ໝົດຍຸກຄ້າຍເພງເປັນເຈົ້ານາຍ ພາສ່ອງໂມເດວ ‘ເຄິ່ງເກົ້າ ກຣຸບ’ ທີ່ວົງການເພງລາວຕ້ອງຮູ້

ແບ່ງປັນ

ໝົດຍຸກຄ້າຍເພງເປັນເຈົ້ານາຍ ພາສ່ອງໂມເດວ ‘ເຄິ່ງເກົ້າ ກຣຸບ’ ທີ່ວົງການເພງລາວຕ້ອງຮູ້

28 May 2026 37
AI Summarized

Key Takeaways:

  • ໂອມ Cocktail ໄດ້ເປີດໂຕ "ເຄິ່ງເກົ້າ ກຣຸບ" (Kruengkao Group) ເຊິ່ງເປັນຄ້າຍເພງທີ່ບໍ່ໄດ້ຮັບການສ້າງຕັ້ງຂຶ້ນຕາມລະບົບເກົ່າ ແຕ່ເປັນການສ້າງລະບົບນິເວດດົນຕີທີ່ເປັນທໍາ ແລະ ຍືນຍົງ.
  • ຈຸດເດັ່ນຂອງ"ເຄິ່ງເກົ້າ ກຣຸບ" ຄືການປ່ຽນຮູບແບບການເຮັດວຽກຂອງຄ້າຍເພງ ຈາກ "ຜູ້ອຸປະຖຳ" ມາເປັນ "ຜູ້ໃຫ້ບໍລິການ" (Service Provider) ທີ່ສະໜັບສະໜູນສິລະປິນ.
  • "ເຄິ່ງເກົ້າ ກຣຸບ" ໄດ້ກຳນົດ 4 ເສົາຫຼັກຄື: 1. ສິລະປິນຄື Partner 2. ຈັດການເລື່ອງວຸ້ນວາຍໃຫ້ຢ່າງມືອາຊີບ 3. ຄວາມໂປ່ງໃສຄືຫົວໃຈຫຼັກ 4. ຄືນສິດຄວາມເປັນເຈົ້າຂອງໃນຜົນງານໃຫ້ຜູ້ສ້າງສັນ.
  • "ເຄິ່ງເກົ້າ ກຣຸບ" ໄດ້ແບ່ງການບໍລິຫານອອກເປັນ 4 ຄ້າຍຍ່ອຍຄື: MACHg, 9 Arkkhan, BRIDGE, ແລະ ENNEAD ເພື່ອຕອບສະໜອງແນວດົນຕີທີ່ຫຼາກຫຼາຍ.
  • ອຸດສາຫະກຳດົນຕີລາວສາມາດຮຽນຮູ້ແນວຄິດ "ຄວາມຢືດຢຸ່ນ ແລະ ຄວາມເປັນທໍາ" ຈາກ "ເຄິ່ງເກົ້າ ກຣຸບ" ເພື່ອສ້າງການເຕີບໂຕທີ່ແຂງແຮງ ແລະ ປ້ອງກັນບັນຫາຂັດແຍ້ງໃນອະນາຄົດ.

ໃນຍຸກທີ່ສິລະປິນອິດສະຫຼະເກີດຂຶ້ນຄືກັບດອກເຫັດ, ຄຳຖາມທີ່ວ່າ ຄ້າຍເພງຍັງຈຳເປັນຢູ່ບໍ່? ກາຍເປັນໂຈດໃຫຍ່ທີ່ຄົນເຮັດເພງທົ່ວໂລກກຳລັງຊອກຫາຄຳຕອບ. ລວມເຖິງວົງການດົນຕີໄທ ທີ່ຫຼ້າສຸດ ໂອມ Cocktail (ປັນທະພົນ ປຣະສານຣາຊະກິດ) ສິລະປິນ ແລະ ນັກບໍລິຫານວິໄສທັດໄກ ໄດ້ອອກມາສ້າງແຮງສັ່ນສະເທືອນຄັ້ງໃໝ່ດ້ວຍການເປີດໂຕ “ເຄິ່ງເກົ້າ ກຣຸບ” (Kruengkao Group).

