ເຕີ໋ ນະວະພົນ ເຮັດໜັງບໍ່ເປັນແທ້ຫວາ? ມາທົບທວນຜົນງານຜ່ານມາຂອງຜູ້ກຳກັບໄທທີ່ “ແຊ່ພາບດົນ” ຈົນເປັນເອກະລັກ

ແບ່ງປັນ

ເຕີ໋ ນະວະພົນ ເຮັດໜັງບໍ່ເປັນແທ້ຫວາ? ມາທົບທວນຜົນງານຜ່ານມາຂອງຜູ້ກຳກັບໄທທີ່ “ແຊ່ພາບດົນ” ຈົນເປັນເອກະລັກ

08 June 2026 52
AI Summarized

Key Takeaways:

  • ຮູບເງົາ “ພະນັກງານໃໝ່ (ຊ່ອຍຮັບໄວ້ພິຈາລະນາ)” (Human Resource) ໂດຍ ເຕີ໋ ນະວະພົນ ທີ່ກຳລັງສາຍໃນ Netflix ໄດ້ຮັບສຽງວິພາກວິຈານກ່ຽວກັບການດຳເນີນເລື່ອງທີ່ຊ້າ ແລະ ການແຊ່ພາບດົນ, ເຊິ່ງເຮັດໃຫ້ຜູ້ເບິ່ງບາງສ່ວນຕັ້ງຄຳຖາມເຖິງວິທີການເຮັດໜັງຂອງຜູ້ກຳກັບ.
  • ຜົນງານຂອງ ເຕີ໋ ນະວະພົນ ມີເອກະລັກທີ່ໂດດເດັ່ນໃນເລື່ອງຄວາມຊ້າ ແລະ ການແຊ່ພາບ ເຊິ່ງເປັນສິ່ງທີ່ແບ່ງແຍກຜູ້ຊົມມາຕັ້ງແຕ່ຜົນງານເລື່ອງທຳອິດໆ ເຊັ່ນ "36" ແລະ "Mary is happy, Mary is happy".
  • ເຖິງແມ່ນວ່າໜັງບາງເລື່ອງຂອງ ເຕີ໋ ນະວະພົນ ເຊັ່ນ "ໄວຮ້າຍ..ຄ້າຍຄືໂກດເຈົ້າ" (Fast and Feel Love) ຈະມີຈັງຫວະທີ່ໄວຕາມມາດຕະຖານທົ່ວໄປ, ແຕ່ການເລົ່າເລື່ອງທີ່ຊ້າ ແລະ ໄຕ່ຕອງຢ່າງລະອຽດກໍຍັງຄົງເປັນອົງປະກອບຫຼັກທີ່ປາກົດໃຫ້ເຫັນໃນຜົນງານຂອງລາວສະເໝີ.
  • ສຽງວິຈານຕໍ່ສະໄຕລ໌ອັນເຊື່ອງຊ້າຂອງ ເຕີ໋ ນະວະພົນ ອາດຈະເກີດຈາກຄວາມຄາດຫວັງຂອງຜູ້ເບິ່ງທີ່ຢາກເຫັນໜັງຈັງຫວະໄວຫຼາຍກວ່າ ເຊິ່ງບໍ່ແມ່ນຂໍ້ບົກຜ່ອງໃນການເຮັດໜັງຂອງລາວແຕ່ຢ່າງໃດ.
  • ຮູບເງົາຂອງ ເຕີ໋ ນະວະພົນ ຄືການທົດລອງທາງສິລະປະທີ່ທ້າທາຍຜູ້ເບິ່ງ ແລະ ເອກະລັກອັນຊັດເຈນຂອງລາວ ເຖິງຈະບໍ່ໄດ້ຮັບຄວາມນິຍົມຈາກທຸກຄົນ ແຕ່ມັນກໍເປັນທາງເລືອກທີ່ຕັ້ງໃຈ ເພື່ອສະທ້ອນເຖິງແນວທາງການເລົ່າເລື່ອງຂອງລາວເອງ.

“ໜັງຢືດ, ແຊ່ພາບດົນ, ດຳເນີນເລື່ອງຊ້າ… ເຮັດໜັງບໍ່ເປັນແລ້ວບໍ?”

