ຂໍໂອກາດແກ້ໂຕໄດ້ບໍ? ຮູ້ແລ້ວວ່າໃຜຄືຄົນສຳຄັນ ຟັງ Trippin (I know this feeling) – MCBK RightHere

ແບ່ງປັນ

ຂໍໂອກາດແກ້ໂຕໄດ້ບໍ? ຮູ້ແລ້ວວ່າໃຜຄືຄົນສຳຄັນ ຟັງ Trippin (I know this feeling) – MCBK RightHere

24 September 2026 10
AI Summarized

Key Takeaways:

  • ຄວາມຢ້ານທີ່ຈະສູນເສຍຄົນຮັກເປັນໂຕເຕືອນສະຕິໃຫ້ເຮົາຫັນມາຮັກສາຫົວໃຈ ແລະ ເບິ່ງແຍງກັນໃຫ້ດີກວ່າເກົ່າ.
  • ບາງຄັ້ງຄົນເຮົາອາດເຄີຍຫຼົງລືມ ຫຼື ລະເລີຍຄວາມຮູ້ສຶກຂອງຄົນໃກ້ຕົວ ຈົນເຮັດໃຫ້ເຂົາເຈັບປວດໂດຍບໍ່ຮູ້ໂຕ.
  • ເພງ Trippin (I know this feeling) ຂອງ MCBK RightHere ເປັນການເລົ່າເລື່ອງຄວາມຮັກ ແລະ ການຂໍໂທດຄົນສຳຄັນຈາກໃຈຈິງ.
  • ບົດເພງໄດ້ປຽບທຽບຄົນຮັກເປັນແສງສະຫວ່າງໃນການເດີນທາງຊີວິດ ແລະ ປຽບຄວາມຮັກກັບແຫວນທີ່ສະທ້ອນເຖິງເປົ້າໝາຍຊັດເຈນໃນໄລຍະຍາວ.
  • ການຍອມຮັບຄວາມຜິດຢ່າງຈິງໃຈ ແລະ ພ້ອມປັບໂຕແມ່ນເພື່ອຮັກສາຄວາມສຳພັນຂອງເຮົາໃຫ້ຍືນຍາວ.

ຄວາມຢ້ານທີ່ຈະສູນເສຍ ກໍເປັນໂຕເຕືອນສະຕິໃຫ້ເຮົາຮັກສາຫົວໃຈກັນໃຫ້ດີກວ່າເກົ່າ…

ໃນບາງຄັ້ງເຮົາອາດຈະເຄີຍເຮັດຜິດພາດກັບຄົນສຳຄັນທີ່ສຸດໄປ ຈົນບາງເທື່ອກໍບໍ່ຮູ້ຈະແກ້ໄຂແນວໃດ ໄດ້ແຕ່ຂໍໂອກາດໃຫ້ໄດ້ກັບມາແກ້ໄຂໃນເລື່ອງຄວາມສຳພັນຂອງເຮົາ ແລະ ຢາກເຮັດໃຫ້ມັນດີຂຶ້ນເລື້ອຍໆ.

ຫຼາຍຄົນອາດຈະເຄີຍເປັນ, ຕອນທີ່ຢູ່ກັບຄົນທີ່ເຮົາຮັກ ບາງເທື່ອເຮົາກໍຫຼົງລືມເຂົາຈົນລະເລີຍຄວາມຮູ້ສຶກກັນໄປ ແລະ ເຮັດໃຫ້ເຂົາເຈັບປວດໂດຍບໍ່ຮູ້ໂຕ. ຖ້າໃຜຍັງຕິດຢູ່ກັບຄວາມຮູ້ສຶກແບບນີ້ ຢາກໃຫ້ລອງໄປຟັງເພງ Trippin (I know this feeling) ຂອງ MCBK RightHere ເບິ່ງ, ແລ້ວຈະຮູ້ນິຍາມຂອງຄວາມຮັກ ແລະ ການຂໍໂທດທີ່ຈິງໃຈຫຼາຍຂຶ້ນ.

