ລົມນຳຜູ້ກຳກັບ ແມັກ – ທັນວາ ກຸນລະວົງ ແລະ ເປີດເບື້ອງຫຼັງຄວາມສຳເລັດຮູບເງົາສັ້ນ “ໂອບກອດແສງສຸດທ້າຍ”

ແບ່ງປັນ

ລົມນຳຜູ້ກຳກັບ ແມັກ – ທັນວາ ກຸນລະວົງ ແລະ ເປີດເບື້ອງຫຼັງຄວາມສຳເລັດຮູບເງົາສັ້ນ “ໂອບກອດແສງສຸດທ້າຍ”

27 April 2026 11

Highlights

  • ທີມ The Unlimited Film ພາຮູບເງົາສັ້ນເລື່ອງ Holding the Light – ໂອບກອດແສງສຸດທ້າຍ ກວາດ 4 ລາງວັນຈາກເວທີຮູບເງົາສັ້ນລ້ານຊ້າງ.
  • ເຈາະເລິກຄວາມຄິດຂອງຜູ້ກຳກັບ ແມັກ – ທັນວາ ກຸນລະວົງ ທີ່ເລີ່ມຕົ້ນຈາກຄຳຖາມກ່ຽວກັບການຕັ້ງຄຳຖາມງ່າຍໆ ສູ່ໂອກາດການພັດທະນາບົດຮູບເງົາທີ່ງານ Purin Picture 2024, ກຸງເທບ ປະເທດໄທ.
  • ເຜີຍເຄັດລັບການເຮັດວຽກເປັນທີມ ແລະ ແຜນການໃນອະນາຄົດທີ່ຈະພາຮູບເງົາເລື່ອງນີ້ເດີນທາງສູ່ເທດສະການຮູບເງົາຕ່າງໆ.


ຜ່ານໄປແລ້ວສຳລັບການແຂ່ງຂັນຮູບເງົາສັ້ນລ້ານຊ້າງທີ່ເຕັມໄປດ້ວຍຜົນງານຮູບເງົາສັ້ນທີ່ໂດດເດັ່ນຫຼາກຫຼາຍເລື່ອງ ໂດຍຜູ້ຊະນະລາງວັນໃນຄັ້ງນີ້ຕົກເປັນຂອງທີມ The Unlimited Film ຫຼື (Unlimited Production) ໃນຜົນງານເລື່ອງ Holding the Light – ໂອບກອດແສງສຸດທ້າຍ ເຊິ່ງເປັນອີກໜຶ່ງຜົນງານທີ່ເຮັດອອກມາໄດ້ໜ້າສົນໃຈຈົນຄວ້າລາງວັນຊະນະເລີດມາໄດ້.

ນອກຈາກນີ້, ເລື່ອງ ໂອບກອດແສງສຸດທ້າຍ ຍັງໄດ້ຮັບລາງວັນອື່ນໆອີກ 3 ລາງວັນຄື: ລາງວັນນັກສະແດງດີເດັ່ນ, ລາງວັນກຳກັບພາບດີເດັ່ນ ແລະ ລາງວັນອອກແບບໂປສເຕີ້ດີເດັ່ນ.

ພໍຫຼັງຈາກທີ່ຮູ້ຂ່າວວ່າທີມໃດເປັນຜູ້ຊະນະຈາກການແຂ່ງຂັນຂອງປີນີ້, Muan TheInterview ກໍໄດ້ມີໂອກາດລົມກັບ ແມັກ – ທັນວາ ກຸນລະວົງ ເຊິ່ງເປັນຜູ້ກຳກັບໃນຮູບເງົາສັ້ນເລື່ອງນີ້ເຖິງຫຼາຍໆເລື່ອງລາວຄວາມປະທັບໃຈທັງກ່ອນ ແລະ ຫຼັງຈົບໂຄງການຮູບເງົາສັ້ນລ້ານຊ້າງ.