ອ່ານຕື່ມ:  ຮູ້ຈັກ AiiLA ສິລະປິນໜຸ່ມຈາກຫຼວງນໍ້າທາ ຜູ້ຢາກສົ່ງຕໍ່ຄວາມເປັນລາວສູ່ສາຍຕາໂລກດ້ວຍສຽງເພງ

ນີ້ບໍ່ແມ່ນພຽງແຕ່ການເປີດຄ້າຍເພງໃໝ່ທົ່ວໄປ ແຕ່ມັນຄືການຮື້ຖອນກະຕິກາເກົ່າໆ ເພື່ອສ້າງລະບົບນິເວດດົນຕີທີ່ເປັນທຳ ແລະ ຍືນຍົງ. ເຮົາເຊື່ອວ່າ ນີ້ຄືບົດຮຽນທີ່ຄ້າຍເພງ ແລະ ສິລະປິນໃນລາວເຮົາສາມາດນຳມາຖອດລະຫັດເພື່ອປັບໃຊ້ໄດ້ບໍ່ທາງໃດກໍທາງໜຶ່ງ.

ຈາກ “ຜູ້ອຸປະຖຳ” ສູ່ “ຜູ້ໃຫ້ບໍລິການ”

ຈຸດເດັ່ນທີ່ສຸດຂອງ ເຄິ່ງເກົ້າ ກຣຸບ ຄືການປ່ຽນ Mindset ຂອງຄ້າຍເພງ ຈາກການເປັນ ຜູ້ມີພະຄຸນ ທີ່ຄອຍກຳນົດທຸກຢ່າງ ມາເປັນ Service Provider ຫຼື ຜູ້ໃຫ້ບໍລິການ ທີ່ສະໜັບສະໜຸນສິລະປິນ.

ໃນນີ້ ມີ 4 ເສົາຫຼັກທີ່ໜ້າສົນໃຈຄື:

  • ສິລະປິນຄື Partner ບໍ່ແມ່ນ ລູກນ້ອງ: ຄ້າຍຈະເບິ່ງສິລະປິນເປັນຄູ່ຄ້າ ແລະ ລູກຄ້າຄົນສຳຄັນ ທີ່ພ້ອມຈະເຕີບໂຕໄປນຳກັນແບບເທົ່າທຽມ ໂດຍການອອກແບບການສະໜັບສະໜຸນໃຫ້ເໝາະກັບຕົວຕົນຂອງແຕ່ລະຄົນແທ້ໆ.
  • ຈັດການເລື່ອງປວດຫົວໃຫ້ຢ່າງມືອາຊີບ: ປ່ອຍໃຫ້ສິລະປິນສ້າງສັນຜົນງານໄດ້ 100% ເພາະຄ້າຍຈະເບິ່ງແຍງເລື່ອງການຕະຫຼາດ, ບັນຊີ, ກົດໝາຍ ໄປຈົນເຖິງການຜະລິດຄອນເສີດ ແລະ ອີເວັນຕ່າງໆ ໃຫ້ແບບຄົບວົງຈອນ.
  • ຄວາມໂປ່ງໃສຄືຫົວໃຈຫຼັກ: ຄ້າຍຈະມີລະບົບດິຈິຕອລໃຫ້ສິລະປິນເຂົ້າເບິ່ງລາຍໄດ້ ແລະ ລິຂະສິດຂອງຕົນເອງໄດ້ແບບ Real-time. ໝົດບັນຫາເລື່ອງຜົນປະໂຫຍດທີ່ບໍ່ຊັດເຈນ ເຊິ່ງເປັນບັນຫາຄລາດສິກຂອງວົງການເພງ.
  • ຄືນສິດຄວາມເປັນເຈົ້າຂອງໃນຜົນງານໃຫ້ຜູ້ສ້າງສັນ: ນີ້ຄືຈຸດທີ່ເດັ່ນຂອງຄ້າຍເລີຍ ເພາະຄ້າຍບໍ່ຈຳເປັນຕ້ອງເປັນເຈົ້າຂອງລິຂະສິດເພງຕະຫຼອດໄປ. ເມື່ອເຖິງຈຸດຄຸ້ມທຶນ ສິລະປິນສາມາດເຈລະຈາ ແລະ ຕົກລົງໄດ້ວ່າຈະໃຫ້ໃຜເປັນຜູ້ເບິ່ງແຍງລິຂະສິດຕໍ່ໄປ ເພື່ອໃຫ້ສິດຄວາມເປັນເຈົ້າຂອງກັບຄືນສູ່ຜູ້ປະພັນຢ່າງແທ້ຈິງ.