ເພງນີ້ເປັນການເລົ່າເລື່ອງຄວາມຮັກຂອງຄົນໆໜຶ່ງທີ່ຢາກບອກຮັກ ແລະ ຂໍໂທດຄົນສຳຄັນຈາກໃຈ. ໃນອະດີດລາວອາດຈະເຄີຍເຮັດຜິດພາດ, ເຄີຍລະເລີຍ ຫຼື ບໍ່ໄດ້ສະແດງຄວາມຫ່ວງໃຍຫຼາຍເທົ່າທີ່ຄວນ. ແຕ່ເລິກໆໃນໃຈແລ້ວ ຄວາມຮັກທີ່ມີໃຫ້ແມ່ນບໍ່ເຄີຍຫຼຸດລົງເລີຍ, ບໍ່ວ່າເວລາຈະຜ່ານໄປດົນປານໃດ ຫຼື ໄລຍະທາງຈະຫ່າງໄກກັນຊ່ຳໃດກໍຕາມ.

ອ່ານຕື່ມ:  ພ້ອມບໍ່ທີ່ຈະດຳດິ່ງສູ່ໂລກແຫ່ງຄວາມຝັນທີ່ບໍ່ເປັນຈິງກັບ ເພງ "ເປັນພຽງຝັນ" ຈາກ BAY6IX ແລະ LALA

ສິ່ງທີ່ເຮັດໃຫ້ ມ່ວນຊວນຟັງ ຮູ້ສຶກຊຶ້ງໃຈຫຼາຍກໍແມ່ນການທີ່ MCBK RightHere ໄດ້ເລົ່າ ແລະ ປຽບທຽບເຖິງຄົນຮັກເປັນຄື ແສງສະຫວ່າງໃນການເດີນທາງຂອງຊີວິດ. ການເດີນທາງນີ້ອາດມີຊ່ວງທີ່ມືດມົນ ແຕ່ການມີອີກຄົນຄອຍນຳທາງ ແລະ ໃຫ້ຄວາມອົບອຸ່ນ ມັນເຮັດໃຫ້ຮູ້ວ່າຄົນໆນີ້ແມ່ນຄົນດຽວທີ່ຄອງໃຈລາວມາໂດຍຕະຫຼອດ.

ທຳນອງ ແລະ ເນື້ອຫາເພງສະແດງໃຫ້ເຫັນເຖິງຄວາມຢ້ານ, ຢ້ານທີ່ຈະສູນເສຍຄົນຮັກໄປ. ຄວາມຢ້ານນີ້ເອງທີ່ເປັນໂຕເຕືອນສະຕິໃຫ້ຕ້ອງຫັນມາເຫັນຄຸນຄ່າ, ເອົາໃຈໃສ່ ແລະ ດູແລຫົວໃຈຂອງກັນໃນທຸກວິນາທີ. ມັນຄືການຍອມຮັບຄວາມຜິດຢ່າງຈິງໃຈ, ພ້ອມທີ່ຈະປັບໂຕ ເພາະຮູ້ດີວ່າທຸກຢ່າງທີ່ເຮັດໄປ ກໍເພື່ອຮັກສາຄວາມສຳພັນຂອງ “ເຮົາ” ເອົາໄວ້.

ນອກຈາກຄວາມຊື່ສັດທີ່ບໍ່ເຄີຍປ່ຽນແປງແລ້ວ ໃນເພງຍັງມີການປຽບທຽບຄວາມຮັກກັບແຫວນທີ່ສວມໃສ່ນິ້ວນາງ ເຊິ່ງມັນສະທ້ອນໃຫ້ເຫັນເຖິງຄວາມຮັກທີ່ມີເປົ້າໝາຍຊັດເຈນ, ຄວາມມຸ່ງໝັ້ນທີ່ຈະຄຽງຄູ່ ແລະ ສ້າງອະນາຄົດຮ່ວມກັນໃນໄລຍະຍາວ.

ຖ້າທຸກຄົນໄດ້ອ່ານບົດຄວາມນີ້ແລ້ວຮູ້ສຶກອິນຕາມ ຢາກໃຫ້ລອງກົດເຂົ້າໄປຟັງເພງເຕັມ ເພື່ອຊຶມຊັບບັນຍາກາດ ແລະ ຄວາມຮູ້ສຶກດີໆນີ້ໄປນຳກັນເດີ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.