ນີ້ຄືຄຳວິຈານທີ່ກຳລັງເດືອດຢູ່ໃນກຸ່ມເບິ່ງໜັງຫຼັງຈາກທີ່ຮູບເງົາເລື່ອງ “ພະນັກງານໃໝ່ (ຊ່ອຍຮັບໄວ້ພິຈາລະນາ)” ຫຼື Human Resource ຂອງ ເຕີ໋ ນະວະພົນ ທຳຣົງຣັດຕະນະຣິດ ປ່ອຍລົງ Netflix ໄດ້ບໍ່ດົນ.

ຫຼາຍຄົນທີ່ຄາດຫວັງໜັງທີ່ມີຈັງຫວະໄວໆ ຕັດຕໍ່ສະຫຼັບໄປມາແບບໜັງກະແສຫຼັກ ອາດຈະຮູ້ສຶກຫງຸດຫງິດກັບວິທີການເລົ່າເລື່ອງຂອງລາວ. ແຕ່ຄຳຖາມທີ່ໜ້າສົນໃຈກວ່າການບອກວ່າ ເຮັດໜັງບໍ່ເປັນ ນັ້ນ ມັນເປັນພຽງ ລາຍເຊັນ ທີ່ລາວຕັ້ງໃຈສ້າງຂຶ້ນມາຕັ້ງແຕ່ຕົ້ນ ຫຼື ມັນຄືຄວາມຜິດພາດກັນແທ້?

ຫຼາຍຄົນເຄີຍໄດ້ຍິນຊື່ຂອງຜູ້ກຳກັບຄົນນີ້ ຈາກຮູບເງົາດັງຫຼາຍເລື່ອງ. ສຳລັບຜູ້ຂຽນເອງ ໄດ້ຮູ້ຈັກລາວແທ້ໆກໍຈາກ “ຮາວທູຖິ້ມ..ຖິ້ມແບບໃດບໍ່ໃຫ້ເຫຼືອເຈົ້າ” ໃນປີ 2019. ຕອນນັ້ນກະແສກໍແຕກເປັນສອງຝ່າຍ ນັ້ນກໍຄື ຄົນທີ່ມັກຄວາມດິບ ແລະ ຄົນທີ່ງົງກັບຄວາມເອື່ອຍ.

ຄວາມຈິງແລ້ວໜັງຂອງ ເຕີ໋ ນະວະພົນ ບໍ່ໄດ້ມີແຕ່ແບບດຽວ ຍັງມີຜົນງານທີ່ຕະຫຼົກເຮຮາ ແລະ ມີຈັງຫວະທີ່ຫຼາຍຄົນມັກ (ແຕ່ກໍບໍ່ໄດ້ຫຼາຍເລື່ອງ). ມື້ນີ້ເຮົາເລີຍຈະພາໄປເບິ່ງກັນວ່າ ຕະຫຼອດໄລຍະເວລາທີ່ລາວເຮັດໜັງຜ່ານມາ ຜົນງານແຕ່ລະເລື່ອງມັນມີລາຍເຊັນແນວໃດ.

ອ່ານຕື່ມ:  15 ຂໍ້ຄິດໃນການສ້າງທຸລະກິດສະຕາດອັບ ຈາກຊີຣີສ໌ Mad Unicorn

ໝາຍເຫດ: ມີແຕ່ເລື່ອງທີ່ລາວກຳກັບເທົ່ານັ້ນ, ບໍ່ໄດ້ລວມເລື່ອງທີ່ລາວຂຽນບົດຢ່າງດຽວ.

36 (2012) – ບໍ່ໄດ້ເຂົ້າລາວ

ຮູບເງົາຄວາມຍາວ 68 ນາທີ ເລື່ອງທຳອິດທີ່ລາວກຳກັບເອງ ເລື່ອງລາວຂອງ ຊາຍ ເຊິ່ງເປັນຜູ້ຄົ້ນຫາສະຖານທີ່ຖ່າຍຮູບເງົາ, ອຸ້ມ ເປັນຝ່າຍກຳກັບສິນ ເບິ່ງແຍງສາກໃນກອງຖ່າຍ ເຊິ່ງທັງສອງເຮັດວຽກຢູ່ໃນບໍລິສັດດຽວກັນ ໃນຊ່ວງເວລາໜຶ່ງ.