ມື້ນີ້, Muan TheInterview ຈຶ່ງຈະພາທຸກຄົນມາເຈາະເລິກການເຮັດວຽກຂອງທີມເບື້ອງຫຼັງ The Unlimited Film ວ່າພວກເຂົາມີວີທີການເຮັດວຽກ, ການວາງແຜນ, ການແບ່ງບົດບາດຄວາມຮັບຜິດຊອບຂອງຄົນໃນທີມນັ້ນເປັນແນວໃດສຳລັບການເຮັດຮູບເງົາສັ້ນ ແລະ ທີ່ໄປທີ່ມາຂອງແຮງບັນດານໃຈຂອງເລື່ອງ  ໂອບກອດແສງສຸດທ້າຍ

ຈາກໄອເດຍນ້ອຍໆສູ່ແຮງບັນດານໃຈໃນການສ້າງຮູບເງົາສັ້ນ

ແມັກ ໄດ້ເລົ່າສູ່ Muan TheInterview ຟັງເຖິງແຮງບັນດານໃຈ ແລະ ຈຸດເລີ່ມຕົ້ນກ່ອນຈະເປັນຮູບເງົາສັ້ນ ໂອບກອດແສງສຸດທ້າຍ ທີ່ເຮັດໃຫ້ທີມ The Unlimited Film ຄວ້າລາງວັນຊະນະເລີດມາໄດ້ນັ້ນກໍເລີ່ມຈາກ 3 ປີກ່ອນ.

ຈຸດເລີ່ມຕົ້ນຂອງໄອເດຍອີ່ຫຼີເລີຍ ແມ່ນຊ່ວງປີ 2023 ທີ່ຂ້ອຍມານັ່ງຕັ້ງຄຳຖາມກັບໂຕເອງວ່າ ເຮົາຈະສາມາດຖິ້ມຄວາມຝັນເພື່ອຄົນໆໜຶ່ງໄດ້ບໍ່?

ນີ້ແມ່ນຄຳເວົ້າຂອງ ແມັກ ທີ່ເຜີຍເຖິງສິ່ງທີ່ສົງໄສ, ຕ້ອງການຫາຄຳຕອບທີ່ມີຢູ່ໃນຫົວຂອງລາວກ່ອນທີ່ຈະເລົ່າຕໍ່ວ່າ:

ອ່ານຕື່ມ:  ພາຮູ້ຈັກ ຫວາດ ສີສະຫວາດ ບົວລະວົງ ໜຸ່ມຫຼໍ່ມາດເຂັ້ມ ເຈົ້າຂອງຕຳແໜ່ງ Mister World Laos 2026

“ມັນເປັນຄຳຖາມທີ່ຕອບຍາກ ແລະ ປາຍເປີດແຮງສຳລັບຂ້ອຍ ເພາະຄົນໆໜຶ່ງທີ່ເຮົາໝາຍເຖິງມັນຄືຄົນໃນຄອບຄົວຂ້ອຍເອງ, ກໍເລີຍເກັບຄຳຖາມນີ້ໄວ້ບວກກັບພໍດີໄດ້ມີໂອກາດໄດ້ລົມກັບຮຸ່ນນ້ອງທີ່ຊື່ ເບັ້ນ ແລະ ລາວກໍເປັນນັກສະແດງໃນຮູບເງົາເລື່ອງນີ້”.

“ສິ່ງທີ່ໄດ້ລົມກັນກໍກ່ຽວກັບຄວາມສຳພັນອ້າຍນ້ອງ ຫຼື ເອື້ອຍນ້ອງ ເພາະຂ້ອຍເປັນລູກຄົນດຽວເລີຍອາດຈະບໍ່ເຂົ້າໃຈໄດ້ດີເທົ່າເຂົາ ແລະ ບັງເອີນຂ້ອຍກໍຖາມ ເບັ້ນ ໄປວ່າ ‘ຖ້າມື້ໜຶ່ງເບັ້ນຕາບອດ ເບັ້ນມີຫຍັງທີ່ຢ້ານບໍ່’ ສິ່ງທີ່ຕອບມາມັນລຽບງ່າຍ ແຕ່ກໍໜ້າເສົ້າໃນເວລາດຽວກັນ. ຂ້ອຍເລີຍໄດ້ໄອເດຍ ແລະ Set Up (ຕັ້ງຄ່າ) ເລື່ອງມາຕັ້ງແຕ່ຕອນນັ້ນ,” ແມັກ ກ່າວ.

