ໜ້າຮັກສົດໃສບໍ່ມີຢຸດກັບ Chanthida Mild ຫຼື ມາຍ ແຝດຜູ້ເອື້ອຍ, ທີ່ໄດ້ເຄີຍຮ່ວມຮ້ອງ ແລະ ໄດ້ຝາກຜົນງານໄວ້ໃນເພງ ແພງອ້າຍ, ຢ່າມາລໍ້ລົມ ແລະ ເພງອື່ນໆ. ມື້ນີ້ກໍໄດ້ກັບມາພ້ອມດ້ວຍເພງໃໝ່ “ຄົນບໍ່ຄຸ້ນເຄີຍ” ທີ່ໄດ້ HEO VVK ມາຮ່ວມ ft. ແລະ ແຕ່ງເພງໃຫ້.
ເພງນີ້ດົນຕີແມ່ນມີຄວາມ Pop ໃສໆ, ປະສົມກັບສຽງໃສໆຂອງມາຍນັ້ນແຮງເຮັດໃຫ້ເປັນຕາຟັງກວ່າເກົ່າ. ໃນເອັມວີເພງຍັງໄດ້ເວົ້າເຖິງຄົນທີ່ເຂົ້າມາຈີບມາຍ ແຕ່ບາງທີຢູ່ໆກໍຫາຍໄປຈົນຄິດວ່າຈະມາຮັກແທ້ ແລະ ຈິງຈັງຢູ່ບໍ? ຫຼື ຈະມາຫຼອກລວງກັນ, ຈົນເກີດປະໂຫຍກໃນເນຶ້ອເພງທີ່ວ່າ “ມາເຮັດຂວາງໆ ຈົ່ງອອກໄປເລີຍ ຂ້ອຍບໍ່ຕ້ອງການ”
ຄົນທີ່ກຳລັງເຈິສະຖານະການ ຫຼື ຖືກຄົນທີ່ລົມຢູ່ກຳລັງເຮັດນິໄສແບບນີ້ໃສ່ເຈົ້າຢູ່, ໃຫ້ສົ່ງເພງນີ້ໄປ ແລະ ຖາມຫາເຫດຜົນທີ່ເຂົາເຂົ້າມາເລີຍ, ເພາະຖ້າຈະຮັກກັນມັນຕ້ອງຊັດເຈນເດີ.
ໂດຍ: ທີມບັນນາທິການ Muan