ສອງປີຕໍ່ມາ, ຊາຍຍັງເປັນຄົນຫາສະຖານທີ່ຖ່າຍທຳຮູບເງົາຄືເກົ່າ ແຕ່ສິ່ງທີ່ຕ່າງໄປແມ່ນອຸ້ມ ແລະ ຟາຍຕ່າງໆໃນຮາດດິສຂອງຊາຍ ເພາະຮາດດິສນັ້ນເພ, ຄວາມຊົງຈຳຂອງຊາຍຫາຍໄປ. ເລື່ອງລາວການກູ້ຄືນຮາດດິສ ແລະ ຄວາມຊົງຈຳນັ້ນ ຈຶ່ງເລີ່ມຂຶ້ນ ໂດຍຖືກເລົ່າໃນ 36 ຊັອດ.

Mary is happy, Mary is happy (2013) – ບໍ່ໄດ້ເຂົ້າລາວ

ຮູບເງົາເລື່ອງນີ້ສ້າງຂຶ້ນ ໂດຍການນຳເອົາເລື່ອງລາວຈາກທະວິດເຕີຂອງຜູ້ໃຊ້ຊື່ວ່າ @marylony ຈຳນວນ 410 ທະວີດ ມາສ້າງເປັນຮູບເງົາ.

ເລື່ອງລາວຊີວິດໃນເທີມສຸດທ້າຍຂອງນັກຮຽນ ມ. 6 ທີ່ກຳລັງຈະຈົບການສຶກສາ ນັ້ນກໍຄື “ແມຣີ່” ແລະ “ຊູຣິ” ກັບພາລະກິດການເຮັດໜັງສືຮຸ່ນໃຫ້ແລ້ວ. ຮູບເງົາເລື່ອງນີ້ ເນັ້ນເລົ່າເລື່ອງລາວຄວາມສຳພັນ, ມິດຕະພາບ, ຄວາມຮັກ ແລະ ການຕໍ່ສູ້ກັບລະບົບເກົ່າໆ ລວມເຖິງການກ້າວຂ້າມຜ່ານໄວຫົວລ້ຽວຫົວຕໍ່ ໂດຍຜ່ານຕົວລະຄອນຫຼັກ “ແມຣີ່” ແລະ “ຊູຣິ”.

The Master (2014) – ບໍ່ໄດ້ເຂົ້າລາວ

ຮູບເງົາສາລະຄະດີຄວາມຍາວ 82 ນາທີ ເລື່ອງນີ້ ເລົ່າເລື່ອງລາວຂອງຮ້ານ “ແວ່ນວິດີໂອ” ເຊິ່ງເປັນຮ້ານຈຳໜ່າຍວິດີໂອຮູບເງົານອກກະແສຫຼັກ ຈາກຕ່າງປະເທດແບບລະເມີດລິຂະສິດ ທີ່ມີສ່ວນເຮັດໃຫ້ວົງການຮູບເງົາອິດສະລະ (ອິນດີ້) ໃນໄທຈະເລີນເຕີບໂຕໃນເວລາຕໍ່ມາ.

ຮູບເງົານີ້ດຳເນີນເລື່ອງລາວຜ່ານການສຳພາດບຸກຄົນທັງໃນ ແລະ ນອດວົງການຮູບເງົາໄທທີ່ເຄີຍມີສ່ວນກ່ຽວຂ້ອງກັບຮ້ານດັ່ງກ່າວນຳ.

ຟຣີແລນຊ໌..ຫ້າມປ່ວຍ ຫ້າມພັກ ຫ້າມຮັກໝໍ (2015)

ຮູບເງົາເລື່ອງນີ້ ນຳເອົາເລື່ອງລາວຄວາມຈິງຂອງຟຣີແລນຊ໌ສ່ວນໜຶ່ງມາຕີແຜ່ (ເພາະວ່າບາງຈຸດຜູ້ຂຽນເອງເຫັນວ່າກໍຂ້ອນຂ້າງເວີ້ພໍຄວນ ຮະຮະ).

