ເປັນປະໂຫຍກທີ່ໃຜກໍບໍ່ຢາກເວົ້າມັນອອກມາ, ແຕ່ພໍມາຮອດຈຸດໜຶ່ງແລ້ວນັ້ນມັນກໍຕ້ອງບອກກັບຕົວເອງວ່າ “ຕ້ອງຢູ່ໃຫ້ໄດ້” ເມື່ອມັນບໍ່ມີເຈົ້າແລ້ວ, ຄວາມຮັກທີ່ເຫຼືອຢູ່ມັນບໍ່ເຫຼືອແລ້ວດົນສ່ຳໃດທີ່ຕ້ອງເສຍນ້ຳຕາ, ການເດີນທາງມັນໄດ້ຮອດທາງຕັນ ແລະ ມັນສິ້ນສຸດລົງແລ້ວ.
ເລີ່ມສຽງດົນຕີຂຶ້ນມາກໍເສົ້າແລ້ວ PHOENIX BOII ແລະ PT FLOW ໄດ້ປ່ອຍເພງໃໝ່ “ຢູ່ໃຫ້ໄດ້” ທີ່ທັງສອງໄດ້ອອກມາເລົ່າເລື່ອງລາວຄວາມຮັກຜ່ານສຽງຮ້ອງ-ສຽງແຣັບທີ່ໃຫ້ອາລົມອົກຫັກໂຫຍຫາກັບການຈົບຄວາມສຳພັນໃນບົດເພງ.
PHOENIX BOII ແລະ PT FLOW ທັງສອງເຄີຍໄດ້ຮ່ວມຜົນງານກັນມາແລ້ວ ເພງ ”ເທບທິດາ ” ກໍເປັນເພງທີ່ມີຄວາມຫວານຊ່ຳສົດໃສມີເອກະລັກ, ພໍມາຮອດເພງ “ຢູ່ໃຫ້ໄດ້” ກໍເຮັດໃຫ້ເຫັນມຸມມອງໃໝ່ໆກ່ຽວກັບຄວາມຮັກຂອງທັງສອງຄົນເລີຍກໍວ່າໄດ້
ໃຜທີ່ກຳລັງຫາເພງເສົ້າໆ-ອົກຫັກຟັງກັນຢູ່ຕ້ອງລອງຟັງເລີຍ, ນັ່ງຟັງເພີນໆກັນ ເພງ “ຢູ່ໃຫ້ໄດ້” PHOENIX BOII ft PT FLOW