ໂອກາດທີ່ໄດ້ຮັບ ແລະ ບົດຮຽນທີ່ນຳມາພັດທະນາຕໍ່

ໃນປີ 2024 ແມັກ ແລະ ຕຸຕູ່ – ລັດດາພອນ ສໍພາບມີໄຊ (Producer) ໄດ້ມີໂອກາດຖືກຄັດເລືອກເປັນໂຕແທນຈາກປະເທດລາວ ເພື່ອໄປພັດທະນາບົດຮູບເງົາເລື່ອງ  ໂອບກອດແສງສຸດທ້າຍ ທີ່ງານ Purin Picture 2024 ຢູ່ ກຸງເທບ ປະເທດໄທ.

ແມັກ ໄດ້ນຳບົດຮຽນທີ່ໄດ້ຮັບກັບມາພັດທະນາບົດຮູບເງົາສັ້ນໃນຄັ້ງນີ້ ແລະ ມັນກໍຖືວ່າຄຸ້ມຄ່າຫຼາຍ. ຫຼັງຈາກຮຽນຈົບຢູ່ງານນັ້ນ, ບົດເກົ່າໄດ້ຖືກປັບປ່ຽນໄປອີກແບບເລີຍທັນທີ. ພໍ ແມັກ ໄດ້ກັບມາບ້ານ ກໍໄດ້ມາຊ່ວຍກັນພັດທະນາບົດຕໍ່ກັບ ຕຸຕູ່ ແລະ ກໍມີອີກໜຶ່ງຄົນຄື ແບຣນດອນ ຮາຊິໂມໂຕ້ (Executive Producer) ທີ່ໃຫ້ຄຳປຶກສາເລື່ອງບົດຊ່ວຍຕື່ມອີກ.

ຄວາມໝາຍພິເສດຂອງຮູບເງົາສັ້ນ  ໂອບກອດແສງສຸດທ້າຍ

ຫຼາຍຄົນເວລາເບິ່ງຮູບເງົາກໍຈະມີສິ່ງທີ່ຄິດ ແລະ ຢາກເຂົ້າໃຈແກ່ນຂອງຄວາມໝາຍໃນເລື່ອງຕ່າງໆທີ່ເຄີຍເບິ່ງມາກ່ອນ ເຊິ່ງ Muan TheInterview ກໍເປັນໜຶ່ງໃນນັ້ນ ພໍມີໂອກາດຈຶ່ງໄດ້ຖາມກັບ ແມັກ ຕື່ມເຖິງຄວາມໝາຍພິເສດທີ່ເຊື່ອງໄວ້.

ແມັກ ເລີຍໄດ້ເລົ່າລາຍລະອຽດທີ່ໜ້ອຍຄົນຈະຮູ້ໃຫ້ Muan TheInterview ຟັງວ່າ “ທຳອິດຮູບເງົາສັ້ນບໍ່ແມ່ນຊື່ນີ້ ເພາະຊື່ທຳອິດຂອງຂ້ອຍແມ່ນ Sister ເຫດຜົນທີ່ປ່ຽນຊື່ເພາະຕອນທີ່ໄປງານພັດທະນາບົດຢູ່ປະເທດໄທ, ທາງ Mentor (ຜູ້ໃຫ້ຄຳແນະນຳ) ໄດ້ທັກທ້ວງວ່າ ເຈົ້າລອງຄົ້ນຫາຄຳວ່າ Sister ໃນ Google ເບິ່ງວ່າມັນມີຮູບເງົາຊື່ເລື່ອງວ່າ Sister ຈັກເລື່ອງ? ຫຼັງຈາກຖືກທ້ວງແລ້ວຂ້ອຍກັບ ຕຸຕູ່ ກໍເລີຍຮ້ອງ ອໍ…. ຂຶ້ນມາພ້ອມກັນ”.