ເນື້ອເລື່ອງຫຼັກ ເປັນເລື່ອງລາວຂອງໜຸ່ມຟຣີແລນຊ໌ຄົນໜຶ່ງ (ຮັບບົດໂດຍ ຊັນນີ້ ສຸວັນເມທານົນ) ທີ່ໂຫມວຽກໜັກຫຼາຍຄົນເຈັບເປັນຂຶ້ນມາ ເລີຍຕ້ອງໄປຫາໝໍ (ຮັບບົດໂດຍ ໃໝ່ ດາວິກາ) ຈົນເຖິງຂັ້ນຕ້ອງໄດ້ປັບປ່ຽນພຶດຕິກຳການໃຊ້ຊີວິດຂອງໂຕເອງໃໝ່.

ເລື່ອງນີ້ຖືວ່າຖືກເວົ້າເຖິງຫຼາຍໃນຕອນນັ້ນ ແລະ ກໍແນ່ນອນວ່າ ກໍຂຶ້ນຊື່ເລື່ອງຂອງການດຳເນີນເລື່ອງທີ່ຊ້າຕາມສະໄຕລ໌ຂອງ ເຕີ໋ ເຮັດໃຫ້ຄົນທີ່ມັກເບິ່ງໜັງແອັກຊັນລະເບີດຕູມຕາມພາກັນບອກວ່າ ມັນຊ້າໂພດ.

Die Tomorrow (2017) – ບໍ່ໄດ້ເຂົ້າສາຍໃນລາວ

ແນ່ນອນວ່າ ເລື່ອງນີ້ມີຄວາມເປັນອິນດີ້ສູງແຮງ ແລະ ບໍ່ໄດ້ເຂົ້າສາຍໃນລາວເຮົາໃນຕອນນັ້ນ.

ອ່ານຕື່ມ:  KPOP Demon Hunters ໄອດອລນັກລ່າຜີສາດ VS ກຸ່ມຜີສາດທີ່ແຝງຕົວມາເປັນບອຍແບນ

Die Tomorrow ຫຼື ຊື່ໃນໄທທີ່ແປເປັນລາວໄດ້ວ່າ “ຕາຍມື້ອື່ນ” ເປັນເລື່ອງລາວທີ່ສ້າງຈາກ 6 ເຫດການການເສຍຊີວິດທີ່ແປກປະຫຼາດເທິງໜ້າໜັງສືພິມມາສ້າງເປັນຮູບເງົາສັ້ນທີ່ບໍ່ມີຈຸດເຊື່ອມໂຍງກັນ ແລະ ສາຍສະຫຼັບກັບສາລະຄະດີວ່າດ້ວຍເລື່ອງມຸມມອງການຕາຍຂອງຄົນແຕກຕ່າງໄວ.

BNK48: Girls Don’t Cry (2018) – ບໍ່ໄດ້ເຂົ້າສາຍໃນລາວ

ຮູບເງົາແນວສາລະຄະດີ ຄວາມຍາວ 108 ນາທີ ເຊິ່ງມີເນື້ອເລື່ອງກ່ຽວກັບວົງ BNK48 ເຊິ່ງເປັນເກີລກຣຸບຊື່ດັງໃນຕອນນັ້ນ ເລົ່າເລື່ອງລາວຕັ້ງແຕ່ກ່ອນເປີດຕົວວົງຈົນເຖິງຊ່ວງຫຼັງມີຊື່ສຽງ ຜ່ານການສຳພາດເມັມເບີ 26 ຄົນ ໂດຍຕັດສະຫຼັບກັບ footage ເບື້ອງຫຼັງທີ່ໜ້ອຍຄົນຈະເຄີຍເຫັນ ເຊິ່ງເປັນວິທີການຫຼັກໃນການເລົ່າເລື່ອງຂອງຮູບເງົາເລື່ອງນີ້.