4 ຄ້າຍຍ່ອຍ 34 ຊີວິດ ອານາຈັກທີ່ຫຼາກຫຼາຍໃນແນວເພງ

ໃນການເປີດໂຕຄັ້ງນີ້ ເຄິ່ງເກົ້າ ກຣຸບ ຍັງໄດ້ແບ່ງການບໍລິຫານອອກເປັນ 4 ຄ້າຍຍ່ອຍ ເພື່ອຕອບໂຈດແນວດົນຕີທີ່ແຕກຕ່າງ ເຊັ່ນ:

  1. MACHg: ສາຍໄທຮ່ວມສະໄໝ ນຳທັບໂດຍ ກ້ອງ ຫ້ວຍໄຣ່ ພ້ອມດ້ວຍສິລະປິນສາຍພະລັງຄື ໃໝ່ ພັດຊະລີ, ປາງ ປາງທິບ, ກໍກີ້ ກະວິດສະຣາ, VIEW VALNIKA , CHACHOM SAOWAKHON , NOOM JAISAEN
  2. 9 Arkkhan: ຄຸມບັງຫຽນໂດຍ ຈ໋າຍ TaitosmitH ທີ່ລວມເອົາສິລະປິນຄຸນນະພາບສາຍເພື່ອຊີວິດຍຸກໃໝ່ໄວ້ຢ່າງແໜ້ນໜາ ເຊັ່ນ: LITTLE JOHN , manutsawee , ວິຈິດຊົນ, ມານົບ, Gandharva , ສາມານ, PINKIE
  3. BRIDGE (ບຣິດ): ຄ້າຍເຮືອທຸງທີ່ລວມເອົາໄອດໍຂອງໄວລຸ້ນໄວ້ຫຼາຍທີ່ສຸດ ເຊັ່ນ: Three Man Down, Tilly Birds, ASIA7, FLURE , The Darkest Romance , AYLA’s , ASIA7 , Jigsaw Story , Hard Boy , ADORA , NINEOKMAI , QEETHA , Famoso , Par-T, fit aroon, M DAOSAI, ossey , AYEJAY , Dena Euprasert , miller
  4. ENNEAD: ຄ້າຍນ້ອງໃໝ່ທີ່ເນັ້ນຊຸກຍູ້ຄົນດັງໃນວົງການບັນເທີງ ໃຫ້ມີຜົນງານເພງທີ່ມີຄຸນນະພາບເປັນຂອງຕົນເອງ.
ອ່ານຕື່ມ:  AiiLA ປ່ອຍເພງໃໝ່ ຊວນສຳຜັດຄວາມຮັກທີ່ດີຕໍ່ໃຈໃນ Magic Luang Prabang

ອຸດສາຫະກຳດົນຕີລາວຮຽນຮູ້ຫຍັງໄດ້ແດ່ຈາກເລື່ອງນີ້?

ດ້ວຍຄວາມໃກ້ຊິດທາງດ້ານພາສາ ແລະ ວັດທະນະທຳ, ສິ່ງທີ່ເກີດຂຶ້ນໃນໄທ ມັກຈະສົ່ງຜົນກະທົບເຖິງບ້ານເຮົາສະເໝີ. ສຳລັບຄ້າຍເພງໃນລາວ ຫຼື ສິລະປິນລາວທີ່ກຳລັງສ້າງໂຕ, ແນວຄິດ ຄວາມຢືດຢຸ່ນ ແລະ ຄວາມເປັນທຳ ຂອງ ໂອມ Cocktail ຄືສິ່ງທີ່ໜ້າຮຽນຮູ້ທີ່ສຸດ.

ການສ້າງຄວາມສະບາຍໃຈໃຫ້ກັບຄົນເຮັດວຽກ ແລະ ການກ້າປ່ຽນແປງກົດເກນເກົ່າໆ ໃຫ້ທັນຍຸກສະໄໝ ຈະເປັນກະແຈສຳຄັນທີ່ເຮັດໃຫ້ອຸດສາຫະກຳດົນຕີລາວເຕີບໂຕໄດ້ຢ່າງແຂງແຮງ ແລະ ບໍ່ເກີດບັນຫາຂັດແຍ້ງໃນອະນາຄົດ.

ເຮົາເຊື່ອວ່າ ຖ້າເຮົາສາມາດສ້າງລະບົບທີ່ສິລະປິນຮູ້ສຶກປອດໄພ ແລະ ໄດ້ຮັບຄວາມເປັນທຳ, ເຮົາຈະໄດ້ເຫັນຜົນງານເພງລາວທີ່ມີຄຸນນະພາບ ແລະ ມີພະລັງອອກມາສູ່ສັງຄົມຫຼາຍຂຶ້ນຢ່າງແນ່ນອນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.