ແມັກ ເລົ່າຕໍ່ “ພໍຂ້ອຍກັບຫ້ອງມາ, ກໍມານັ່ງຄິດຊື່ທີ່ຈະປ່ຽນຈົນກາຍມາເປັນ Holding the light ເຊິ່ງຊື່ພາສາລາວມັນກໍເດັ້ງຂຶ້ນມາເອງເມື່ອເວົ້າຊື່ໜັງຈົບວ່າ ໂອບກອດແສງສຸດທ້າຍ, ຕອນນັ້ນກໍຄືແນມໜ້າກັນກັບ ຕຸຕູ່ ເພາະຫຼັງຈາກເວົ້າຈົບພ້ອມກັບຄວາມຮູ້ສຶກວ່າ ຕ້ອງເປັນຊື່ນີ້ໂດຍບໍ່ມີເຫດຜົນ ແລະ ຂ້ອຍຮູ້ສຶກເຖິງຄວາມອົບອຸ່ນຂອງມັນຄືກັບມັນເປັນໂຕແທນທີ່ຈະສື່ຂອງໂຕຮູບເງົາໄດ້ໂຄດຊັດເຈນ”.

ອ່ານຕື່ມ:  ສ້າງສັນຜົນງານອອກແບບຈາກເລື່ອງລາວປະຫວັດສາດ ຮູ້ຈັກ ວິລະ ພູ່ນວົງສາ ຈາກ SNAE DESIGN ແລະ SNAE HISTORY

ສິ່ງທ້າທາຍທີ່ຍາກທີ່ສຸດໃນການຖ່າຍທຳ

ຄວາມຍາກ ຫຼື ຄວາມທ້າທາຍສຳລັບທີມ The Unlimited film ສ່ວນຫຼາຍກໍແມ່ນເລື່ອງເວລາ ເພາະພວກເຂົາໄດ້ຫ່າງຫາຍຈາກການເຮັດຮູບເງົາສັ້ນຂອງໂຕເອງໄປດົນເຕີບ ແລະ ເວລາຂອງແຕ່ລະຄົນບໍ່ກົງກັນ ເພາະທຸກຄົນກໍຍັງຮຽນຢູ່ ເຊິ່ງແຕ່ລະຄົນກໍມີພາລະໜ້າທີ ແລະ ວຽກທີ່ຕ້ອງເຮັດ, ມັນກໍເລີຍຍາກຫຼາຍທີ່ຈະລວມໂຕກັນມາໄດ້ທັງໝົດ.

“ແຕ່ສຸດທ້າຍ, ທຸກຄົນກໍຊ່ວຍກັນຈົນຈົບງານ ຂ້ອຍກໍຢາກຂອບໃຈທີ່ເຂົ້າມາຮ່ວມ ແລະ ເຕັມທີ່ກັບງານນີ້ນຳກັນ” ແມັກ ກ່າວ.

ສາກທີ່ມັກທີ່ສຸດ ແລະ ເປັນຈຸດເດັ່ນຂອງເລື່ອງ

Muan TheInterview ເອງກໍຢາກຮູ້ວ່າ ແມັກ ແລະ ທີມ The Unlimited film ມີຄວາມຜູກພັນກັບບົດ ແລະ ໂຕລະຄອນໃນເລື່ອງແນວໃດ, ສາກໃດທີ່ເຮັດໃຫ້ປະທັບໃຈເປັນພິເສດແດ່?

ແມັກ ເລົ່າໃຫ້ຟັງເຖິງສາກທີ່ມັກ ແລະ ຈຸດເດັ່ນຂອງເລື່ອງ Holding the Light ວ່າ “ສາກທີ່ຂ້ອຍ ແລະ ທີມ The Unlimited Film ມັກທີ່ສຸດ ກໍແມ່ນສາກທີ່ນັກສະແດງໄດ້ເນັ້ນອາລົມເຂົ້າເຖິງບົດບາດຂອງໂຕລະຄອນແບບຂັ້ນສຸດ ເພາະຄວາມຮູ້ສຶກມັກນີ້ມັນຢູ່ຕັ້ງແຕ່ຕອນທີ່ພວກເຮົາຢູ່ກອງຖ່າຍ ເຊິ່ງກໍຄືຕອນຢູ່ໜ້າສາກຮ່ວມກັນ ແລະ ບັນຍາກາດມັນຕ້ອງງຽບແຮງ ເພື່ອໃຫ້ສະມາທິແກ່ນັກສະແດງ”.