ຮາວທູຖິ້ມ..ຖິ້ມແບບໃດ ບໍ່ໃຫ້ເຫຼືອເຈົ້າ (2019)

ໜຶ່ງໃນຮູບເງົາຂອງ ເຕີ໋ ນະວະພົນ ທີ່ຜູ້ຂຽນມັກທີ່ສຸດ ອາດຈະດ້ວຍເນື້ອເລື່ອງທີ່ມີຄວາມກ່ຽວຂ້ອງກັບຕົນເອງ ນັ້ນຄື ເປັນເລື່ອງກ່ຽວກັບການມ້ຽນເຮືອນ ໂດຍມີສ່ວນທີ່ກ່າວເຖິງນັກຂຽນປຶ້ມຊາວຍີ່ປຸ່ນຊື່ວ່າ ມາຣິເອະ ຄົນໂດະ ເປັນອົງປະກອບຂອງເລື່ອງນີ້ນຳ ເຊິ່ງຕອນນັ້ນຜູ້ຂຽນເອງກໍກຳລັງອິນກັບການອະນາໄມເຮືອນ ແລະ ອ່ານປຶ້ມຂອງນັກຂຽນຄົນນີ້ພໍດີ.

ແຕ່ເນື້ອເລື່ອງສຳຄັນຂອງເລື່ອງນີ້ແມ່ນ ເລື່ອງລາວຂອງ ຈີນ (ຮັບບົດໂດຍ ອອກແບບ ຊຸຕິມົນ) ທີ່ຕ້ອງການຈະເຄຼຍເຮືອນເພື່ອປັບປຸງເຮືອນໃໝ່ ຈຶ່ງຕ້ອງມ້ຽນເຄື່ອງເກົ່າທີ່ບໍ່ໄດ້ໃຊ້ແລ້ວອອກ ຈົນໄປເຈິກັບເຄື່ອງເກົ່າທີ່ເປັນຂອງແຟນເກົ່າ (ຮັບບົດໂດຍ ຊັນນີ້ ສຸວັນເມທານົນ) ທີ່ເຮັດໃຫ້ການຖິ້ມຄັ້ງນີ້ມັນບໍ່ງ່າຍ ແລະ ນຳເອົາເລື່ອງລາວໃນອະດີດກັບຄືນມາ. ໃນຂະນະດຽວກັນ ຈີນ ກໍຕ້ອງຮັບມືກັບແມ່ ທີ່ຍັງບໍ່ທັນລືມເລື່ອງລາວເກົ່າໆ ແລະ ບໍ່ຍອມໃຫ້ຖິ້ມເຄື່ອງໃຊ້ໃນເຮືອນ.

ຮູບເງົາເລື່ອງນີ້ຍັງຄົງລາຍເຊັນຂອງ ເຕີ໋ ໄວ້ຢ່າງຊັດເຈນ ນັ້ນກໍຄືການແຊ່ພາບເພື່ອດຶງອາລົມ, ການຕັດຕໍ່ແບບກວນໆ ລວມທັງບົດສົນທະນາທີ່ຄືເຮົາໄປລັກຟັງຕົວລະຄອນລົມກັນ (ມັນມີຄວາມດິບ ຄືກັບລົມກັນໃນຊີວິດແທ້) ເຊິ່ງກໍຕາມເຄີຍ ຄົນເບິ່ງບາງສ່ວນບອກວ່າມັນຢືດ ມັນເອື່ອຍ ມັນຍາວ ບໍ່ມັກ.

ໄວຮ້າຍ..ຄ້າຍຄືໂກດເຈົ້າ (2022)

ຊື່ໃນພາສາອັງກິດຂອງເລື່ອງນີ້ແມ່ນ Fast and Feel Love ຮູບເງົາຕະຫຼົກຄອມເມດີ ນຳສະແດງໂດຍ ນັດ ກິດຈະຣິດ ແລະ ຢາຢ່າ ອຸຣັດສະຢາ ໂດຍເລື່ອງນີ້ດຳເນີນເລື່ອງຂ້ອນຂ້າງກະຊັບກວ່າຜົນງານກ່ອນໜ້າຂອງ ເຕີ໋ ແລະ ລາວເອງກໍຕັ້ງໃຈຈະນຳສະເໜີຮູບເງົາແອັກຊັນທີ່ສ້າງຈາກຊີວິດປະຈຳວັນຂອງຄົນອາຍຸ 30 ປີຂຶ້ນໄປ ໂດຍຈັບເອົາເລື່ອງລາວໃກ້ໂຕມາເລົ່າຜ່ານກີລາສະແຕັກ ຫຼື ການຮຽງຈອກປລາສະຕິກ.

