ກັນຍານີ້ໄດ້ເບິ່ງແນ່ນອນ ຊານົນ ມະນີຜົນ ຮັບບົດພະເອກສາຍບູ້ຊີຣີສ໌ແນວຕັ້ງ “ເກີດໃໝ່ມາເປັນໃຫຍ່ເໜືອໂລກສີເທົາ”

AI Summarized
Key Takeaways:
- ຜົນງານໃໝ່ຂອງ ຊານົນ ມະນີຜົນ ກຽມຈະອອກມາໃຫ້ໄດ້ເບິ່ງກັນພາຍໃນເດືອນກັນຍານີ້.
- ຊານົນ ໄດ້ອອກມາໂພສຢືນຢັນດ້ວຍຕົນເອງວ່າຊີຣີສ໌ແນວຕັ້ງເລື່ອງໃໝ່ກຳລັງຈະ Streaming ໃນໄວໆນີ້.
- ຊີຣີສ໌ເລື່ອງນີ້ມີຊື່ວ່າ ເກີດໃໝ່ມາເປັນໃຫຍ່ເໜືອໂລກສີເທົາ.
- ຊານົນ ຈະໄດ້ຮັບບົດບາດເປັນພະເອກສາຍບູ້ຕໍ່ສູ້ແບບຈັດເຕັມ ເຊິ່ງເປັນມຸມມອງການສະແດງແບບໃໝ່.
- ສາມາດຕິດຕາມຮັບຊົມຊີຣີສ໌ດັ່ງກ່າວໄດ້ທາງແອັບພລິເຄຊັນ Reelshort.
ໃຜທີ່ກຳລັງຖ້າຜົນງານຂອງ ຊານົນ ມະນີຜົນ ຢູ່, ມ່ວນຊວນເບິ່ງ ຂໍບອກວ່າເຕັມອິ່ມແນ່ນອນ ເພາະເຮົາຈະໄດ້ເບິ່ງພ້ອມກັນແລ້ວພາຍໃນ ເດືອນກັນຍາ ນີ້!
ທຸກຄົນບໍ່ຕ້ອງຖ້າອີກຕໍ່ໄປແລ້ວ ເພາະ ຊານົນ ອອກມາໂພສບອກເອງເລີຍວ່າ ຊີຣີສ໌ແນວຕັ້ງເລື່ອງໃໝ່ທີ່ລາວໄປຫຼິ້ນເປັນພະເອກນັ້ນກຳລັງຈະມີກຳນົດ Streaming ໃນໄວໆນີ້.
ຊີຣີສ໌ເລື່ອງ ເກີດໃໝ່ມາເປັນໃຫຍ່ເໜືອໂລກສີເທົາ (เกิดใหม่มาเป็นใหญ่เหนือโลกสีเทา) ພວກເຮົາຈະໄດ້ເຫັນມຸມມອງການສະແດງໃໝ່ໆຂອງ ຊານົນ ຢ່າງແນ່ນອນ ເພາະລາວມາໃນບົດບາດພະເອກສາຍບູ້ຕໍ່ສູ້ແບບຈັດເຕັມ.
ຖ້າໃຜຢາກຕິດຕາມເບິ່ງວ່າຄວາມເຂັ້ມຂຸ້ນ ແລະ ເລື່ອງລາວວ່າຈະດຸເດືອດປານໃດ ກໍສາມາດເຂົ້າໄປເບິ່ງໄດ້ຢູ່ແອັບ Reelshort ໄດ້ເລີຍເດີ.