“ຂ້ອຍຈື່ໄດ້ວ່າທຸກຄົນງຽບຫຼັງນັກສະແດງເລີ່ມຫຼິ້ນ ບັນຍາກາດມັນງຽບຄືກັບວ່າບໍ່ແມ່ນແຕ່ນັກສະແດງຫຼຸດເຂົ້າໄປໃນໂຕລະຄອນ ແຕ່ເປັນທີມງານທຸກຄົນທີ່ຫຼຸດເຂົ້າໄປຢູ່ໃນນັ້ນນຳກັນ” ແມັກ ກ່າວເສີມ.

ເຄັດລັບການແບ່ງວຽກ ແລະ ການປະສານງານພາຍໃນທີມ

ທີມ The Unlimited Film, ພວກເຂົາທຸກຄົນມີພາບ ແລະ ແນມເຫັນເປົ້າໝາຍດຽວກັນ ເຊິ່ງນັ້ນເປັນຂໍ້ດີເພາະມັນເຮັດໃຫ້ການເຮັດວຽກຂອງພວກເຂົາມັນລ່ຽນໄຫຼ ແລະ ງ່າຍຂຶ້ນ.

“ສິ່ງທີ່ຂາດບໍ່ໄດ້ ແລະ ເປັນສິ່ງສຳຄັນທີ່ສຸດຄືການສື່ສານ, ຄວາມເຂົ້າໃຈຂອງທີມທີ່ຮູ້ໃຈກັນ ມັນເຮັດໃຫ້ພວກເຮົາຮູ້ສຶກວ່າມັນມ່ວນເວລາຢູ່ກອງຖ່າຍ, ການໃຫ້ອິດສະລະດ້ານໜ້າວຽກໃນການອອກຄວາມເຫັນວ່າສາກນີ້ຕ້ອງເປັນແບບນີ້ ຫຼື ແບບນີ້ດີກວ່າ ງານມັນກໍເລີຍມີມິຕິ ແລະ ອາດຈະດ້ວຍຄວາມທີ່ພວກເຮົາມີການກຽມຄວາມພ້ອມທີ່ລະອຽດມາແນ່ ມັນເລີຍເຮັດໃຫ້ທຸກຢ່າງບໍ່ກົດດັນເກີນໄປ” ແມັກ ກ່າວ.

ອ່ານຕື່ມ:  ກ້າທີ່ຈະເປັນໂຕເອງ "ດອນ" ກັບບົດ "ນວນ" ໃນ ສຸກໃຈ the Series ຄັ້ງທຳອິດຂອງຊີຣີສ໌ລາວທີ່ນຳສະເໜີ Nonbinary

ຄວາມຮູ້ສຶກທຳອິດທີ່ໄດ້ຮັບລາງວັນຊະນະເລີດ

ໃນງານ ການແຂ່ງຂັນຮູບເງົາສັ້ນລ້ານຊ້າງ ກໍມີຫຼາຍທີມເຂົ້າຮ່ວມ ເຊິ່ງແຕ່ລະທີມກໍເກັ່ງ ແລະ ມີຜົນງານທີ່ໂດດເດັ່ນແຕກຕ່າງກັນໄປ ແຕ່ທີມ The Unlimited film ກໍຖືກປະກາດຊື່ວ່າເປັນຜູ້ໄດ້ລາງວັນຊະນະເລີດ ເຊິ່ງເປັນສິ່ງທີ່ໜ້າຍິນດີຫຼາຍ ເພາະໃນປີນີ້ພວກເຂົາຖືວ່າເຮັດຜົນງານໄດ້ໂດດເດັ່ນທີ່ສຸດເລີຍກໍວ່າໄດ້.

