ກ້າທີ່ຈະເປັນໂຕເອງ “ດອນ” ກັບບົດ “ນວນ” ໃນ ສຸກໃຈ the Series ຄັ້ງທຳອິດຂອງຊີຣີສ໌ລາວທີ່ນຳສະເໜີ Nonbinary

ແບ່ງປັນ

ກ້າທີ່ຈະເປັນໂຕເອງ “ດອນ” ກັບບົດ “ນວນ” ໃນ ສຸກໃຈ the Series ຄັ້ງທຳອິດຂອງຊີຣີສ໌ລາວທີ່ນຳສະເໜີ Nonbinary

16 December 2024● 334

ກ້າທີ່ຈະເປັນໂຕເອງ ແລະ ທີ່ບໍ່ໄດ້ສ້າງຜົນກະທົບດ້ານລົບຕໍ່ຄົນອື່ນ

“ດອນ” ກັບບົດ “ນວນ” ໃນ ສຸກໃຈ It’s Okay the seriesຄັ້ງທຳອິດຂອງຊີຣີສ໌ລາວທີ່ນຳສະເໜີຄວາມຫຼາກຫຼາຍທາງເພດໃນປະເດັນຄວາມເປັນ Nonbinary.

ເມື່ອອາທິດກ່ອນ ພວກເຮົາໄດ້ພາທຸກຄົນໄປເບິ່ງ ສຸກໃຈ It’s Okay the Series ຕອນທີ 1 “ບໍ່ເປັນຫຍັງທີ່ຈະເປັນຕົວເອງ” (It’s Okay to Be Yourself) ກັນແລ້ວ ແລະ ກໍໄດ້ຮັບມຸມມອງກ່ຽວກັບຕົວລະຄອນ ນວນ ເຊິ່ງຮັບບົດ ໂດຍ ດອນ – ດອນສະຫວັນ ໄຊມົນຕີ ເຊິ່ງນີ້ເປັນບົດບາດໃໝ່ທີ່ຍັງບໍ່ຖືກນຳສະເໜີໃນຊີຣີສ໌ລາວມາກ່ອນ.

ດອນສະຫວັນ ໄຊມົນຕີ ເລີ່ມເປັນທີ່ຮູ້ຈັກຈາກການຮ່ວມປະກວດໃນເວທີ Mister International Laos ເມື່ອປີ 2023 ປັດຈຸບັນອາຍຸ 30 ປີ. ດອນ ໄດ້ຮັບບົດເປັນ ນວນ ໃນສຸກໃຈ It’s Okay the series ຕອນທີ 1 ບໍ່ເປັນຫຍັງທີ່ຈະເປັນຕົວເອງ It’s Okay to Be Yourself ເຊິ່ງເລື່ອງລາວໃນຕອນນີ້ແມ່ນໂຟກັສທີ່ປະເດັນຂອງຄວາມກັງວົນທີ່ຈະສະແດງຄວາມເປັນໂຕເອງອອກມາ.

ອ່ານຕື່ມ:  ຊວນຮູ້ຈັກ ໂຈບີ້ ວິບູນສຸກ ພະເອກເອັມວີໜ້າໃສໃນເພງ Trust Issues ຂອງ Imel

ດອນ ໄດ້ບອກກັບທີມງານມ່ວນວ່າ ກ່ອນທີ່ຈະໄດ້ມາສະແດງນັ້ນ ລາວໄດ້ມີການກຽມຕົວ ໂດຍສຶກສາກ່ຽວກັບບົດດັ່ງກ່າວ ເພື່ອທຳຄວາມເຂົ້າໃຈຕົວລະຄອນ.

“ບົດ ‘ນວນ’ ແມ່ນມີຄວາມທ້າທາຍຫຼາຍ, ເພາະນວນມີຄວາມເຊື່ອງຊ້ອນອາລົມ, ຄວາມອຶດອັດໃນໃຈຢູ່ຕະຫຼອດເວລາ ແລະ ຕໍ່ສູ້ກັບຄວາມຄິດໂຕເອງແບບສຸດໆ,” ດອນກ່າວ.

ຕົວລະຄອນ ນວນ ຖືວ່າເປັນອີກໜຶ່ງຕົວລະຄອນທີ່ສະແດງໃຫ້ເຫັນເຖິງຄວາມຫຼາກຫຼາຍ ແລະ ຢາກເປັນໂຕຂອງໂຕເອງ, ເລີຍເລືອກໃນສິ່ງທີ່ຢາກເປັນ, ກ້າທີ່ຈະເປັນໂຕຂອງໂຕເອງ ແລະ ຍັງເປັນບົດຮຽນທີ່ດີໃຫ້ກັບຄົນໃນຄອບຄົວໄດ້ເຂົ້າໃຈເພດທາງເລືອກຫຼາຍຂຶ້ນ.

ດອນ ໄດ້ເລົ່າເຖິງຄວາມທ້າທ້າຍໃນສາກທີ່ນວນໄດ້ສາລະພາບກັບພໍ່ຂອງຕົນເອງວ່າຕົນເອງເປັນ Nonbinary ວ່າສາກດັ່ງກ່າວ ເປັນສາກທີ່ຕ້ອງໃຊ້ອາລົມແບບຮຸນແຮງ ເລີຍເຮັດໃຫ້ດອນ ຮູ້ສຶກວ່າເປັນສິ່ງທີ່ຍາກພໍສົມຄວນ ເພາະມັນມີຫຼາຍອາລົມໃນສາກນັ້ນ.

“ບົດ ນວນ ເປັນສິ່ງທີ່ເຮັດໃຫ້ເຮົາຮູ້ວ່າ ສັງຄົມເຮົາຄວນເປີດກວ້າງຍອມຮັບໃນຄວາມແຕກຕ່າງແບບ 100%, ບໍ່ຄວນມີການແບ່ງແຍກພາຍໃນສັງຄົມ,” ດອນກ່າວ.

ດອນ ຍັງໄດ້ບອກອີກວ່າ ຢາກໃຫ້ທຸກຄົນກ້າທີ່ຈະເປັນໂຕຂອງໂຕເອງ, ຖ້ານັ້ນຄືຕົວຕົນຂອງເຮົາທີ່ບໍ່ໄດ້ມີຜົນກະທົບດ້ານລົບຕໍ່ຄົນອື່ນ ແລະ ສັງຄົມ. ໃນສ່ວນຂອງແຮງບັນດານໃຈຂອງດອນແມ່ນ ຢາກສົ່ງຕໍ່ຄວາມຮູ້ສືກຂອງຕົວລະຄອນນັ້ນໆໃຫ້ຄົນເບິ່ງໄດ້ເຂົ້າໃຈເຖິງຕົວລະຄອນ ເພື່ອສາມາດນຳໄປພິຈາລະນາ ແລະ ປັບໃຊ້ໃນຊີວິດຈິງໄດ້.

ສາມາດຕິດຕາມຕອນຕໍ່ໄປຂອງ ສຸກໃຈ ຊີຣີສ໌ ທີ່ບໍ່ໄດ້ໃຫ້ສະເພາະແຕ່ຄວາມບັນເທີງ, ໃນແຕ່ລະຕອນຍັງໃຫ້ແນວຄວາມຄິດຫຼາຍໆຢ່າງ.

ໂດຍ: ທີມບັນນາທິການ Muan

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.