ຮູບເງົາເລື່ອງນີ້ເລົ່າເລື່ອງຂອງ ເກົາ (ຮັບບົດໂດຍ ນັດ ກິດຈະຣິດ) ເຊິ່ງເປັນແຊ້ມ Sport Stacking ໄວ 30 ປີ ເຈົ້າຂອງມືພະເຈົ້າສະຖິຕິ 4.7 ວິນາທີ ເຊິ່ງນີ້ເປັນຄວາມໄວທີ່ໄວທີ່ສຸດໃນໂລກ ທີ່ເປົ້າໝາຍນັກແຂ່ງທົ່ວໂລກຕ່າງກໍຢາກມາລົ້ມແຊ້ມ.

ອ່ານຕື່ມ:  ໝູ່ສະໜິດທີ່ຫາຍຕົວໄປໃນປ່າໜຶ່ງອາທິດກັບມາ ພ້ອມປ່ຽນໄປ ຫຼື "ນີ້ບໍ່ແມ່ນຮິຄາຣຸ"

ແຕ່ວ່າ ສິ່ງທີ່ເກົາຕ້ອງຮັບມືໃນຕອນນີ້ບໍ່ແມ່ນນັກແຂ່ງເຫຼົ່ານັ້ນທີ່ຈ້ອງຈະທຳລາຍສະຖິຕິລາວ ແຕ່ເປັນບັນຫາສະລະພັດໃນຊີວິດ ເຊັ່ນ: ການຍື່ນອາກອນລາຍໄດ້ບຸກຄົນ, ຕໍ່ທະບຽນລົດ, ເກັບຂີ້ຈີ່ຈ້ຽມທີ່ເຮ່ຍຕາມພື້ນເຮືອນ, ສຽງປໍ້ານໍ້າດັງ ແລະ ອື່ນໆທີ່ບໍ່ເຄີຍເຈິ ເພາະທີ່ຜ່ານມາ ລາວມີແຟນ ນັ້ນກໍຄື ເຈ (ຢາຢ້າ ອຸຣັດສະຢາ) ເປັນຜູ້ຈັດການໃຫ້ໝົດ ແຕ່ຈະບໍ່ຈັດການໃຫ້ອີກແລ້ວ ເພາະລາວມີພາລະກິດໃໝ່ທີ່ຕ້ອງເຮັດ.

ຈາກເທບພະເຈົ້າໃນໂລກຂອງ Sport Stacking, ຕອນນີ້ ເກົາ ຕ້ອງຖືກຊີວິດໃນໂລກແຫ່ງຄວາມຈິງຖ່ວງດຶງຄວາມໄວລົງ.

ພະນັກງານໃໝ່​ (ຊ່ອຍຮັບໄວ້ພິຈາລະນາ) (2026)

ຈາກທີ່ພັກ ພາຜູ້ເບິ່ງໄປຫາຍໃຈກັບຮູບເງົາທີ່ກະຊັບ ແລະ ຈັງຫວະໄວໃນ Fast and Feel Love, ມາຮອບນີ້ ເຕີ໋ ໄດ້ພາຜູ້ເບິ່ງກັບເຂົ້າສູ່ລາຍເຊັນ ຄວາມນິ້ງ ແຊ່ພາບ ຂອງລາວອີກຄັ້ງ ຈົນເກີດເປັນສຽງວິພາກວິຈານໃນໂລກອອນລາຍ.

Human Resource ບໍ່ແມ່ນໜັງພະນັກງານອອຟຟິສທົ່ວໄປ ແຕ່ເປັນການຕັ້ງຄຳຖາມເຖິງການເປັນພໍ່ແມ່ ແລະ ຄ່າຂອງຄົນໃນໂລກທຶນນິຍົມ.

ການທີ່ໜັງເລືອກ ແຊ່ພາບ ຫຼື ເລົ່າເລື່ອງຊ້າ ໃນຫຼາຍສາກ ມັນຄືການບັງຄັບໃຫ້ຜູ້ເບິ່ງຕ້ອງຢຸດ ເພື່ອເຫັນຄວາມປ່ຽນແປງທາງອາລົມຂອງຕົວລະຄອນ ເຊິ່ງບາງຄັ້ງ ມັນອາດຈະເປັນຄວາມຕັ້ງໃຈທີ່ບໍ່ໄດ້ສື່ສານກັບທຸກຄົນ ແຕ່ສື່ສານກັບຜູ້ທີ່ພ້ອມຈະສັງເກດເທົ່ານັ້ນ.

