ ຝັນວ່າໄດ້ຍ້ອນອະດີດໄປຕາມຫາຍິງສາວທີ່ຊື່ວ່າ ແມ່ດອກຈຳປາ.
  • ເພງນີ້ສະແດງຄວາມຮັກຜ່ານຄຳສັນຍາ ແລະ ຄວາມຕັ້ງໃຈທີ່ຈະດູແລ ພ້ອມທັງຢູ່ຂ້າງໆຄົນຮັກບໍ່ວ່າຈະໃນເວລາເຫງົາຫຼືເວລາທີ່ຕ້ອງຮ້ອງໄຫ້.

ຖ້າຫາກມີຄືນໜຶ່ງທີ່ເຮົາໄດ້ຝັນເຫັນຄົນທີ່ງາມຫຼາຍຈົນຕື່ນມາແລ້ວຍັງຄິດຮອດ ທຸກຄົນຈະຢາກຕາມຫາລາວບໍ?

ບາງຄົນກໍຄິດວ່າພຽງຝັນ ເປັນຫຍັງຕ້ອງໃສ່ໃຈຂະໜາດນັ້ນ ແຕ່ສິລະປິນຈາກແດນໃຕ້ຄົນນີ້  VIEN KP ຫຼື ວຽນ ລາວເລືອກທີ່ຈະຈິນຕະນາການເຖິງເລື່ອງລາວການພົບຮັກໃນຄັ້ງນັ້ນ ແລະ ນຳມາຄ່ອຍໆຮຽບຮຽງຂຽນ ແລະ ຂັດເກົາເນື້ອຮ້ອງໃຫ້ເປັນເພງທີ່ມີຊື່ວ່າ “ແມ່ດອກຈຳປາ”.

ເພງໄດ້ເລົ່າເຖິງຊາຍຄົນໜຶ່ງທີ່ໄດ້ເດີນທາງໄປທ່ຽວສະຖານທີ່ມໍລະດົກໂລກແຫ່ງໜຶ່ງ. ຫຼັງຈາກທິ້ເຜີຫຼັບໄປ ລາວກໍຝັນວ່າຕົນເອງໄດ້ຍ້ອນກັບໄປສູ່ອະດີດຫຼາຍຮ້ອຍປີ ແລະ ອອກຕາມຫາຍິງສາວງາມຄົນໜຶ່ງ ທີ່ຊື່ວ່າ ແມ່ດອກຈຳປາ.

ລາວເປັນຍິງສາວທີ່ງາມປານນາງຟ້າ ງາມຈົນຜູ້ຊາຍຄົນນັ້ນຫຼົງຮັກໝົດໃຈ. ແຕ່ສິ່ງທີ່ເຮັດໃຫ້ເພງນີ້ຫວານເລິກເຊິ່ງກວ່າການບອກວ່າຮັກພຽງລົມປາກເປົ່າ ກໍຄືຄຳສັນຍາທີ່ລາວຢາກມອບໃຫ້ກັບຍິງຄົນນັ້ນ.

ບໍ່ວ່າຈະເປັນແນວໃດ ກໍຢາກຈະຮັບຜິດຊອບດູແລ. ຖ້າເຂົາເຫງົາ ລາວກໍຢາກໄປກອດ, ຖ້າເຂົາຮ້ອງໄຫ້ ລາວກໍຢາກຢູ່ຂ້າງໆ ແລະ ຄອຍປອບໃຈ. 

ສຳລັບສິລະປິນນ້ອງໃໝ່ຈາກແດນໃຕ້ຄົນນີ້ ພື້ນເພຂອງລາວແມ່ນຄົນຈາກແຂວງເຊກອງ ແລະ ລາວໄດ້ໄປຮຽນຢູ່ຈຳປາສັກ ສະຖານທີ່ນັ້ນໄດ້ຈຸດປະກາຍແຮງບັນດານໃຈໃຫ້ລາວເຮັດເພງ.

VIEN KP ໄດ້ບອກກັບເຮົາວ່າ “ເພງນີ້ ຂ້ອຍບໍ່ໄດ້ນຳມາຈາກເລື່ອງຮັກຂອງໃຜໂດຍກົງ ແຕ່ເປັນເລື່ອງທີ່ຂ້ອຍຄິດຂຶ້ນມາເອງຈາກຈິນຕະນາການ ເຊິ່ງກວ່າຈະຂຽນອອກມາເປັນເພງໜຶ່ງໄດ້ ຕ້ອງໃຊ້ເວລາປະມານເດືອນເຄິ່ງ ຄ່ອຍໆຄິດ ຄ່ອຍໆຂຽນ ແລະ ຄ່ອຍໆປະກອບເລື່ອງລາວໃຫ້ກາຍເປັນບົດເພງ”.

ອ່ານຕື່ມ:  ໝົດຍຸກຄ້າຍເພງເປັນເຈົ້ານາຍ ພາສ່ອງໂມເດວ 'ເຄິ່ງເກົ້າ ກຣຸບ' ທີ່ວົງການເພງລາວຕ້ອງຮູ້

VIEN KP ເລົ່າຕໍ່ວ່າ “ຜົນງານນີ້ອາດຈະບໍ່ໄດ້ສົມບູນແບບທີ່ສຸດ ແຕ່ທຸກຄຳຮ້ອງ ແລະ ທຸກທ່ອນ ກໍເກີດຈາກຄວາມຕັ້ງໃຈຂອງ VIEN KP”.

ຈາກການຟັງເພງ ແລະ ໄດ້ເຫັນມຸມມອງຂອງ VIEN KP ເຮັດໃຫ້ເຂົ້າໃຈເນື້ອຫາເພງ ແມ່ດອກຈຳປາ ເລີຍວ່າ ຄວາມຮັກບໍ່ແມ່ນພຽງແຕ່ການຢາກຄົບກັນໃນມື້ທີ່ມີແຕ່ຄວາມສຸກເທົ່ານັ້ນ ແຕ່ເປັນການຢາກຢູ່ນຳກັນໄປຈົນແກ່ເຖົ້າ ແລະ ສ້າງຄອບຄົວດ້ວຍກັນ.

ບາງເທື່ອ… ເພງຮັກກໍບໍ່ຈຳເປັນຕ້ອງມີຄົນຮັກຢູ່ໃນຊີວິດຈິງ ພຽງແຕ່ມີຄວາມຝັນທີ່ດີພໍຈະເຮັດຫ້ເຮົາເກັບເປັນຄວາມຊົງຈຳ ແລະ ກາຍເປັນເພງທີ່ມີຄຸນຄ່າທີ່ເຮົາຢາກກັບໄປຟັງຊ້ຳໆ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.