ໃຜວ່າອາສູນຈະມີແຟນບໍ່ໄດ້? ສຳຜັດຄວາມໜ້າຮັກທີ່ຈິງໃຈໃນ ອາສູນຕິດປີກ ໂດຍ PHOENIX BOII ft Dane Amar

Highlights
- ການຮ່ວມງານສຸດພິເສດລະຫວ່າງ PHOENIX BOII ແລະ Dane Amar (ເຈົ້າຂອງເພງດັງ Green tea & Honey) ທີ່ປະສົມປະສານກິ່ນອາຍ R&B ແລະ Hip-Hop ໄດ້ຢ່າງກົມກ່ອມ ແລະ ຕິດຫູ.
- ເນື້ອຫາເພງທີ່ປຽບທຽບອາສູນໃນພາບລັກແບບໃໝ່ໃຫ້ເຂົ້າໃຈໃນມຸມມອງຄົນທີ່ມີຄວາມຈິງໃຈ ພ້ອມຈະຕິດປີກບິນໄປຫາຄົນທີ່ຮັກ ເຖິງພາບລັກພາຍນອກຈະບໍ່ສົມບູນແບບ ແຕ່ເລື່ອງຄວາມຮັກແມ່ນໃຫ້ເຕັມຮ້ອຍ.
- MV ສຸດໜ້າຮັກໂດຍຝີມືຜູ້ກຳກັບ ພົງສະຫວັນ ແສງອາຄົມ ທີ່ມາໃນຄອນເຊັບການຖ່າຍທຳແບບຊ້ອນກ້ອງ ເຜີຍໃຫ້ເຫັນເບື້ອງຫຼັງກອງຖ່າຍທີ່ເຕັມໄປດ້ວຍສະເໜ່ ແລະ ຄວາມໜ້າຮັກແບບໃໝ່ໆ.
ຖ້າກຳລັງສົນໃຈໃຜຢູ່ສົ່ງເພງນີ້ໄປຈີບເລີຍ ເພາະມັນໜ້າຮັກແຮງທຸກຄົນ! ມ່ວນຊວນຟັງ ໄດ້ນຳເພງຈີບສະໄຕລ໌ Gen Z ທີ່ໃຊ້ຄຳສັບໄວຮຸ່ນເທ່ໆມາຝາກທຸກຄົນ ຮັບຮອງວ່າສາມາດຮ້ອງຕາມໄດ້ແນ່ນອນ.
ອາສູນຕິດປີກ ຮ້ອງໂດຍ PHOENIX BOII ໄດ້ດຶງເອົາ Dane Amar ສິລະປິນລາວ-ອາເມກາ ມາຮ່ວມໂປຣເຈັກ (Project) ເຮັດໃຫ້ໂຕເພງມີບັນຍາກາດຂອງຄວາມໜ້າຮັກສົດໃສດ້ວຍແນວເພງ Hip-Hop/R&B.

ພາບ: phoenix_boii
Dane Amar ໄດ້ເຂົ້າມາສົ່ງເສີມກິ່ນອາຍ R&B ເຮັດໃຫ້ເປັນເພງທີ່ຟັງງ່າຍ-ຕິດຫູ ແຕ່ຍັງຄົງເອກະລັກຄວາມແທ່ແບບ Hip-Hop ຂອງສາຍແຣັບຄື PHOENIX BOII ຖືວ່າເປັນການຮ່ວມມືທີ່ລົງໂຕສຸດໆຂອງທັງສອງສິລະປິນ.
Dane Amar ສິລະປິນລາວ-ອາເມກາ ຄົນນີ້ມີເພງທີ່ເປັນທີ່ນິຍົມ ແລະ ເຮັດໃຫ້ເປັນທີ່ຮູ້ຈັກໃນຊ່ອງຍູທູບຂອງລາວກໍຄືເພງ SABAI ແລະ Green tea & Honey.

ພາບ: daneamar
ເພງນີ້ຍັງໄດ້ຜູ້ກຳກັບສາຍອາດ (Artist) ຄື ພົງສະຫວັນ ແສງອາຄົມ ທີ່ມາໄດ້ມາຊ່ວຍເຮັດໃຫ້ MV ມີຄວາມໜ້າຮັກຂຶ້ນໄປອີກຫຼາຍເທົ່າ ດ້ວຍມຸມມອງການເລົ່າເລື່ອງລາວໃໝ່ໆທີ່ເຮັດໃຫ້ທຸກຄົນສາມາດເຂົ້າເຖິງບັນຍາກາດໃນກອງຖ່າຍໂຄສະນາ.
ເນື້ອຫາຂອງເພງໄດ້ມີການປຽບທຽບໂຕເອງເປັນ ອາສູນຕິດປີກ ທີ່ໝາຍເຖິງຄົນທີ່ມີຮູບລັກສະນະພາຍນອກອາດຈະເບິ່ງບໍ່ໄດ້ມີພາບລັກທີ່ດູດີ, ບໍ່ສົມບູນແບບ ຫຼື ເບິ່ງຄືແບດບອຍ (Bad Boy) ແຕ່ກໍມີຄວາມຈິງໃຈໃຫ້ກັນ ແລະ ພ້ອມຈະຕິດປີກເພື່ອບິນໄປຫາຄົນທີ່ໂຕເອງຕົກຂຸມຮັກ.
ດ້ວຍຄວາມທີ່ເປັນເພງສົດໃສອອກແນວໜ້າຮັກທາງສັງກັດ Nemo Records ເລີຍມີຈຸດປະສົງຢາກເຮັດ MV ທີ່ຍັງບໍ່ຄ່ອຍມີໃຜໄດ້ເຮັດໂດຍທີ່ ຜູ້ກຳກັບ ແລະ ໂປຣດິວເຊີ ເລີຍເລືອກຄອນເຊັບການຖ່າຍທຳແບບຊ້ອນກ້ອງ ແລະ ເຮັດໃຫ້ໄດ້ເຫັນມຸມມອງຂອງຄົນທີ່ຮັບບົດບາດເປັນອາສູນມີໜ້າຮັກຫຼາຍທີ່ສຸດ
ເວົ້າລວມໆແລ້ວກໍຄື Story ຂອງເພງກໍເປັນເລື່ອງວຸ່ນໆຂອງໄວຮຸ່ນກອງຖ່າຍ ຈົນເກີດເປັນສະເໜ່ຮັກສະບັບເຈນຊີ ນັ້ນເອງ.