ສະຫຼຸບວ່າ ເຕີ໋ ນະວະພົນ ເຮັດໜັງບໍ່ເປັນ ຫຼື ເຮົາພຽງແຕ່ບໍ່ມັກວິທີການເລົ່າເລື່ອງຂອງລາວ?

ຖ້າຈະຖາມວ່າ ເຕີ໋ ນະວະພົນ ເຮັດໜັງບໍ່ເປັນແທ້ຫວາ? ຄຳຕອບກໍຄົງບໍ່ແມ່ນ ແມ່ນ ຫຼື ບໍ່ແມ່ນ. ຕະຫຼອດເກືອບ 20 ປີໃນວົງການຮູບເງົາ, ຜົນງານຂອງລາວຄືການທົດລອງ. ຜູ້ຂຽນເອງເຫັນວ່າ ລາວບໍ່ເຄີຍຢຸດຢູ່ກັບທີ່ ເພາະ ບາງເລື່ອງລາວເຮັດໃຫ້ຄົນຫົວຕາມ, ບາງເລື່ອງລາວກໍເຮັດໃຫ້ຄົນນັ່ງງົງ ແລະ ບາງເລື່ອງລາວກໍເຮັດໃຫ້ຄົນຢາກຫຼັບ (ຮະຮະ).

ການທີ່ໜັງເລື່ອງ “ພະນັກງານໃໝ່ (ຊ່ອຍຮັບໄວ້ພິຈາລະນາ)” ຖືກວິຈານຢ່າງໜັກ ກໍເປັນສິດຂອງຜູ້ເບິ່ງທີ່ຈະສາມາດບໍ່ມັກວິທີການເລົ່າເລື່ອງແບບນີ້ໄດ້. ແຕ່ໃນອີກມຸມໜຶ່ງ, ມັນກໍເປັນການພິສູດວ່າລາຍເຊັນ ຂອງ ເຕີ໋ ນະວະພົນ ມັນຍັງຄົງຊັດເຈນ. ລາວບໍ່ໄດ້ປ່ຽນໄປຕາມກະແສຕະຫຼາດ ແຕ່ລາວເລືອກທີ່ຈະຮັກສາວິທີການເລົ່າເລື່ອງທີ່ລາວເຊື່ອ.

ໜັງຂອງລາວອາດຈະບໍ່ແມ່ນໜັງທີ່ທຸກຄົນຕ້ອງເບິ່ງເພື່ອຄວາມບັນເທີງໃນມື້ພັກ, ແຕ່ມັນເປັນໜັງທີ່ທ້າທາຍຜູ້ເບິ່ງ. ສຳລັບໃຜທີ່ມັກໜັງແອັກຊັນ ຫຼື ຈັງຫວະໄວໆ, ການບໍ່ມັກໜັງຂອງ ເຕີ໋ ກໍບໍ່ແມ່ນເລື່ອງຜິດ.

ແຕ່ຖ້າຈະບອກວ່າ ເຮັດໜັງບໍ່ເປັນ, ບາງເທື່ອເຮົາອາດຈະຕ້ອງກັບໄປເບິ່ງຜົນງານເກົ່າໆຂອງລາວອີກຄັ້ງ ວ່າ ຄວາມຊ້າທີ່ລາວໃຊ້… ມັນແຝງໄປດ້ວຍຫຍັງທີ່ຫຼາຍກວ່າການເປັນໜັງທີ່ບໍ່ມ່ວນ.

ສຸດທ້າຍ, ໜັງກໍຄືສິລະປະ ແລະ ສິລະປະ… ບໍ່ມີຖືກ ບໍ່ມີຜິດ ມີແຕ່ສື່ສານກັບເຮົາໄດ້ ຫຼື ບໍ່ໄດ້ ເທົ່ານັ້ນເອງ.

    ກ່ຽວກັບພວກເຮົາ - About Muan

    ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.