ຫຼື ນີ້ຈະເປັນເພງແກ້ເຄັດ? ຖອດລະຫັດເພງໃໝ່ຂອງ ເທເລີ ສະວິຟ ປະກອບ Toy Story 5

ແບ່ງປັນ

ຫຼື ນີ້ຈະເປັນເພງແກ້ເຄັດ? ຖອດລະຫັດເພງໃໝ່ຂອງ ເທເລີ ສະວິຟ ປະກອບ Toy Story 5

02 June 2026 12
AI Summarized

Key Takeaways:

  • Taylor Swift ໄດ້ອອກມາຢືນຢັນການຮ້ອງເພງປະກອບໜັງເລື່ອງ Toy Story 5 ດ້ວຍຕົນເອງ ຫລັງຈາກມີຂ່າວລື.
  • ເພງປະກອບມີຊື່ວ່າ “I Knew It, I Knew You” ຈະປ່ອຍໃນວັນທີ 5 ມິຖຸນາ 2026, ກ່ອນໜັງອອກສາຍ 19 ມິຖຸນາ.
  • Taylor Swift ເປີດເຜີຍວ່າ ການໄດ້ຮ້ອງເພງໃຫ້ Toy Story ເປັນຄວາມຝັນຕັ້ງແຕ່ອາຍຸ 5 ປີ.
  • ເພງນີ້ຈະກັບມາສູ່ຮາກເຫງົ້າດົນຕີ Country ຂອງ Taylor Swift ແລະ ໄດ້ຮ່ວມງານກັບ Jack Antonoff.
  • ມີການຕັ້ງຂໍ້ສັງເກດວ່າ ບົດບາດຂອງ Jessie ທີ່ເປັນຜູ້ນຳໃນ Toy Story 5 ເໝາະກັບ Taylor Swift ຜູ້ເປັນຜູ້ນຳໃນວົງການເພງ.

ສິ້ນສຸດການລໍຄອຍ ຫຼັງຈາກທີ່ Swifties ຊ່າງສັງເກດທົ່ວໂລກຄາດເດົາກັນມາຊ່ວງໜຶ່ງ ຈາກປົມກ້ອນເມກໃນໜ້າປົກອາລະບຳ 1989 ທີ່ປ່ຽນໃໝ່ ທີ່ໄປກົງກັບຮູບໂຄສະນາຂອງ Toy Story 5… ລວມເຖິງໂຕອັກສອນຫຍໍ້ TS ຈາກຮູບໂຄສະນາທາງການຂອງໜັງເລື່ອງນີ້, ໃນທີ່ສຸດ Taylor Swift (ເທເລີ ສະວິຟ) ກໍອອກມາຄອນເຟີມດ້ວຍໂຕເອງແລ້ວວ່າ ແມ່ນແລ້ວ ຕົນເອງມີເພງປະກອບໜັງເລື່ອງນີ້ແທ້.

ອ່ານຕື່ມ:  ໄຂຂໍ້ສົງໄສ: ເປັນຫຍັງເພງ Wildflower ຂອງ Billie Eilish ຈຶ່ງຊະນະ Grammys 2026 ທັງທີ່ປ່ອຍຕັ້ງແຕ່ກາງປີ 2024?

ເພງນີ້ມີຊື່ວ່າ “I Knew It, I Knew You” ເຊິ່ງຈະປ່ອຍໃຫ້ຟັງກັນໃນວັນທີ 5 ມິຖຸນາ 2026 ນີ້ ກ່ອນໜັງຈະເຂົ້າສາຍໃນວັນທີ 19 ມິຖຸນາ.

ເພງນີ້ຄືຄວາມຝັນຂອງເດັກນ້ອຍອາຍຸ 5 ປີ

Taylor ໄດ້ໂພສເລົ່າຄວາມໃນໃຈວ່າ: “ມັນຄື Toy Story… ຂ້ອຍຝັນມາຕະຫຼອດວ່າຈະໄດ້ຂຽນເພງໃຫ້ຕົວລະຄອນເຫຼົ່ານີ້ ທີ່ຂ້ອຍຮັກມາຕັ້ງແຕ່ອາຍຸ 5 ປີ ທີ່ຕອນນັ້ນນັ່ງເບິ່ງໜັງ Toy Story ເປັນຄັ້ງທຳອິດ“.