ຕອນນັ້ນຈື່ວ່າ ຂ້ອຍບໍ່ໝັ້ນໃຈແຮງຕອນຢູ່ເທິງເວທີ ກໍຍັງເວົ້າວ່າບໍ່ໝັ້ນໃຈວ່າເຮົາຈະຮອດຈຸດທີ່ໄດ້ລາງວັນບໍ່.

“ຈົນລົງເວທີມາຂ້ອຍກໍໄດ້ຄຳຕອບຈາກບັນດາອ້າຍໆເອື້ອຍໆຫຼາຍໆຄົນມັນເລີຍເຮັດໃຫ້ຮູ້ວ່າຮູບເງົາເລື່ອງນີ້ມັນມີຄຸນຄ່າກັບຂ້ອຍ ແລະ ທີມງານຫຼາຍດີໃຈທີ່ຄວາມເຕັມທີ່ ເພາະຄວາມພະຍາຍາມຂອງທີມງານມັນເຮັດໃຫ້ເຂົາເຈົ້າຍິ້ມ ແລະ ໄຫ້ອອກມາດ້ວຍຄວາມດີໃຈໃນວິນາທີຫຼັງການປະກາດລາງວັນ” ແມັກ ເລົ່າຄວາມປະທັບໃຈທີ່ເກີດຂຶ້ນໃນມື້ປະກາດລາງວັນ.

ຫຼັງຈາກເລົ່າຄວາມປະທັບໃຈຈົບ ແມັກ ກໍເລີ່ມເວົ້າຕໍ່ເຖິງສິ່ງທີ່ຄິດໄວ້ວ່າ “ໃນມື້ນັ້ນ, ຢູ່ດີໆພາບຂອງຊ່ວງເວລາໃນການເລີ່ມພັດທະນາບົດເລື່ອງນີ້ມັນກໍລອຍຂຶ້ນມາ, ສິ່ງທີ່ຂ້ອຍນັ່ງຕັ້ງຄຳຖາມໃນມື້ນັ້ນໂດຍທີ່ຍັງບໍ່ໄດ້ຂຽນຫຍັງຈົນຕອນນີ້ມັນໄດ້ມອບບາງສິ່ງກັບມາໃຫ້ເຮົາແລ້ວ”.

ບົດຮຽນ ແລະ  ປະສົບການໃໝ່ໆໃນການແຂ່ງຂັນ

ຕັ້ງແຕ່ປີ 2023 ຈົນຮອດປັດຈຸບັນ, ແມັກ ໄດ້ເຮັດມາຫຼາຍໂປຣເຈັກແລ້ວ ແລະ ທຸກສິ່ງທຸກຢ່າງທີ່ໄດ້ເຮັດຜ່ານມາມັນກໍຄືບົດຮຽນທີ່ຄ່ອຍໆປ່ອຍອອກມາໃຫ້ໄດ້ລອງ ແລະ ໃຫ້ຮຽນຮູ້ເທື່ອລະໜ້ອຍໃນການພັດທະນາຝີມືຂອງລາວ.

“ຕະຫຼອດເວລາທີ່ຜ່ານມາ, ມັນໄດ້ພາຂ້ອຍໄປຮຽນຫຼາຍຢ່າງເລີຍ. ຫຼັງຈົບງານກໍໄດ້ເບິ່ງຍ້ອນກັບໄປຄືນ ແລະ ມັນປ່ຽນຂ້ອຍໄປຫຼາຍທັງຄວາມຄິດ, ວິທີການເຮັດວຽກ ເຊິ່ງໜ້າຈະເປັນບົດຮຽນທີ່ສຳຄັນທີ່ສຸດອັນໜຶ່ງໃນສາຍອາຊີບນີ້ຂອງຂ້ອຍ ເພາະມັນເຮັດໃຫ້ສາມາດແນມເຫັນວ່າຫຼັງຈາກນີ້ຕ້ອງຕໍ່ຍອດບົດຮຽນນີ້ແນວໃດ ໄປຕໍ່ແນວໃດເຊິ່ງມັນສຳຄັນຫຼາຍກັບໂຕເຮົາ” ແມັກ ກ່າວ.

ການສະແດງຄຳຄິດເຫັນຂອງຄົນທີ່ເບິ່ງຮູບເງົາ ແລະ ຜົນງານໃໝ່ໃຫ້ຕິດຕາມ

ກ່ອນຈະປິດຈົບບົດສຳພາດນີ້, Muan TheInterview ໄດ້ຖາມກັບ ແມັກ ວ່າຢາກໃຫ້ຄົນທີ່ເບິ່ງໄດ້ຂໍ້ຄິດ ຫຼື ຄວາມຮູ້ສຶກຫຍັງຕິດໂຕໄປຫຼັງຈາກເບິ່ງຈົບແດ່ ເຊິ່ງລາວກໍໄດ້ບອກຄວາມຮູ້ສຶກທີ່ໄດ້ຮັບຟັງຈາກສິ່ງທີ່ໄດ້ຟັງຄວາມຄິດເຫັນຂອງຄົນທີ່ໄດ້ເບິ່ງຮູບເງົາ  ໂອບກອດແສງສຸດທ້າຍ ໃນມື້ປະກາດຜົນວ່າ:

“ຄຳຖາມນີ້, ຕອບຍາກແຮງສຳລັບຂ້ອຍ ເພາະຂ້ອຍກໍບໍ່ມີຄຳຕອບທີ່ຕາຍໂຕຄືກັນ ແລະ ມັນຄືການຕັ້ງຄຳຖາມຕາມແບບທີ່ຂ້ອຍວ່າມາກ່ອນໜ້ານັ້ນ ເພາະສຸດທ້າຍຂ້ອຍມີໂອກາດໄດ້ຟັງຄຳຄິດເຫັນຈາກຄົນເບິ່ງບາງຄົນທີ່ກໍເຫັນດີກັບການຕັດສິນໃຈຂອງໂຕລະຄອນ ແລະ ບາງຄົນກໍບໍ່ເຫັນດີວ່າເປັນຫຍັງໂຕລະຄອນຈຶ່ງຕັດສິນໃຈແບບນີ້ ເຊິ່ງເຮົາມັກເວລາຄົນເບິ່ງມານັ່ງຕັ້ງຄຳຖາມກັບສິ່ງທີ່ໂຕລະຄອນເລືອກຕັດສິນໃຈ”.

ແມັກ ກ່າວຕໍ່ ຫຼັງຈາກນີ້, ຂ້ອຍ ແລະ ທີມ ກໍຈະເຂົ້າສູ່ຊ່ວງທີ່ມີການປັບແກ້ເປັນສະບັບຜູ້ກຳກັບຕັດຕໍ່ (Director’s Cut) ແລ້ວ ຈາກນັ້ນກໍເລີ່ມທີ່ຈະລອງສົ່ງໄປຕາມເທດສະການຮູບເງົາສັ້ນຕ່າງໆ ແລະ ຂ້ອຍກໍຢາກຈະຮູ້ຄືກັນວ່າຮູບເງົາຂອງເຮົາຈະໄດ້ເດີນທາງໄປໃສແດ່”.

ແມັກ ຝາກຜົນງານປິດທ້າຍ ແລະ ຢາກໃຫ້ທຸກຄົນລໍຖ້າຕິດຕາມຕໍ່ໄປ “ສ່ວນພາຍໃນປະເທດອາດຈະມີຂ່າວດີໄວໆນີ້ ດຽວຖ້າແຈ້ງຂ່າວກັນອີກບາດໜຶ່ງ. ສ່ວນ Project ໃໝ່ກໍມີທີ່ພັດທະນາມາຕັ້ງແຕ່ປີແລ້ວແດ່ ອາດຈະໃຊ້ເວລາດົນໜ້ອຍໜຶ່ງແຕ່ຈະພະຍາຍາມເຮັດໃຫ້ Project ມັນເກີດຂຶ້ນໃຫ້ໄດ້”.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.