ຈາກເດັກນ້ອຍທີ່ນັ່ງເບິ່ງໜັງ ສູ່ສິລະປິນລະດັບໂລກທີ່ໄດ້ມາຮ້ອງເພງໃຫ້ໜັງທີ່ຕົວເອງຮັກ. ທີ່ພິເສດໄປກວ່ານັ້ນ ເພງນີ້ແມ່ນການກັບມາໃຊ້ຮາກເຫງົ້າດົນຕີ Country ເຊິ່ງເປັນຕົວຕົນເດີມຂອງລາວຕັ້ງແຕ່ປີ 2006 ພ້ອມກັບການຮ່ວມງານກັບຄູ່ຫູຄົນເກັ່ງ Jack Antonoff. ຄາດວ່າເພງນີ້ຄົງຈະອົບອຸ່ນ ແລະ ເຕັມໄປດ້ວຍຄວາມຊົງຈຳ.

ຄວາມເຊື່ອມໂຍງກັບຜູ້ນຳໃນໂລກຂອງຫຼິ້ນ

ມີຄົນຕັ້ງຂໍ້ສັງເກດທີ່ໜ້າສົນໃຈຫຼາຍວ່າ ການທີ່ Taylor ມາເຮັດເພງໃຫ້ Toy Story 5 ເຊິ່ງເປັນພາກທີ່ Jessie ໜຶ່ງໃນຂອງຫຼິ້ນທີ່ເປັນຜູ້ຍິງ ຕ້ອງມາຮັບບົດເປັນຜູ້ນຳກຸ່ມຂອງຫຼິ້ນ ຫຼັງຈາກທີ່ Teddy ຜູ້ນຳຄົນກ່ອນຈາກໄປເພື່ອຊອກຫາທາງຂອງຕົນເອງ ມັນເໝາະກັບ ເທເລີ ແທ້ໆ ເພາະໃນໂລກດົນຕີ Taylor ກໍຄືຜູ້ນຳທີ່ສ້າງແຮງບັນດານໃຈໃຫ້ຜູ້ຍິງ ແລະ ສິລະປິນທົ່ວໂລກມາໂດຍຕະຫຼອດ.

ຫຼື ນີ້ຈະເປັນການແກ້ເຄັດ?

ແຟນເພງມີການເວົ້າຢອກວ່າ ນີ້ອາດເປັນການແກ້ເຄັດກໍເປັນໄປໄດ້ (555) ເພາະທີ່ຜ່ານມາ ເວລາ Taylor ປ່ອຍເພງໃໝ່ ມັກຈະໄປຕຳກັບເພງດັງຈາກແອນິເມຊັນ ຕົວຢ່າງເຊັ່ນ: Let It Go ຈາກ Frozen, We Don’t Talk About Bruno ຈາກ Encanto ຫຼື Golden ຈາກ KPop Demon Hunters ຈົນຕ້ອງໄດ້ຟາດຟັນກັນໃນ Chart. ມາເທື່ອນີ້ ເລີຍມາເຮັດເອງໃຫ້ມັນຈົບໆໄປເລີຍ (ຢອກເດີ 555).

ອ່ານຕື່ມ:  ຈາກລາດ້ວຍຄວາມເຂົ້າໃຈ ສຳຜັດໄດ້ໃນເພງ "ພົບກັນ ຜູກພັນ ຈາກລາ" ໂດຍ ກວາງ ດວງລຶໄທ ft ເທ່ ຈຳປາສັກ

ແນວໃດກໍຕາມ, ນີ້ບໍ່ແມ່ນເທື່ອທຳອິດທີ່ເພງຂອງລາວຖືກໃຊ້ເຂົ້າປະກອບຮູບເງົາແອນິເມຊັນ ແຕ່ມີຫຼາຍໆເພງທີ່ຖືກໃຊ້ເຂົ້າໃນຮູບເງົາແອນິເມຊັນ ເຊັ່ນ:

  • Shake It Off ໃນ Sing (2016)
  • Welcome to New York ໃນ The Secret Life of Pets (2016)
  • Out of the Woods (Taylor’s Version) ໃນ Migration (2023)
  • Wildest Dreams (Taylor’s Version) ໃນ Spirited Untamed (2021)

ສຳລັບໃຜທີ່ລໍຖ້າຟັງເພງໃໝ່ນີ້ ທັງເວີຊັນ Acoustic ແລະ Piano, ປັກໝຸດລໍຖ້າວັນທີ 5 ມິຖຸນາ 2026 ນີ້ໄດ້ເລີຍ. ສ່ວນໃຜທີ່ເປັນແຟນ Toy Story ກໍກຽມຕົວໃຫ້ພ້ອມ 19 ມິຖຸນານີ້ເຈິກັນໃນໂຮງໜັງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.